ໜ້າຫຼັກ The Crown Exclusive Crown Talk ພາຮູ້ຈັກ ຫວາດ ສີສະຫວາດ ບົວລະວົງ ໜຸ່ມຫຼໍ່ມາດເຂັ້ມ ເຈົ້າຂອງຕຳແໜ່ງ Mister World Laos 2026
Crown TalkThe Crown ExclusiveThe InterviewUncategorized

ພາຮູ້ຈັກ ຫວາດ ສີສະຫວາດ ບົວລະວົງ ໜຸ່ມຫຼໍ່ມາດເຂັ້ມ ເຈົ້າຂອງຕຳແໜ່ງ Mister World Laos 2026

ແບ່ງປັນ

ເບື້ອງຫຼັງໃບໜ້າທີ່ຄົມເຂັ້ມ ແລະ ບຸກຄະລິກທີ່ສະຫງ່າງາມນັ້ນ ມີເລື່ອງລາວ ແລະ ມຸມໜ້າຮັກທີ່ຫຼາຍຄົນອາດຍັງບໍ່ເຄີຍຮູ້ ກັບ ຫວາດ – ສີສະຫວາດ ບົວລະວົງ ໜຸ່ມນັກທຸລະກິດໄວ 29 ປີ ຕົວແທນປະເທດລາວສູ່ການປະກວດເວທີລະດັບໂລກ Mister World 2026.

ມື້ນີ້ ມ່ວນ ຈະພາທຸກຄົນໄປຮູ້ຈັກກັບຜູ້ຊາຍທີ່ຊື່ ຫວາດ ໃຫ້ເລິກເຊິ່ງກວ່າເກົ່າ ທັງການໃຊ້ຊີວິດ ແນວຄິດ ແລະ ອີກຫຼາຍໆທີ່ຄົນທີ່ຫຼາຍຄົນຍັງບໍ່ເຄີຍຮູ້ຈັກມາກ່ອນ.


ຊີວິດນັກທຸລະກິດຜູ້ມຸ່ງໝັ້ນພັດທະນາແບຣນລາວ

ກ່ອນທີ່ຈະກ້າວເຂົ້າມາສູ່ເສັ້ນທາງການປະກວດ ຫວາດ ກໍເປັນພຽງຊາຍໜຸ່ມທຳມະດາຄົນໜຶ່ງທີ່ໃຊ້ເວລາໃຫ້ກັບການສ້າງເນື້ອສ້າງຕົວ. ຫວາດບອກກັບມ່ວນວ່າ ຊີວິດຊ່ວງນັ້ນວ່າເປັນຊີວິດທີ່ “ງ່າຍໆທຳມະດາ” ແຕ່ກໍເຕັມໄປດ້ວຍເປົ້າໝາຍ.

ຊີວິດກ່ອນໜ້ານີ້ ກໍເປັນຄືກັບໄວໜຸ່ມທົ່ວໄປເລີຍ ທີ່ທຸ້ມເທໃຫ້ກັບການພັດທະນາຕົນເອງ ແລະ ການເຮັດທຸລະກິດ ໂດຍສະເພາະການພັດທະນາສິນຄ້າແບຣນລາວ ເພື່ອໃຫ້ຄົນລາວເຮົາໄດ້ໃຊ້ສິນຄ້າພາຍໃນ.

ນອກຈາກເປັນນັກທຸລະກິດແລ້ວ ຫວາດຍັງມີມຸມຂອງການເປັນຜູ້ໃຫ້ ໂດຍການສ້າງໂຄງການນ້ອຍໆເພື່ອຊ່ວຍເຫຼືອນ້ອງໆໃນເຂດຫ່າງໄກສອກຫຼີກ ເຊິ່ງເປັນສິ່ງທີ່ລາວເຮັດຄຽງຄູ່ກັນມາສະເໝີ.

