ໜ້າຫຼັກ Gadzila ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ
Gadzila

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

ແບ່ງປັນ
Getting your Trinity Audio player ready...

ປັດຈຸບັນນີ້, ມີເຫດການຫຼາຍຢ່າງເກີດຂຶ້ນໃນສັງຄົມ ແລະ ກໍຈະມີບາງກໍລະນີທີ່ເຮັດໃຫ້ເງິນໃນບັນຊີຂອງພວກເຮົາມີຄວາມສ່ຽງຫຼາຍ ຄົງຈະໜີບໍ່ພົ້ນບັນດາ ພວກມິດສາຊີບ ທີ່ມັກມີກົນໂກງນຳມາຕົວະ ຫຼື ຫຼອກຫຼວງ ພວກເຮົາຫຼາກຫຼາຍຮູບແບບ.

ສູດກົນໂກງອີກຮູບແບບໜຶ່ງຂອງພວກມິດສາຊີບທີ່ມັກໃຊ້ຄືຄວາມໄວ້ໃຈທີ່ເຮົາມີປອມເປັນຄົນທີ່ເຮົາຮູ້ຈັກເຊັ່ນ: ໝູ່, ຄອບຄົວ, ຫຼື ພີ່ນ້ອງ ຜ່ານ Facebook, WhatsApp ແລະ ຊ່ອງທາງອອນລາຍອື່ນໆ ເພື່ອຕົວະໃຫ້ໂອນເງິນ ຫຼື ກົດລິ້ງທີ່ອັນຕະລາຍ.

ພວກມິດສາຊີບສາມາດເວົ້າລົມກັບເຮົາໄດ້ຢ່າງແນບນຽນ ຈົນບາງຄັ້ງເຮັດໃຫ້ເຮົາເຊື່ອວ່າແມ່ນຄົນທີ່ເຮົາຮູ້ຈັກແທ້ໆ ແລະ ເປັນຕົວຈິງ. ພວກເຮົາຈະເຮັດແນວໃດເພື່ອຫຼີກລ້ຽງ ແລະ ລະວັງພວກມິດສາຊີບທີ່ອາດຈະເຂົ້າມາຄຸກຄາມເຮົາໃນອະນາຄົດ. ມື້ນີ້ ເລີຍຊວນທຸກຄົນມາປ້ອງກັນຕົວເອງຈາກການຕົກເປັນເຫຍື່ອ.

ສິ່ງທີ່ຄວນລະວັງ

  1. ຢ່າຟ້າວໂອນເງິນ: ບໍ່ວ່າຈະອ້າງວ່າດ່ວນສຸກເສີນສໍ່າໃດ ກໍຢ່າຟ້າວໂອນເງິນໃຫ້ທັນທີ.
  2. ຢ່າເຊື່ອຮູບໂປຣໄຟລ໌: ຢ່າຫຼົງເຊື່ອພຽງແຕ່ຍ້ອນຮູບໂປຣໄຟລ໌ ຫຼື ຊື່ຄືກັນກັບຄົນທີ່ເຮົາຮູ້ຈັກ.
  3. ສັງເກດຄວາມຜິດປົກກະຕິ: ຖ້າເຂົາບອກວ່າໂທລະສັບເພ, ໃຊ້ເບີໃໝ່ ຫຼື Facebook ໃໝ່ ໃຫ້ສົງໄສໄວ້ກ່ອນວ່າອາດຈະແມ່ນມິດສາຊີບ.

ວິທີປ້ອງກັນ

  1. ໂທຢືນຢັນ: ໃຊ້ Video Call ໂທຫາຄົນນັ້ນໂດຍກົງເພື່ອຢືນຢັນຕົວຕົນ.
  2. ກວດສອບຂໍ້ມູນ: ກວດເບິ່ງເລກບັນຊີ ແລະ ຊື່ບັນຊີໃຫ້ລະອຽດກ່ອນໂອນເງິນທຸກຄັ້ງ.
  3. ສັງເກດພາສາທີ່ໃຊ້: ຖ້າສັງເກດເຫັນວ່າການພິມ ຫຼື ພາສາທີ່ໃຊ້ແປກໄປຈາກປົກກະຕິ ໃຫ້ຢຸດການສົນທະນາກ່ອນ.
  4. ໃຊ້ລະຫັດລັບ: ລອງຖາມຄຳຖາມສ່ວນຕົວ ຫຼື ໃຊ້ລະຫັດລັບທີ່ຮູ້ກັນສະເພາະສອງຄົນ ເພື່ອຢືນຢັນ.
  5. ແຈ້ງເຕືອນ: ຖ້າຮູ້ວ່າຖືກປອມແປງບັນຊີ, ໃຫ້ກົດລາຍງານ ແລະ ໂພສແຈ້ງເຕືອນໝູ່ເພື່ອນເພື່ອປ້ອງກັນບໍ່ໃຫ້ຄົນອື່ນຕົກເປັນເຫຍື່ອ.

ທຸກຄົນຄວນມີສະຕິ, ກວດສອບໃຫ້ແນ່ໃຈກ່ອນຕັດສິນໃຈໂອນເງິນ ຫຼື ເຮັດຫຍັງກໍຕາມ ເພື່ອຄວາມປອດໄພຂອງຕົວເຮົາເອງ ແລະ ຢ່າລືມແບ່ງປັນໃຫ້ຄອບຄົວຜູ້ໃຫຍ່ໃນບ້ານໃຫ້ລະມັດລະວັງ ເພື່ອຫຼຸດຄວາມສ່ຽງຈາກການຖືກຕົວະເອົາເງິນ.

ອ່ານຕື່ມ:  Repurpose.io ຮ່ວມມືກັບ YouTube ສາມາດຣີໂພສວິດີໂອສັ້ນຈາກ TikTok & IG Reels ໄປ YouTube Short ໄດ້ອັດຕະໂນມັດ

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ

ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນແນວຕັ້ງ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ ລວງເອົາເງິນໃນບັນຊີຂອງເຮົາຜ່ານ 3 ກົນອຸບາຍທີ່ຕ້ອງລະວັງ.

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

OpenAI ເປີດໂຕ ChatGPT-5 ຜູ້ຊ່ວຍ AI ສ່ວນຕົວທີ່ສະຫຼາດຍິ່ງກວ່າເກົ່າ

ChatGPT-5 ອັບເດດໃໝ່ຈາກ OpenAI ທີ່ຍົກລະດັບຄວາມສະຫຼາດ ແລະ ຄວາມເຂົ້າໃຈເນື້ອຫາທີ່ຊັບຊ້ອນ ພ້ອມຄວາມສາມາດໃນການຂຽນ Code ແລະ Content ຢ່າງມືອາຊີບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.