ຫຼັງຈາກລາຍການ The Face Thailand Season 6 ໄດ້ປະກາດຜູ້ຜ່ານເຂົ້າຮອບອອບລາຍອໍດິຊັນ (offline audition) ຈຳນວນ 500 ຄົນ ແລະ ຈຳນວນໜຶ່ງໃນນັ້ນກໍມີສາວໆຈາກລາວເຮົາຜ່ານເຂົ້າຮອບນຳອີກດ້ວຍ.
ມ່ວນຕ້ອງຂໍບອກວ່າດີໃຈ ແລະ ຕື່ນເຕັ້ນແທນສາວໆຫຼາຍ ພໍໄດ້ໄປສ່ອງທຸກຄົນກໍພົບວ່າ ມີທັງຄົນທີ່ຜ່ານໜ້າຜ່ານຕາໃນວົງການບັນເທີງລາວມາຢູ່ແລ້ວ ແລະ ຍັງມີບາງຄົນທີ່ພວກເຮົາບໍ່ເຄີຍຮູ້ຈັກມາກ່ອນ ແຕ່ກໍມີດີ, ມີຄວາມສາມາດບໍ່ໜ້ອຍກວ່າກັນເລີຍ.
ຣະມິດາ ແກ້ວທະວີໄຊ ຫຼື ຣາມິ ເກີດ ແລະ ໃຫຍ່ຢູ່ປະເທດລາວ, ປັດຈຸບັນອາຍຸ 24 ປີ. ຣາມິຮຽນຈົບມັດທະຍົມຈາກ Kiettisack International School ລາວມີສາມາດໃນດ້ານພາສາ ແລະ ເວົ້າໄດ້ເຖິງ 4 ພາສາຄື: ລາວ, ໄທ, ອັງກິດ ແລະ ຈີນ. ປະຈຸບັນກຳລັງສຶກສາປະລິນຍາໂທ ທີ່ ຊຽງໄຮ້, ປະເທດຈີນ (Shanghai Jiao Tong University).
ໃນໄລຍະທີ່ຜ່ານມາ ຣາມິ ຍັງບໍ່ເຄີຍມີຜົນງານໃນວົງການບັນເທີງລາວ ເພາະສ່ວນຫຼາຍລາວບໍ່ຄ່ອຍໄດ້ຢູ່ລາວ ຕັ້ງແຕ່ຮຽນຈົບມັດທະຍົມກໍໄດ້ໄປຮຽນຕໍ່ຢູ່ຕ່າງປະເທດເລີຍເຮັດໃຫ້ລາວບໍ່ຄ່ອຍມີເວລາ, ແຕ່ລາວກໍໄດ້ແບ່ງເວລາມາເຮັດທຸລະກິດນ້ອຍໆເປັນຂອງຕົວເອງເປັນແບຣນບຣາປີກນົກ ທີ່ມີຊື່ວ່າ Material Girls Secret ແລະ ຖືວ່າເປັນແບຣນຄົນລາວທີ່ໜ້າສົນໃຈອີກໜຶ່ງແບຣນ ເຊິ່ງມີຂາຍທີ່ J Mart, ມ່ວນໃຈ ແລະ ອີກຫຼາຍສາຂາ.
ການຕັດສິນໃຈລົງສະໝັກລາຍການ The Face Thailand Season 6
ຣາມິ ມັກ ແລະ ຕິດຕາມລາຍການ The Face Thailand ຈາກຊີຊັນກ່ອນໆຢູ່ແລ້ວ ພໍເຫັນວ່າປີນີ້ທາງລາຍການໄດ້ເປີດຮັບສະໝັກ ແລະ ລາວກໍໄດ້ເວົ້າຫຼິ້ນ ແລະ ເວົ້າກ່ຽວກັບລາຍການໃຫ້ເອເຈນຊີທີ່ດູແລຟັງວ່າ ມີລາຍການຣຽວລິຕີ້ໂຊເພື່ອຫານາງແບບຢູ່ໄທ ແລະ ລາຍການແມ່ນດັງຫຼາຍ. ສ່ວນຕົວຂອງລາວກໍບໍ່ໄດ້ຕິດສັນຍາຫຍັງ ທາງເອເຈນຊີຈຶ່ງເອົາໂປຣຟາຍຂອງລາວໄປລົງສະໝັກໃຫ້ໃນມື້ສຸດທ້າຍກ່ອນທີ່ຈະຖືກປິດຮັບສະໝັກ.

ຄວາມຮູ້ສຶກທຳອິດທີ່ຮູ້ວ່າຜ່ານເຂົ້າຮອບ Online Audition
ໃນຕອນທີ່ຣາມິຮູ້ວ່າໂຕເອງຜ່ານເຂົ້າຮອບການອໍດິຊັນແມ່ນມາຈາກຮຸ່ນເອື້ອຍຂອງລາວທີ່ສົ່ງໃຫ້ເບິ່ງ, ຄວາມຮູ້ສຶກທຳອິດທີ່ລາວໄດ້ຮູ້ແມ່ນເສີຍໆທຳມະດາ ເພາະຮູ້ຢູ່ແລ້ວວ່າຕ້ອງຜ່ານຮອບນີ້. ແຕ່ທີ່ເຮັດໃຫ້ລາວຮູ້ສຶກຕື່ນເຕັ້ນຫຼາຍກວ່າຄືການທີ່ຈະໄດ້ໄປເຈິຄະນະກຳມະການໃນຮອບຄັດເລືອກໜ້າງານນັ້ນເອງ.
ທີມທີ່ຢາກຢູ່ຖ້າຜ່ານຮອບ Offline Audition
ຣາມິ ໄດ້ບອກກັບມ່ວນເຖິງຄວາມຕັ້ງໃຈຂອງລາວໃນການໄປຮອບ Offline Audition ຫຼື ການຄັດເລືອກຢູ່ໜ້າງານວ່າ: “ຖ້າໄດ້ຜ່ານເຂົ້າຮອບຕໍ່ໄປ ຂ້ອຍຢາກຢູ່ທີມລູກເກດ (ลูกเกด-เมทินี) ທີ່ສຸດ ເພາະເອື້ອຍລູກເກດເປັນ Master of Mind Game (ຜູ້ຊ່ຽວຊານດ້ານການຫຼິ້ນເກມກັບຈິດໃຈ) ເລີຍ”.
ຂ້ອຍຮຽນ Media and Communication, Research Interests ແລະ Psychology Communication (ສື່ ແລະ ການສື່ສານ, ຄວາມສົນໃຈໃນການວິໄຈ ແລະ ການສື່ສານດ້ານຈິດຕະວິທະຍາ) ກຳລັງເຮັດວິໄຈດ້ານນີ້, ຈຶ່ງຮູ້ ແລະ ເຂົ້າໃຈວ່າທຸກຄຳເວົ້າທີ່ເມນເທີລູກເກດເວົ້າອອກມາ ‘ເພື່ອຈຸດປະສົງຫຍັງ ແລະ ຈະໄດ້ຜົນຕອບຮັບກັບມາແບບໃດ’ ເລີຍເຮັດໃຫ້ຮູ້ສຶກອິນ ແລະ ໄດ້ຮັບແຮງບັນດານໃຈໃນຫຼາຍໆດ້ານຈາກເມນເທີລູກເກດ ເລີຍຢາກຢູ່ໃນທີມນີ້

ການກຽມຕົວເພື່ອໄປຮອບ Offline Audition
ໃນຮອບອອບລາຍອໍດິຊັນນີ້ ຖືວ່າເປັນສິ່ງທີ່ຈໍ້ຫຼາຍ ແລະ ມີເວລາໜ້ອຍຫຼາຍໃນການກຽມຕົວ, ເພາະຫຼັງຈາກປະກາດຜູ້ເຂົ້າຮອບ Online Audition ພາຍໃນມື້ນັ້ນ ຣາມິ ກໍໄດ້ຮັບແຈ້ງຂ່າວວ່າອີກ 2 ມື້ຫຼັງຈາກນີ້ຕ້ອງໄດ້ໄປອໍດິຊັນໜ້າງານເລີຍ.
“ສ່ວນຕົວຂ້ອຍບໍ່ໄດ້ກັງວົນທາງດ້ານການກຽມຕົວພາຍນອກ ເພາະຂ້ອຍເຮັດວຽກເປັນນາງແບບຢູ່ແລ້ວໃນຕ່າງປະເທດ, ຖ້າເອເຈນຊີໂທມາບອກໃຫ້ໄປແຄສຕິງພາຍໃນ 30 ນາທີ, ຂ້ອຍກໍຕ້ອງໄປໃຫ້ໄດ້. ສະນັ້ນ ຂ້ອຍບໍ່ຄ່ອຍຫ່ວງເລື່ອງສັກກະຍະພາບພາຍນອກເລີຍ ແຕ່ຂ້ອຍໄດ້ກຽມພ້ອມທາງດ້ານສຸຂະພາບຈິດຫຼາຍກວ່າ ເພາະເວລາສັ້ນແຮງ ແລະ ຂ້ອຍກຳລັງເບິ່ງປີ້ຍົນເພື່ອທີ່ຈະບິນຈາກ ຊຽງໄຮ-ກຸງເທບ ເພື່ອອໍດິຊັນເພື່ອລາຍການ The Face Thailand ເລີຍ” ຣາມິກ່າວໄວ້.
