ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

“ອະໄວຍະວະທີ 33” ຜົນງານເພງໃໝ່ຈາກ MP-HIT ft 3Baby ທີ່ໄດ້ເລົ່າເຖິງເລື່ອງຄວາມຮັກ ແລະ ເນື້ອຫາທີ່ອາດຈະກົງກັບຊີວິດຈິງຂອງໃຜຫຼາຍຄົນ ເພາະຍິ່ງຟັງຍິ່ງເຈັບ, ຍິ່ງຟັງຍິ່ງດິ່ງໄປກັບຄວາມຮູ້ສຶກຂອງຄົນທີ່ເຄີຍທຸ້ມເທຄວາມຮັກໃຫ້ໃຜສັກຄົນຈົນສຸດຫົວໃຈ.
ເພງນີ້ຖ່າຍທອດເລື່ອງລາວໃນມຸມມອງຄວາມຮັກທີ່ໄດ້ຍົກໃຫ້ “ຄົນຮັກ” ກາຍມາເປັນສ່ວນໜຶ່ງທີ່ສຳຄັນທີ່ສຸດໃນຮ່າງກາຍ. ເມື່ອຄວາມຮັກມາຮອດທາງຕັນ ແລະ ເຂົາເລືອກທີ່ຈະຍ່າງຈາກໄປ, ມັນຈຶ່ງບໍ່ແມ່ນເລື່ອງງ່າຍທີ່ຈະເຮັດໃຈໃຫ້ເຂັ້ມແຂງ.
ເພາະສຳລັບເຮົາແລ້ວ ເຂົາບໍ່ໄດ້ເປັນພຽງແຕ່ “ຄົນອື່ນ” ແຕ່ປຽບເໝືອນ ອະໄວຍະວະທີ 33 ທີ່ງອກເງີຍຂຶ້ນມາໃນຄວາມຮູ້ສຶກ, ເປັນສ່ວນທີ່ຂາດບໍ່ໄດ້ ແລະ ແຍກອອກຈາກຊີວິດບໍ່ໄດ້.
ໃນວັນທີເຂົາບໍ່ຢາກຢູ່ ແຕ່ເຮົາພັດບໍ່ສາມາດຕັດເຂົາອອກໄປຈາກໃຈ ມັນຄືຄວາມທໍລະມານທີ່ສຸດໃນຊ່ວງເວລານັ້ນ ເພາະຖ້າຫາກຕ້ອງສູນເສຍ “ອະໄວຍະວະ” ສ່ວນນີ້ໄປ, ຊີວິດທີ່ເຫຼືອກໍຄືກັບຮ່າງກາຍທີ່ບໍ່ສົມບູນ ແລະ ບໍ່ຮູ້ວ່າຈະຢືນຢູ່ຕໍ່ໄປໄດ້ແນວໃດ.