ເປີດໃຈ ‘ນ້ຳຫວານ ປິຍະດາ’ ຈາກນັກຮຽນສາຍສິນລະປະ ສູ່ຄວາມຝັນເທິງເວທີ ນາງສັງຂານຫຼວງພະບາງ 2026

ແບ່ງປັນ

ເປີດໃຈ ‘ນ້ຳຫວານ ປິຍະດາ’ ຈາກນັກຮຽນສາຍສິນລະປະ ສູ່ຄວາມຝັນເທິງເວທີ ນາງສັງຂານຫຼວງພະບາງ 2026

ໂດຍ: Tonmai Phoutthasack Tonmai Phoutthasack
06 April 2026 0

ເມື່ອເວົ້າເຖິງເທດສະການບຸນປີໃໝ່ລາວທີ່ເມືອງມໍລະດົກໂລກ, ສີສັນທີ່ຂາດບໍ່ໄດ້ເລີຍກໍຄືການປະກວດ “ນາງສັງຂານຫຼວງພະບາງ” ເວທີທີ່ເຕັມໄປດ້ວຍມົນສະເໜ່, ວັດທະນະທຳ ແລະ ຄວາມງົດງາມອັນເປັນເອກະລັກ. ມື້ນີ້ ມ່ວນຈະພາທຸກຄົນມາທຳຄວາມຮູ້ຈັກກັບ ນ້ຳຫວານ – ປິຍະດາ ພົມມະນີວົງ ສາວນ້ອຍໄວ 17 ປີ ຈາກໂຮງຮຽນ ມສ ປະຊາທິປະໄຕ ຜູ້ເຂົ້າປະກວດໝາຍເລກ 7 ທີ່ພົກພາທັງຄວາມສາມາດຮອບດ້ານ ແລະ ຫົວໃຈທີ່ຮັກໃນຄວາມເປັນຫຼວງພະບາງມາເຕັມປ່ຽມ.


ຈຸດເລີ່ມຕົ້ນຂອງສາວນ້ອຍຄົນນີ້ ບໍ່ໄດ້ມາຈາກຄວາມບັງເອີນ, ແຕ່ມາຈາກຄວາມຮັກໃນສິນລະປະວັດທະນະທຳທີ່ສະສົມມາຕັ້ງແຕ່ຢູ່ໂຮງຮຽນ. ໃນຖານະຫົວໜ້າວິຊາວັນນະຄະດີຂອງຫ້ອງ, ນ້ຳຫວານ ມັກຈະເປັນຕົວແທນເຂົ້າຮ່ວມການແຂ່ງຂັນສິນລະປະຂອງໂຮງຮຽນໃນທຸກໆປີ ຈົນຄວາມສາມາດ ແລະ ຄວາມງາມຂອງນາງໄປສະດຸດຕາຄູອາຈານ.

“ອາຈານເພິ່ນໄດ້ເຫັນເຖິງຄວາມງາມ ແລະ ຄວາມສາມາດຂອງນ້ອງ ຈຶ່ງໄດ້ນຳສະເໜີ ແລະ ສົມທົບກັບທາງຄະນະກຳມະການຈັດການປະກວດນາງສັງຂານ ທີ່ເພິ່ນລົງມາຄັດເລືອກເອົານ້ອງໆນັກຮຽນ. ນັ້ນຄືໂອກາດທີ່ເຮັດໃຫ້ນ້ອງໄດ້ເຂົ້າຮ່ວມຄັດເລືອກ ຈົນສາມາດຜ່ານເຂົ້າສູ່ຮອບ 30 ຄົນສຸດທ້າຍໄດ້ສຳເລັດ.”

ເມື່ອຖາມເຖິງເສັ້ນທາງໃນອະນາຄົດ, ນ້ຳຫວານ ມີເປົ້າໝາຍທີ່ຊັດເຈນໃນການເຊື່ອມໂຍງຄວາມຮັກໃນບ້ານເກີດເຂົ້າກັບອາຊີບ ນັ້ນກໍຄືການໄດ້ຮຽນ ແລະ ເຮັດວຽກໃນສາຍ ການບໍລິຫານການທ່ອງທ່ຽວ. ນ້ຳຫວານຢາກຈະເປັນສ່ວນໜຶ່ງໃນການດຶງດູດໃຫ້ທັງຄົນລາວ ແລະ ຊາວຕ່າງຊາດ ເຂົ້າມາສຳຜັດກັບວັດທະນະທຳ ແລະ ແຫຼ່ງທ່ອງທ່ຽວທີ່ສວຍງາມຂອງປະເທດລາວໃຫ້ຫຼາຍຂຶ້ນກວ່າເກົ່າ.


