ໜ້າຫຼັກ Muan.la - ສາລະບັນເທີງ The Interview ບໍ່ຕ້ອງລໍຖ້າມື້ອື່ນ: ເປີ້ – ໄຊຊະນະ ລາຊາພູມີ ໜຸ່ມລາວໄວ 18 ຜູ້ຄວ້າທຶນຮຽນຟຣີ 100% ສາຂານິເທດສາດ ມ. ກຸງເທບ
The Interview

ບໍ່ຕ້ອງລໍຖ້າມື້ອື່ນ: ເປີ້ – ໄຊຊະນະ ລາຊາພູມີ ໜຸ່ມລາວໄວ 18 ຜູ້ຄວ້າທຶນຮຽນຟຣີ 100% ສາຂານິເທດສາດ ມ. ກຸງເທບ

ແບ່ງປັນ
Getting your Trinity Audio player ready...

*ໝາຍເຫດ: ບົດຄວາມສຳພາດນີ້ Muan ໄດ້ທຳການເຜີຍແຜ່ຜ່ານທາງ Facebook ເມື່ອວັນທີ 1 ສິງຫາ 2024 ແລະ ນຳມາເຜີຍແຜ່ໃໝ່ຜ່ານເວັບໄຊ ເຊິ່ງຕອນນີ້ຜູ້ໃຫ້ສຳພາດໄດ້ເຂົ້າສຶກສາຢູ່ ມ. ກຸງເທບແລ້ວ.

ທຶນຂອງມະຫາວິທະຍາໄລກຸງເທບ ຫຼື ວ່າ ມ. ກຸງເທບ ເປັນທຶນໃນຝັນຂອງໃຜຫຼາຍໆຄົນໂດຍສະເພາະຜູ້ທີ່ຢາກຮຽນສາຍນິເທດສາດ! ມີບຸກຄົນໜຶ່ງທີ່ສາມາດຄວ້າທຶນ 100% ໄດ້ ແລະ ລາວກໍໄດ້ເລືອກຮຽນຄະນະນິເທດສາດ ສາຂາວິຊາວິທະຍຸກະຈາຍສຽງ, ວິທະຍຸໂທລະພາບ ແລະ ການຜະລິດສື່ສະຕຣີມມິງ.

ໄຊຊະນະ ລາຊາພູມີ ຫຼື ເປີ້ ໜຸ່ມນ້ອຍໄວ 18 ປີ ທີ່ຫາກໍຈົບຊັ້ນມັດທະຍົມຈາກໂຮງຮຽນມັດທະຍົມສົມບູນ ສາທິດ ນະຄອນຫຼວງວຽງຈັນ ຮຸ່ນທີ 14 ຜູ້ເຊິ່ງມີກິດຈະກຳທີ່ມັກເຮັດແມ່ນ ການເບິ່ງຮູບເງົາ, ຫຼິ້ນບອດເກມ, ອ່ານບົດຄວາມ-ຂ່າວສານຕ່າງໆ ແລະ ຟັງເພງ.

ເປີ້ເລົ່າວ່າ ຄະຕິປະຈຳໃຈຂອງເປີ້ ແມ່ນ “ບໍ່ມີມື້ໃດເໝາະເທົ່າມື້ນີ້” ເພາະສ່ວນໂຕເປັນຄົນມັກເລື່ອນມື້ເລື່ອນວັນ ກໍຄືອາລົມຕ້ອງມາກ່ອນແລ້ວຈຶ່ງລົງມືບືນເຮັດ (ບໍ່ດີເນາະວ່າບໍ່) ເລີຍຕ້ອງມີຄະຕິພົດນີ້ມາຄຸມສະຕິເຈົ້າຂອງແດ່ເຕີບໜຶ່ງ”.

ເປີ້ກ່າວວ່າ ຕົນເອງເປັນຄົນໜຶ່ງທີ່ສົນໃຈໃນດ້ານການອອກແບບຕົວອັກສອນໂລໂກ້ຮູບເງົາມາຕັ້ງແຕ່ຕອນຢູ່ມັດທະຍົມຕອນຕົ້ນ ເຫັນໂປສເຕີຂອງຕ່າງປະເທດຍາມໃດກໍໄດ້ແຕ່ສະອອນ ຢາກອອກແບບໃຫ້ພາສາລາວເຮົາງາມສ່ຳເຂົາເຈົ້າແດ່.

