ໝາໂຕທຳອິດຂອງເຈົ້າຊື່ຫຍັງ? ໄປສຳຜັດຄວາມຊົງຈຳ ແລະ ການເຕີບໃຫຍ່ຂອງໝາຈອນໃນ ໂກຮັງ..ຫົວໃຈໂກໂຮມ

ແບ່ງປັນ

ໝາໂຕທຳອິດຂອງເຈົ້າຊື່ຫຍັງ? ໄປສຳຜັດຄວາມຊົງຈຳ ແລະ ການເຕີບໃຫຍ່ຂອງໝາຈອນໃນ ໂກຮັງ..ຫົວໃຈໂກໂຮມ

05 April 2026 7

ຖ້າໃຫ້ເວົ້າແບບເປີດໃຈ, ໃນຖານະຄົນຕິດຕາມຜົນງານຂອງ GDH ມາຕະຫຼອດ, ໄລຍະ 2 ປີທີ່ຜ່ານມາເຮົາຮູ້ສຶກຄືວ່າມີຫຍັງບາງຢ່າງຂາດຫາຍໄປ.

ຈົນການມາເຖິງຂອງ “ໂກຮັງ..ຫົວໃຈໂກໂຮມ” (GOHAN) ມັນຄືການຕອບໂຈດທີ່ຄ້າງຄາຢູ່ໃນໃຈ. ຫຼັງຈາກທີ່ໄດ້ເບິ່ງຕົວຢ່າງໜັງທີ່ປ່ອຍອອກມາເມື່ອເດືອນກ່ອນ, ເຮົາກໍຕັດສິນໃຈຍ່າງເຂົ້າໂຮງໜັງດ້ວຍເຫດຜົນງ່າຍໆ 3 ຢ່າງເລີຍກໍຄື:

ໜຶ່ງຄືເຮົາມັກໝາ (ແລະ ເຄີຍມີໝາໂຕທຳອິດໃນຄວາມຊົງຈຳ), ສອງຄືເຮົາມັກລາຍເສັ້ນຂອງທີມໂປຣດິວເຊີ ແລະ ສາມຄືເຮົາຢາກຮູ້ວ່າ “ໝາຈອນໂຕໜຶ່ງ ຈະພາເຮົາໄປໄກໄດ້ສ່ຳໃດ?” ຜ່ານໜັງເລື່ອງນີ້.

ສິ່ງທຳອິດທີ່ຕ້ອງຍ້ອງເລີຍຄື Cinematography. ໃຜທີ່ເຄີຍປະທັບໃຈກັບງານພາບໃນ “ຫຼານແມ່ຕູ້” (How to Make Millions Before Grandma Dies) ຈະຮູ້ເລີຍວ່າໂປຣດິວເຊີນີ້ມີລາຍເສັ້ນທີ່ຊັດເຈນຫຼາຍ.

ງານພາບໃນເລື່ອງນີ້ມີຄວາມ Aesthetic ແບບຍີ່ປຸ່ນໆ, ໂທນສີມີຄວາມອົບອຸ່ນແຕ່ກໍແຝງດ້ວຍຄວາມເຫງົາໃນບາງຈັງຫວະ.

ມັນບໍ່ແມ່ນແຕ່ການຖ່າຍຮູບເງົາ, ແຕ່ມັນຄືການໃຊ້ພາບເລົ່າເລື່ອງແທນຄຳເວົ້າ. ສະຖານທີ່ທີ່ປາກົດໃນຮູບເງົານີ້ ເມື່ອຖືກເບິ່ງຜ່ານເລນກ້ອງຂອງໜັງ ເຮົາຄິດວ່ານີ້ບໍ່ຄືຢູ່ໃນໄທ ມັນຢາກອອກແນວຍີ່ປຸ່ນ.

ທຸກເຟຣມພາບທີ່ໂກຮັງປະກົດໂຕ ມັນຄືການອອກແບບມາຢ່າງດີເພື່ອດຶງອາລົມຜູ້ເບິ່ງໃຫ້ຫຼົງຮັກມັນແບບຖອນຕົວບໍ່ຂຶ້ນ.

