ໜ້າຫຼັກ Gadzila META AI ເປີດໂຕໃຊ້ CHATBOT ໃນແພລດຟອມ Facebook, Messenger, Instagram ແລະ WhatsApp
Gadzila

META AI ເປີດໂຕໃຊ້ CHATBOT ໃນແພລດຟອມ Facebook, Messenger, Instagram ແລະ WhatsApp

ພາມາຮູ້ຈັກກັບ AI ຕົວໃໝ່ກັນ ແລະ AI ໂຕນີ້ຖືກສ້າງມາຈາກຄ້າຍທີ່ມີຫຼາກຫຼາຍແພລດຟອມດັງຢ່າງ META AI ໄດ້ເປີດໂຕນຳໃຊ້ CHATBOT ໃນແພລດຟອມຢ່າງ Facebook, Messenger, Instagram ແລະ WhatsApp.

ແບ່ງປັນ
Getting your Trinity Audio player ready...

ມື້ນີ້ ກັອດຈິ ພາມາຮູ້ຈັກກັບ AI ຕົວໃໝ່ກັນ ແລະ AI ໂຕນີ້ຖືກສ້າງມາຈາກຄ້າຍທີ່ມີຫຼາກຫຼາຍແພລດຟອມດັງຢ່າງ META AI ທີ່ມາໃນຮູບແບບ CHATBOT ໄດ້ເປີດໂຕໃຫ້ໄດ້ນຳໃຊ້ໃນແພລດຟອມຢ່າງ Facebook, Messenger, Instagram ແລະ WhatsApp.

ຫຼັງຈາກການເປີດໂຕຢ່າງເປັນທາງການຂອງ Meta AI ມາແລ້ວນັ້ນ ພວກເຮົາມາຮູ້ຈັກກັນໃຫ້ຫຼາຍຂຶ້ນວ່າມັນແມ່ນຫຍັງ ແລະ ໃຊ້ງານແນວໃດ?

  • ມັນເປັນລະບົບ AI ທີ່ທາງບໍລິສັດ Meta ໄດ້ໃຊ້ເງິນລົງທຶນຈຳນວນຫຼາຍ, ເພື່ອພັດທະນາລະບົບປັນຍາປະດິດເປັນຂອງຕົນເອງ ໂດຍໃນເວີຊັນຫຼ້າສຸດນີ້ໄດ້ໃຊ້ໂມເດລທີ່ມີຊື່ວ່າ Llama 3 ແລະ ເຄີຍມີຂ່າວອອກມາໃນຕອນຕົ້ນປີນີ້ວ່າ Meta ໄດ້ໃຊ້ໂຄງສ້າງພື້ນຖານຄອມພິວເຕີຂະໜາດໃຫຍ່ທີ່ມີ GPU NVIDIA ປະມານແສນໜ່ວຍ ເຊິ່ງໃຫ້ມາຊ່ວຍໃນການຄຳນວນລະບົບ ໂດຍມີເປົ້າໝາຍຫຼັກແມ່ນເພື່ອສ້າງປັນຍາປະດິດທີ່ສາມາດເຂົ້າໃຈເຮົາໄດ້ຄືມະນຸດ.
  • ເປັນຜູ້ຊ່ວຍເຮົາໄດ້ໃນຮູບແບບ CHATBOT ໂດຍໃຊ້ລັກສະນະຄ້າຍຄືກັນກັບ ChatGPT, Gemini ທີ່ສາມາດຊ່ວຍຫາຂໍ້ມູນ, ສະຫຼຸບຂໍ້ມູນ ແລະ ຄິດໄອເດຍລວມເຖິງການສ້າງຮູບພາບຜ່ານຄຳສັ່ງ. ເຮົາສາມາດໃຊ້ງານ Meta AI ໄດ້ໂດຍເບິ່ງທີ່ຊ່ອງທາງການຄົ້ນຫາໃນໜ້າຫ້ອງແຊັດ ແລະ ຍັງສາມາດໃຊ້ໃນກຸ່ມແຊັດຂອງ Messenger ໂດຍການ @META AI ຕາມດ້ວຍສິ່ງທີ່ເຮົາຢາກຮູ້, ໃຊ້ໄດ້ຟຣີໃນຫຼາຍໆປະເທດ ເລີ່ມຕົ້ນຈາກອາເມລິກາ ແລະ ຂະຫຍາຍໄປສູ່ອີກຫຼາຍປະເທດຄາດວ່າຈະຖືກນຳໃຊ້ໃນລາວໃນໄວໆນີ້.

ພວກເຮົາມາຕິດຕາມກັນຕໍ່ໄປວ່າ Meta AI ຈະສາມາດພັດທະນາລະບົບ ເພື່ອມາແຂ່ງຂັນກັບ ChatGPT ຂອງ OpenAI ຫຼື Gemini ຂອງ Google ໄດ້ ຫຼື ບໍ? ການມາຂອງ Meta AI ແມ່ນຖືໄດ້ວ່າເປັນກ້າວສຳຄັນໃນວົງການ AI ທີ່ຫຼາຍຄົນໃຫ້ຄວາມສົນໃຈຫຼາຍ.

ອ່ານຕື່ມ:  Facebook ປັບເງື່ອນໄຂວິດີໂອຈະຖືກລົບອອກພາຍໃນ 90 ວັນ ແນະນຳໃຫ້ຮີບຍ້າຍອອກຈາກແພລັດຟອມ ຫຼື ດາວໂຫຼດເກັບໄວ້

ທຸກຄົນຄິດວ່າການເປີດໂຕໃຫ້ໃຊ້ງານຂອງ META AI ໃນຄັ້ງນີ້ມັນຈະສະດວກວ່ອງໄວ ແລະ ໃຫ້ຂໍ້ມູນທີ່ຕອບໂຈດຂອງທຸກຄົນ ຫຼື ບໍ່?

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

ມັກໃຜຢູ່ “ສະກິດ” ເລີຍ ຄົນໂສດອາດມີແຟນກ່ອນຈົບປີ ເພາະ Meta ນຳຟີເຈີເກົ່າສຸດຮິດໃນຍຸກທຳອິດກັບມາ

ຂ່າວດີສຳລັບຄົນໂສດ Meta ດຶງເອົາຟີເຈີ Poke ສຸດຮິດໃນຍຸກທຳອິດຂອງ Facebook ກັບມາໃຊ້ໃນສະຖານະການທີ່ເໝາະກັບການສະແດງອອກຄືການ Flirting ຫຼື Playfu ໃຫ້ເຮົາສາມາດທັກທາຍຄົນທີ່ກຳລັງສົນໃຈ.

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.