ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຢາຫຼອກ: ຟັງຄວາມໝາຍທີ່ສື່ເຖິງຄວາມເຈັບປວດດ້ວຍຮັກປອມໆ ໂດຍ JENNY BELLA ft. SENJX
Muan Listen - ມ່ວນຊວນຟັງ

ຢາຫຼອກ: ຟັງຄວາມໝາຍທີ່ສື່ເຖິງຄວາມເຈັບປວດດ້ວຍຮັກປອມໆ ໂດຍ JENNY BELLA ft. SENJX

ແບ່ງປັນ
Getting your Trinity Audio player ready...

ເມື່ອເຮົາກຳລັງຢູ່ໃນຊ່ວງເວລາທີ່ຫົວໃຈບອບບາງ ຄວາມຮັກທີ່ບໍ່ມີຢູ່ຈິງກໍອາດກາຍເປັນສິ່ງທີ່ຄ່ອຍໆປອບໃຈເຮົາໄດ້. ມັນຄືກັບ “ຢາຫຼອກ (Placebo)” ທີ່ເຖິງແມ່ນບໍ່ມີສານອອກລິດແທ້, ແຕ່ຄວາມເຊື່ອທີ່ວ່າມັນຈະຊ່ວຍປິ່ນປົວກໍສາມາດເຮັດໃຫ້ເຮົາຮູ້ສຶກດີຂຶ້ນໄດ້ຊົ່ວຄາວ. ຄວາມສຸກແບບປອມໆນີ້ເຮັດໃຫ້ເຮົາຫຼົງຢູ່ໃນພາບລວງຕາ, ຫຼົງຄິດວ່າຄວາມຮັກນັ້ນເປັນຄວາມຈິງ. ແຕ່ເມື່ອຄວາມຈິງຖືກເປີດເຜີຍ, ຄວາມສຸກນັ້ນກໍຫາຍໄປຢ່າງສິ້ນເຊີງ, ເຫຼືອໄວ້ພຽງຄວາມເຈັບປວດທີ່ຍິ່ງໃຫຍ່ກວ່າເກົ່າ.

ເພງ “ຢາຫຼອກ (PLACEBO)” ຂອງ JENNY BELLA ແລະ SENJX ໄດ້ນຳສະເໜີຄວາມເລິກເຊິ່ງຂອງຄວາມເຈັບປວດຜ່ານບົດເພງໄດ້ຢ່າງຊັດເຈນ. ເພງນີ້ແມ່ນການຮ່ວມງານກັນລະຫວ່າງ JENNY BELLA ນັກຮ້ອງສາວສຽງດີ ທີ່ຖ່າຍທອດຄວາມຮູ້ສຶກອ່ອນໂຍນ-ເຈັບປວດ ແລະ SENJX ແຣັບເປີໜຸ່ມທີ່ມາເພີ່ມສີສັນໃຫ້ເພງດ້ວຍສ່ວນຂອງການແຣັບທີ່ໜັກແໜ້ນ.

ດ້ວຍການປະສົມປະສານສຽງຮ້ອງນີ້, ເຮັດໃຫ້ເພງມີມິຕິທາງອາລົມທີ່ຫຼາກຫຼາຍ ເຊິ່ງສື່ໃຫ້ເຫັນເຖິງຄວາມສັບສົນໃນຄວາມຮູ້ສຶກຂອງຄົນທີ່ກຳລັງປະສົບກັບຄວາມຮັກ ຫຼື ກຳລັງຕິດຢູ່ໃນສະຖານະການນີ້.

ເພງ ຢາຫຼອກ (PLACEBO)

“Can You Tell Me How to Treat…” ບົດເພງນີ້ເລີ່ມຕົ້ນດ້ວຍຄຳຖາມທີ່ສັບສົນໃນໃຈຂອງຄົນທີ່ກຳລັງປະເຊີນກັບຄວາມຈິງອັນໂຫດຮ້າຍ, ຄວາມຮັກທີ່ເຄີຍໄດ້ຮັບບໍ່ເຄີຍມີຢູ່ຈິງ ແຕ່ມັນກັບສ້າງຄວາມສຸກໃຫ້ລາວໄດ້. ສິ່ງນີ້ເຮັດໃຫ້ລາວຮູ້ສຶກເໝືອນຄົນປ່ວຍທີ່ມີຄວາມຫວັງໄດ້ຮັບ “ຢາຫຼອກ” (placebo) ທີ່ຄິດວ່າຈະຊ່ວຍໃຫ້ລາວດີຂຶ້ນໄດ້.