ໜັງເລົ່າເລື່ອງຜ່ານຄວາມຍາວເກືອບ 2 ຊົ່ວໂມງເຄິ່ງ ທີ່ຕອນທຳອິດເຮົາຄິດໃດວ່າ “ມັນຈະດົນໄປບໍ່?”. ແຕ່ພໍໄດ້ເບິ່ງແທ້ໆ ຊໍ້າພັດບໍ່ໄດ້ຮູ້ສຶກແບບນັ້ນເລີຍ.

ເນື້ອເລື່ອງແບ່ງອອກເປັນ 3 ພາກສ່ວນຕາມຊ່ວງຊີວິດຂອງໝາຈອນໂຕໜຶ່ງ ທີ່ຖືກປ່ຽນເຈົ້າຂອງ ແລະ ປ່ຽນຊື່ໄປຕາມແຕ່ລະຊ່ວງໄວ:

ໂກຮັງໄວເດັກ ເປັນຊ່ວງທີ່ “ໂກຮັງ” ຢູ່ກັບເຈົ້າຂອງຄົນຍີ່ປຸ່ນຊື່ວ່າ ຮິໂຣະ. ມັນຄືຄວາມສວຍງາມຂອງມິດຕະພາບຕ່າງສາຍພັນທີ່ເລີ່ມຕົ້ນຈາກສູນ. ເຮົາໄດ້ເຫັນການເບິ່ງແຍງ, ການເຕີບໃຫຍ່ ແລະ ຄວາມຜູກພັນທີ່ຄ່ອຍໆກໍ່ຕົວຂຶ້ນຜ່ານການເຮັດກິດຈະກຳຕ່າງໆນຳກັນ. ຈຸດນີ້ໜັງເຮັດໃຫ້ເຮົາຮູ້ສຶກອີ່ມເອມໃຈ ຈົນຮູ້ສຶກຄືກັບວ່າເຮົາໄດ້ຮ່ວມລ້ຽງໝາໂຕນີ້ໄປນຳພໍ່ຕູ້ຮິໂຣະແທ້ໆ. ມັນເຮັດໃຫ້ເຮົາຄິດຮອດໝາໂຕທຳອິດຂອງເຮົາ ທີ່ເຄີຍແລ່ນຫຼິ້ນນຳກັນໃນຕອນທີ່ເຮົາກໍຍັງເປັນເດັກນ້ອຍຄືກັນ.

ໂກຮັງໄວໜຸ່ມ ເມື່ອຊີວິດຜັນຜວນ, ໂກຮັງຕ້ອງມາປະເຊີນກັບໂລກທີ່ໂຫດຮ້າຍ. ໜັງໄດ້ຕີແຜ່ປະເດັນ ການຫາກິນກັບສັດ ຜ່ານການຮັບບໍລິຈາກເງິນ ເຊິ່ງເປັນເລື່ອງທີ່ມີຢູ່ຈິງໃນສັງຄົມເຮົາ (ແລະ ເປັນດຣາມາຢູ່ຕະຫຼອດໃນໂລກອອນລາຍ). ພາບຂອງໝາຫຼາຍໂຕທີ່ຖືກກັກຂັງ ແລະ ທໍລະມານ ມັນບີບຄັ້ນຫົວໃຈເຮົາຫຼາຍ. ມັນເຮັດໃຫ້ເຮົາຕັ້ງຄຳຖາມວ່າ ຄົນເຮົາໃຈຮ້າຍໄດ້ຂະໜາດນີ້ເລີຍບໍ? ແຕ່ໃນຄວາມມືດມົນ, ໜັງກໍມອບຈຸດຈົບທີ່ສາສົມໃຫ້ກັບຄົນບໍ່ດີ ແຕ່ກໍພາໂກຮັງໃນຊື່ໃໝ່ “ບຣາວນີ້” ທີ່ຕັ້ງໃຫ້ໂດຍ “ນໍ້າຊາ” ຍິງສາວຊາວພະມ້າ ກັບຄືນສູ່ວົງຈອນໝາຈອນອີກຄັ້ງ ເຊິ່ງເປັນຈຸດທີ່ເຮັດໃຫ້ເຮົາຮູ້ສຶກຈຸກຈົນເວົ້າບໍ່ອອກ.