ຄຳຄົມ ຫຼື ຄະຕິປະຈຳໃຈຂອງ ຣາມິ
ຄຳຄົມທີ່ຣາມິນຶກເຖິງ ແລະ ຍຶດຖືເປັນຄະຕິປະຈຳໃຈແມ່ນມາຈາກແມ່ຂອງລາວທີ່ມັກຈະບອກກັບລາວຕະຫຼອດວ່າ:
ຄວາມພະຍາຍາມຢູ່ໃສ ຄວາມສຳເລັດຢູ່ບ່ອນນັ້ນ ແລະ ພວກເຮົາເລືອກເອງທີ່ຈະເຮັດຕ່າງຈາກຄົນອື່ນ ເພື່ອໃຫ້ໄດ້ຜົນລັບທີ່ແຕກຕ່າງ ເພາະມັນຕ້ອງຜ່ານທາງທີ່ລຳບາກຢູ່ແລ້ວ, ແຕ່ຂໍພຽງແຕ່ເຮົາບໍ່ຍອມແພ້ກັບໂຊກຊະຕາ ແລະ ໂຕເຮົາເອງ ທຸກຄົນເຮັດຕາມສິ່ງທີ່ຫວັງໄດ້ແນ່ນອນ.
ກ່ອນໜ້ານີ້ທີ່ ຣາມິ ໄດ້ລົມກັບ ມ່ວນ ເລື່ອງການຜ່ານເຂົ້າຮອບອອບລາຍວ່າ ແນວໃດລາວກໍຕ້ອງຜ່ານຮອບນີ້ໄດ້ແນ່ນອນດ້ວຍຄວາມໝັ້ນໃຈ ເພາະໃນທັດສະນະຄະຕິຂອງລາວແມ່ນ “ຖ້າຫາກຄິດວ່າຕົວເອງບໍ່ຜ່ານ ຫຼື ບໍ່ເກັ່ງຄືຄົນອື່ນ ນັ້ນໝາຍຄວາມວ່າເຮົາກໍໄດ້ແພ້ໄປແລ້ວຕັ້ງແຕ່ຍັງບໍ່ໄດ້ເລີ່ມຕົ້ນ“.
ພໍ ຣາມິ ໄດ້ເລົ່າກ່ຽວຄວາມຕັ້ງໃຈຂອງລາວທີ່ສະແດງອອກທັງນ້ຳສຽງ, ສີໜ້າທີ່ບໍ່ຫວັ່ນໄຫວ ແລະ ການບໍ່ຍອມແພ້ນັ້ນ, ມັນກໍໄດ້ເຮັດໃຫ້ເຫັນເຖິງກຳລັງໃຈທີ່ດີທີ່ລາວມີ. ສະເໜ່ສາວໝັ້ນໃນຕົວລາວທີ່ມີໄຟຢູ່ຕະຫຼອດ ເຮັດໃຫ້ ມ່ວນ ເອງກໍໄດ້ເຫັນມຸມມອງພ້ອມນັບຖືໃນກຳລັງໃຈທີ່ລາວມີ ແລະ ເປັນການຟັງເລື່ອງລາວທີ່ໜ້າສົນໃຈ, ໜ້າຟັງ ແລະ ມ່ວນຊື່ນຫຼາຍ.

ຂອບໃຈທຸກຄົນທີ່ສົ່ງມາເຊຍເດີ, ແຕ່ໃນລາຍການມັນເປັນເກມ ແລະ ຜູ້ເຂົ້າແຂ່ງຂັນທຸກຄົນເປັນໝາກໃນເກມນີ້. ເພາະສະນັ້ນຢ່າອິນເກີນໄປ.
ມ່ວນ ໄດ້ໃຫ້ ຣາມິ ເລືອກມີມທີ່ມັກ ແລະ ລາວກໍໄດ້ເລືອກມີມທີ່ຖືວ່າເປັນເອກະລັກທີ່ແຟນໆລາຍການໄດ້ເຫັນປຸບຕ້ອງຮູ້ຈັກຢ່າງ “ถ้าอยากอยู่รอดหนูต้องเล่นละครให้เก่งที่สุด” ຈາກເມນເທີລູກເກດ.

ມ່ວນ ຢາກໃຫ້ທຸກຄົນສົ່ງສຽງເຊຍ ແລະ ກຳລັງໃຈໃຫ້ ຣາມິ ແລະ ຄົນລາວອີກ 4 ຄົນທີ່ຜ່ານເຂົ້າຮອບ, ເພາະນີ້ຖືວ່າເປັນໜຶ່ງກ້າວທຳອິດທີ່ໜ້າຍິນດີທີ່ຄົນລາວເຮົາຜູ້ທີ່ມີຄວາມສາມາດ-ກ້າສະແດງອອກໃນດ້ານຕ່າງໆໄດ້ຮັບໂອກາດ ແລະ ມີເວທີໃນການສະແດງອອກໄດ້ເຕັມທີ່ຂອງພວກເຂົາ.
ພາບ: FB Ramida Keothavixay (Rami) / ພາບ: IG: ramixpearls






