ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ເຂົ້າໃຈຄວາມຮັກຫຼາຍຂຶ້ນຜ່ານບົດເພງ “ຄຳຕອບ | Naive”-Tanu Vannasin
Muan Listen - ມ່ວນຊວນຟັງ

ເຂົ້າໃຈຄວາມຮັກຫຼາຍຂຶ້ນຜ່ານບົດເພງ “ຄຳຕອບ | Naive”-Tanu Vannasin

ແບ່ງປັນ
Getting your Trinity Audio player ready...

ເມື່ອຄວາມຮັກຕ້ອງມາເຖິງທາງແຍກ, ບາງຄຳຕອບກໍອາດຈະບໍ່ເຄີຍມີໃນໂລກນີ້, ໄດ້ແຕ່ຍອມຮັບວ່າ “ອາດເປັນເພາະເຮົາຍັງໄຮ້ດຽງສາ” ຫຼືນີ້ເປັນສິ່ງທີ່ ຕານຸ ວັນນະສິນ ຕ້ອງການບອກຜ່ານບົດເພງ “ຄຳຕອບ | Naive”

ຫຼັງຈາກທີ່ຜ່ານໄປ 2 ເດືອນ ກໍບໍ່ໃຫ້ແຟນໆຕ້ອງໄດ້ຖ້າດົນ ຕານຸ ວັນນະສິນ ກໍໄດ້ປ່ອຍອີກໜຶ່ງບົດເພງໃນ Ep Album: The Rhythmarries ອາລະບ້ຳທີ່ຈະເລົ່າເລື່ອງຈັງຫວະຂອງຊີວິດເພື່ອນຳພາທຸກຄົນໄປຮຽນຮູ້ ເຕີບໂຕ ແລະ ເຂົ້າຄວາມຮັກໃຫ້ຫຼາຍຂຶ້ນ ແລະ ບົດເພງ “ຄຳຕອບ | Naive” ກໍເປັນອີກເພງທີ່ປ່ອຍອອກມາໃນອາລະບ້ຳນີ້ ເພື່ອຕອກຍ້ຳຄວາມບໍ່ເຂົ້າໃຈໃນຄວາມຮັກ, ຄວາມໄຮ້ດຽງສາໃນຄວາມສຳພັນ ແລະ ການຍອມຮັບສິ່ງເຫຼົ່ານີ້ເພື່ອທີ່ຈະກ້າວໄປຕໍ່.

ບົດເພງ “ຄຳຕອບ | Naive” ໃຫ້ຄວາມຮູ້ສຶກແນວເພງ Pop-Rock/Acoustic ທີ່ຟັງງ່າຍ ແຕ່ເຕັມໄປດ້ວຍອາລົມເລິກເຊິ່ງ, ໃຫ້ຄວາມຮູ້ສຶກເໝືອນກຳລັງນັ່ງຟັງຄົນເລົ່າເລື່ອງຄວາມຮັກທີ່ສັບສົນ ເໝືອນກຳລັງຟັງການເລົ່າເລື່ອງຜ່ານບົດກະວີທີ່ສະທ້ອນເຖິງຄວາມໄຮ້ດຽງສາຂອງຄົນໃນຄວາມສຳພັນ. ບົດເພງເລົ່າກ່ຽວກັບຄວາມສັບສົນໃນຄວາມສຳພັນກັບສິ່ງທີ່ບໍ່ເຂົ້າໃຈເຊັ່ນ ມັນເກີດຫຍັງຂຶ້ນ? ເປັນຫຍັງເຮົາຈຶ່ງເລີກກັນ? ເຮົາບໍ່ດີບ່ອນໃດ? ແລະ ອີກຫຼາຍໆຄຳຖາມທີ່ບໍ່ມີຄຳຕອບໃນຄວາມສຳພັນນີ້ ຄືກັບທ່ອນຂອງເພງທີ່ບອກວ່າ

ຄືໜັງສືທີອ່ານຈົນຈົບແຕ່ກໍບໍ່ເຄີຍເຂົ້າໃຈ ດັ່ງບົດຮູບເງົາທີ່ເຈົ້ານັ້ນຂຽນເອົາໄວ້ ໃຫ້ຂ້ອຍເປັນຄົນສະເເດງ, ການເວລາ ຫຼື ໃຈຂອງຄົນທີ່ມັນປ່ຽນແປງ ບໍ່ເຂົ້າໃຈ?

ແຕ່ແທນທີ່ຈະຈົມຢູ່ກັບຄວາມເຈັບປວດ, ບົດເພງກັບພາເຮົາທຳຄວາມເຂົ້າໃຈ ແລະ ຍອມຮັບສິ່ງເກີດຂຶ້ນໃນຄວາມສຳພັນນີ້ ເພື່ອເຕີບໂຕ ແລະ ຮຽນຮູ້ ພ້ອມຍັງພະຍາຍາມຕອບຄຳຖາມໂຕເອງ “ອາດເປັນພຽງຍ້ອນເຮົາຍັງ ໄຮ້ດຽງສາ”, ຍັງບໍ່ໃຫຍ່ພໍທີ່ຈະເຂົ້າໃຈຄວາມໝາຍຂອງຊີວິດ ແລະ ຄວາມຮັກໃນຕອນນີ້.

ຈາກກັນວັນນີ້ເພື່ອຈະໄດ້ເຕີບໂຕ ແລະ ