ໜ້າຫຼັກ Gadzila Pinterest ລວມໄອເດຍຄົ້ນຫາແຮງບັນດານໃຈພ້ອມ Boards ສຸດຄຣີເອທີບ
Gadzila

Pinterest ລວມໄອເດຍຄົ້ນຫາແຮງບັນດານໃຈພ້ອມ Boards ສຸດຄຣີເອທີບ

Unlock Pinterest's full potential for content creators. Discover expert strategies to optimize boards, harness visual storytelling, and boost your creative marketing on Muan.Space.

ແບ່ງປັນ
Getting your Trinity Audio player ready...

ຄົ້ນຫາແຮງບັນດານໃຈໃໝ່ໆກັບແພລັດຟອມ Pinterest ທີ່ສາຍຄຣີເອທີບຕ້ອງຮູ້, ກັອດຈິລອງໃຊ້ມາຫຼາຍປີແລ້ວ ມັນເຮັດໃຫ້ຊີວິດງ່າຍຂຶ້ນບໍ່ວ່າຈະເປັນໄອເດຍໃໝ່ໆດ້ານການເຮັດວຽກ, ແຟຊັນ, ການອອກແບບ-ຕົກແຕ່ງ ແລະ ສູດອຫານ.

Pinterest ແມ່ນຫຍັງ?

Pinterest ແມ່ນແພລັດຟອມສໍາລັບການຄົ້ນຫາໄອເດຍ ແລະ ແຮງບັນດານໃຈຜ່ານຮູບພາບ ຫຼື ວິດີໂອສັ້ນ ເຊິ່ງຜູ້ໃຊ້ສາມາດ “ປັກໝຸດ (Pin)” ໄອເດຍ ຫຼື ເນື້ອຫາຕ່າງໆທີ່ມັກໄວ້ໃນຮູບແບບຂອງບອດ (Boards) ສ່ວນຕົວ ແລະ ປ່ອຍແບບ Published ຕາມຫົວຂໍ້ທີ່ສົນໃຈໄດ້ ເໝາະກັບສາຍຄອນເທັ້ນຄຣີເອເຕີ, ນັກອອກແບບ ຫຼື ຄົນທີ່ມັກຊອກຫາໄອເດຍໃໝ່ໆ.

ຈຸດເດັ່ນຂອງ Pinterest

ອິນເຕີເຟດສວຍງາມ, ເບິ່ງງ່າຍ ແລະ ການຄົ້ນຫາງ່າຍດ້ວຍປະໂຫຍກ (Keywords) ຫຼື ຮູບພາບ (Visual Search) ແລະ ຍັງມີແນະນຳຄຳຄົ້ນຫາທີ່ເຮົາອາດຈະສົນໃຈ (Personalized Feed), ສ້າງບອດສ່ວນຕົວຈັດແຍກໝວດໝູ່ໄດ້ ຖືວ່າເປັນແຫຼ່ງລວມເທຣນໃໝ່ທີ່ອັບເດດໃໝ່ຢູ່ສະເໝີ.

ຟີເຈີຣ໌ການປັກໝຸດ (Pin) ແລະ ບອດ (Boards)

Pin: ແຕ່ລະ Pin ທີ່ເປັນຮູບພາບ ຫຼື ວິດີໂອ ແມ່ນຈະເຊື່ອມໂຍງກັບໄອເດຍ ຫຼື ລິ້ງໄປຫາເວັບໄຊທ໌ຕົ້ນທາງເຊັ່ນ: ສູດອາຫານ, ຮ້ານຂາຍເຄື່ອງ ຫຼຶ ບົດຄວາມ.

Boards: ຜູ້ໃຊ້ສາມາດຈັດກຸ່ມ Pin ໄວ້ໃນ Boards ຕາມຫົວຂໍ້ທີ່ຕົນເອງກຳນົດເຊັ່ນ: ບ້ານໃນຝັນ ຫຼື ຮ້ານກາແຟໃນຝັນ. Boards ສາມາດຕັ້ງຄ່າເປັນສ່ວນຕົວ (ເບິ່ງໄດ້ຄົນດຽວ) ຫຼື ສາທາລະນະ (ແບ່ງປັນໃຫ້ຄົນອື່ນ).

ອ່ານຕື່ມ:  ແອັບໜ້າຮັກດີຕໍ່ໃຈ ສົ່ງຕໍ່ພະລັງງານບວກດ້ວຍບົດຄວາມ ແລະ ຮູບພາບ

Group Boards: ຜູ້ໃຊ້ສາມາດສ້າງບອດທີ່ເຮັດວຽກຮ່ວມກັບຜູ້ອື່ນເຊັ່ນ: ການວາງແຜນແຕ່ງງານກັບຄູ່ຮັກ ຫຼື ໂຄງການອອກແບບກັບທີມງານ.

Idea Pins: ຄ້າຍຄືກັບ Stories ໃນແພລັດຟອມອື່ນ, Idea Pins ເປັນວິດີໂອສັ້ນ ຫຼື ຮູບພາບຫຼາຍໜ້າທີ່ບອກເລື່ອງ ຫຼື ສະແດງຂັ້ນຕອນຕ່າງໆເຊັ່ນ: ສອນທາສີ ຫຼື ສູດອາຫານ.

