ໜ້າຫຼັກ Muan.la - ສາລະບັນເທີງ Muan Watch - ມ່ວນຊວນເບິ່ງ ເຂົາຢູ່ກັບເຮົາ = ເຂົາຮັກເຮົາ? ຣີວິວ “ວິມານໜາມ” ກັບປະເດັນການຕໍ່ສູ້ຍາດຊີງ “ຄວາມຮັກ”
Muan Watch - ມ່ວນຊວນເບິ່ງ

ເຂົາຢູ່ກັບເຮົາ = ເຂົາຮັກເຮົາ? ຣີວິວ “ວິມານໜາມ” ກັບປະເດັນການຕໍ່ສູ້ຍາດຊີງ “ຄວາມຮັກ”

ແບ່ງປັນ

ມາຮອບເດິກອີກແລ້ວກັບຣີວິວໜັງຫຼັງເບິ່ງຈົບ. ຍອມຮັບວ່າໄດ້ເບິ່ງ ວິມານໜາມ ແບບໂຄ້ງສຸດທ້າຍອີ່ຫຼີ ຫຼາຍໆຄົນຄືຊິໄດ້ໄປເບິ່ງກັນມາໝົດແລ້ວ. ແຕ່ກໍຄືເກົ່າ ຂໍມາເລົ່າສູ່ທຸກຄົນຟັງ ແລະ ສາມາດແລກປ່ຽນມຸມມອງກັນໄດ້ກ່ຽວກັບເລື່ອງລາວທີ່ເກີດຂຶ້ນໃນເລື່ອງນີ້.

ວິມານໜາມ ຜົນງານການກຳກັບຂອງ ບອສ ກູໂນ ເຊິ່ງຜູ້ຂຽນເອງກໍໄດ້ຕິດຕາມຜົນງານຂອງລາວມາກ່ອນ ຕັ້ງແຕ່ສະໄໝທີ່ເຮັດຊີຣີສ໌ເລື່ອງ ແປຮັກຂ້ອຍ ດ້ວຍໃຈເຈົ້າ (แปลรักฉันด้วนใจเธอ) ທີ່ເປັນເລື່ອງລາວກ່ຽວກັບ LGBTQ+ ຄືກັບເລື່ອງນີ້.

ກ່ອນອື່ນຕ້ອງຂໍຍ້ອງໃນແງ່ຂອງຄວາມລະອຽດທີ່ເຮັດອອກມາ. ຕັ້ງແຕ່ຊີຣີສ໌ ແປຮັກ ມາຈົນຮອດໜັງເລື່ອງນີ້ ທີ່ລາວໃສ່ໃຈໃນທຸກໆອົງປະກອບ ທັງໃນແງ່ຂອງເນື້ອເລື່ອງທີ່ເຂັ້ມຂຸ້ນ ຕັ້ງໃຈສ້າງຕົວລະຄອນຂຶ້ນມາໃຫ້ມີຄວາມສົມຈິງ ມີຄວາມເປັນມະນຸດ ໄປຈົນຮອດໂພຣດັກຊັນ ທີ່ເຮັດອອກມາໄດ້ດີແຮງ ຈັບເອົາສາກຫຼັງຂອງສວນທຸລຽນມາເປັນໂຕເລົ່າເລື່ອງ ສອດແຊກດ້ວຍວິຖີຊີວິດຂອງຄົນແມ່ຮ່ອງສອນ ທີ່ບໍ່ແມ່ນສິ່ງທີ່ເວີ້ວັງເກີນຈິງ ແຕ່ເປັນສິ່ງທີ່ເກີດຂຶ້ນໃນແຕ່ລະມື້ ມັນຈຶ່ງມີຄວາມເປັນທຳມະຊາດຫຼາຍ.

ສຳລັບເນື້ອເລື່ອງ ກໍຄືທີ່ຫຼາຍໆຄົນຮູ້ກັນວ່າ ທີມຜູ້ສ້າງຢາກຍົກເອົາປະເດັນຄວາມບໍ່ເທົ່າທຽມທີ່ເກີດຂຶ້ນໃນສັງຄົມໄທ ໂດຍສະເພາະໃນເລື່ອງຂອງຄູ່ຮັກເພດດຽວກັນ ຢ່າງ ທອງຄຳ ແລະ ເສກ ທີ່ທັງສອງເປັນຄູ່ຮັກຊາຍ-ຊາຍ ແຕ່ໃນທາງກົດໝາຍຂອງໄທໃນຕອນນັ້ນ ທັງສອງຄົນເປັນເພດດຽວກັນ ທຸກຢ່າງທີ່ເກີດຂຶ້ນລະຫວ່າງທັງສອງຄົນ ກົດໝາຍບໍ່ຮັບຮູ້ ແລະ ເມື່ອເກີດເຫດການທີ່ ເສກ ຕົກຕົ້ນທຸລຽນຕາຍ ແລະ ຕ້ອງໄດ້ຜ່າຕັດ, ທອງຄຳທີ່ເປັນຄົນຮັກບໍ່ສາມາດທີ່ຈະເຊັນໃຫ້ຜ່າຕັດໄດ້ ລວມທັງຫຼັງຈາກທີ່ ເສກ ຕາຍ, ຊັບສິນຕ່າງໆທີ່ອອກຊື່ເສກ, ທອງຄຳກໍບໍ່ມີສິດໃນສ່ວນນີ້ເຊັ່ນກັນ.

