ໜ້າຫຼັກ Gadzila ມັກໃຜຢູ່ “ສະກິດ” ເລີຍ ຄົນໂສດອາດມີແຟນກ່ອນຈົບປີ ເພາະ Meta ນຳຟີເຈີເກົ່າສຸດຮິດໃນຍຸກທຳອິດກັບມາ
Gadzila

ມັກໃຜຢູ່ “ສະກິດ” ເລີຍ ຄົນໂສດອາດມີແຟນກ່ອນຈົບປີ ເພາະ Meta ນຳຟີເຈີເກົ່າສຸດຮິດໃນຍຸກທຳອິດກັບມາ

ຂ່າວດີສຳລັບຄົນໂສດ Meta ດຶງເອົາຟີເຈີ Poke ສຸດຮິດໃນຍຸກທຳອິດຂອງ Facebook ກັບມາໃຊ້ໃນສະຖານະການທີ່ເໝາະກັບການສະແດງອອກຄືການ Flirting ຫຼື Playfu ໃຫ້ເຮົາສາມາດທັກທາຍຄົນທີ່ກຳລັງສົນໃຈ.

ແບ່ງປັນ

ສາຍຂີ້ອາຍຕ້ອງມັກຟີເຈີນີ້ ເພາະເຮົາອາດມີແຟນກ່ອນຈົບປີກໍໄດ້ ຖ້າກຳລັງແອບມັກໃຜຢູ່ສະກິດເລີຍ! ຂ່າວດີສຳລັບຄົນໂສດ Meta ດຶງເອົາຟີເຈີສຸດຮິດໃນຍຸກທຳອິດຂອງແພລັດຟອມ Facebook ກັບມາ ແລະ ນັ້ນຄືປຸ່ມ “ສະກິດ ຫຼື Poke (ປຸ່ມຮູບໄອຄອນນິ້ວຊີ້👉)”.

ຟີເຈີ ສະກິດ ຖືກອອກແບບໃຫ້ໃຊ້ໃນສະຖານະການທີ່ເໝາະກັບການສະແດງອອກຄືການ Flirting (ຈີບ) ຫຼື Playfu (ກວນຫຼິ້ນ) ເຊິ່ງ Meta ຕັ້ງໃຈເຮັດໃຫ້ເຮົາສາມາດ “ທັກທາຍແບບກວນ-ເບົາໆ” ກັບໝູ່ໃນ Facebook ເພື່ອໃຫ້ເຮົາ ຫຼື ໝູ່ ໄດ້ມີໂອກາດໃນການທຳຄວາມຮູ້ຈັກໃກ້ຊິດກັນ (interaction) ຫຼາຍຂຶ້ນ.

ເຮົາຈະສາມາດສັງເກດເຫັນປຸ່ມສະກິດໄດ້ຢູ່ທີ່ໜ້າໂປຣໄຟລ໌ຂອງໝູ່ເຮົາ ເຊິ່ງຢູ່ຕິດກັບປຸ່ມສົ່ງຂໍ້ຄວາມ, ເຮົາຍັງສາມາດຍ້ອນກັບໄປເຫັນວ່າທີ່ຜ່ານມາມີໃຜມາສະກິດເຮົາແດ່ ແລະ ເຮົາຍັງສາມາດເຫັນວ່າເຮົາເຄີຍສະກິດໃຜແດ່ໃນອະດີດ.

ນອກຈາກນີ້, Meta ຍັງໄດ້ອັບເດດໃຫ້ຟີເຈີນີ້ມີລູກຫຼິ້ນທີ່ຫຼາກຫຼາຍ ເພື່ອຫວັງເຈາະກຸ່ມຜູ້ໃຊ້ງານຮຸ່ນໃໝ່ ໂດຍການເພີ່ມ “Poke Count” ເພາະຖ້າເຮົາມີຈຳນວນການສະກິດຫຼາຍເທົ່າໃດ ກໍຈະມີສັນຍາລັກ Emoji ຄວາມສະໜິດທີ່ແຕກຕ່າງກັນ (ຄ້າຍໆກັບການເຕີມໄຟ “Streak” ໃນແພລັດຟອມຕິກຕອກ).

