ໂອໄມ້ດີ, ເນດດາວ ແລະ ນັກສ້າງເນື້ອຫາລາວ ຈັດກິດຈະກຳລະດົມທຶນສ້າງອາຄານຮຽນຢູ່ທີ່ ແຂວງຄຳມ່ວນ

ແບ່ງປັນ

ໂອໄມ້ດີ, ເນດດາວ ແລະ ນັກສ້າງເນື້ອຫາລາວ ຈັດກິດຈະກຳລະດົມທຶນສ້າງອາຄານຮຽນຢູ່ທີ່ ແຂວງຄຳມ່ວນ

04 February 2026 149

ເພາະການສຶກສາຄືຮາກຖານທີ່ສຳຄັນທີ່ສຸດ, ໂຄງການ “ເພື່ອໃຫ້ນ້ອງອິ່ມໃຈ” ຈຶ່ງໄດ້ກຳເນີດຂຶ້ນຈາກການຮວມຕົວກັນຂອງກຸ່ມນັກສ້າງເນື້ອຫາໃນລາວ ເພື່ອສົ່ງຕໍ່ຄວາມຊ່ວຍເຫຼືອໄປຍັງ ບ້ານຫາດທະນາ, ເມືອງບົວລະພາ, ແຂວງຄຳມ່ວນ.

ໂຄງການຊ່ວຍເຫຼືອ “ເພື່ອໃຫ້ນ້ອງອິ່ມໃຈ” ສ້າງຈາກກຸ່ມນັກສ້າງເນື້ອຫາໃນລາວທີ່ຮວມໂຕກັນລະດົມທຶນເພື່ອສ້າງອາຄານຮຽນ, ຊື້ອຸປະກອນການຮຽນ, ອຸປະກອນກີລາ ແລະ ເສື້ອກັນໜາວ. 

ໂຄງການ ເພື່ອໃຫ້ນ້ອງອິ່ມໃຈ ກໍຈັດເປັນປີທີ 3 ແລ້ວ ແລະ ໃນປີນີ້ແມ່ນນຳໂດຍ ນັກສ້າງເນື້ອຫາຈາກເຟສບຸກເພຈ Omaidy, Nethdao Channel, ນັກສຳຫຼວດ, Alaotheworld, Makame-ມາກະເມ ແລະ ອີກຫຼາກຫຼາຍຄົນທີ່ໄດ້ໃຫ້ການຊ່ວຍເຫຼືອ.

ນອກຈາກນີ້, ພວກເຂົາຍັງໄດ້ຊ່ວຍກັນອອກແບບເສື້ອຂາຍ ເພື່ອໄວ້ແລກປ່ຽນນ້ຳໃຈຈາກທຸກຄົນ ແລະ ນຳໄປຊື້ສິ່ງຈຳເປັນໃຫ້ນ້ອງໆໄດ້ໃຊ້ໄວ້ເພື່ອສຶກສາ.

ເປັນສິ່ງທີ່ເຮັດໃຫ້ໃຜຫຼາຍຄົນຕ້ອງຮູ້ສຶກປະທັບໃຈ ເພາະອາຄານຮຽນນັ້ນແມ່ນເຮັດດ້ວຍໄມ້ ແລະ ເກົ່າຫຼາຍແລ້ວ ເຊິ່ງມັນກໍໄດ້ເປເພໄປຕາມການເວລາ. ຄົນທີ່ໄດ້ຮ່ວມໃນໂຄງການນີ້, ພວກເຂົາຖືວ່າໄດ້ມອບຮອຍຍິ້ມໃຫ້ກັບນ້ອງໆ ແລະ ສ້າງຄວາມພ້ອມໃຫ້ກັບເຍົາວະຊົນລາວທີ່ຢູ່ເຂດຫ່າງໄກໄດ້ຮັບໂອກາດດີໆໃນດ້ານການສຶກສາ.

ອ່ານຕື່ມ:  ຮູ້ຈັກ tomotom ນັກສ້າງເນື້ອຫາສາຍທ່ອງທ່ຽວ ຜູ້ຕັ້ງເປົ້າເດີນທາງພິຊິດ 148 ເມືອງທົ່ວລາວ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.