ອາດຈະເບິ່ງເປັນ “ຄົນງຽບໆ” ແຕ່ຄວາມຈິງແມ່ນ “ມັກມ່ວນ”

ຖ້າໃຜຫຼາຍຄົນທີ່ເຫັນພາບລັກພາຍນອກ ບໍ່ວ່າຈະຕາມສັງຄົມ ຫຼື ໂລກອອນໄລນ໌ ກໍອາດຈະຄິດວ່າ ຫວາດ ເປັນຄົນເຂົ້າເຖິງຍາກ ຫຼື ເປັນຄົນມິດໆ ເພາະ ການວາງຕົວທີ່ເບິ່ງສະຫງ່າ ສຸຂຸມ ເທ່ ມີສະເໜ່, ແຕ່ເຈົ້າຕົວຢືນຢັນກັບມ່ວນເລີຍວ່າ ຖ້າໄດ້ຮູ້ຈັກແລ້ວຈະຮູ້ວ່າ ຜິດຄາດ!

ເຮົາເປັນຄົນສະບາຍໆ, ເຂົ້າກັບຄົນງ່າຍ ແລະ ມັກຮັບຟັງຄວາມຄິດເຫັນຂອງຄົນອ້ອມຂ້າງ ເພາະຖ້າໄດ້ຮູ້ຈັກກັນແທ້ໆແລ້ວ ຈະຮູ້ເລີຍວ່າເປັນຄົນມັກມ່ວນ ແລະ ຈິງໃຈກັບທຸກຄົນ.

ແລະ ອີກມຸມໜຶ່ງທີ່ຫວາດຢາກເລົ່າສູ່ຟັງຄື ເວລາວ່າງຂອງຕົວເອງນັ້ນແມ່ນມັກຈະ “ອອກກຳລັງກາຍ” ແຕ່ໃນຂະນະດຽວກັນກໍມັກ “ຮຽນເຮັດອາຫານໃໝ່ໆ” ໄປນຳ.

ອ່ານຕື່ມ:  ຈາກຜູ້ຟັງສູ່ຜູ້ຫຼິ້ນ ລົມນຳ Kino ມືເບສຜູ້ທີ່ເຊື່ອວ່າດົນຕີຄືເສັ້ນທາງທີ່ຊີວິດເລືອກ

“ເບິ່ງແລ້ວຄືມັນຈະສວນທາງກັນເນາະລະຫວ່າງ ອອກກຳລັງແລ້ວ ລະມາຫາແນວກິນ ແຕ່ເຫດຜົນທີ່ມັກກິດຈະກຳເຫຼົ່ານີ້ ເພາະມັນຊ່ວຍໃຫ້ຮູ້ສຶກຜ່ອນຄາຍ, ໄດ້ຢູ່ກັບໂຕເອງ ແລະ ເຮັດໃຫ້ເຮົາມີສະມາທິຫຼາຍຂຶ້ນ.”


ພາຍນອກຄືໜຸ່ມເຂັ້ມ ແຕ່ພາຍໃນຄືທາດແມວ

ໃຜຈະໄປຄິດວ່າຜູ້ຊາຍມາດແມນຄົນນີ້ ຈະພ່າຍແພ້ໃຫ້ກັບຄວາມຂີ້ອ້ອນຂອງເຈົ້າແມວນ້ອຍ, ຕອນທີ່ມ່ວນຮູ້ເລື່ອງນີ້ກໍຂ້ອນຂ້າງຕົກໃຈ ແລະ ເອັນດູແຮງ ເຊິ່ງຫວາດກໍໄດ້ເລົ່າໃຫ້ຟັງ ຈາກຈຸດເລີ່ມຕົ້ນເມື່ອ 2 ປີ ກໍໄດ້ລ້ຽງແມວໜຶ່ງໂຕ ເພາະເຫັນວ່າໜ້າຮັກ ແຕ່ປະຈຸບັນນີ້ບ້ານຂອງຫວາດນັ້ນກາຍເປັນອານາຈັກແມວໄປແລ້ວ ເຊິ່ງເຮັດໃຫ້ເຫັນເລີຍວ່າເປັນຄົນທີ່ຮັກແມວສຸດໆຄົນໜຶ່ງໄປເລີຍ

ໃຊ້ເວລາແຕ່ 2 ປີ ຈາກທີ່ຄິດວ່າຈະລ້ຽງນ້ອງແຕ່ໂຕດຽວ ກໍພັດວ່າ ງານງອກຈົນວ່າຕອນນີ້ຢູ່ບ້ານມີນ້ອງໆໄປແລ້ວ 5 ໂຕ ເຖິງຈະເບິ່ງຄືຫຼາຍແຕ່ສຳຫຼັບຫວາດ ນ້ອງໆຄືຄວາມສຸກນ້ອຍໆ ທີ່ເຮັດໃຫ້ເຮົາຍິ້ມໄດ້ທຸກຄັ້ງທີ່ກັບຮອດບ້ານ.