ເຫດການທັງໝົດນັ້ນ ໄດ້ນຳມາສູ່ຄວາມອົນລະວົນຍາດແຍ່ງທີ່ດິນສວນທຸລຽນ ແລະ ເຮືອນ ລະຫວ່າງ ທອງຄຳ, ແມ່ແສງ ແມ່ຂອງເສກ ແລະ ໂໝ ທີ່ເປັນພຽງລູກສາວທີ່ແມ່ແສງຮັບມາລ້ຽງ ຈົນກາຍເປັນການຟາດຟັນທີ່ນຳໄປສູ່ຈຸດຈົບທີ່ບໍ່ມີຜົນດີ ແລະ ບໍ່ມີໃຜໄດ້ຫຍັງເລີຍ ບໍ່ວ່າຈະເປັນຊັບສິນ ໄປຈົນເຖິງຄວາມຮັກທີ່ແຕ່ລະຕົວລະຄອນຕໍ່ສູ້ຍາດຊີງກັນ ສຸດທ້າຍກໍບໍ່ມີໃຜໄດ້ຫຍັງ. ບໍ່ໄດ້ຫຍັງເລີຍ. ທຸກຄົນສູນເສຍ ສູນເສຍທຸກຢ່າງ.

ອ່ານຕື່ມ:  ພາຮູ້ຈັກ 'ເກັ່ງ ຫະຣິດ' ໜຸ່ມໄທຜູ້ແຈ້ງເກີດຈາກຮູບເງົາສຸດເດືອດ ວິມານໜາມ

ຄຳຖາມທີ່ເກີດຂຶ້ນໃນຫົວຫຼັງຈາກຍ່າງອອກຈາກໂຮງແມ່ນ ການທີ່ເຮົາຄິດວ່າໂຕເອງໄດ້ຮັບຄວາມຮັກຈາກຄົນໆໜຶ່ງນັ້ນ ຄວາມຈິງແລ້ວ ເຂົາຮັກເຮົາແທ້ບໍ? ຫຼື ນັ້ນເປັນພຽງແຕ່ຄົນໆໜຶ່ງທີ່ເຮົາກໍຮອດບໍ່ຮູ້ຊໍ້າວ່າ ທາງໃນຂອງເຂົາມີຫຍັງແອບແຝງ ແລະ ກຳລັງຄິດຫຍັງຢູ່ ເພາະສຸດທ້າຍແລ້ວ ຈິດໃຈຂອງຄົນກໍເປັນສິ່ງທີ່ເລິກເກີນກວ່າທີ່ຈະຢັ່ງເຖິງ.

ຄົນທີ່ບອກວ່າຮັກເຮົາ ແລະ ເລືອກທີ່ຈະຢູ່ກັບເຮົາ, ລາວຮັກເຮົາຄົນດຽວແທ້ໆບໍ່? ຫຼື ລັບຫຼັງລາວບອກຄຳວ່າຮັກນັ້ນກັບຄົນອື່ນຫຼາຍກວ່າບອກກັບເຮົາອີກ?

ປະເດັນນີ້ຂ້ອນຂ້າງສະເທືອນໃຈຫຼາຍ. ເບື້ອງໜ້າຂອງໜັງທີ່ເຮົາເຫັນໂຄສະນາໜັງວ່າເປັນການຍາດຊີງຊັບສິນກັນນັ້ນ ເບື້ອງຫຼັງທີ່ເລິກລົງໄປລ້ວນແລ້ວແຕ່ເຕັມໄປດ້ວຍຄວາມຫຼົງ, ຄວາມໂມຫະ, ຄວາມແຄ້ນທີ່ຢາກເອົາຄືນ ເຊິ່ງເມື່ອຈະເອົາຄືນໄດ້ແລ້ວ ຄວາມຈິງກໍມາຟາດໜ້າອີກບາດ ຟາດໄປຟາດມາຈົນເຮົາບໍ່ສາມາດຕັດສິນໄດ້ວ່າ ໃຜຜິດ ຫຼືໃຜຖືກ ເພາະແຕ່ລະຕົວລະຄອນຕ່າງກໍມີປັດໄຈທີ່ກະທົບໃຫ້ເຂົາເຈົ້າກາຍເປັນແບບທີ່ເຫັນໃນໜັງ.

