ໃນໂລກທີ່ມັກວັດແທກອຳນາດກັນດ້ວຍ GDP, ກອງທັບ ຫຼື ຄວາມລ້ຳສະໄໝຕ່າງໆ, ປະເທດນ້ອຍໆ ຫຼື ປະເທດກຳລັງພັດທະນາມັກຈະຖືກບີບໃຫ້ອອກນອກວົງສົນທະນາຢູ່ຕະຫຼອດ.
ແລ້ວຖ້າເຮົາບໍ່ມີ “ອຳນາດ” ໄວ້ຕໍ່ຮອງ, ເຮົາຈະເຮັດແນວໃດໃຫ້ໂລກຫັນມາເບິ່ງ?
ໜຶ່ງໃນຄຳຕອບທີ່ສະຫຼາດ ແລະ ປະຢັດທີ່ສຸດ ຄືຍຸດທະສາດທີ່ຢູ່ພາຍໃຕ້ແສງໄຟ ແລະ ສຽງເຊຍ
“ການໃຊ້ມົງກຸດຈາກເວທີນາງງາມ ເປັນທາງລັດສູ່ສາຍຕາຊາວໂລກ”.
1. Soft Power ໃນລາຄາທີ່ຄົນທຳມະດາກໍເອື້ອມເຖິງ
Joseph Nye ເຄີຍບອກໄວ້ວ່າ Soft Power ບໍ່ໄດ້ມາຈາກການບັງຄັບ, ແຕ່ມາຈາກການດຶງດູດ ຜ່ານວັດທະນະທຳ, ຄ່ານິຍົມ ແລະ ພາບລັກ. ຟັງເບິ່ງຄືດູດີ, ແຕ່ບັນຫາຄື ຖ້າຈະສ້າງ Soft Power ແບບຮໍລິວູດ ກໍຕ້ອງໃຊ້ເງິນມະຫາສານ, ຖ້າຈະສ້າງບໍລິສັດເຕັກໂນໂລຊີລະດັບໂລກ ມັນຕ້ອງໃຊ້ເວລາຫຼາຍສິບປີ.
ແຕ່ການສົ່ງຜູ້ຍິງຄົນໜຶ່ງຂຶ້ນເວທີປະກວດນາງງາມລະດັບໂລກ ຕົ້ນທຶນແມ່ນທຽບກັນບໍ່ຕິດ, ແຕ່ເຮົາໄດ້ແອຣທາມຕໍ່ໜ້າຄົນເບິ່ງຫຼັກຮ້ອຍລ້ານທົ່ວໂລກໃນຄືນດຽວ. ມັນຈຶ່ງບໍ່ແປກທີ່ຫຼາຍປະເທດເບິ່ງເວທີເຫຼົ່ານີ້ວ່າ ເປັນການລົງທຶນເຊີງຍຸດທະສາດ ບໍ່ແມ່ນແຕ່ກິດຈະກຳບັນເທີງ.
2. ຟີລິບປິນບໍ່ໄດ້ໂຊກດີ, ແຕ່ພວກເຂົາອອກແບບມັນເອງ
ຟີລິບປິນບໍ່ແມ່ນມະຫາອຳນາດທາງເສດຖະກິດ, ແຕ່ຖ້າເວົ້າເຖິງເວທີນາງງາມລະດັບໂລກ ເຂົາເຈົ້າເກືອບຈະເປັນທີ່ສຸດແຫ່ງການປະກວດນາງງາມ. ໄຊຊະນະທີ່ເກີດຂຶ້ນຕະຫຼອດ ບໍ່ແມ່ນເລື່ອງບັງເອີນ, ເພາະເບື້ອງຫຼັງມີລະບົບທີ່ຖືກອອກແບບມາຢ່າງຈິງຈັງ ບໍ່ວ່າຈະເປັນ Beauty Bootcamp ລະດັບມືອາຊີບ, ການສ້າງເລື່ອງລາວທີ່ຖືກໃຈຄົນເບິ່ງທົ່ວໂລກ ແລະ ການໃຊ້ໂຊຊຽວມີເດຍປຸກກະແສລ່ວງໜ້າ ຈົນກາຍເປັນພະລັງກົດດັນ ແລະ ດຶງດູດໃນເວລາພ້ອມກັນ.
ລອງເບິ່ງກໍລະນີ Catriona Gray ນາງງາມຈາກຟີລິບປິນທີ່ຄວ້າມົງໄດ້ໃນເວທີ Miss Universe 2018 ລາວບໍ່ໄດ້ພຽງແຕ່ຕອບຄຳຖາມງາມໆສວຍໆ, ແຕ່ລາວນຳເອົາເລື່ອງລາວຂອງບ່ອນທີ່ເກີດ ແລະ ການສຶກສາຂອງປະເທດ ມາເວົ້າໃນເວທີ ບໍ່ມີການໂຈມຕີແຕ່ປ່ຽນໃຫ້ກາຍເປັນແຮງບັນດານໃຈລະດັບໂລກ.
