ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຄວາມຮັກເຮັດໃຫ້ຄືຕາຍທັງເປັນ ຟັງເພງໃໝ່ຈາກ ນັດດາວ ເໝືອນຈະຜ່ານ ft ນິກ metallic
Muan Listen - ມ່ວນຊວນຟັງ

ຄວາມຮັກເຮັດໃຫ້ຄືຕາຍທັງເປັນ ຟັງເພງໃໝ່ຈາກ ນັດດາວ ເໝືອນຈະຜ່ານ ft ນິກ metallic

ແບ່ງປັນ
Getting your Trinity Audio player ready...

ການກັບມາຄັ້ງນີ້ຂອງນັດດາວໃນຄັ້ງນີ້ບໍ່ທຳມະດາອີກແລ້ວ ເອັມວີເພງມີຄວາມຊັບຊ້ອນໃນມຸມມອງການເລົ່າເລື່ອງແຕ່ກໍບໍ່ຍາກເກີນໄປທີ່ຈະຕີຄວາມໝາຍ ແລະ ເພງນີ້ຍັງໄດ້ ນິກ metallic ເຈົ້າຂອງເພງດັງໃນອະດີດຢ່າງເພງ ການເວລາ (2014) ແລະ ພຽງເຈົ້າ (2015) ມາຮ່ວມຖ່າຍທອດຄວາມຮູ້ສຶກຄວາມເຈັບປວດໃນຄວາມຮັກໃນເພງ “ເໝືອນຈະຜ່ານ”.

“ຜ່ານມາແລ້ວທຸກເລື່ອງທຸກລາວຈະຮ້ອນຈະໜາວຂ້ອຍກໍ່ຜ່ານມາ

ເຖິງແມ້ຈະແລກມາດ້ວຍນ້ຳຕາກໍຜ່ານມາແລ້ວ

ຜ່ານມາແລ້ວທຸກຊ່ວງອາລົມທັງຂືນທັງຂົມ

ຂ້ອຍຈົມກັບມັນຈົນເຖີງວັນນີ້ຂ້ອຍຍັງຈົດຈຳ ແລະ ຝັງໃນໃຈ” ເນື້ອຮ້ອງຈາກເພງ

ເພງ “ເໝືອນຈະຜ່ານ” ໄດ້ເວົ້າເຖິງຄວາມຊົງຈຳທີ່ບໍ່ດີ ແລະ ແສນເຈັບປວດຂອງຄົນໆໜຶ່ງກ່ຽວກັບຄວາມຮັກທີ່ມັນໄດ້ຫຼອກຫຼອນເຖິງຈະຜ່ານມາດົນຂະໜາດໃດກໍຕາມເຖິງເຂົາຈະລືມໄປແລ້ວ ແຕ່ຄົນທີ່ຍັງຮູ້ສຶກຮັກມັນຍັງຈື່ຈຳໄດ້ເດີ. ເວົ້າເຖິງການປະສານສຽງຮ້ອງຂອງນັດດາວ ແລະ ນິກ ແມ່ນເຂົ້າກັນດີ, ທັງສອງໄດ້ຖ່າຍທອດຄວາມເສົ້າ, ເຈັບປວດ ແລະ ຄວາມຮູ້ສຶກການຈົມດິ່ງໃນອາລົມອອກມາຜ່ານສຽງຮ້ອງເຮັດໃຫ້ພໍຟັງແລ້ວອິນທໍລະມານໄປກັບເພງນີ້.

ໃນສ່ວນອົງປະກອບພາບໃນເອັມວີເພງນີ້ຍິ່ງດຶງອາລົມປະກອບກັບສຽງເພງໄດ້ເລີກເຊິ່ງຂຶ້ນຕື່ມໄປອີກ ທັງໂທນພາບທີ່ໝົ່ນໝອງ, ພາບຫຼອນທີ່ທັບຊ້ອນຂອງຕົວນາງເອກ (ນັດດາວ ສະແດງເປັນນາງເອກໃນເພງນີ້) ແລະ ເພາະຍ້ອນຄວາມຮັກທີ່ມີການຫຼອກຫຼວງທີ່ເຮັດໃຫ້ຈຸດຈົບນັ້ນມັນໂຫດຮ້າຍຕໍ່ພວກເຂົາ.

ນາງເອກ ໃສ່ຊຸດເຈົ້າສາວໃນຫ້ອງນອນຄົນດຽວ ທັງໆທີ່ເບິ່ງແລ້ວວ່າລາວຄືກຳລັງຈະແຕ່ງງານ ແຕ່ເທິງໃບໜ້າລາວກັບມີແຕ່ຄວາມເສົ້າ ແລະ ເຈັບປວດ. ພາບໄດ້ຕັດມາລາວນັ້ນໃສ່ຊຸດຄົນປ່ວຍ ແລະ ອຸງ (ພະເອກ) ທີ່ເປັນໝໍໄດ້ເຂົ້າມາຮັກສາດູແລນາງເອກ ໂດຍພາບໄດ້ເລົ່າວ່າທັງສອງໄດ້ໄດ້ມີເວລາຮ່ວມກັນເຮັດໃຫ້ເກີດຄວາມຜູກພັນ ແລະ ນາງເອກກໍພົບວ່າພະເອກນັ້ນມີຄົນຮັກຢູ່ແລ້ວ, ເຮັດໃຫ້ນາງເອກນັ້ນເກີດຄວາມສັບສົນໃນຄວາມສຳພັນ ແຕ່ເບິ່ງຈາກອີກມຸມມອງໜຶ່ງກໍຄືວ່ານາງເອກນັ້ນຄິດໄປເອກຂ້າງດຽວວ່າພະເອກນັ້ນມີໃຈ.

ໃນເອັມວີນີ້ກໍສາມາດຕີຄວາມໄດ້ຫຼາຍມຸມມອງເພາະໃນຕົວນາງເອກແມ່ນເບິ່ງວ່າເປັນຄົນທີ່ມີອາການປ່ວຍທາງຈິດ ແລະ ອາດຈະຄິດໄປເອງ ຫຼື ວ່າຍ້ອນພະເອກຫຼອກຫຼວງນາງເອກຈົນເຮັດໃຫ້ປ່ວຍກັນແທ້?

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.