ໃນອົງສຸດທ້າຍຂອງໜັງ ຢາກບອກຜູ້ກຳກັບວ່າ ເຈົ້າໃຈຮ້າຍຫຼາຍ. ທັງໝົດທີ່ເກີດຂຶ້ນກັບທອງຄຳ ແລະ ຕົວລະຄອນອື່ນໆກໍຖືວ່າສາຫັດສາກັນຫຼາຍແລ້ວ ການຈົບແບບສະເທືອນອາລົມແບບນັ້ນ ເຮັດເອົາຜູ້ເບິ່ງໄປບໍ່ເປັນ ແລະ ຮູ້ສຶກຕັນແບບບອກບໍ່ຖືກ.

ຖ້າເປັນໄປໄດ້ ໃນຕອນຈົບກໍຢາກເຫັນຊີວິດຂອງຕົວລະຄອນທີ່ດິ້ນລົນມາຫຼາຍແລ້ວ ຈົບລົງໃນແບບທີ່ບໍ່ໄດ້ເຈັບປວດຫຍັງຂະໜາດນັ້ນ… ແລະ ໃຫ້ຄວາມຮັກຄັ້ງໃໝ່ຢຽວຢາຈິດໃຈຂອງລາວ ກໍເທົ່ານັ້ນເອງ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
Muan Watch - ມ່ວນຊວນເບິ່ງ

Wednesday Season 2: ຄວາມມືດມົນທີ່ກັບມາພ້ອມຄະດີຄາດຕະກຳສຸດເລິກລັບ

ໃຜທີ່ມັກເບິ່ງຊີຣີສ໌ແຟນຕາຊີເລິກລັບ ຊວນໃຫ້ຫຼົງໄຫຼໄປກັບການໄຂຄະດີເລື່ອງລາວຂອງ Wednesday Addams ສາວໂກທິກ (Gothic) ສາຍມືດມົນຈາກຕະກຸນຄອບຄົວສຸດປະຫຼາດ The Addams Family ຕ້ອງລອງເບິ່ງເລີຍ, ຮັບຮອງວ່າບໍ່ຜິດຫວັງແນ່ນອນ....

Muan Watch - ມ່ວນຊວນເບິ່ງ

ເຂັມຈິຣາຕ້ອງລອດ: ຊີຣີສ໌ທີ່ຫຼອນໄດ້ໃຈ ເນື້ອຫາສຸດເຂັ້ມຂຸ້ນທີ່ມາພ້ອມກັບຄວາມເລິກລັບ

ເຂັມຈິຣາຕ້ອງລອດ (เขมจิราต้องรอด khemjira the series) ແມ່ນນິຍາຍທີ່ເຄີຍສ້າງປາກົດການທີ່ມີຍອດຜູ້ອ່ານຫຼາຍເຖິງ 10 ລ້ານຄັ້ງໃນແອັບອ່ານນິຍາຍອອນລາຍ ແລະ ຕິດອັນດັບ Best Seller...

Muan Watch - ມ່ວນຊວນເບິ່ງ

ເອົາໃຈຊ່ວຍຄົນໂສດຈີບກັນໃນລາຍການ Better Late Than Single

ໂສດມາທັງຊີວິດກໍເຖິງເວລາເປີດໃຈ ຕິດຕາມລາຍການ Better Late Than Single ຈາກ Netflix ນຳໜຸ່ມ-ສາວ 10 ຄົນທີ່ບໍ່ເຄີຍມີແຟນມາກ່ອນ ມາຮຽນຮູ້ຄວາມຮັກເປັນຄັ້ງທຳອິດ.

Muan Watch - ມ່ວນຊວນເບິ່ງ

ໝູ່ສະໜິດທີ່ຫາຍຕົວໄປໃນປ່າໜຶ່ງອາທິດກັບມາ ພ້ອມປ່ຽນໄປ ຫຼື “ນີ້ບໍ່ແມ່ນຮິຄາຣຸ”

ໝາຍເຫດ: ເນື້ອຫານີ້ອາດມີສະປອຍ ແລະ ອ້າງອີງຈາກຕົ້ນສະບັບເອນິເມຊັນ. The Summer Hikaru Died – ລະດູຮ້ອນທີ່ຮິຄາຣຸຈາກໄປ ແມ່ນເອນິເມຊັນສັນຊາດຍີ່ປຸ່ນທີ່ສ້າງມາຈາກມັງງະ. ມີເນື້ອຫາເວົ້າເຖິງຄວາມຜູກພັນຂອງໝູ່ສະໜິດ,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.