Shopping Features: Pinterest ມີຟັງຊັນການຊື້ສິນຄ້າໂດຍກົງຜ່ານ Pins ທີ່ເຊື່ອມໂຍງກັບຮ້ານອອນລາຍ, ເຮັດໃຫ້ການຊອບປິ້ງງ່າຍຂຶ້ນ.

ປະໂຫຍດຂອງການໃຊ້ງານ

ການວາງແຜນ: ຜູ້ໃຊ້ສາມາດໃຊ້ Pinterest ວາງແຜນກິດຈະກຳຕ່າງໆເຊັ່ນ: ການແຕ່ງງານ, ປັບປຸງເຮືອນ ຫຼື ວາງແຜນທ່ອງທ່ຽວ.

ການສ້າງສັນຜົນງານ: ການອອກແບບ, ຄຣີເອເຕີ ແລະ ສິລະປິນສາມາດໃຊ້ Pinterest ເພື່ອສ້າງ mood boards ຫຼື ຊອກຫາແຮງບັນດານໃຈສຳລັບໂປຣເຈັກ.

ການຮຽນຮູ້: Pinterest ເປັນແຫຼ່ງຂໍ້ມູນສຳລັບການຮຽນຮູ້ສິ່ງໃໝ່ ຜ່ານບົດຄວາມ, ວິດີໂອສອນ ຫຼື ຄຳແນະນຳ.



Gadzila

Pinterest ແພລັດຟອມທີ່ລວມໄອເດຍຄົ້ນຫາແຮງບັນດານໃຈພ້ອມຟີເຈີຣ໌ Boards ສຸດຄຣີເອທີບ

ຄົ້ນຫາແຮງບັນດານໃຈໃໝ່ໆກັບແພລັດຟອມ Pinterest ທີ່ສາຍຄຣີເອທີບຕ້ອງຮູ້, ກັອດຈິລອງໃຊ້ມາຫຼາຍປີແລ້ວ ມັນເຮັດໃຫ້ຊີວິດງ່າຍຂຶ້ນບໍ່ວ່າຈະເປັນໄອເດຍໃໝ່ໆດ້ານການເຮັດວຽກ, ແຟຊັນ, ການອອກແບບ-ຕົກແຕ່ງ ແລະ ສູດອຫານ. Pinterest ແມ່ນຫຍັງ? Pinterest ແມ່ນແພລັດຟອມສໍາລັບການຄົ້ນຫາໄອເດຍ ແລະ ແຮງບັນດານໃຈຜ່ານຮູບພາບ ຫຼື ວິດີໂອສັ້ນ ເຊິ່ງຜູ້ໃຊ້ສາມາດ “ປັກໝຸດ (Pin)” ໄອເດຍ ຫຼື ເນື້ອຫາຕ່າງໆທີ່ມັກໄວ້ໃນຮູບແບບຂອງບອດ (Boards) ສ່ວນຕົວ ແລະ ປ່ອຍແບບ Published ຕາມຫົວຂໍ້ທີ່ສົນໃຈໄດ້ ເໝາະກັບສາຍຄອນເທັ້ນຄຣີເອເຕີ,…

ອ່ານຕື່ມ:  ຮັບມືແຜ່ນດິນໄຫວລວມ 6 ແອັບແຈ້ງເຕືອນຮູ້ທັນເຫດການເພື່ອລະວັງຄວາມສ່ຽງຈາກໄພພິບັດ










ມ່ວນຊວນຟັງ

ສາຍປາຕີ້ຫ້າມພາດ ເພາະສອງສາວສິລະປິນລາວ NutDao ແລະ Thinlamphone ມາພ້ອມກັບຜົນງານ ມາເດີອ້າຍ










ມ່ວນຊວນຟັງ

ສາທຸ ຜົນງານຈາກ Hopee Tii ແຣັບເປີ ລາວ-ອາເມຣິກາ ທີ່ບໍ່ໄດ້ພຽງແຕ່ປຸກໃຈ ແຕ່ໃຫ້ພອນຄວາມປັງທຸກທ່ອນ










ມ່ວນຊວນຟັງ

Phayu ThiLasath ກັບ single ທຳອິດທີ່ແຟນໆໃຈຈົດໃຈຈໍກັບເພງ ເຈັບບໍ່ເຄີຍຈຳ







ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ

ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນແນວຕັ້ງ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ ລວງເອົາເງິນໃນບັນຊີຂອງເຮົາຜ່ານ 3 ກົນອຸບາຍທີ່ຕ້ອງລະວັງ.

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

OpenAI ເປີດໂຕ ChatGPT-5 ຜູ້ຊ່ວຍ AI ສ່ວນຕົວທີ່ສະຫຼາດຍິ່ງກວ່າເກົ່າ

ChatGPT-5 ອັບເດດໃໝ່ຈາກ OpenAI ທີ່ຍົກລະດັບຄວາມສະຫຼາດ ແລະ ຄວາມເຂົ້າໃຈເນື້ອຫາທີ່ຊັບຊ້ອນ ພ້ອມຄວາມສາມາດໃນການຂຽນ Code ແລະ Content ຢ່າງມືອາຊີບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.