ນອກເໜືອຈາກຄວາມງາມທີ່ປະຈັກແກ່ສາຍຕາ, ນ້ຳຫວານ ຍັງເປັນເດັກນ້ອຍຍຸກໃໝ່ທີ່ມີຄວາມສາມາດຫຼາກຫຼາຍ ບໍ່ວ່າຈະເປັນທັກສະດ້ານການຄ້າຂາຍ, ສິນລະປະວັນນະຄະດີ ແລະ ກິລາ. ແຕ່ສິ່ງທີ່ນ້ຳຫວານໃຫ້ຄວາມສຳຄັນທີ່ສຸດ ຫາກໄດ້ຮັບຕຳແໜ່ງເປັນ ນາງສັງຂານຫຼວງພະບາງ 2026 ແມ່ນການເປັນ “ກະບອກສຽງ” ທາງດ້ານວັດທະນະທຳ.

“ໃນນາມຂອງນ້ອງທີ່ເປັນຄົນລາວຫຼວງພະບາງໂດຍກຳເນີດ, ນ້ອງຢາກເຜີຍແຜ່ວັດທະນະທຳ ແລະ ຮີດຄອງປະເພນີອັນເປັນເອກະລັກທີ່ບໍ່ຄືໃຜ ເຊັ່ນ: ການເກົ້າຜົມ, ການບ່ຽງແພ ແລະ ການນຸ່ງສິ້ນ ເຊິ່ງລ້ວນແລ້ວແຕ່ເປັນສະເໜ່ຂອງແມ່ຍິງລາວເຮົາ.”

ໃນຍຸກດິຈິຕອນທີ່ໂລກປ່ຽນແປງໄປຢ່າງໄວວາ, ການຮັກສາຄວາມເປັນຕົວຕົນແບບດັ້ງເດີມໄວ້ໃຫ້ໄດ້ນັ້ນແມ່ນສິ່ງທ້າທາຍ ແຕ່ນ້ຳຫວານມີມຸມມອງທີ່ໜ້າສົນໃຈໃນການປະສົມປະສານສອງສິ່ງນີ້ເຂົ້າກັນ:

  1. ຮັກສາການແຕ່ງກາຍແບບດັ້ງເດີມ: ໃຫ້ຍັງຄົງຄວາມງົດງາມ ແລະ ຖືກຕ້ອງຕາມຮີດຄອງ.
  2. ຮັກສາພາສາ ແລະ ການປາກເວົ້າ: ສື່ສານດ້ວຍຄວາມອ່ອນຫວານແບບສະບັບຄົນຫຼວງພະບາງ.
  3. ນຳໃຊ້ເຕັກໂນໂລຊີ: ເປັນເຄື່ອງມືຫຼັກໃນການເຜີຍແຜ່ວັດທະນະທຳໃຫ້ກວ້າງໄກຂຶ້ນ.
  4. ຮັກສາມູນເຊື້ອປະເພນີ: ສືບທອດສິ່ງທີ່ປູ່ຍ່າຕາຍາຍສ້າງໄວ້ບໍ່ໃຫ້ຈາງຫາຍ.
  5. ສ້າງຕົວຕົນໃນໂລກອອນລາຍ: ເປັນແບບຢ່າງທີ່ດີໃນການນຳສະເໜີຄວາມເປັນລາວຜ່ານໂຊຊຽວມີເດຍ.
ອ່ານຕື່ມ:  ຈາກຜູ້ຟັງສູ່ຜູ້ຫຼິ້ນ ລົມນຳ Kino ມືເບສຜູ້ທີ່ເຊື່ອວ່າດົນຕີຄືເສັ້ນທາງທີ່ຊີວິດເລືອກ

ສຳລັບຄົນຫຼວງພະບາງແລ້ວ, ທຸກມຸມເມືອງລ້ວນແຕ່ມີເລື່ອງເລົ່າ. ແຕ່ຖ້າໃຫ້ ນ້ຳຫວານ ເລືອກພຽງໜຶ່ງເລື່ອງເພື່ອໃຫ້ຄົນທົ່ວໂລກຕົກຫຼຸມຮັກເມືອງແຫ່ງນີ້ ນາງເລືອກທີ່ຈະເລົ່າເຖິງ “ພະທາດພູສີ”. “ນ້ອງຢາກເລົ່າເຖິງຄວາມງົດງາມຂອງທຳມະຊາດ ແລະ ຈຸດສູນລວມຈິດໃຈ ເພາະພະທາດພູສີຕັ້ງຢູ່ໃຈກາງເມືອງ ເວລາທີ່ເຮົາຍ່າງຂຶ້ນໄປຮອດຈຸດສູງສຸດ ເຮົາຈະສາມາດຊົມວິວທິວທັດ ແລະ ຄວາມສະຫງົບງົດງາມຂອງເມືອງຫຼວງພະບາງໄດ້ແບບຮອບທິດທາງເລີຍ.”

