ໝາຍເຫດ: ເນື້ອຫານີ້ອາດມີສະປອຍ ແລະ ອ້າງອີງຈາກຕົ້ນສະບັບຈາກກາຕູນໃນບາງສ່ວນຂອງເມືອງ “Logue Town” ແລະ ການເດີນທາງ “ເຂົ້າສູ່ແກຣນດ໌ລາຍ” ທີ່ຄາດວ່າຈະເປັນຊ່ວງເວລາດຽວກັນຂອງຊີຊັນ 2 ໃນພາກຄົນສະແດງ.
ໃຜທີ່ກຳລັງຫາຊີຣີສ໌ແນວຜະຈົນໄພ, ດຣາມາ, ແຟນຕາຊີ ທີ່ໃຫ້ອາລົມການມີຄວາມຫວັງໃນການໃຊ້ຊີວິດ, ມິດຕະພາບ, ແລະ ຄວາມຝັນ ມ່ວນຢາກແຊຣ໌ວ່າຕ້ອງເບິ່ງເລື່ອງນີ້ເລີຍ One Piece Live Action.
ຫຼັງຈາກປະສົບຄວາມສຳເລັດກັນໄປແລ້ວໃນຊີຊັນທຳອິດ One Piece Live Action ຊີຊັນ 2 ກໍກັບມາອີກຄັ້ງ, ພ້ອມກັບການຜະຈົນໄພໃນລະດູການໃໝ່ຂອງ ລູຟີ່ ແລະ ກຸ່ມໂຈນສະລັດໝວກຟາງ.
ໃນພາກນີ້ພວກເຂົາກຳລັງເຂົ້າສູ່ການເດີນທາງເສັ້ນທາງແກຣນດ໌ລາຍ ແລະ ພວກເຮົາອາດຈະໄດ້ເຫັນສະມາຊິກໃໝ່ຢ່າງ ຊັອປເປີ ເຂົ້າຮ່ວມກັບກຸ່ມໝວກຟາງ ແລະ ພວກເຂົາຈະໄດ້ປະເຊີນໜ້າກັບສັດຕູຕົວລະຄອນໃໝ່ທີ່ແຂງແກ່ນຂຶ້ນ, ພ້ອມກັບເລື່ອງລາວທີ່ເລິກເຊີງກ່ຽວກັບອະດີດ ແລະ ເປົ້າໝາຍຂອງແຕ່ລະຕົວລະຄອນ.
ຫຼັງຈາກ ລູຟີ່ ໄດ້ລູກເຮືອຢ່າງ ໂຊໂຣ, ນາມິ, ອຸຊົບ ແລະ ຊັນຈິ ມາເຂົ້າຮ່ວມກຸ່ມໂຈນສະລັດໝວກຟາງຢ່າງເປັນທາງການ, ພວກເຂົາກໍໄດ້ມຸ່ງໜ້າສູ່ເມືອງ Logue Town, ເມືອງສຸດທ້າຍກ່ອນເຂົ້າສູ່ແກຣນດ໌ລາຍ. ສະຖານທີ່ນັ້ນ, ພວກເຂົາຈະໄດ້ພົບກັບບຸກຄົນສຳຄັນຫຼາຍຄົນລວມທັງ ສະໂມກເກີ ນາຍທະຫານເຮືອຜູ້ຕາມລ່າໂຈນສະລັດ, ລູຟີ ໄດ້ຮູ້ກ່ຽວກັບເລື່ອງລາວຂອງ ໂກລດ໌ ດີ. ໂຣເຈີ ລາຊາໂຈນສະລັດ ແລະ ມັນໄດ້ເຮັດໃຫ້ຄວາມຝັນຂອງລາວກໍ່ຍິ່ງຊັດເຈນຂຶ້ນ.
ຫຼັງຈາກຫຼົບໜີຈາກເມືອງ Logue Town ໄດ້, ເຮືອໂກອິ້ງແມຣີຂອງກຸ່ມໝວກຟາງກໍ່ເຂົ້າສູ່ເສັ້ນທາງເດີນເຮືອເຣດລາຍ ແລະ ສຸດທ້າຍກໍ່ມາຮອດແກຣນດ໌ລາຍ. ໃນຊີຊັນ 2 ນີ້ ມ່ວນຄາດວ່າຈະຈົບລົງທີ່ການປະກົດຕົວຂອງ ຊັອບເປີ ຫຼື ນີ້ຈະແມ່ນເປັນການປູທາງສູ່ອານາຈັກດຣາມ (Drum Kingdom).
ສຳລັບກຳນົດມື້ປ່ອຍຊີຣີສ໌ One Piece Live Action ຊີຊັນ 2 ຍັງບໍ່ມີອັບເດດເປັນທາງການເທື່ອ ແຕ່ຈະໄດ້ເບິ່ງກັນພາຍໃນປີ 2026 ນີ້ແນ່ນອນ. ເອົາເປັນວ່າພວກເຮົາມາຍ້ອນເບິ່ງຊີຊັນ 1 ຖ້າກ່ອນເນາະ ເບິ່ງໄດ້ແລ້ວທີ່ Netflix ມີທັງໝົດ 8 ຕອນ.