ປາກເຊ (ຈະ) ປ່ຽນຊື່? ພາອນເບິ່ງ “ສະບາຍດີ 2” ໜັງຮັກໃນຕຳນານ ທີ່ເຮັດໃຫ້ເຮົາຕົກຫຼຸມຮັກເມືອງນີ້ແບບຖອນຕົວບໍ່ຂຶ້ນ

ກຳລັງເປັນກະແສຮ້ອນແຮງ ແລະ ເປັນທີ່ຖົກຖຽງກັນໃນໂລກ Social ສຳລັບປະເດັນການປ່ຽນຊື່ “ນະຄອນປາກເຊ” ເມືອງເອກແຫ່ງແຂວງຈຳປາສັກ ມາເປັນ “ນະຄອນ ຄຳໄຕ ສີພັນດອນ” ເຊິ່ງເປັນຊື່ຂອງອະດີດປະທານປະເທດແຫ່ງ ສປປ ລາວ.
ໃນຂະນະທີ່ຫຼາຍຄົນກຳລັງແບ່ງປັນຄວາມຄິດເຫັນກ່ຽວກັບເລື່ອງນີ້, Muan Watch ຢາກພາທຸກຄົນຢຸດຈາກຄວາມວຸ່ນວາຍ ແລ້ວຍ້ອນເວລາກັບໄປເບິ່ງ “ປາກເຊ” ໃນມຸມມອງຂອງ Pop Culture ທີ່ເຄີຍສ້າງປາກົດການ “ປາກເຊ Fever” ມາແລ້ວໃນປີ 2010. ນັ້ນກໍຄືຮູບເງົາເລື່ອງ… “ສະບາຍດີ 2: ບໍ່ມີຄຳຕອບຈາກປາກເຊ”
ຈາກ “ຫຼວງພະບາງ” ສູ່ “ປາກເຊ” ພາກຕໍ່ທີ່ຍັງຄົງຄວາມລະມຸນ
ຮູບເງົາເລື່ອງນີ້ອອກສາຍຄັ້ງທຳອິດໃນວັນທີ 2 ກັນຍາ 2010 ເຊິ່ງເປັນຜົນງານການກຳກັບຂອງ ສັກຊາຍ ດີນານ ຜູ້ກຳກັບສັນຊາດໄທ ທີ່ເຄີຍພາເຮົາໄປຟິນກັບ ສະບາຍດີ ຫຼວງພະບາງ ມາແລ້ວ.
ໃນພາກນີ້, ເພິ່ນໄດ້ສານຕໍ່ຄວາມສຳເລັດດ້ວຍການພາເຮົາລົງໃຕ້ ໂດຍໄດ້ນັກສະແດງໜຸ່ມສຸດເຊີ ນັ້ນກໍຄື Ray Macdonald ມາປະກົບຄູ່ກັບນາງເອກຕະຫຼອດການຂອງເຮົາ ຄຳລີ່ ພິລາວົງ. ໃນຕອນນັ້ນ ບອກເລີຍວ່າເຄມີຂອງທັງສອງຄືທີ່ສຸດ.

Storyline: ເລື່ອງລາວຂອງ “ປໍ” (Ray Macdonald) ຜູ້ກຳກັບໜຸ່ມທີ່ກຳລັງລົ້ມເຫຼວທັງເລື່ອງວຽກ ແລະ ຄວາມຮັກ. ລາວຈຳໃຈເດີນທາງມາຮັບຈ້າງຖ່າຍຮູບງານດອງຢູ່ເມືອງປາກເຊ ແລະ ທີ່ນັ້ນເອງທີ່ເຮັດໃຫ້ລາວໄດ້ເຈິກັບ ສອນໄພວັນ (ຄຳລີ່ ພິລາວົງ) ໝູ່ເຈົ້າສາວສຸດໜ້າຮັກ ທີ່ກາຍມາເປັນແຮງບັນດານໃຈໃຫ້ລາວຂຽນບົດໜັງເລື່ອງໃໝ່… ເລື່ອງລາວຄວາມຮັກທີ່ “ບໍ່ມີຄຳຕອບ” ຈຶ່ງເລີ່ມຕົ້ນຂຶ້ນ.
