ໜ້າຫຼັກ The Crown Exclusive Crown Talk ພອຍ ເພັດມະນີ: ເດັກສາວຜູ້ກ້າສູ້ເພື່ອຄວາມຝັນໃນ Oishi Teen Idol The Final Season
Crown TalkOishi Teen Idol

ພອຍ ເພັດມະນີ: ເດັກສາວຜູ້ກ້າສູ້ເພື່ອຄວາມຝັນໃນ Oishi Teen Idol The Final Season

ແບ່ງປັນ

ໂຫວດໃຫ້ T08 ພອຍ – ເພັດມະນີ ເພັດໄຊຍາ ໄດ້ທີ່ WeVote

ໃນໂຄງການ Oishi Teen Idol The Final Season ທີ່ກຳລັງເປັນທີ່ຈັບຕາຂອງໄວໜຸ່ມຫຼາຍໆຄົນ ມີເດັກສາວຜູ້ຫນຶ່ງທີ່ໂດດເດັ່ນດ້ວຍຄວາມກ້າຫານ ແລະ ຄວາມຕັ້ງໃຈ ລາວຄື ພອຍ – ເພັດມະນີ ເພັດໄຊຍາ ສາວນ້ອຍໄວ 17 ປີ ຜູ້ທີ່ກຳລັງສູ້ເພື່ອຄວາມຝັນຂອງຕົນເອງໃນເວທີແຫ່ງນີ້. ມື້ນີ້ພວກເຮົາຈະມາຮູ້ຈັກກັບລາວໃຫ້ຫຼາຍຂຶ້ນ ຜ່ານບົດສຳພາດທີ່ເຕັມໄປດ້ວຍແຮງບັນດານໃຈນີ້.

ພອຍ ເພັດມະນີ ເປັນນັກຮຽນຢູ່ໂຮງຮຽນ ມສ ວຽງຈັນ ແລະ ໃນປີນີ້ ລາວໄດ້ຕັດສິນໃຈລົງແຂ່ງຂັນໃນໂຄງການ Oishi Teen Idol The Final Season. “ຂ້ອຍຢາກລົງມາຫຼາຍປີແລ້ວ ແຕ່ບໍ່ກ້າ. ເຫັນວ່າປີນີ້ເປັນປີສຸດທ້າຍແລ້ວ ຂ້ອຍຈຶ່ງລອງສ່ຽງເບິ່ງ. ເຖິງຈະໄດ້ ຫຼື ບໍ່ໄດ້ກໍບໍ່ເປັນຫຍັງ” ພອຍກ່າວດ້ວຍຄວາມມຸ່ງຫມັ້ນ. ການຕັດສິນໃຈຄັ້ງນີ້ບໍ່ພຽງແຕ່ເປັນການທ້າທາຍຕົນເອງ ແຕ່ຍັງເປັນການກ້າວຂ້າມຄວາມຢ້ານກົວທີ່ເຄີຍມີມາກ່ອນ.

ເມື່ອຖາມວ່າມີສາມຄຳໃດທີ່ເຫັນວ່າເຂົ້າກັບຕົນເອງ ພອຍຕອບພ້ອມສຽງຫົວວ່າ “ງາມ ສະຕຣອງ (strong) ພ້ອມໃຊ້” ພ້ອມກັບອະທິບາຍຕື່ມວ່າ “ເລືອກສາມຄຳນີ້ກໍຕາມໂຕເລີຍ ຮ່າຮ່າຮ່າ”. ຄຳຕອບນີ້ສະແດງໃຫ້ເຫັນຄວາມທີ່ເປັນຄົນໝັ້ນໃຈ ແລະ ຄວາມເປັນຕົວເອງຂອງລາວ.

ສິ່ງທີ່ເຮັດໃຫ້ພອຍແຕກຕ່າງຈາກຜູ້ເຂົ້າແຂ່ງຂັນຄົນອື່ນໆ ແມ່ນການສະແດງສົດເທິງເວທີ. “ຂ້ອຍຄິດວ່າເປັນການ performance ເທິງເວທີ, ອິນເນີ້ທີ່ສະແດງອອກກັບເພງ ແລະ ການສະແດງຂອງຂ້ອຍ” ລາວກ່າວ. ຄວາມສາມາດໃນການຖ່າຍທອດອາລົມ ແລະ ພະລັງງານຜ່ານການສະແດງຄືຈຸດແຂງທີ່ລາວພູມໃຈ.

