ມາຮອບເດິກອີກແລ້ວກັບຣີວິວໜັງຫຼັງເບິ່ງຈົບ. ຍອມຮັບວ່າໄດ້ເບິ່ງ ວິມານໜາມ ແບບໂຄ້ງສຸດທ້າຍອີ່ຫຼີ ຫຼາຍໆຄົນຄືຊິໄດ້ໄປເບິ່ງກັນມາໝົດແລ້ວ. ແຕ່ກໍຄືເກົ່າ ຂໍມາເລົ່າສູ່ທຸກຄົນຟັງ ແລະ ສາມາດແລກປ່ຽນມຸມມອງກັນໄດ້ກ່ຽວກັບເລື່ອງລາວທີ່ເກີດຂຶ້ນໃນເລື່ອງນີ້. ວິມານໜາມ ຜົນງານການກຳກັບຂອງ ບອສ ກູໂນ ເຊິ່ງຜູ້ຂຽນເອງກໍໄດ້ຕິດຕາມຜົນງານຂອງລາວມາກ່ອນ ຕັ້ງແຕ່ສະໄໝທີ່ເຮັດຊີຣີສ໌ເລື່ອງ ແປຮັກຂ້ອຍ ດ້ວຍໃຈເຈົ້າ (แปลรักฉันด้วนใจเธอ) ທີ່ເປັນເລື່ອງລາວກ່ຽວກັບ LGBTQ+ ຄືກັບເລື່ອງນີ້. ກ່ອນອື່ນຕ້ອງຂໍຍ້ອງໃນແງ່ຂອງຄວາມລະອຽດທີ່ເຮັດອອກມາ. ຕັ້ງແຕ່ຊີຣີສ໌...