ໂກຮັງໄວຊະລາ ນີ້ຄືພາກສ່ວນທີ່ເຮົາມັກທີ່ສຸດ ແລະ ເປັນຈຸດທີ່ເຊື່ອມໂຍງເຮົາເຂົ້າກັບເລື່ອງລາວໄດ້ຂ້ອນຂ້າງດີ. ໂກຮັງໃນໄວເຖົ້າທີ່ຖືກຕັ້ງຊື່ໃໝ່ວ່າ “ຫິມະ” ໄດ້ມາພົບກັບ “ເປ່ເລ້” ແລະ “ໃຈດີ” ນັກສຶກສາທີ່ກຳລັງປະເຊີນກັບມໍລະສຸມຊີວິດ ທັງເລື່ອງການງານທີ່ຍັງບໍ່ລົງຕົວ ແລະ ຄວາມຮັກທີ່ຫາກໍແຕກສະຫຼາຍ.

ອ່ານຕື່ມ:  “ຕ້າໂຢ່ວ” ແລະ “ບ່ອງສະໂໜດບຽງ” ສອງຄຳທີ່ຕ້ອງຮູ້ ກ່ອນເບິ່ງ “ຖີ່ຫຍົດ 3”

ມີສາກໜຶ່ງທີ່ເຮົາເຊື່ອວ່າໃຜເບິ່ງກໍຕ້ອງ ຈຶກ ເຂົ້າໄປໃນໃຈ ຄືຕອນທີ່ເປ່ເລ້ເວົ້າກັບຫິມະ (ໂກຮັງ) ໃນຄືນສົ່ງທ້າຍປີ ວ່າ “ຂໍໃຫ້ຜ່ານປີນີ້ໄປໃຫ້ໄດ້ເດີ”.

ຟັງເບິ່ງແລ້ວມັນຄືການໃຫ້ກຳລັງໃຈໝາໃຫ້ຢູ່ໄປອີກດົນໆ, ແຕ່ໃນອີກມຸມໜຶ່ງ ມັນຄືການທີ່ຕົວລະຄອນບອກກັບໂຕເອງໃຫ້ອົດທົນຜ່ານຊ່ວງເວລາທີ່ຍາກລຳບາກນີ້ໄປໃຫ້ໄດ້.

ມັນສະທ້ອນຊີວິດຂອງຄົນທີ່ອາໄສໃນຕົວເມືອງໃຫຍ່ ທີ່ບາງຄັ້ງເຮົາກໍຮູ້ສຶກປ່ຽວເຫງົາ, ແບກຄວາມຄາດຫວັງໄວ້ເຕັມບ່າ, ແຕ່ຢ່າງໜ້ອຍໃນເຮືອນຫຼັງນ້ອຍໆ ກໍຍັງມີໝູ່ສີ່ຂາທີ່ຄອຍຖ້າເຮົາຢູ່ສະເໝີ. ການຕັດສິນໃຈຮັບລ້ຽງໝາເຖົ້າຂອງເປ່ເລ້ ໃນມື້ທີ່ຊີວິດຕົວເອງກໍຍັງບໍ່ໝັ້ນຄົງ ມັນຄືບົດຮຽນຂອງການເປີດໃຈທີ່ຍິ່ງໃຫຍ່ຫຼາຍ.

ອີກຢ່າງໜຶ່ງ ກໍຕ້ອງຂໍຕົບມືແບບລົວໆ ໃຫ້ກັບທີມ Casting. ການຫາໝາ 3 ໂຕ ທີ່ມີຄາແຣັກເຕີ ແລະ ລັກສະນະຄ້າຍຄືກັນມາສະແດງເປັນໂຕດຽວກັນໄດ້ນຽນຂະໜາດນີ້ ບໍ່ແມ່ນເລື່ອງງ່າຍເລີຍ ບໍ່ວ່າຈະເປັນ ນ້ອງໂຄຣິ (ອາຍຸ 2 ເດືອນຕອນທີ່ຖ່າຍທຳ) ສາມາດຖ່າຍທອດຄວາມເປັນໝາເດັກທີ່ເຕັມໄປດ້ວຍຄວາມຢາກຮູ້ຢາກເຫັນໄດ້ໜ້າຮັກຈົນໃຈລະລາຍ.

