Highlights
- “ມ່ວນຊວນເບິ່ງ” ຄັດເນື້ອຫາໃໝ່ຫຼ້າສຸດມາມັດລວມໄວ້ໃຫ້ ທັງຊີຣີສ໌, ໜັງ ແລະ ສາລະຄະດີ ທີ່ມີທັງເລື່ອງດັງໃນກະແສ ແລະ ເລື່ອງນອກກະແສແຕ່ຄຸນນະພາບແໜ້ນແນ່ນອນ.
- ເອົາໃຈສາຍເບິ່ງທຸກກຸ່ມ ບໍ່ວ່າຈະເປັນແນວຜະຈົນໄພລຸ້ນລະທຶກ, ຕີແຜ່ສັງຄົມ, ການຕໍ່ສູ້ທ້ວງຄືນຄວາມຍຸດຕິທຳ ຫຼື ຈະເປັນແນວ Romance ອົບອຸ່ນຫົວໃຈໄວ້ເບິ່ງແບບພັກສະໝອງກໍມີ.
- ຫ້າມພາດກັບສາລະຄະດີໄດໂນເສົາທີ່ຍ້ອນເວລາໄປເບິ່ງຄວາມຍິ່ງໃຫຍ່ເມື່ອຫຼາຍລ້ານປີກ່ອນ ທີ່ສ້າງດ້ວຍງານພາບ CGI ສົມຈິງຄືກັບໄດ້ຫຼຸດເຂົ້າໄປໃນຍຸກນັ້ນແທ້ໆ.
ໃຜທີ່ກຳລັງຄິດບໍ່ອອກວ່າຕອນນີ້ຈະເບິ່ງຫຍັງ ຫຼື ບໍ່ຮູ້ວ່າມີຫຍັງໃໝ່ໆເດັດໆໃຫ້ເບິ່ງແດ່. ມື້ນີ້ ມ່ວນຊວນເບິ່ງ ເລີຍນຳຊີຣີສ໌, ສາລະຄະດີ ແລະ ໜັງ ເຂົ້າໃໝ່ໃນ Netflix ມາຝາກທຸກຄົນກັນ.
ໃນໂພສນີ້, ມີທັງເລື່ອງທີ່ເປັນກະແສແຮງ ແລະ ເລື່ອງທີ່ຢູ່ນອກກະແສ ແຕ່ຮັບປະກັນຄຸນນະພາບທີ່ຈັດເຕັມບໍ່ວ່າຈະເປັນແນວຜະຈົນໄພແບບລຸ້ນລະທຶກ, ແນວຕີແຜ່ດ້ານມືດສັງຄົມ ຫຼື ໃຜເປັນສາຍບວກທີ່ມັກການຕໍ່ສູ້ເພື່ອຄວາມຍຸດຕິທຳກໍມີໃຫ້ເບິ່ງເດີ.
ສ່ວນໃຜຢາກພັກສະໝອງ ກໍມີໜັງຮັກແບບອົບອຸ່ນຫົວໃຈໃຫ້ຟີນກັນຍາວໆ ຫຼື ຢາກເບິ່ງສາລະຄະດີສັດຍຸກບູຮານຄື ໄດໂນເສົາ ທີ່ພາເຮົາຍ້ອນເວລາໄປເບິ່ງຄວາມຍິ່ງໃຫຍ່ເມື່ອຫຼາຍລ້ານປີ. ຕ້ອງຂໍບອກວ່າຫ້າມພາດເດັດຂາດ ເພາະພາບງາມສົມຈິງຄືກັບໄດ້ຫຼຸດເຂົ້າໄປໃນຍຸກນັ້ນແທ້ໆ ໃຜມັກແນວໃດເລືອກເບິ່ງໄດ້ຕາມໃຈມັກເລີຍເດີ.
Girl From Nowhere: The Reset
ເປັນຊີຣີສ໌ທີ່ຫຼາຍຄົນຄາດຫວັງຫຼາຍກັບຈັກກະວານໃໝ່ຂອງ ແນນໂນະ (Nanno) ລູກສາວຊາຕານທີ່ຈະມາກະຕຸ້ນເປີດເຜີຍດ້ານມືດໃນຈິດໃຈຂອງມະນຸດ. ໃຜທີ່ມັກແນວຈິດຕະວິທະຍາ, ການຕີແຜ່ຄວາມຈິງຂອງສັງຄົມ ແລະ ການແກ້ເກມທີ່ສະຫຼາດສຸດເຈັບແສບຂອງແນນໂນະ ຕ້ອງລອງເບິ່ງເລີຍ.
One Piece: Live Action Season 2
ນີ້ແມ່ນພາກຕໍ່ຂອງ Live Action One Piece – Season 2 ຂອງລູຟີ່ ແລະ ກຸ່ມໂຈນສະລັດໝວກຟາງ ທີ່ກຳລັງຈະເດີນໜ້າຜະຈົນໄພເຂົ້າສູ່ດິນແດນໃໝ່ໆຄືແກຣນດ໌ລາຍ ທ່າມກາງອັນຕະລາຍຕ່າງໆ ແລະ ສັດຕູຕົວລະຄອນໃໝ່ທີ່ແຂງແກ່ນຂຶ້ນ.
ໃຜທີ່ກຳລັງຫາຊີຣີສ໌ແນວຜະຈົນໄພ, ດຣາມາ, ແຟນຕາຊີ ທີ່ໃຫ້ອາລົມການມີຄວາມຫວັງໃນການໃຊ້ຊີວິດ, ມິດຕະພາບ, ແລະ ຄວາມຝັນ ມ່ວນຊວນເບິ່ງ ຢາກແຊຣ໌ວ່າຕ້ອງເບິ່ງເລື່ອງນີ້ເລີຍ.
