ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຂ້ອຍຫຼົງເຈົ້າແລ້ວ ຢາກໄດ້ເຈົ້າມາເປັນ “Gravity” ຟັງເພງຈາກ ຖິ່ນລຳພອນ
Muan Listen - ມ່ວນຊວນຟັງ

ຂ້ອຍຫຼົງເຈົ້າແລ້ວ ຢາກໄດ້ເຈົ້າມາເປັນ “Gravity” ຟັງເພງຈາກ ຖິ່ນລຳພອນ

ແບ່ງປັນ

ເພງຂອງ Thinlamphone Mahavong ໄດ້ປ່ອຍອອກມາໃຫ້ໄດ້ຟັງແລ້ວເດີກັບເພງທີ່ມີຊື່ວ່າ “Gravity”.

ຈັງຫວະຂອງສຽງດົນຕີໄດ້ເລີ່ມຂຶ້ນແມ່ນເຮັດໃຫ້ສະກົດຈົນໄດ້ຢຸດຟັງ ແລະ ການກັບມາຄັ້ງນີ້ແມ່ນມີກິ່ນອາຍຄວາມອິນເຕີປະສົມກັບຄວາມເປັນລາວຖືວ່າເຮັດໄດ້ດີ ແລະ ລົງຕົວສຸດໆ.

ເພງນີ້ຍັງໄດ້ນັກຮ້ອງ-ນັກແຕ່ງເພງຢ່າງອ້າຍ ແຊມ ອິນທາຣາພິທັກ ເຈົ້າຂອງເພງດັງ “I’m Sorry, ບໍ່ມີວັນຈະໄດ້ຮັກກັນ ແລະ ເກັບໃຈໄວ້ໃຫ້ເຈົ້າ” ມາຊ່ວຍແຕ່ງ ແລະ ຮຽບຮຽງເມໂລດີ້.

“ຕົກຂຸມຮັກ ໂດຍບໍ່ຮູ້ຕົວ ພຽງສົບຕາກັນບໍ່ເທົ່າໃດ ກໍ່ໄດ້ໃຈຂ້ອຍໄປ”

ເນື້ອຮ້ອງແມ່ນໄດ້ບອກເຖິງຄວາມຫຼົງໄຫຼທີ່ຕ້ອງຢຸດທຸກຢ່າງເພື່ອຫຼົງໄຫຼເຈົ້າ ແລະ ປະກອບກັບໃນເອັມວີແມ່ນໄດ້ເລົ່າເຖິງເຫຼົ່າສາວງາມທີ່ມີຮູບລັກສວຍງາມຈົນແອັດຄິດວ່າໜ້າຈະແມ່ນນາງມັກກະລີຜົນທີ່ຢູ່ໃນປ່າຫິມະພານ.

ແຕ່ລະຊີນຍັງມີຊຸດງາມໆທີ່ຫຼາກຫຼາຍສະແດງໃຫ້ເຫັນເຖິງຄວາມມີມິຕິ, ປະກອບກັບ Performance ຂອງຖິ່ນລຳພອນທີ່ເຮັດໃຫ້ແອັດຕື່ນຕາຕື່ນໃຈຈົນຕ້ອງເບິ່ງຊ້ຳໆ.

ເພງນີ້ໄດ້ສື່ຄວາມໝາຍແບບກົງໄປກົງມາເຮັດໃຫ້ເຂົ້າໃຈໄດ້ທັນທີວ່າໝາຍເຖິງຫຍັງ, ເອົາເປັນວ່າຢາກບອກຮັກໃຜກໍສົ່ງໄປໄດ້ເດີ.