ຜົນໄດ້ຮັບທີ່ຟີລິບປິນໄດ້ ຈຶ່ງບໍ່ແມ່ນແຕ່ລາງວັນ ຫຼື ມົງກຸດ, ແຕ່ຄືການປະທັບຕາໃຫ້ໂລກຈື່ວ່າ: ຟີລິບປິນຄືປະເທດແຫ່ງຄວາມໝັ້ນໃຈ ແລະ ພ້ອມຈະເປັນທີ່ໜຶ່ງໃນວົງການນາງງາມໂລກ.

3. ເວທີນາງງາມຊົງພະລັງໃນແບບທີ່ໂຄສະນາທົ່ວໄປເຮັດບໍ່ໄດ້
- Global Broadcast: ນີ້ຄືພື້ນທີ່ທີ່ເຮັດປະເທດນ້ອຍໆ ໄດ້ຮັບແອຣທາມເທົ່າກັບມະຫາອຳນາດ. ເຖິງຈະບໍ່ມີເງິນຊື້ໂຄສະນາກໍສາມາດໄດ້ຂຶ້ນຈໍໃນເວທີລະດັບໂລກ ໂດຍທີ່ມີຄົນເບິ່ງພ້ອມກັນເປັນຫຼັກລ້ານ.
- National Embodiment: ຜູ້ເຂົ້າປະກວດບໍ່ໄດ້ແຂ່ງໃນນາມຕົນເອງ, ເຂົາເຈົ້າຄືຕົວແທນປະເທດ. ເມື່ອເຂົາເຈົ້າເວົ້າດີ ເຮັດດີ ປະເທດກໍຈະດູດີ ຕໍ່ສາຍຕາໂລກ, ແຕ່ເມື່ອຊະນະ ທຸງຊາດກໍຖືກຊູຂຶ້ນ.
- Emotional Attachment: Soft Power ທີ່ໄດ້ຜົນທີ່ສຸດບໍ່ແມ່ນຂໍ້ມູນ ຫຼື ສະຖິຕິ, ແຕ່ແມ່ນຄວາມຮູ້ສຶກ. ຄວາມພາກພູມໃຈ ແລະ ຄວາມຫວັງທີ່ແລ່ນຜ່ານໜ້າຈໍ ຄືການຕະຫຼາດທີ່ຊົງພະລັງກວ່າ Press Release ໃດໆທັງໝົດ.
ເມື່ອຄວາມງາມຖືກຍົກລະດັບຂຶ້ນມາເປັນຍຸດທະສາດຊາດ, ຄຳຖາມທີ່ບໍ່ສະບາຍໃຈກໍຕາມມາ:
ເຮົາກຳລັງໃຫ້ອຳນາດຜູ້ຍິງ ຫຼື ກຳລັງເຮັດໃຫ້ລາວກາຍເປັນສິນຄ້າທີ່ຖືກແພັກຢ່າງດີເພື່ອຮັບໃຊ້ພາບລັກປະເທດ? ເມື່ອຕົວຕົນຂອງຜູ້ຍິງຄົນໜຶ່ງຖືກຫຼອມລວມເຂົ້າກັບ Branding ຂອງຊາດ, ຄວາມເປັນຄົນຂອງລາວຍັງເຫຼືອຢູ່ເທົ່າໃດ?
ແລະ ມີຄຳຖາມທີ່ໃຫຍ່ກວ່ານັ້ນອີກ ນັ້ນຄືເລື່ອງ “ຄວາມຍືນຍົງ”. ຖ້າວັນໜຶ່ງຄ່ານິຍົມໂລກປ່ຽນ ຫຼື ເວທີພວກນີ້ເສື່ອມຄວາມນິຍົມລົງ, ປະເທດທີ່ເພິ່ງພາທາງລັດແບບນີ້ຈະເຫຼືອຫຍັງໄວ້ຕໍ່ຮອງເທິງບົດບາດຂອງແຜນທີ່ໂລກ?
ສະຫຼຸບແລ້ວ ມົງກຸດຄືຫຍັງກັນແທ້?
ມັນບໍ່ແມ່ນແຕ່ເຄື່ອງປະດັບ ແລະ ບໍ່ແມ່ນແຕ່ຄວາມຝັນທີ່ໂຣແມນຕິກ. ມັນຄືເຄື່ອງມືເຊີງໂຄງສ້າງທີ່ປະເທດນ້ອຍໆ ໃຊ້ຍາດພື້ນທີ່ເທິງສື່ກະແສ ໃນໂລກທີ່ “ການຖືກເບິ່ງເຫັນ” ມີຄ່າເທົ່າກັບອຳນາດ.
ຄັ້ງໜ້າທີ່ເຮົາຈະນັ່ງເຊຍນາງງາມດ້ວຍໃຈຈົດຈໍ່, ລອງຖາມຕົນເອງເບິ່ງຈັກໜ້ອຍວ່າ: ເຮົາອິນກັບຄວາມງາມບົນເວທີ ຫຼື ເຮົາຫາກໍຖືກດູດເຂົ້າໄປໃນເກມອຳນາດທີ່ສະຫຼາດທີ່ສຸດເກມໜຶ່ງ ຂອງໂລກການເມືອງສະໄໝໃໝ່ກັນແທ້?