“ແຕ່ແລ້ວເຮົາກໍຖືກຊວນໄປເຮັດເພຈ ຮູບເງົາໂຊໄຊຕີ້ MovieSociety.Lao ກັບອ້າຍຮັກເຮົາ. ທີ່ວຽກຕ້ອງພົວພັນກັບຄ້າຍໜັງ”, ເປີ້ກ່າວ.

ເມື່ອຜົນງານເລີ່ມເຂົ້າຕາ ຈຶ່ງໄດ້ຮັບໂອກາດໃນການອອກແບບໂລໂກ້ພາສາລາວເລື່ອງທຳອິດກັບ Napha Media ຊື່ເລື່ອງ ມູ່ຫຼານ (Mulan) ໃນປີ 2020. ຕໍ່ມາໃນປີ 2021 ກໍໄດ້ໂອກາດມາເຮັດຄອນເທັ້ນໄປລົງເພຈໂຮງຮູບເງົາເມເຈີລາວ. ປີ 2022 ໄດ້ອອກແບບຜົນງານໂປສເຕີ ແລະ ຄອນເທັ້ນປະຈຳໃຫ້ກັບທາງ Napha Media ຍາວຈົນຮອດປັດຈຸບັນ.

“ຕອນນີ້ກໍຖືວ່າເຮົາເປັນ Content Provider ທີ່ເຮັດຄອນເທັ້ນຕ່າງໆຢາຍໃຫ້ທາງນະພາມີເດຍ, ໂຮງຮູບເງົາເມເຈີ້ ແລະ ບ່ອນອື່ນໆ ໃນນາມເພຈ ຮູບເງົາໂຊໄຊຕີ້ MovieSociety.Lao”

ອ່ານຕື່ມ:  ຟັງ Luh Wvn ເລົ່າຄວາມໃນໃຈກ່ຽວກັບການເຮັດເພງໃຫ້ຄົນພິເສດ ແລະ ຜົນງານເພງໃໝ່ Found You

“ດ້ວຍຄວາມທີ່ສິ່ງທີ່ເຮົາເຮັດຢູ່ກໍນອນຢູ່ໃນສາຍນິເທດສາດຢູ່ແລ້ວ ບວກກັບຄຳແນະນຳຂອງອ້າຍຮັກເຮົາວ່າ ຄວາມສາມາດລະດັບນີ້ ຄັນໄດ້ໄປຮຽນຕໍ່ຢູ່ໄທຄືຊິດີຫຼາຍ ເຮັດໃຫ້ເຮົາເລີ່ມສຶກສາຫາຂໍ້ມູນກ່ຽວກັບມະຫາວິທະຍາໄລຢູ່ໄທນັບຕັ້ງແຕ່ນັ້ນມາ”

ຈົນມາຮອດປີ 2022 ທີ່ທາງມະຫາວິທະຍາໄລກຸງເທບໄດ້ປະກາດເລື່ອງທຶນຮຽນປະລິນຍາຕີຟຣີ 4 ປີ ຕ້ອງໄດ້ມີແຟ້ມສະສົມຜົນງານ, ສ້າງສັນວິດີໂອຕາມຫົວຂໍ້ທີ່ເຂົາເຈົ້າກຳນົດ, ເປີ້ກໍໄດ້ຍື່ນເອກະສານຕ່າງໆເຂົ້າໄປ ພ້ອມທັງຄິດໃນໃຈວ່າ “ກໍພໍເຮັດເປັນຢູ່ ບໍ່ມີຫຍັງເກີນໃຈດອກ”.

ຕົບເຂົ່າເຈົ້າຂອງດັງປຶ້ງ ໂອເຄ! ປີ 2024 ຈະຕ້ອງເປັນຂອງເຮົາ ເຊິ່ງກໍເປັນຂອງເຮົາອີ່ຫຼີ ແຕ່ກໍຂໍຍອມຮັບເລີຍວ່າການກຽມໂຕຕ່າງໆ ມັນບໍ່ແມ່ນເລື່ອງງ່າຍເລີຍ! ????

ສິ່ງໃດທີ່ເຮັດໃຫ້ໄດ້ຮັບທຶນ? ເປີ້ກ່າວວ່າ ກໍໜ້າຈະເປັນຄວາມພິຖີພິຖັນ, ຄວາມຕັ້ງໃຈ, ຄວາມເປັນຕົວຂອງຕົວເອງ ແລະ ຄວາມຄິດແລ້ວຄິດອີກຂອງຕົນເອງໃນການປະກອບເອກະສານສຳຄັນຍື່ນທຶນ.