“ຫຼົງຮັກເຈົ້າແລ້ວ Baby ຢາກໄດ້ເຈົ້າມາເປັນ Gravity”

ເພາະເນື້ອເພງໄດ້ບອກວ່າຄົນຜູ້ໜຶ່ງທີ່ປຽບເໝືອນມີອຳນາດ, ມີແຮງດຶງດູດພຽງສົບຕາກໍຕ້ອງຫຼົງໄຫຼເຮັດໃຫ້ຕົກເປັນທາດ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ໜ້າຮັກເກີນໄປແລ້ວ Mor Big-C ແຕ່ງເພງໃຫ້ສາວ ຊວນຟັງເພງ "ຫຼົງຮັກສາວຫຼວງພະບາງ"
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan Listen - ມ່ວນຊວນຟັງ

ລົມຫາຍໃຈ: ບົດເພງທີ່ປ່ຽນຄວາມເຈັບປວດໃຫ້ເປັນພະລັງໃຈ

"ລົມຫາຍໃຈ" ເພງທີ່ສ້າງແຮງບັນດານໃຈຈາກ ທະວີໄຊ ແກ້ວບຸນພັນ ເລົ່າເຖິງຄວາມເຈັບປວດ ແລະ ຄວາມສູນເສຍ ພ້ອມຊຸກດັນໃຫ້ຜ່ານພົ້ນໃນການເລີ່ມຕົ້ນໃໝ່ດ້ວຍພະລັງໃຈຂອງຕົນເອງ.

Muan Listen - ມ່ວນຊວນຟັງ

ຢາຫຼອກ: ຟັງຄວາມໝາຍທີ່ສື່ເຖິງຄວາມເຈັບປວດດ້ວຍຮັກປອມໆ ໂດຍ JENNY BELLA ft. SENJX

ເມື່ອເຮົາກຳລັງຢູ່ໃນຊ່ວງເວລາທີ່ຫົວໃຈບອບບາງ ຄວາມຮັກທີ່ບໍ່ມີຢູ່ຈິງກໍອາດກາຍເປັນສິ່ງທີ່ຄ່ອຍໆປອບໃຈເຮົາໄດ້. ມັນຄືກັບ “ຢາຫຼອກ (Placebo)” ທີ່ເຖິງແມ່ນບໍ່ມີສານອອກລິດແທ້, ແຕ່ຄວາມເຊື່ອທີ່ວ່າມັນຈະຊ່ວຍປິ່ນປົວກໍສາມາດເຮັດໃຫ້ເຮົາຮູ້ສຶກດີຂຶ້ນໄດ້ຊົ່ວຄາວ. ຄວາມສຸກແບບປອມໆນີ້ເຮັດໃຫ້ເຮົາຫຼົງຢູ່ໃນພາບລວງຕາ, ຫຼົງຄິດວ່າຄວາມຮັກນັ້ນເປັນຄວາມຈິງ. ແຕ່ເມື່ອຄວາມຈິງຖືກເປີດເຜີຍ, ຄວາມສຸກນັ້ນກໍຫາຍໄປຢ່າງສິ້ນເຊີງ, ເຫຼືອໄວ້ພຽງຄວາມເຈັບປວດທີ່ຍິ່ງໃຫຍ່ກວ່າເກົ່າ....

Muan Listen - ມ່ວນຊວນຟັງ

FAZ $F: ສິລະປິນລາວ-ສັນຊາດມາເລເຊຍ ປ່ອຍເພງໃໝ່ “SHOW YOU MY LOVE”

ຜົນງານນີ້ບໍ່ພຽງແຕ່ສະແດງເຖິງຄວາມສາມາດໃນການແຕ່ງເພງທີ່ມີຫຼາຍພາສາຂອງລາວເທົ່ານັ້ນ, ແຕ່ຍັງເປັນການເລີ່ມຕົ້ນການເດີນທາງສາຍດົນຕີຄັ້ງໃໝ່ຂອງ FAZ $F ເພື່ອສ້າງສັນຜົນງານທີ່ມີຄຸນນະພາບສູງໃຫ້ກັບແຟນເພງ.

Muan Listen - ມ່ວນຊວນຟັງ

ZiXNA ກັບມາແບບສົດໃສໃນເພງ “ໜ້າຮັກກະແທກໃຈ” ຟັງແລ້ວບໍ່ຕິດຫູກໍຕິດໃຈ

ZiXNA ກັບມາດ້ວຍເພງໃໝ່ “ໜ້າຮັກກະແທກໃຈ” ທີ່ສົດໃສໃນສະໄຕລ໌ Rap, Pop ແລະ R&B ທີ່ຕິດຫູຄົນຟັງໄດ້ຕັ້ງແຕ່ຄັ້ງທໍາອິດ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.