ບົດບາດໃໝ່ກັບຄຳວ່າ “Mister World Laos”

ເມື່ອຖາມເຖິງຄວາມຮູ້ສຶກທຳອິດທີ່ຮູ້ວ່າໄດ້ຮັບການແຕ່ງຕັ້ງ ຫວາດຍອມຮັບວ່າທັງຕົກໃຈ ແລະ ດີໃຈ ແຕ່ສິ່ງທີ່ຕາມມາຄື “ຄວາມຮັບຜິດຊອບ”.

ຫວາດຮູ້ສຶກເຖິງກຽດອັນຍິ່ງໃຫຍ່ ພ້ອມຄວາມຮັບຜິດຊອບທີ່ຕາມມາ ແລະ ກໍຕ້ອງຂອບໃຈທີ່ທາງຜູ້ໃຫຍ່ເຫັນເຖິງສັກກະຍະພາບໃນໂຕເຮົາ ແລະ ມອບໂອກາດຄັ້ງນີ້ໃຫ້.

ແນ່ນອນວ່າການເປັນຕົວແທນປະເທດ ຍ່ອມມາພ້ອມກັບກະແສວິພາກວິຈານ. ສຳລັບຫວາດແລ້ວ ເລືອກທີ່ຈະເບິ່ງມັນໃນແງ່ບວກ:

“ສຳລັບຄຳຍ້ອງຍໍ ກໍ່ຂໍຂອບໃຈຈາກໃຈ, ສ່ວນຄຳຕິຊົມ ຫຼື ຂໍ້ສົງໄສຕ່າງໆ ກໍ່ນ້ອມຮັບຟັງ ປັບປຸງ ແລະ ເຮັດໜ້າທີ່ນີ້ໃຫ້ດີທີ່ສຸດ ເພື່ອຊື່ສຽງຂອງປະເທດລາວເຮົາ.”

ຫວາດຍັງເລົ່າໃຫ້ມ່ວນຟັງອີກວ່າ ຊີວິດຫຼັງໄດ້ຮັບຕຳແໜ່ງຂອງລາວປ່ຽນໄປພໍສົມຄວນ ຈາກທີ່ເຄີຍເຮັດຫຍັງຕາມໃຈ ກໍຕ້ອງຫັນມາໃສ່ໃຈການເບິ່ງແຍງໂຕເອງ, ຈັດການເວລາ ແລະ ມີລະບຽບວິໄນຫຼາຍຂຶ້ນ ເຊິ່ງລາວເບິ່ງວ່າມັນເປັນການເຕີບໃຫຍ່ໄປອີກຂັ້ນ.


ສົ່ງຕໍ່ແຮງບັນດານໃຈ: “ຄວາມຢ້ານຄືກຳແພງທີ່ເຮົາສ້າງຂຶ້ນມາເອງ”

ຫວາດບອກກັບມ່ວນວ່າ ເປົ້າໝາຍສູງສຸດຂອງຫວາດ ບໍ່ແມ່ນພຽງແຕ່ຊື່ສຽງ ແຕ່ຄືການເປັນ “ແຮງບັນດານໃຈ”. ບໍ່ວ່າຈະໃນບົດບາດຂອງ Mister World, ນັກທຸລະກິດ ຫຼື ຄົນທຳມະດາ ລາວກໍຢາກໃຊ້ຊີວິດໃຫ້ມີຄຸນຄ່າ ແລະ ເປັນປະໂຫຍດຕໍ່ສັງຄົມ.