ນ້ອງມີໂຊກ (ອາຍຸ 2 ປີ ຕອນທີ່ຖ່າຍທຳ) ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ, ຄວາມອົດທົນ ແລະ ແວວຕາທີ່ເລີ່ມມີຄວາມລະແວງຕໍ່ໂລກພາຍນອກ ແລະ ນ້ອງຫິມະ (ອາຍຸ 14 ປີຕອນທີ່ຖ່າຍທຳ) ເປັນໝາເຖົ້າໂຕຈິງ ທີ່ໃຊ້ພຽງແຕ່ແວວຕາທີ່ອິດເມື່ອຍແຕ່ເຕັມໄປດ້ວຍຄວາມຮັກ ກໍເຮັດໃຫ້ເຮົາຮ້ອງໄຫ້ໄດ້ແລ້ວ. ທັງສາມໂຕເຮັດໃຫ້ເຮົາເຊື່ອຢ່າງສະໜິດໃຈວ່າ ນີ້ຄືການເດີນທາງຂອງຊີວິດດຽວກັນແທ້ໆ ທີ່ຕ້ອງຜ່ານທັງຄວາມສຸກ ແລະ ຄວາມທຸກມາຢ່າງໜັກ.

    ທີມຜູ້ສ້າງປະກາດຊັດເຈນວ່າ ໂກຮັງຈະບໍ່ຕາຍ (ຄືຊິຮູ້ທັນວ່າ ຢ້ານຄົນຮັກບໍ່ກ້າໄປເບິ່ງ 555). ແຕ່ເຊື່ອເຮົາເທາະ… ເຖິງໝາຈະບໍ່ຕາຍ ແຕ່ຄວາມຊຶ້ງ, ຄວາມອົບອຸ່ນ ແລະ ຄວາມເຂົ້າເຖິງໃຈຜູ້ເບິ່ງຂອງບົດສົນທະນາໃນເລື່ອງ ຈະເຮັດໃຫ້ເຮົານັ່ງນ້ຳຕາໄຫຼຊຶມກັນໝົດໂຮງຢ່າງແນ່ນອນ.

    ໂກຮັງ..ຫົວໃຈໂກໂຮມ ບໍ່ແມ່ນແຕ່ໜັງສຳລັບຄົນຮັກໝາ, ແຕ່ມັນຄືໜັງສຳລັບທຸກຄົນທີ່ເຄີຍຜ່ານການຈາກລາ, ເຄີຍເຈັບປວດຈາກຄວາມສຳພັນ ແລະ ກຳລັງຊອກຫາ “ເຮືອນ” ທີ່ປອດໄພໃຫ້ກັບຫົວໃຈໂຕເອງ. ມັນສອນໃຫ້ເຮົາຮູ້ວ່າ ບາງຄັ້ງ “ເຮືອນ” ອາດຈະບໍ່ແມ່ນສະຖານທີ່ ແຕ່ຄື “ໃຜຈັກຄົນ” ທີ່ພ້ອມຈະຢູ່ຄຽງຂ້າງເຮົາໃນມື້ທີ່ເຮົາບໍ່ເຫຼືອໃຜ.

    ໂກຮັງ ໄດ້ເລືອກເຈົ້າແລ້ວ

    ຖ້າເຈົ້າບໍ່ໄດ້ຮັກມັນ ຂໍພຽງແຕ່ບໍ່ທຳຮ້າຍມັນ ໄດ້ບໍ່?

    ເມື່ອຍບໍ່? ຖ້າເມື່ອຍກໍຫຼັບຕາ ແລ້ວນອນໄປເລີຍກໍໄດ້ເດີ

    ໄປເບິ່ງເດີ້… ແລ້ວເຈົ້າຈະຢາກກັບໄປກອດໝາຂອງເຈົ້າໃຫ້ແໜ້ນກວ່າເກົ່າ. ຖ້າໃຜທີ່ຍັງບໍ່ມີສັດລ້ຽງ ເບິ່ງເລື່ອງນີ້ຈົບ ອາດຈະຢາກໄປສະໝັກເປັນທາດໝາແຫຼະ.

    ອ່ານຕື່ມ:  ຕາມຮອຍ 'ລາບ' ໃນໂລກຮູບເງົາ ທີ່ພິສູດໃຫ້ເຫັນວ່າ ອາຫານຈານນີ້ຄືລົມຫາຍໃຈຂອງວັດທະນະທຳການກິນຂອງຄົນລາວ

    📍 ເຂົ້າສາຍແລ້ວໃນໂຮງຮູບເງົາທົ່ວປະເທດ! ຢ່າລືມເອົາທິດຊູໄປນຳເດີ

    ກ່ຽວກັບພວກເຮົາ - About Muan

    ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.