ໃນມຸມມອງຂອງ ພອຍ, ໄອດໍ້ທີ່ດີຄວນຈະເປັນ “ຄົນທີ່ເປັນຕົວແບບ, ມຸ່ງຫມັ້ນ, ໃຫ້ຂໍ້ຄິດ ແລະ ສາມາດສ້າງແຮງບັນດານໃຈ”. ລາວຢາກເປັນໄອດໍ້ເພາະ “ເປັນຄົນມັກການເຕັ້ນ, ການຮ້ອງ ແລະ ການສະແດງ ເຊິ່ງໄອດໍ້ຕອບໂຈດໃນສິ່ງນີ້. ລະກໍຫຼາຍຄົນທີ່ຕິດຕາມໄອດໍ້ກໍຈະມັກ ແລະ ໄອດໍ້ກໍເປັນແຮງບັນດານໃຈຂອງເຂົາເຈົ້າ. ຂ້ອຍກໍຢາກເປັນສ່ວນຫນຶ່ງທີ່ເປັນແຮງບັນດານໃຈໃຫ້ຄົນອື່ນ”.

ພອຍ ເປີດເຜີຍວ່າ ເຄີຍຮູ້ສຶກທໍ້ໃຈມາກ່ອນ ແຕ່ນາງບໍ່ເຄີຍຍອມແພ້. “ເມື່ອຍໄດ້ ທໍ້ໄດ້ ແຕ່ຢ່າຢຸດກັບສິ່ງທີ່ເຮົາຝັນ. ປາຍທາງເຮົາມັນຍິ່ງໃຫຍ່ ສິເມື່ອຍສໍ່າໃດເຮົາກໍບໍ່ຖອຍ. ສູ້ຈົນກວ່າຊິໄປຮອດຈຸດທີ່ເຮົາຝັນໄວ້” ນາງກ່າວພ້ອມທັງໃຫ້ຂໍ້ຄິດວ່າ “ໃນມື້ທີ່ທໍ້ແຮງ ໃຫ້ຄິດໄວ້ວ່າປາຍທາງເຮົາຄືສິ່ງທີ່ເຮົາລໍຄອຍມາຕະຫລອດ. ສະນັ້ນຄວາມພະຍາຍາມມັນບໍ່ທຳຮ້າຍໃຜແນ່ນອນ”. ຄຳເວົ້າເຫຼົ່ານີ້ສະທ້ອນໃຫ້ເຫັນຄວາມເຂັ້ມແຂງ ແລະ ຄວາມອົດທົນຂອງລາວໄດ້ເປັນຢ່າງດີ.

ອ່ານຕື່ມ:  "ມາແລ້ວບໍ່ໄດ້ຫຼິ້ນເກມຈະມາເຮັດຫຍັງ?" - ເທເລີ້

ການແຂ່ງຂັນຄັ້ງນີ້ມີຄວາມຫມາຍຫຼາຍຕໍ່ພອຍ. “ມັນເປັນອີກຂັ້ນຫນຶ່ງຂອງຊີວິດໃນການກ້າວຂ້າມໂຕເອງຂຶ້ນມາ ແລະ ເປັນການຮຽນຮູ້ທີ່ຍິ່ງໃຫຍ່ຂອງຂ້ອຍເລີຍ” ລາວກ່າວ. ບໍ່ວ່າຜົນການແຂ່ງຂັນຈະອອກມາເປັນແນວໃດ ປະສົບການໃນເວທີນີ້ກໍໄດ້ກາຍເປັນບົດຮຽນອັນລ້ຳຄ່າສຳລັບລາວແລ້ວ.

ສິລະປິນໃນດວງໃຈຂອງພອຍຄື Taylor Swift. “ລາວມີຄວາມເປັນຕົວແມ່, ເປັນຄົນທີ່ເກັ່ງ, ຫນ້າຊົມເຊີຍ ແລະ ເປັນແຮງບັນດານໃຈຂອງຂ້ອຍເລີຍ” ພອຍກ່າວດ້ວຍຄວາມປະທັບໃຈ. Taylor Swift ໄດ້ກາຍເປັນແບບຢ່າງ ແລະ ເປັນແຮງຂັບເຄື່ອນໃຫ້ລາວກ້າສູ້ຕໍ່ໄປ.