ອ່ານຕື່ມ:  5 ຄວາມສຳັພນແປກໆ ໃຜທີ່ຢາກມີຮັກແທ້ຄວນຫຼີກລ້ຽງ

ສຳລັບໃຜທີ່ກຳລັງລັງເລທີ່ຈະເຮັດຕາມຄວາມຝັນ ຫວາດເອງກໍເຄີຍມີຊ່ວງເວລານັ້ນ ແຕ່ຫວາດມັກຈະບອກຕົວເອງວ່າ

ຄວາມຢ້ານຄືກຳແພງທີ່ເຮົາສ້າງຂຶ້ນມາເອງ… ວິທີດຽວທີ່ຈະທຳລາຍມັນໄດ້ຄືການລົງມືເຮັດ.

ຂ້ອຍເອງກໍເຄີຍເປັນຄົນທີ່ຢ້ານ ແລະ ລັງເລ, ແຕ່ມື້ນີ້ ຂ້ອຍກ້າທີ່ຈະກ້າວອອກມາ ຈຶ່ງຢາກພິສູດໃຫ້ເຫັນວ່າ ຖ້າເຮົາເຊື່ອໝັ້ນໃນໂຕເອງ ບໍ່ມີຫຍັງທີ່ເປັນໄປບໍ່ໄດ້.”

ແລະ ຖ້າມີເດັກນ້ອຍຄົນໜຶ່ງຍ່າງມາບອກວ່າ “ຢາກເປັນຄືເຈົ້າ”, ຫວາດຕອບຢ່າງບໍ່ລັງເລເລີຍວ່າ

“ອ້າຍຈະບອກວ່າ ‘ນ້ອງສາມາດເປັນໄດ້ດີກວ່າອ້າຍອີກ’. ຂໍໃຫ້ຮັກສາຄວາມຝັນນັ້ນໄວ້… ມື້ໜຶ່ງນ້ອງຈະເປັນຜູ້ໃຫຍ່ທີ່ເກັ່ງ ແລະ ເປັນຄວາມພາກພູມໃຈຂອງຄອບຄົວແນ່ນອນ.”


ສຸດທ້າຍນີ້ ຫວາດ – ສີສະຫວາດ ຂໍຝາກເນື້ອຝາກໂຕກັບພໍ່ແມ່ພີ່ນ້ອງຊາວລາວທຸກຄົນ ຊ່ວຍເປັນກຳລັງໃຈໃຫ້ໃນການປະກວດ Mister World ຄັ້ງນີ້ດ້ວຍ ໂດຍສັນຍາວ່າຈະເຮັດໜ້າທີ່ຕົວແທນຂອງປະເທດລາວໃຫ້ດີທີ່ສຸດ.

ຊ່ອງທາງການຕິດຕາມ ແລະ ໃຫ້ກຳລັງໃຈ:

ຂຽນໂດຍ
Tonmai Phoutthasack -

ຄອນເທັນຄຣີເອເຕີ ສາຍອິນດີ້ ຜູ້ມັກໃນເລື່ອງເລົ່າທີ່ຫຼາຍຄົນເບິ່ງຂ້າມ

ບົດຄວາມທີ່ກ່ຽວຂ້ອງ

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

ເປ່ເລ້ ວັນປະເສີດ ຈາກຄົນທຳມະດາສູ່ Trainer ອອກກຳລັງກາຍທີ່ເປັນແຮງບັນດານໃຈໃນການປັ້ນຫຸ່ນໃຫ້ຄົນທຸກໄວ

ດ້ວຍຄວາມຮັກໃນການອອກກຳລັງກາຍ ສູ່ການສ້າງ Pele Fitness Club ເພື່ອສົ່ງຕໍ່ແຮງບັນດານໃຈໃຫ້ທຸກຄົນຫັນມາຮັກສາສຸຂະພາບ.

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຊັນເດ້ ທິນນະກອນ ເດັກຂີ້ອາຍໃນມື້ນ້ັນ ສູ່ Mister Teen Laos 2025 ໃນມື້ນີ້

ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະເຮົາຈະບໍ່ຮູ້ເລີຍວ່າເຮົາເກັ່ງສ່ຳໃດ ຖ້າບໍ່ລອງເຮັດເບິ່ງກ່ອນ ນີ້ຄືຄຳເວົ້າຂອງ ຊັນເດ້ ທິນນະກອນ ຄຳວົງສາ, ໜຸ່ມນ້ອຍອາຍຸ 18 ປີ, ເຈົ້າຂອງມົງກຸດ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.