ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ Remy Highbros ປ່ອຍເພງ Thousand Miles ບົດເພງທີ່ສ້າງຈາກສຽງຫົວໃຈເຖິງຄົນຮັກ
Muan Listen - ມ່ວນຊວນຟັງ

Remy Highbros ປ່ອຍເພງ Thousand Miles ບົດເພງທີ່ສ້າງຈາກສຽງຫົວໃຈເຖິງຄົນຮັກ

Thousand Miles ເພງນີ້ໄດ້ເລົ່າເລື່ອງລາວຄົນໆໜຶ່ງທີ່ໄດ້ອອກເດີນທາງຕາມຫາຝັນ ແລະ ລາວກໍໄດ້ເຈິຮັກແທ້ທີ່ທັງສອງມີຄວາມຮັກ ແລະ ເປົ້າໝາຍໃນສິ່ງດຽວກັນ. ໃນສ່ວນຂອງເພງມີຄວາມໂດດເດັ່ນດ້ານດົນຕີແບບ Country Music ປະສົມປະສານເນື້ອງຮ້ອງລາວ ແລະ ອັງກິດ ໄດ້ຢ່າງລົງໂຕ.

ແບ່ງປັນ
Getting your Trinity Audio player ready...

ຊວນຟັງເພງ Thousand Miles ເພງໃໝ່ຫຼ້າສຸດຈາກຄ້າຍ Highbros Entertainment ເຊິ່ງນີ້ບໍ່ແມ່ນພຽງເພງຮັກທຳມະດາ ແຕ່ເປັນເພງທີ່ມີຄວາມໝາຍຫຼາຍສຳລັບຄົນໆໜຶ່ງທີ່ໄດ້ອອກເດີນທາງໄກເພື່ອຕາມຫາຝັນ, ລາວມີເປົ້າໝາຍທີ່ມີຄ່າຄືການພັດທະນາວົງການເພງລາວໃຫ້ກ້າວສູ່ສາກົນ ແລະ ນີ້ຄືຈຸດເລີ່ມຕົ້ນເລື່ອງລາວແສນຫວານໃນເພງນີ້ ຂອງຜູ້ຢູ່ເບື້ອງຫຼັງຄື ເຣມີ ຫຼື Remy Highbros Producer ນັ້ນເອງ.

ເພງທີ່ສ້າງຈາກເລື່ອງຈິງຂອງ Remy Highbros

ເພງນີ້ໄດ້ຮັບແຮງບັນດານໃຈມາຈາກຊີວິດຈິງຂອງ ເຣມີ ຊາຍໜຸ່ມເຊື້ອສາຍລາວ-ສັນຊາດອາເມລິກາ ຜູ້ຕັດສິນໃຈເດີນທາງໄກຈາກອາເມລິກາທີ່ມີໄລຍະຫ່າງຈາກລາວເຖິງ 8000 Miles (ປະມານ 12,800 ກິໂລແມັດ) ແລະ ການເດີນທາງຄັ້ງນີ້ກໍເຮັດໃຫ້ ເຣມີ ໄດ້ພົບຮັກແທ້ ເຊິ່ງເປັນສາວງາມຈາກລາວ.

ພາບ: Remy Highbros

ພວກເຂົາມີຫຼາຍສິ່ງທີ່ສົນໃຈກົງກັນ, ທັງສອງຄົນຍັງຮັກໃນວຽກທີ່ກ່ຽວກັບສຽງເພງ ແລະ ສິ່ງນີ້ເປັນສິ່ງທີ່ສົ່ງເສີມຄວາມສຳພັນກາຍເປັນຈຸດເລີ່ມຕົ້ນຂອງເລື່ອງ “ຄວາມຮັກທີ່ມີອຸດົມການດຽວກັນ”.

ເພງນີ້ມີຄວາມໂດດເດັ່ນທາງດ້ານແນວດົນຕີທີ່ໄດ້ການປະສົມປະສານແບບ Country Music ກັບເນື້ອຮ້ອງທີ່ມີທັງພາສາລາວ ແລະ ອັງກິດ ໄດ້ຢ່າງກົມກ່ອມລົງໂຕ. ພິເສດ, ເພງນີ້ຍັງໄດ້ນັກຮ້ອງພາຍໃນຄ້າຍທີ່ມີຄວາມສາມາດຢ່າງ RGB ແລະ Gemi9PK ມາຮ່ວມຮ້ອງ ເຮັດໃຫ້ເພງນີ້ຍິ່ງມີສະເໜ່ຫຼາຍຂຶ້ນ.

ເປັນເພງທີ່ໜ້າຮັກຫຼາຍ ທຸກຄົນຕ້ອງໄດ້ລອງຟັງ, ມ່ວນ ຮູ້ສຶກວ່າເພງນີ້ສາມາດເປັນອີກແຮງກຳລັງໃຈໃຫ້ຫຼາຍຄົນທີ່ມີຄວາມຝັນ, ຄວາມເຊື່ອ ແລະ ຫົວໃຈທີ່ຮັກໃນສຽງເພງ ນັ້ນມີຄວາມຫວັງດີໆທີ່ຈະໄດ້ພົບຮັກແທ້ໃນຈັກມື້ໜຶ່ງຄືກັບ ເຣມີ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.