ໜ້າຫຼັກ Gadzila ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ
Gadzila

ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ

ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນແນວຕັ້ງ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ ລວງເອົາເງິນໃນບັນຊີຂອງເຮົາຜ່ານ 3 ກົນອຸບາຍທີ່ຕ້ອງລະວັງ.

ແບ່ງປັນ
Getting your Trinity Audio player ready...

ໃຜທີ່ກຳລັງຕິດຊີຣີສ໌ສັ້ນແນວຕັ້ງ ຫຼື Short Drama ຢູ່ແດ່? ຕອນນີ້ແມ່ນຕ້ອງໃຫ້ລະວັງກັນແດ່ເດີ ເບິ່ງໃຫ້ມ່ວນໄດ້ແຕ່ພວກເຮົາຕ້ອງມີສະຕິ ເພາະຕອນນີ້ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ!

ບໍ່ຄິດວ່າມັນຈະເກີດຂຶ້ນ ເພາະຂໍສະລະພາບແບບກົງໆວ່າ ກັອດຈິ ເອງໄດ້ເບິ່ງຊີຣີສ໌ແນວຕັ້ງໃນໂຊຊຽວມີເດຍແບບບໍ່ຈົບມັນກໍຄາໃຈ ແລະ ຢາກຮູ້ຕອນຕໍ່ໄປ ຈົນໄປດາວໂຫຼດແອັບມາເບິ່ງຕັ້ງວ່າ 2-3 ແອັບ.

ກັອດຈິ ເບິ່ງແບບຟຣີ, ເບິ່ງໂຄສະນາແລກເອົາ Point ເດີ ແລະ ຍັງບໍ່ໄດ້ໃສ່ຂໍ້ມູນໃດໆເລີຍ ດີທີ່ຍັງບໍ່ໄດ້ຫຼົງກົນຈ່າຍເງິນເບິ່ງ, ມັນກໍດີໄປແດ່ທີ່ຍັງບໍ່ໄດ້ເຈິບັນດາມິດຊາຊີບທາງຫຼາຍ ແຕ່ກໍຕ້ອງໃຫ້ລະວັງເລື່ອງຂໍ້ມູນເຮົາໃຫ້ດີໆກັນເດີທຸກຄົນ.

 3 ກົນອຸບາຍທີ່ມິດຊາຊີບມັກໃຊ້

  1. ຕັດຕອນໃຫ້ຄ້າງ ແລ້ວໃຫ້ກົດຈ່າຍ: ຕັດຄລິບມາໃຫ້ເບິ່ງຈົນຮອດຕອນຕື່ນເຕັ້ນ ຫຼື ເຮັດໃຫ້ລຸ້ນ ແລ້ວແປະລິ້ງບອກວ່າ “ເບິ່ງຕອນຈົບໄດ້ທີ່ນີ້” ພໍເຮົາກົດເຂົ້າໄປອາດຈະຖືກດູດຂໍ້ມູນ ຫຼື ຖືກບັງຄັບໃຫ້ໂຫຼດແອັບແປກໆ ທີ່ມີໄວຣັສ.
  2. ເບິ່ງຟຣີ ແຕ່ລັກຕັດເງິນ: ບາງແອັບໃຫ້ລົງທະບຽນເບິ່ງຟຣີ, ແຕ່ຕ້ອງກອກຂໍ້ມູນບັດເຄຣດິດ ຜ່ານໄປບໍ່ດົນ ເງິນໃນບັນຊີຂອງເຮົາອາດຈະ “ຫາຍວັບ” ແບບບໍ່ຮູ້ໂຕ.
  3. ພາລະກິດເບິ່ງຊີຣີສ໌ໄດ້ເງິນ: ຕົວະໃຫ້ເຮົາກົດໄລ້, ກົດແຊຣ໌ ຫຼື ເບິ່ງຊີຣີສ໌ ແລ້ວບອກວ່າຈະໃຫ້ເງິນຄືນສຸດທ້າຍຈະຫຼອກລວງໃຫ້ເຮົາ “ໂອນເງິນເຂົ້າໄປກ່ອນ” ແຕ່ເຮົາກໍບໍ່ໄດ້ເງິນຄືນເລີຍ

ວິທີເບິ່ງຊີຣີສ໌ແນວຕັ້ງແບບປອດໄພ

  1. ໃຫ້ເບິ່ງແອັບດີໆວ່າເຊື່ອຖືໄດ້ບໍ່ ແລະ ດາວໂຫຼດຜ່ານ App ມາດຕະຖານເທົ່ານັ້ນ, ສາມາດໂຫຼດຈາກ Play Store / App Store ໂດຍກົງ.
  2. ຢ່າຫຼົງກົດເຂົ້າໄປທີ່ລິ້ງແປກໆ: ຖ້າເຫັນລິ້ງທີ່ເປັນຕົວໜັງສືຍາວໆ ຫຼື ເວັບໄຊທີ່ບໍ່ຄຸ້ນເຄີຍໃຫ້ “ກົດຂ້າມ” ທັນທີ.
  3. ຂອງຟຣີບໍ່ມີໃນໂລກ: ຖ້າບອກວ່າເບິ່ງແລ້ວໄດ້ເງິນ ຫຼື ໃຫ້ກອກຂໍ້ມູນສ່ວນຕົວ ໃຫ້ສັນນິຖານໄວ້ກ່ອນເລີຍວ່າ “ມິດສາຊີບແນ່ນອນ”.
ອ່ານຕື່ມ:  FACEBOOK ມີອາຍຸຄົບຮອບ 21 ປີແລ້ວ ຈາກໂປຣເຈັກໃນຫໍພັກຮາວາດ ສູ່ຍັກໃຫຍ່ລະດັບໂລກ

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

OpenAI ເປີດໂຕ ChatGPT-5 ຜູ້ຊ່ວຍ AI ສ່ວນຕົວທີ່ສະຫຼາດຍິ່ງກວ່າເກົ່າ

ChatGPT-5 ອັບເດດໃໝ່ຈາກ OpenAI ທີ່ຍົກລະດັບຄວາມສະຫຼາດ ແລະ ຄວາມເຂົ້າໃຈເນື້ອຫາທີ່ຊັບຊ້ອນ ພ້ອມຄວາມສາມາດໃນການຂຽນ Code ແລະ Content ຢ່າງມືອາຊີບ.

NotebookLM: ແອັບ AI ສະຫຼຸບບັນທຶກ ແລະ ສ້າງ Podcast ສຽງເວົ້າຄືມະນຸດ

ພົບກັບຈຸດເດັ່ນທີ່ບໍ່ຄວນພາດ NotebookLM ແອັບ AI ຈາກ Google ຊ່ວຍສະຫຼຸບບັນທຶກ ແລະ ສ້າງເັປັນ Podcast ໃຫ້ສຽງເວົ້າຄືມະນຸດ ການໃຊ້ງານເໝາະກັບນັກຮຽນ,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.