ສຳລັບຄົນທີ່ມີຝັນແຕ່ຍັງບໍ່ກ້າລົງມື ພອຍຝາກຂໍ້ຄິດໄວ້ວ່າ

“ເຮົາຕ້ອງລອງລົງມື ກວ່າຊິໄປຮອດອາດຈະຍາກລຳບາກແຕ່ມັນຄຸ້ມຄ່າແນ່ນອນ. ພູມໃຈໃນໂຕເອງ ເຊື່ອຫມັ້ນໃນໂຕເອງ ແລະກ້າເຮັດໃນສິ່ງທີ່ໂຕເອງຝັນ ຢ່າງມຸ່ງຫມັ້ນ ອົດທົນ. ສິ່ງທີ່ເຮົາພະຍາຍາມເຮັດມັນ ເກີດດອກອອກຜົນແນ່ນອນ”.

ສຸດທ້າຍນີ້ ພອຍຝາກຂໍ້ຄວາມຖິງທຸກຄົນວ່າ “ກາຝາກທຸກຄົນໂຫວດໃຫ້ພອຍ ຄົນລະໂຫວດ ລະກາເປັນແຮງເຊຍແຮງໃຈໃຫ້ພອຍແດ່ເດີ້”. ຖ້າທ່ານຢາກຕິດຕາມ ແລະ ໃຫ້ກຳລັງໃຈລາວ ສາມາດຕິດຕາມໄດ້ທີ່:

ມາຮ່ວມກັນເປັນກຳລັງໃຈໃຫ້ພອຍ ແລະ ຜູ້ເຂົ້າແຂ່ງຂັນທັງ 24 ຄົນໃນ Oishi Teen Idol The Final Season ເພື່ອກ້າວໄປສູ່ຄວາມຝັນຂອງເຂົາເຈົ້ານຳກັນເລີຍ!

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຊັນເດ້ ທິນນະກອນ ເດັກຂີ້ອາຍໃນມື້ນ້ັນ ສູ່ Mister Teen Laos 2025 ໃນມື້ນີ້

ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະເຮົາຈະບໍ່ຮູ້ເລີຍວ່າເຮົາເກັ່ງສ່ຳໃດ ຖ້າບໍ່ລອງເຮັດເບິ່ງກ່ອນ ນີ້ຄືຄຳເວົ້າຂອງ ຊັນເດ້ ທິນນະກອນ ຄຳວົງສາ, ໜຸ່ມນ້ອຍອາຍຸ 18 ປີ, ເຈົ້າຂອງມົງກຸດ...

ຕ໋ອດ ລີນ້າ ເຜີຍມຸມມອງຊີວິດ ສູ່ການເປັນແຮງບັນດານໃຈໃນວົງການແຟຊັ່ນລາວ

ນັບຕັ້ງແຕ່ບາດກ້າວທຳອິດທີ່ເລີ່ມຈາກຄວາມໃຝ່ຝັນ… ຈົນກາຍເປັນ “ຕົວແມ່” ທີ່ຄອງວົງການທັງເບື້ອງໜ້າ ແລະ ເບື້ອງຫຼັງ. ບໍ່ວ່າຈະເປັນ ນັກຮ້ອງ, ນັກສະແດງ, ນາງແບບ ຫຼື ພິທີກອນ,...

ຈາກຄຳວ່າບໍ່ກ້າ ສູ່ 1st Runner Up Mister Teen Laos 2025 | ຢູກິ ກິດຕິພູມ ຈັນທະວົງ

“ຕະຫຼອດເວລາ 3 ເດືອນນີ້ ມັນບໍ່ໄດ້ດົນເລີຍ, ແຕ່ຍັງເຮັດໃຫ້ຢູກິໄດ້ຮຽນຮູ້ສິ່ງໃໝ່ໆ ໄດ້ຫຼາຍຂະໜາດນີ້, ຮູ້ສຶກພູມໃຈ ແລະ ຢາກຂອບໃຈໃນຕົວເອງທີ່ຕັດສິນໃຈເອົາຊະນະຄວາມຢ້ານແລ້ວລົງສະໝັກ audition ໃນມື້ນັ້ນ.” ປະໂຫຍກນີ້ຄົງສະຫຼຸບເລື່ອງລາວຂອງ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.