“ເຮົາຕີຄວາມໄວ້ເລີຍວ່າ ຄົນທີ່ຈະໄປເປັນນັກສຶກສາ ຫຼື ເດັກທຶນຂອງມະຫາໄລເຂົາເຈົ້າຕ້ອງເປັນຄົນທີ່ມີ Character ເດັ່ນຊັດ ເຊິ່ງເຮົາເອງກໍພະຍາຍາມເອົາຜົນງານເຮົາເຂົ້າສູ້ ເພາະເຮົາຮູ້ດີວ່າຕອນນັ້ນເຮົາບໍ່ມີຜົນງານທາງການວິຊາການຫຼາຍພໍທີ່ຈະສູ້ກັບຜູ້ຮ່ວມສະໝັກທ່ານອື່ນ ແຕ່ຖ້າເວົ້າເລື່ອງຄວາມບຸກບືນ ແລະ ເຊື່ອໝັ້ນຕໍ່ຕົນເອງເຮົາກໍບໍ່ນ້ອຍໜ້າໃຜແນ່ນອນ.”

ສຳລັບເຫດຜົນທີ່ເປີ້ເລືອກຮຽນຄະນະນີ້ ກໍຍ້ອນພາບຄະນະທຳອິດເມື່ອແນມໄປຫາ ມ. ກຸງເທບ ແມ່ນຄະນະນິເທດສາດ ເຊິ່ງມະຫາວິທະຍາໄລນີ້ກໍໂດດເດັ່ນດ້ານນີ້ມາແຕ່ໃດແລ້ວ.

“ທຸກຄົນຮູ້ບໍ່ວ່າເອື້ອຍແຮ່ນນາ 4EVE ກໍກຳລັງຈະຮຽນຈົບຈາກຄະນະນີ້-ມະຫາໄລນີ້ ຫຼືແມ້ແຕ່ອ້າຍນົນ ທະນົນ ກໍຈົບຈາກບ່ອນນີ້,” ເປີ້ ກ່າວ.

ສ່ວນເຫດຜົນທີ່ວ່າເປັນຫຍັງຕ້ອງເປັນພາກວິຊາ Broadcast ເທົ່ານັ້ນ ເປີ້ກ່າວວ່າ ກໍຍ້ອນວ່າໃນຫຼັກສູດມີວິຊາພາກສຽງ, ອັດລາຍການ Podcast ແຖມຍັງເຈາະເລິກເຖິງເບື້ອງໜ້າເບື້ອງຫຼັງ ພ້ອມດ້ວຍອຸປະກອນການຜະລິດສື່ທີ່ທັນສະໄໝແທ້ໆນຳອີກ ເຊິ່ງນອນຢູ່ໃນສິ່ງທີ່ຕົນເອງສົນໃຈ ແລະ ເຫັນວ່າຈະເປັນທ່າອ່ຽງສຳຄັນໃນອະນາຄົດທີ່ທຸກຄົນສາມາດສ້າງສື່ອອນລາຍຂອງໂຕເອງໄດ້ ເຖິງວ່າຈະມີພຽງໂທລະສັບໜ່ວຍດຽວໃນມືກໍຕາມ.

ເຮົາຄິດວ່າສາຍນີ້ສາມາດເອົາໄປຕໍ່ຍອດໄດ້ຫຼາຍເລີຍ ຂໍແຕ່ກ້າສະແດງອອກ ຫຼື ຮູ້ວ່າໂຕເອງຖະໜັດອີ່ຫຍັງ ກໍຄືເປັນໄດ້ຕັ້ງແຕ່ຜູ້ຂຽນບົດ, ຜູ້ປະກາດຂ່າວ, ຕັດຕໍ່, ອອກແບບ, ຜູ້ກຳກັບ, ຜູ້ຜະລິດລາຍການ, ການຕະຫຼາດ ແລະ ອື່ນໆບັກຫຼາຍໆ ຫຼື ຈົບແລ້ວຊິມາຮ່ວມເຮັດວຽກນຳມ່ວນກໍຍັງໄດ້

ໃນສ່ວນຂອງອະນາຄົດ ເປີ້ ຄິດວ່າວ່າຕົນເອງກໍໜ້າຈະເຮັດໃນສາຍທີ່ຮຽນໄປກ່ອນ ແຕ່ເປົ້າໝາຍທີ່ແທ້ຈິງແມ່ນຢາກຈົບປະລິນຍາໂທຢູ່ຕ່າງປະເທດ.

