ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ສຸດທ້າຍຂ້ອຍກໍເລີ່ມຈະເຂົ້າໃຈຄໍາວ່າ ຕະຫຼອດການ ເພງໃໝ່ ວາດຝັນ ຈາກ Dee Roc ເພງສຸດຫວານໃນວັນວາເລັນທາຍ
Muan Listen - ມ່ວນຊວນຟັງ

ສຸດທ້າຍຂ້ອຍກໍເລີ່ມຈະເຂົ້າໃຈຄໍາວ່າ ຕະຫຼອດການ ເພງໃໝ່ ວາດຝັນ ຈາກ Dee Roc ເພງສຸດຫວານໃນວັນວາເລັນທາຍ

ແບ່ງປັນ
Getting your Trinity Audio player ready...

ບໍ່ໜ້າເຊື່ອ DEE ROC ແຫກຄາແລັກເຕີປ່ອຍເພງໃໝ່ໄດ້ຫວານຊຶ້ງກິນໃຈ ຕ້ອນຮັບວາເລັນທາຍ. ໂດຍປົກກະຕິຖ້າໃຜໄດ້ຕິດຕາມ DEE ROC ຢູ່ແລ້ວກໍຈະຮູ້ດີວ່າສໄຕເພງສ່ວນຫຼາຍຈະເປັນສະໄຕHipHop/Trap.

ການປ່ອຍເພງຄັ້ງນີ້ຖືວ່າອອກມາໜ້າປະທັບໃຈໂດຍສະເພະາໃນສ່ວນຂອງເນື້ອເພງທີ່ຂ້ອນຂ້າງກິນໃຈແຕ່ກໍຍັງຄົງກິ່ນອາຍຄາແລັກເຕີ ຄວາມເປັນ ເອກະລັກໄວ້ເຮັດໃຫ້ເຫັນອີກມຸມມອງໜຶ່ງຂອງ ສິລະປິນຄົນນີ້.

ວາດຝັນ ເປັນເພງທີ່ເວົ້າເຖິງຄວາມຮັກ ທີ່ເຮົາພະຍາຍາມສ້າງໃຫ້ມັນໄປໄດ້ດີ, ປະຄັບປະຄອງ ແລະ ປັບໂຕທຸກທາງເພື່ອໃຫ້ບໍ່ມີປັນຫາ ແຕ່ກໍເກີດເລື່ອງ ແລະ ເປັນປັນຫາຢູ່ດີ, ເລີຍກັບມາຄິດໃຫ້ເລີກຂຶ້ນໄດ້ວ່າຄວາມຮັກ ຫຼື ເກືອບທຸກຄູ່ ກໍມີບັນຫາບໍ່ຕ່າງກັນ ແຕ່ສິງທີ່ເຮັດໃຫ້ເຮົາ ຫຼື ວ່າພວກເຂົາຢູ່ໄປໄດ້ດົນ ແລະ ອາດຈະຢູ່ໄປຕະຫຼອດການ ນັ້ນຄືການໃຫ້ອະໄພເຊິ່ງກັນ ແລະ ກັນ ເພື່ອໃຫ້ເຮົາປັບຕົວຢູ່ຕໍ່ໄປໄດ້ດົນ, ສຸດທ້າຍຂ້ອຍກໍເລີ່ມຈະເຂົ້າໃຈຄໍາວ່າ “ ຕະຫຼອດການ ”.

ໃນອີກມຸມມອງໜຶ່ງກໍເປັນເພງທີ່ມອບແທນຄຳຂອບໃຈກັບຄົນພິເສດທີ່ຍອມຢູ່ຄຽງຂ້າງກັນພ້ອມທີ່ຈະຜ່ານອຸປະສັກ ແລະ ເລື່ອງຮ້າຍໆໄປພ້ອມໆກັນເພື່ອສ້າງອານາຄົດທີ່ວາດຝັນກັນໄວ້.


ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ເຄີຍແອັບຮັກໃຜແລ້ວບໍ່ກ້າບອກບໍ? ຊວນຫວນກັບໄປຟັງເພງຈາກປີ 2018 "ຮັກແຕ່ບໍ່ກ້າບອກ" ເວີຊັ່ນ Yes Bands
ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.