ເສັ້ນຕາຍ ສາຍລວງ (เส้นตาย สายลวง)
ວັນທີ 26 ມີນາ 2026 ນີ້ ສາມາດເບິ່ງເລື່ອງ “ເສັ້ນຕາຍ ສາຍລວງ” ໄດ້ແລ້ວເດີທຸກຄົນ ເຊິ່ງເນື້ອຫາໃນເລື່ອງແມ່ນເລົ່າເຖິງການຖືກຫຼອກລວງຈາກ Call center scam (ພວກສະແກມເມີທີ່ໂທມາຕົວະໃຫ້ໂອນເງິນ). ເຫຍື່ອທີ່ຖືກຕົວະຈາກສະແກມເມີ ພວກເຂົາບໍ່ໄດ້ຮັບຄວາມຍຸດຕິທຳຈາກກົດໝາຍ ຈຶ່ງຮ່ວມໃຈກັນລຸກຂຶ້ນມາຄິດບັນຊີແຄ້ນຕໍ່ສູ້ກັບພວກອາຊະຍາກຳນີ້ເພື່ອບໍ່ໃຫ້ລອຍນວນ.
ຖ້າມັກແນວສືບສວນສອບສວນ ຫຼື ຕີແຜ່ດ້ານມືດຂອງສັງຄົມ ເລື່ອງນີ້ເປັນອີກເລື່ອງທີ່ບໍ່ຄວນພາດເລີຍ ເພາະເລື່ອງນີ້ຫຼິ້ນປະເດັ່ນຂອງສັງຄົມໄດ້ເຂັ້ມຂຸ້ນດີ. ມາຮວມລຸ້ນໄປກັບພາລະກິດເອົາຄືນສະແກມເມີສຸດລຸ້ນລະທຶກ ທີ່ບັນດາເຫຍື່ອໄດ້ເອົາຊີວິດເປັນເດີມພັນອອກຕາມລ່າຫາພວກອາຊະຍາກຳ.
ອະນົງ 2 ສາມສີ່ຊາດ (อนงค์ 2 สามสี่ชาติ)
ຖືວ່າເປັນພາກຕໍ່ທີ່ຫຼາຍຄົນຖ້າ, ຫຼັງຈາກທີ່ພາກທຳອິດໄດ້ສ້າງປາກົດການລະຫວ່າງ “ຄົນ” ກັບ “ຜີ” ທີ່ໄດ້ເລົ່າເຖິງຄວາມຮັກທີ່ມີຄວາມອົບອຸ່ນຫົວໃຈ ແລະ ເລິກເຊິ່ງຫຼາຍ.
ໃນພາກນີ້ “ອະນົງ 2 ສາມສີ່ຊາດ” ແມ່ນຈະເລົ່າ ແລະ ເນັ້ນໄປທີ່ການພິສູດຮັກແທ້ທີ່ຕ້ອງກ້າວຂ້າມຜ່ານແຕ່ລະຊາດພົບຕາມຊື່ເລື່ອງເລີຍຄື “ສາມສີ່ຊາດ” ເຊິ່ງເຮົາຈະໄດ້ເຫັນການເດີນທາງຂອງຄວາມຮັກທີ່ບໍ່ໄດ້ຈົບລົງແຕ່ຊາດດຽວ ແຕ່ຍັງຄົງຜູກພັນກັນໄປໃນຫຼາຍໆຊາດ.
The dinosaurs (ໄດໂນເສົາ)
ຊີຣີສ໌ສາລະຄະດີໄດໂນເສົາຟອມຍັກ 4 ຕອນ, ເລື່ອງນີ້ເໝາະສຳລັບຄົນທີ່ມັກສຶກສາກ່ຽວກັບທຳມະຊາດ ແລະ ປະຫວັດສາດສັດບູຮານ ເຊິ່ງໄດ້ລົ່າເຖິງການເກີດ ແລະ ການສູນພັນຂອງໄດໂນເສົາຕະຫຼອດໄລຍະເວລາກວ່າ 150 ລ້ານປີ.
ມ່ວນຊວນເບິ່ງ ຕ້ອງຂໍບອກວ່າສາລະຄະດີນີ້ ງານພາບງາມແຮງທຸກຄົນ, ເບິ່ງແລ້ວປານວ່າເຮົາໄດ້ຫຼຸດຍ້ອນກັບໄປໃນຍຸກສັດບູຮານຂອງແທ້ ເພາະພາບແມ່ນຖືກສ້າງດ້ວຍ CGI ທີ່ທັນສະໄໝ ແລະ ການຄົ້ນຄວ້າທາງວິທະຍາສາດທີ່ເລິກເຊິ່ງ ເບິ່ງແລ້ວກໍໄດ້ຄວາມຮູ້ແບບເຕັມໆ.
Tips: CGI ແມ່ນເທັກນິກການສ້າງພາບກຣາຟິກ, ຕົວລະຄອນ, ສາກ ຫຼື ເອັບເຟັກຕ່າງໆ ໂດຍໃຊ້ຊອບແວຄອມພິວເຕີ ເພື່ອໃຫ້ໄດ້ພາບທີ່ສົມຈິງ ຫຼື ພາບທີ່ເໜືອຈິນຕະນາການ ທີ່ບໍ່ສາມາດຖ່າຍທຳໄດ້ແທ້ໃນໂລກຄວາມຈິງ.