ເມື່ອຖາມເຖິງນິຍາມຂອງ ‘ຄວາມງາມທີ່ແທ້ຈິງ’ ຂອງນາງສັງຂານ, ສຳລັບນ້ຳຫວານແລ້ວ ມັນບໍ່ໄດ້ຢຸດຢູ່ພຽງໜ້າຕາ ແຕ່ມັນຄື “ທ່າທາງ ແລະ ກິລິຍາມາລະຍາດ”. ໃນທຸກໆມື້ຂອງການເຝິກຊ້ອມ, ນາງໄດ້ພິສູດຄວາມງາມນັ້ນຜ່ານທ່ວງທ່າການຟ້ອນອັນເປັນເອກະລັກ ແລະ ຮອຍຍິ້ມທີ່ສົດໃສທີ່ອອກມາຈາກຄວາມຈິງໃຈ.

ຖ້າສາມາດຍ້ອນເວລາກັບໄປບອກຕົວເອງໃນໄວເດັກໄດ້… ນີ້ອາດຈະເປັນຄຳຕອບທີ່ສະທ້ອນເຖິງຫົວໃຈທີ່ເຂັ້ມແຂງຂອງນ້ຳຫວານໄດ້ດີທີ່ສຸດ:

“ນ້ອງຢາກຈະບອກຕົວເອງວ່າ ‘ຢ່າຢ້ານທີ່ຈະຝັນໃຫຍ່ ແລະ ຢ່າຢຸດພະຍາຍາມ ເຖິງວ່າຈະຜິດພາດມາຫຼາຍຄັ້ງກໍຕາມ’. ຕອນເດັກນ້ອຍ ເຮົາອາດຈະມັກສົງໄສໃນຕົວເອງ ຫຼື ຢ້ານວ່າຈະເຮັດບໍ່ໄດ້ ແຕ່ແທ້ໆແລ້ວ ຄວາມລົ້ມເຫຼວແມ່ນສິ່ງທີ່ສອນໃຫ້ເຮົາເກັ່ງຂຶ້ນ. ຖ້າມື້ນັ້ນນ້ອງຍອມແພ້ ຫຼື ບໍ່ກ້າລອງເຮັດ ນ້ອງກໍຄົງບໍ່ໄດ້ມາຍືນຢູ່ເທິງເວທີອັນຊົງກຽດນີ້ແນ່ນອນ. ສຳລັບນ້ອງແລ້ວ ຄວາມໝັ້ນໃຈ ແລະ ຄວາມພະຍາຍາມ ກໍຄືການສ້າງໂອກາດໃຫ້ກັບຕົວເອງໃນອະນາຄົດ.”

ມ່ວນໄດ້ຖາມເຖິງ ‘ຄວາມສຸກທີ່ລຽບງ່າຍທີ່ສຸດ’ ໃນຊີວິດປະຈຳວັນຂອງນ້ອງ ເຊິ່ງຄຳຕອບທີ່ໄດ້ຮັບນັ້ນ ສະທ້ອນໃຫ້ເຫັນເຖິງຈິດວິນຍານຂອງຄວາມເປັນຫຼວງພະບາງຢ່າງແທ້ຈິງ: “ຄວາມສຸກຂອງນ້ອງຄືການໄດ້ຕື່ນເຊົ້າມາຮັບອາກາດດີໆ, ເຫັນວິວທຳມະຊາດ ແລະ ໄດ້ໃຊ້ເວລາກັບຄອບຄົວ ເຊັ່ນ ການນັ່ງກິນເຂົ້າຮ່ວມພາ ຫຼື ນັ່ງລົມກັນ. ສິ່ງເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງວິຖີຊີວິດທີ່ລຽບງ່າຍ, ສະຫງົບ ແລະ ພໍພຽງຂອງຄົນຫຼວງພະບາງ ເຮົາບໍ່ໄດ້ເນັ້ນແລ່ນຕາມຄວາມຫຼູຫຼາ ແຕ່ເຮົາເຫັນຄຸນຄ່າຂອງຊ່ວງເວລານ້ອຍໆແລ້ວມີຄວາມສຸກກັບມັນ. ຄວາມສຸກຂອງນ້ອງບໍ່ໄດ້ຢູ່ທີ່ສິ່ງໃຫຍ່ໂຕ ແຕ່ຢູ່ທີ່ຄວາມພໍໃຈໃນສິ່ງນ້ອຍໆອ້ອມຕົວເຮົາ.”


ຈິດໃຈທີ່ອ່ອນໂຍນ, ທັດສະນະຄະຕິທີ່ເຕີບໂຕ ແລະ ຄວາມຮັກໃນວັດທະນະທຳບ້ານເກີດ ເຮັດໃຫ້ ນ້ຳຫວານ ປິຍະດາ ພົມມະນີວົງ ເປັນໜຶ່ງໃນຜູ້ເຂົ້າປະກວດທີ່ໜ້າຈັບຕາມອງໃນປີນີ້,ຝາກທຸກຄົນຮ່ວມເຊຍ ແລະ ເປັນກຳລັງໃຈໃຫ້ນ້ອງ ໝາຍເລກ 7 ໃນການປະກວດ ນາງສັງຂານຫຼວງພະບາງ 2026 ນີ້ແນ່ເດີ້! ຊ່ອງທາງການຕິດຕາມ: Facebook : Namwarn Pmnv

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.