ອ່ານຕື່ມ:  ຮູ້ຈັກກັນໃຫ້ຫຼາຍຂຶ້ນ "ຈອນນີ້ ພວງສຸວັນ" ກັບບົດ ໂນ້ ບ່າວບາຣິສຕ້າຫຼວງພະບາງໃນ ສຸກໃຈ ຊີຣີສ໌

“ຖ້າເສັງໄດ້ແທ້ກໍຄົງຈະຕັ້ງໃຈສຸດຂີດໃຫ້ໂຕເອງຈົບຮອດລະດັບນັ້ນໃຫ້ໄດ້ອີ່ຫຼີພຸ້ນແຫຼະ ເພາະຕອນນີ້ເຮົາເລັງທຶນປ.ໂທ ໄວ້ໃນໃຈແລ້ວ, ແຕ່ຊິໄດ້ຄືເອື້ອຍອ້າຍບໍ່ກໍອີກເລື່ອງເພາະຕອນນີ້ຍັງບໍ່ຈົບ ປ.ຕີ ຊ້ຳ ມີແຕ່ລຸ້ນເອົາໃຈຊ່ວຍກັນລ່ວງໜ້າໄດ້ເດີ,” ເປີ້ກ່າວ.

ສຳລັບໃຜທີ່ສົນໃຈເລື່ອງຮຽນ ເປີ້ແບ່ງປັນວ່າ ສາຍນິເທດ ໃນປະເທດໄທ ກໍຄືມະຫາວິທະຍາໄລກຸງເທບແຫ່ງນີ້ ກໍສາມາດທັກໄປສອບຖາມລາຍລະອຽດກັບເພຈຂອງທາງມະຫາມະຫາວິທະຍາໄລຫຼື ນຳເປີ້ກ່ອນກໍໄດ້ ເພາະລາວເອງກໍຕື່ນເຕັ້ນທີ່ຈະໄດ້ຮຽນເກືອບຈະບໍ່ໄຫວ.

ໃນສ່ວນຂອງນັກລ່າທຶນ ຢາກແອ້ມໆບອກວ່າ ‘ຟາມ’ ຜົນງານທີ່ຄິດວ່າກ່ຽວຂ້ອງກັບຄະນະທີ່ໂຕເອງໝາຍຈະເຂົ້າໄວ້ຫຼາຍໆ, ຊ້ອມວິທີການເຮັດແຟ້ມສະສົມຜົນງານ ຫຼື Portfolio ໃຫ້ມັດໃຈກຳມະການໄວ້ກໍຍິ່ງຈະເປັນການດີ. ສຳຄັນກໍຄື ຮັກຕົວເອງ, ເປັນຕົວເອງເຂົ້າໄວ້ແລ້ວກໍຢ່າລືມຊ້ອມຕອບຄຳຖາມໄວ້ພ້ອມເດີ ເພາະທຶນນີ້ ເຂົາມີເສັງສຳພາດນຳ ????

ສາມາດຕິດຕາມເປີ້ໄດ້ທີ່:

Facebook: Xaysana Lasaphoumee

TT: whisperxsn

IG: whisper.xsn

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

ເປ່ເລ້ ວັນປະເສີດ ຈາກຄົນທຳມະດາສູ່ Trainer ອອກກຳລັງກາຍທີ່ເປັນແຮງບັນດານໃຈໃນການປັ້ນຫຸ່ນໃຫ້ຄົນທຸກໄວ

ດ້ວຍຄວາມຮັກໃນການອອກກຳລັງກາຍ ສູ່ການສ້າງ Pele Fitness Club ເພື່ອສົ່ງຕໍ່ແຮງບັນດານໃຈໃຫ້ທຸກຄົນຫັນມາຮັກສາສຸຂະພາບ.

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຊັນເດ້ ທິນນະກອນ ເດັກຂີ້ອາຍໃນມື້ນ້ັນ ສູ່ Mister Teen Laos 2025 ໃນມື້ນີ້

ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະເຮົາຈະບໍ່ຮູ້ເລີຍວ່າເຮົາເກັ່ງສ່ຳໃດ ຖ້າບໍ່ລອງເຮັດເບິ່ງກ່ອນ ນີ້ຄືຄຳເວົ້າຂອງ ຊັນເດ້ ທິນນະກອນ ຄຳວົງສາ, ໜຸ່ມນ້ອຍອາຍຸ 18 ປີ, ເຈົ້າຂອງມົງກຸດ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.