ໄດ້ມີໂອກາດຍ້ອນກັບໄປເບິ່ງວິດີໂອຕອບຄຳຖາມເກົ່າໆຂອງບັນດານາງງາມເທິງເວທີ Miss Universe ແລ້ວໄປສະດຸດກັບຄຳຖາມໜຶ່ງທີ່ໂຫດຫຼາຍ! ເອີ້ນໄດ້ວ່າເປັນການເອົາເລື່ອງການເມືອງລະດັບໂລກມາເຄາະປະຕູຖາມນາງງາມກັນເລີຍ ແລະ ທີ່ສຳຄັນຄື ມັນຄ້າຍຄືກັບສະຖານະການຄວາມຂັດແຍ້ງຂອງໂລກທີ່ກຳລັງຮ້ອນແຮງໃນຕອນນີ້ເລີຍ.
ຍ້ອນກັບໄປເທິງເວທີ Miss Universe ປີ 2015, ນາງງາມຈາກຟີລິບປິນ “Pia Wurtzbach” ຕ້ອງມາຕອບຄຳຖາມສຸດໂຫດ ກ່ຽວກັບປະເດັນການຕັ້ງຖານທັບອາເມຣິກາໃນປະເທດຂອງນາງ ແລ້ວລອງຄິດສະພາບເບິ່ງເດີ້ທຸກຄົນ! ນາງຕ້ອງຕອບຄຳຖາມທີ່ອ່ອນໄຫວແບບນີ້ຕໍ່ໜ້າຄົນອາເມຣິກາ! ເພາະປີນັ້ນເພິ່ນຈັດປະກວດກັນຢູ່ລັດເນວາດາ, ສະຫະລັດອາເມຣິກາ.
Steve : ເມື່ອຕົ້ນປີນີ້ ເກີດຂໍ້ໂຕ້ຖຽງໃນຟີລິບປິນກ່ຽວກັບການທີ່ສະຫະລັດອາເມຣິກາຕັ້ງຖານທັບໃນປະເທດຂອງເຈົ້າອີກຄັ້ງ, ເຈົ້າຄິດວ່າສະຫະລັດອາເມຣິກາຄວນມີຖານທັບໃນປະເທດຂອງເຈົ້າຫຼືບໍ່?
Pia : “ຂ້ອຍຄິດວ່າສະຫະລັດອາເມຣິກາ ແລະ ຟີລິບປິນມີຄວາມສຳພັນທີ່ດີຕໍ່ກັນມາໂດຍຕະຫຼອດ. ພວກເຮົາເຄີຍຖືກອາເມຣິກາປົກຄອງ, ພວກເຮົາກໍມີວັດທະນະທຳ ແລະ ປະເພນີຂອງພວກເຂົາມາຈົນເຖິງທຸກມື້ນີ້ ແລະ ຂ້ອຍຄິດວ່າພວກເຮົາຍິນດີຕ້ອນຮັບຊາວອາເມຣິກັນເປັນຢ່າງຍິ່ງ ແລະ ຂ້ອຍບໍ່ເຫັນວ່າເລື່ອງຈະເປັນບັນຫາຫຍັງເລີຍ.”
ຍ້ອນກັບໄປໃນປະຫວັດສາດ ຟີລິບປິນເຄີຍຕົກເປັນອານານິຄົມຂອງສະຫະລັດອາເມຣິກາໃນຊ່ວງປີ ຄ.ສ 1898–1946 ໂດຍສະຫະລັດ ໄດ້ເຂົ້າມາປະຕິຮູບລະບົບການສຶກສາ, ພາສາອັງກິດ ແລະ ການປົກຄອງແບບປະຊາທິປະໄຕສະໄໝໃໝ່ ເຊິ່ງເປັນໜຶ່ງໃນເຫດຜົນທີ່ຊາວຟີລິບປິນສື່ສານພາສາອັງກິດໄດ້ດີໃນພາກພື້ນນີ້.
ເຖິງວ່າຈະເກີດຄວາມຂັດແຍ້ງໃນຊ່ວງທຳອິດ, ແຕ່ສະຫະລັດ ກໍໄດ້ກຽມຄວາມພ້ອມໃຫ້ຟີລິບປິນປົກຄອງຕົນເອງ ແລະ ໄດ້ຮັບເອກະລາດສົມບູນເມື່ອວັນທີ 4 ກໍລະກົດ ຄ.ສ 1946 ແລະ ກາຍເປັນພັນທະມິດທີ່ໃກ້ຊິດຂອງສະຫະລັດ ໃນພາກພື້ນອາຊີປາຊີຟິກ.

ແນ່ນອນວ່າຄຳຕອບຂອງ Pia Wurtzbach ຍ່ອມສ້າງຄວາມບໍ່ພໍໃຈໃຫ້ຄົນຟີລິບປິນຈຳນວນໜຶ່ງ ແຕ່ຄຳຕອບນີ້ກໍແລກມາດ້ວຍມົງກຸດທີ 3 ທີ່ຟີລິບປິນລໍຄອຍມາກວ່າ 42 ປີ. ຄົນຈຳນວນໜຶ່ງຍົກຍ່ອງໃນເລື່ອງຂອງການມີສະຕິ, ປະຕິພານ, ໄຫວພິບ ແລະ ການເອົາຕົວລອດຂອງນາງ ດ້ວຍການກ່າວເຖິງຄວາມສຳພັນທີ່ດີຕໍ່ກັນຂອງສອງປະເທດນີ້ໃນການຕອບຄຳຖາມ. ແຕ່ບາງສ່ວນກໍເບິ່ງວ່າເປັນການເວົ້າເອົາໃຈອາເມຣິກາເກີນໄປ ແລະ ເປັນການຊັກເສິກສັດຕູເຂົ້າບ້ານ.
ແຕ່ການຄວ້າໄຊຊະນະໃນຄັ້ງນັ້ນ ກໍຫຼຸດຜ່ອນກະແສທີ່ໂຈມຕີນາງໄປໄດ້ຫຼາຍ. ນອກຈາກນັ້ນ ການຖືກປະກາດຜົນຜິດໂດຍສະຕີບ (Steve) ເປັນຂ່າວໂດ່ງດັງທົ່ວໂລກ ຈົນເຮັດໃຫ້ນາງໄດ້ຮັບຄວາມເຫັນໃຈ ແລະ ຖືກກົບດ້ວຍກະແສຄວາມຊື່ນຊົມ, ຍິນດີ ແລະ ການສະເຫຼີມສະຫຼອງໃນໄຊຊະນະຂອງຜູ້ຄົນແທນ.
ແຕ່ເຖິງຢ່າງໃດກໍຕາມ ນີ້ຖືເປັນໜຶ່ງໃນຄຳຖາມສຸດໂຫດທີ່ເຄີຍເກີດຂຶ້ນເທິງເວທີ Miss Universe.