ສິ່ງທີ່ເຮັດໃຫ້ ສະບາຍດີ 2 ກາຍເປັນໜັງໃນດວງໃຈຂອງໃຜຫຼາຍຄົນ ບໍ່ແມ່ນແຕ່ເລື່ອງຄວາມຮັກຫວານໆ, ແຕ່ມັນຍັງສະທ້ອນພາບຂອງຊີວິດຈິງທີ່ເຮົາສາມາດພົບໄດ້ທົ່ວໄປ.
ເລື່ອງລາວຂອງໜັງເລື່ອງນີ້ມັນມີຄວາມ Indy ເລັກນ້ອຍ ແຕ່ກໍຍັງເບິ່ງງ່າຍ. ມັນເວົ້າເຖິງຄົນທີ່ ບໍ່ປະສົບຄວາມສຳເລັດ ແລ້ວອອກໄປຊອກຫາແຮງບັນດານໃຈໃໝ່ໆ ໃນເມືອງທີ່ງຽບສະຫງົບ.
ພ້ອມນີ້ ໜັງເລື່ອງນີ້ເຮັດໃຫ້ການພາຍເປ້ທ່ຽວລາວໃຕ້ກາຍເປັນ Trend ທີ່ນິຍົມທີ່ສຸດໃນສະໄໝນັ້ນ. ໃຜໆກໍຢາກໄປຢືນຢູ່ສວນກາເຟ ຫຼື ຍ່າງຊົມວັດພູຈຳປາສັກຕາມຮອຍ “ປໍ” ແລະ “ສອນ”.
ນອກຈາກນັ້ນ, ພາສາ ແລະ ການນຳສະເໜີໃນໜັງມີຄວາມຈິງໃຈ ຄືໝູ່ເລົ່າໃຫ້ໝູ່ຟັງ ເຮັດໃຫ້ເຮົາຮູ້ສຶກວ່າ “ປາກເຊ” ບໍ່ແມ່ນເມືອງທີ່ໄກຕົວເລີຍ.
ປາກເຊ… ໃນຄວາມຊົງຈຳ ທີ່ບໍ່ວ່າຊື່ໃດກໍປ່ຽນບໍ່ໄດ້
ບໍ່ວ່າໃນອະນາຄົດ “ນະຄອນປາກເຊ” ຈະຖືກເອີ້ນດ້ວຍຊື່ໃດກໍຕາມ, ແຕ່ສິ່ງໜຶ່ງທີ່ຊັດເຈນຄື DNA ຂອງປາກເຊ ທີ່ຖືກບັນທຶກໄວ້ໃນຮູບເງົາເລື່ອງນີ້ ຈະຍັງຄົງເປັນພາບຈຳທີ່ງົດງາມສະເໝີ.
ມັນຄືເມືອງທີ່ມີສະເໜ່, ມີກິ່ນຫອມຂອງກາເຟ, ມີສຽງນ້ຳຕົກຕາດ, ມີສຳນຽງສຽງເວົ້າຂອງຜູ້ຄົນທີ່ມີສະເໜ່ ແລະ ມີເລື່ອງລາວຄວາມຮັກທີ່ “ບໍ່ມີຄຳຕອບ” ແຕ່ເຕັມໄປດ້ວຍຄວາມໝາຍໃນແບບຂອງມັນເອງ.
ບາງເທື່ອ… ສິ່ງທີ່ສຳຄັນອາດບໍ່ແມ່ນຊື່ທີ່ເຮົາເອີ້ນ, ແຕ່ແມ່ນຄວາມຮູ້ສຶກທີ່ເຮົາມີຕໍ່ສະຖານທີ່ນັ້ນໆ.
ບາງເທື່ອ… ການບໍ່ມີຄຳຕອບ ກໍຄືຄຳຕອບທີ່ດີທີ່ສຸດແລ້ວ.
ບໍ່ມີຄຳຕອບຈາກ …