ຖ້າເຮົາບໍ່ຢາກຖືກໃຜກວນ ກໍສາມາດ “Block Poke” ໄດ້ທັນທີໃນໜ້າ Activity ຫຼື ໜ້າໂປຣໄຟລ໌ ໂດຍບໍ່ຈຳເປັນຕ້ອງບລັອກທັງບັນຊີຜູ້ໃຊ້ງານ.

ວິທີໃຊ້ງານຟີເຈີ Poke ຫຼື ປຸ່ມ ສະກິດ ນັ້ນງ່າຍສຸດໆ, ທຳອິດເຂົ້າໄປທີ່ໜ້າໂປຣໄຟລ໌ໝູ່ > ກົດທີ່ໄອຄອນ Poke 👉 (ຢູ່ຂ້າງໆປຸ່ມສົ່ງຂໍ້ຄວາມ).

ໃຜທີ່ຢາກຮູ້ປະຫວັດທັງໝົດຂອງຟີເຈີສະກິດເພື່ອຕອບກັບຄົນທີ່ມາສະກິດເຮົາ, ເບິ່ງສະຖິຕິ ຫຼື ໝູ່ທີ່ Facebook ແນະນຳໃຫ້ສະກິດ, ກັອດຈິ ນຳລິ້ງມາໄວ້ໃຫ້ແລ້ວ: facebook.com/pokes

ອ່ານຕື່ມ:  ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

META AI ເປີດໂຕໃຊ້ CHATBOT ໃນແພລດຟອມ Facebook, Messenger, Instagram ແລະ WhatsApp

ພາມາຮູ້ຈັກກັບ AI ຕົວໃໝ່ກັນ ແລະ AI ໂຕນີ້ຖືກສ້າງມາຈາກຄ້າຍທີ່ມີຫຼາກຫຼາຍແພລດຟອມດັງຢ່າງ META AI ໄດ້ເປີດໂຕນຳໃຊ້ CHATBOT ໃນແພລດຟອມຢ່າງ Facebook,...

Facebook ຈຳກັດການສ້າງລາຍໄດ້ ຫຼຸດການເບິ່ງເຫັນ ບັນຊີແອບອ້າງ-ສ້າງສະແປມ

ພວກເຮົາຈະບໍ່ຕ້ອງທົນລຳຄານໃຈກັນອີກຕໍ່ໄປແລ້ວເມື່ອ Facebook ອອກນະໂຍບາຍໃໝ່ປັບປຸງໜ້າ Feed ເພື່ອຈັດການກັບໂພສທີ່ເປັນສະແປມ, ມີເປົ້າໝາຍເພື່ອຍົກລະດັບຄຸນນະພາບຂອງເນື້ອຫາພ້ອມສ້າງປະສົບການທີ່ດີຂອງຜູ້ໃຊ້ໃນແພລັດຟອມ ແລະ ເຮັດໃຫ້ແພລັດຟອມຍັງເປັນພື້ນທີ່ທີ່ເຮັດໃຫ້ໜ້າສົນໃຈສຳລັບຜູ້ໃຊ້ງານ. Meta ຖືກສ້າງຂຶ້ນເພື່ອເປັນສະຖານທີ່ທີ່ຜູ້ຄົນທີ່ໃຊ້ງານແພລັດຟອມສາມາດສະແດງອອກໄດ້ຢ່າງເສລີ. ເນຶ້ອຫາທີ່ເປັນສະແປມແມ່ນຖືວ່າເປັນອີກສ່ວນໜຶ່ງທີ່ເຮັດໃຫ້ພວກເຮົາຖືກຂັດຂວາງການຫຼິ້ນການເບິ່ງຜົນງານຕ່າງໆໃນໜ້າ Feed...

Edits ແອັບຕັດຕໍ່ວິດີໂອ ທີ່ Content Creator ຮັກ ໃຊ້ງ່າຍ ລອງເລີຍບໍ່ມີລາຍນ້ຳ ບໍ່ມີໂຄສະນາ

Edits ແມ່ນເອັບຕັດຕໍ່ວິດີໂອໃໝ່ຫຼ້າສຸດຈາກ Instagram, ຖືວ່າເປັນອີກໜຶ່ງແອັບທີ່ກຳລັງມາແຮງ ແລະ ໜ້າຈັບຕາເບິ່ງ, ບັນດາ Content Creator ຕ້ອງຮັກເພາະ Export ອອກມາໃນວິດີໂອກໍບໍ່ມີລາຍນ້ຳ,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.