Roblox ເຈົ້າຂອງແພລັດຟອມສ້າງ ແລະ ຫຼິ້ນເກມອອນລາຍແບບ 3D ຍັກໃຫຍ່, ໄດ້ທຸບສະຖິຕິໂລກດ້ວຍຍອດຜູ້ເຂົ້າໃຊ້ງານປະຈຳວັນ (DAUs) ທີ່ຄົນເຂົ້າໄປຫຼິ້ນສູງເຖິງ 100 ລ້ານຄົນ. ຄວາມສຳເລັດອັນຍິ່ງໃຫຍ່ນີ້ ແມ່ນມາຈາກຄວາມນິຍົມຂອງເກມສຸດໄວຣັສ (Viral) ທີ່ມີຊື່ວ່າ “Grow a Garden” ນັ້ນເອງ.
ເກມ Grow a Garden
Grow a Garden ເປັນເກມທີ່ເປີດຕົວໃນວັນທີ 25 ມີນາ 2025. ເກມນີ້ເລີ່ມຕົ້ນດ້ວຍການໃຫ້ຜູ້ຫຼິ້ນມີດິນຕອນໜຶ່ງເພື່ອປູກຜັກ, ໝາກໄມ້ ແລະ ພືດຜັກຕ່າງໆ. ເມື່ອເກັບກ່ຽວແລ້ວ, ຜູ້ຫຼິ້ນສາມາດນຳຜົນຜະລິດໄປຂາຍເພື່ອແລກເອົາເງິນສະກຸນ Sheckles ໃນເກມ ເຊິ່ງສາມາດນຳໄປຊື້ແນວພັນ, ອຸປະກອນ, ໄຂ່ຂອງສັດລ້ຽງ ຫຼື ໄອເທັມຕົກແຕ່ງຕ່າງໆ ເພື່ອສ້າງສວນໃນຝັນຂອງຕົນເອງ.
ເກມດັ່ງກ່າວຖືກສ້າງຂຶ້ນໃນເວລາພຽງ 3 ມື້ໂດຍ Daniel (Nan), ນັກພັດທະນາເກມທີ່ມີອາຍຸພຽງແຕ່ 16 ປີ. ຄວາມສຳເລັດຂອງເກມນີ້ແມ່ນມາຈາກການທີ່ອອກແບບໃຫ້ຫຼິ້ນແບບງ່າຍໆກັບຫຼັກການທີ່ວ່າ: ປູກ, ຂາຍ ແລະຂະຫຍາຍສວນ ເຊິ່ງມັນໄດ້ສ້າງຄວາມຮູ້ສຶກໃຫ້ເຫັນເຖິງຄວາມສຳເລັດໃຫ້ກັບຜູ້ຫຼິ້ນ.
ຍິ່ງໄປກວ່ານັ້ນຍັງມີການອັບເດດທີ່ສ້າງສັນຢ່າງຕໍ່ເນື່ອງເຊັ່ນ: ງານປາຕີ້ເຕັ້ນເພື່ອທຳລາຍສະຖິຕິໂລກ ແລະ ລະບົບສະພາບອາກາດທີ່ປ່ຽນແປງເຮັດໃຫ້ຜົນຜະລິດມີມູນຄ່າສູງ ໂດຍລວມທັງໝົດນີ້ເຮັດໃຫ້ຍອດຜູ້ຫຼິ້ນເພີ່ມຂຶ້ນຢ່າງວ່ອງໄວຈົນເກີນ 10 ລ້ານຄົນ ແລະ ກາຍເປັນກໍລະນີສຶກສາທີ່ສະແດງໃຫ້ເຫັນເຖິງພະລັງຂອງເກມອິນດີ້ໃນເວທີລະດັບໂລກ.
ເປັນຫຍັງ Grow a Garden ຈຶ່ງດຶງດູດໃຈຜູ້ຫຼິ້ນ?
- ຫຼິ້ນງ່າຍ ແລະ ຕິດໄວ: ຮູບແບບການຫຼິ້ນທີ່ບໍ່ຊັບຊ້ອນ ເຮັດໃຫ້ຜູ້ຫຼິ້ນທຸກເພດທຸກໄວສາມາດເຂົ້າເຖິງ ແລະ ເພີດເພີນໄປກັບການສ້າງສວນໃນຝັນຂອງຕົນເອງໄດ້.
- ມີອັບເດດຢ່າງຕໍ່ເນື່ອງ: ກິດຈະກຳ ແລະ ຟີເຈີໃໝ່ໆທີ່ເພີ່ມເຂົ້າມາເລື້ອຍໆ, ເຮັດໃຫ້ຜູ້ຫຼິ້ນຮູ້ສຶກວ່າມີສິ່ງໃໝ່ໃຫ້ຄົ້ນຫາຢູ່ສະເໝີ.
- ຊຸມຊົນທີ່ສ້າງສັນ: ຜູ້ຫຼິ້ນສາມາດແບ່ງປັນການອອກແບບສວນທີ່ເປັນເອກະລັກຂອງຕົນເອງ ເຊິ່ງກາຍເປັນແຮງບັນດານໃຈໃຫ້ກັບຜູ້ອື່ນ ແລະ ສ້າງຊຸມຊົນທີ່ເຂັ້ມແຂງ.
ເກມນີ້ເປີດໂອກາດໃຫ້ຜູ້ຫຼິ້ນໄດ້ສ້າງສວນໃນຝັນຂອງຕົນເອງ ແລະ ເປັນພື້ນທີ່ໃຫ້ກັບຊຸມຊົນຄົນຮັກການສ້າງສັນ ທຸກຄົນລອງໄປຫຼິ້ນເກມ Grow a Garden ໄດ້ແລ້ວ, ຮັບຮອງມ່ວນແນ່ນອນ.