ໜິງ ປັດທະມາ ຈິດສະຫວັດ ຈາກນັກຮ້ອງລູກທົ່ງສູ່ມົງມິສແກຣນໄທແລນ 2026

ແບ່ງປັນ

ໜິງ ປັດທະມາ ຈິດສະຫວັດ ຈາກນັກຮ້ອງລູກທົ່ງສູ່ມົງມິສແກຣນໄທແລນ 2026

ໂດຍ: Tonmai Phoutthasack Tonmai Phoutthasack
31 March 2026 9

ເອີ້ນໄດ້ວ່າເປັນອີກໜຶ່ງປີທອງຂອງນັກຮ້ອງລູກທົ່ງສາວສຽງດີ “ໜິງ ປັດທະມາ ຈິດສະຫວັດ” ທີ່ພິກບົດບາດຄັ້ງສຳຄັນໃນຊີວິດ ຈາກສິນລະປິນເທິງເວທີຄອນເສີດ ສູ່ເສັ້ນທາງນາງງາມຢ່າງເຕັມຕົວ ກ່ອນຈະປະສົບຄວາມສຳເລັດຄວ້າມຸງກຸດ ມິສແກຣນໄທແລນ 2026 (Miss Grand Thailand 2026) ມາຄອງໄດ້ຢ່າງສະຫງ່າງາມ ສ້າງຄວາມຮືຮາໃຫ້ກັບແຟນໆ ແລະ ວົງການບັນເທີງ.

ໜິງ ປັດທະມາ ຈິດສະຫວັດ ເກີດເມື່ອວັນທີ 15 ກໍລະກົດ 1993 ທີ່ຈັງຫວັດສຸລິນ ປັດຈຸບັນອາຍຸ 32 ປີ ຈົບການສຶກສາລະດັບປະລິນຍາໂທຈາກມະຫາວິທະຍາໄລລັງສິດ ໂດຍກ້າວເຂົ້າສູ່ວົງການບັນເທີງຈາກເວທີປະກວດຮ້ອງເພງໃນລາຍການ “ເສິກວັນດວນເພງ” ທາງຊ່ອງວັນ (One31) ເມື່ອປີ 2015 ກ່ອນຈະເຊັນສັນຍາເປັນສິນລະປິນໃນສັງກັດ ແກຣມມີ່ ໂກລ (Grammy Gold) ເມື່ອປີ 2018 ແລະ ປັດຈຸບັນຜັນຕົວອອກມາເປັນສິນລະປິນອິດສະຫຼະ.

ໃນເສັ້ນທາງດົນຕີ ນາງມີຜົນງານເພງທີ່ໂດ່ງດັງຫຼາກຫຼາຍ ເຊັ່ນ “ຄຳຮັກລຶບບໍ່ໄດ້”, “ເນື້ອຮ້າຍ”, “ເມົາສຸດທ້າຍ”, “ໂສດນະຄະ” ລວມເຖິງຜົນງານລ່າສຸດຢ່າງ “ຢາກເປັນແຟນໃໝ່ຂອງໃຜຈັກຄົນ” ແລະ “ອ່ານບໍ່ຕອບ ຕອບບໍ່ອ່ານ”. ນອກຈາກນີ້ຍັງມີຜົນງານການສະແດງລະຄອນ “ສະໄພ້ກາຝາກ” ທາງຊ່ອງ 3 ແລະ “ຜາແດງນາງໄອ່” ທາງຊ່ອງວັນ ສະແດງໃຫ້ເຫັນເຖິງຄວາມສາມາດທີ່ຫຼາກຫຼາຍ.

Processed with VSCO with al3pro preset

ກ່ອນຈະມາເຖິງຈຸດສູງສຸດໃນເວທີນາງງາມ ໜິງ ປັດທະມາ ຈິດສະຫວັດ ເຄີຍຄວ້າມຸງກຸດ ມິສຢູນິເວີສຊົນບຸລີ 2025 ມາແລ້ວ ແຕ່ໄດ້ສະຫຼະຕຳແໜ່ງ ເພາະຄິວວຽກການຮ້ອງເພງ ແລະ ສາຍປະກວດນັ້ນບໍ່ຕົງກັນ, ຈົນກະທັ່ງກັບມາສູ້ໃໝ່ອີກຄັ້ງເທິງເວທີ ມິສແກຣນຊົນບຸລີ 2026 ແລະ ສາມາດຄວ້າມຸງກຸດໄດ້ສຳເລັດ ພ້ອມເປັນຕົວແທນຈັງຫວັດຊົນບຸລີເຂົ້າສູ່ເວທີລະດັບປະເທດ.

ອ່ານຕື່ມ:  ເປີດເສັ້ນທາງ “ເບຍ ພຸດຖາວອນ” ຈາກຊ່າງແຕ່ງໜ້າສູ່ຖານະ President ເວທີ Miss & Mister Teen Laos

ທ້າຍທີ່ສຸດ ໜິງກໍສາມາດຄວ້າມຸງກຸດ ມິສແກຣນໄທແລນ 2026 ໄດ້ຢ່າງສົມສັກສີ ແລະ ກຽມເປັນຕົວແທນປະເທດໄທໄປປະກວດ ມິສແກຣນອິນເຕີເນຊັນແນລ 2026 (Miss Grand International 2026) ທີ່ປະເທດອິນເດຍ ໃນຊ່ວງປາຍເດືອນຕຸລາ 2026 ນີ້.

ການປ່ຽນເສັ້ນທາງຈາກນັກຮ້ອງລູກທົ່ງສູ່ເວທີນາງງາມຂອງ ໜິງ ປັດທະມາ ຈິດສະຫວັດ ຖືເປັນອີກໜຶ່ງບົດພິສູດຄວາມສາມາດ ແລະ ຄວາມມຸ່ງໝັ້ນ ທີ່ເຮັດໃຫ້ນາງກ້າວຂຶ້ນສູ່ຄວາມສຳເລັດໃນອີກບົດບາດໜຶ່ງໄດ້ຢ່າງງົດງາມ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.