ເພງນີ້ປຽບທຽບຄວາມຮັກປອມໆ ທີ່ເຄີຍໄດ້ຮັບເປັນຢາຫຼອກທີ່ຊ່ວຍປິ່ນປົວຄົນເຈັບປ່ວຍທາງໃຈ, ແຕ່ເມື່ອຮູ້ວ່າຢານັ້ນບໍ່ແມ່ນຢາທີ່ຈະຊ່ວຍຮັກສາໄດ້ແທ້ ລາວກໍກັບມາເປັນຄົນເຈັບທີ່ກຳລັງຕ້ອງການການຮັກສາ. ເພງນີ້ສື່ເຖິງຄວາມເຈັບປວດ ແລະ ການສູນເສຍຄວາມຫວັງຂອງຄົນທີ່ເສບຕິດກັບຄວາມຮັກປອມໆ ເຖິງຈະຮູ້ວ່າຄວາມຮັກນັ້ນບໍ່ມີຈິງ, ແຕ່ຄວາມຮູ້ສຶກດີໆທີ່ໄດ້ຮັບຈາກມັນກໍເຮັດໃຫ້ຕິດ.

ສຸດທ້າຍ, ເພງນີ້ຈົບລົງດ້ວຍຄຳຂໍຮ້ອງໃຫ້ຄົນຮັກຊ່ວຍມາຮັກສາດ້ວຍຄວາມຮັກທີ່ແທ້ຈິງ ເພາະມັນຄືທາງດຽວທີ່ຈະຊ່ວຍປິ່ນປົວຫົວໃຈທີ່ກຳລັງຈະແຕກສະຫຼາຍໄດ້.

ຄວາມໝາຍທີ່ສື່ສານອອກມາໃນວິດີໂອເພງ (MV ຫຼື Music Video)

ພາບໃນເອັມວີເພງ (MV ຫຼື Music Video) ທີ່ເຫັນ ແລະ ຮູ້ສຶກໄດ້ແມ່ນການສື່ເຖິງຄວາມງາມທີ່ດຶງດູດ ແຕ່ກໍແຝງໄວ້ດ້ວຍຄວາມຮູ້ສຶກເຫງົາໂດດດ່ຽວ ແລະ ໂຫຍ. ເພງ “ຢາຫຼອກ (PLACEBO)” ໄດ້ເຮັດໃຫ້ເຫັນເຖິງຄວາມງາມໃນຈິນຕະນາການໃນໂລກແຟນຕາຊີ (Fantasy) ທີ່ເລິກລັບ ແລະ ໂຣແມນຕິກ (Romantic).

ອ່ານຕື່ມ:  ZiXNA ກັບມາແບບສົດໃສໃນເພງ “ໜ້າຮັກກະແທກໃຈ” ຟັງແລ້ວບໍ່ຕິດຫູກໍຕິດໃຈ

ໃນສະຖານທີ່ທີ່ ນາງເອກເອັມວີ (Jenny Bella) ໄດ້ນັ່ງຢູ່ໃນສວນທີ່ຕົກແຕ່ງຢ່າງສວຍງາມດ້ວຍທົ່ງດອກໄມ້, ແສງສີມ່ວງອົມຟ້າສ່ອງລົງມາເຮັດໃຫ້ບັນຍາກາດເບິ່ງຄືຢູ່ໃນໂລກແຫ່ງຄວາມຝັນທີ່ມີຄວາມຮູ້ສຶກທີ່ອ່ອນໂຍນ ແລະ ເລິກລັບ.

ອີກພາບມຸມໜຶ່ງໃນສ່ວນພາບຂອງ ພະເອກເອັມວີ ແມ່ນສະແດງໃຫ້ເຫັນເຖິງບັນຍາກາດທີ່ຕ່າງກັນ ໂດຍເນັ້ນໄປທີ່ຄວາມຮູ້ສຶກທີ່ເລິກເຊິ່ງ ແລະ ຈິງຈັງ. ລາວຢືນຢູ່ໃນບ່ອນທີ່ມືດມົວ, ມີແສງສີຟ້າສ່ອງມາຈາກດ້ານຫຼັງ. ພາບນີ້ສະແດງເຖິງຄວາມຮູ້ສຶກທີ່ໜັກໜ່ວງ ແລະ ຕ້ອງການການຄົ້ນຫາ ເຊິ່ງເຂົ້າກັນກັບເນື້ອເພງທີ່ເວົ້າເຖິງຄວາມເຈັບປວດຈາກຄວາມຮັກທີ່ບໍ່ມີຢູ່ຈິງ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.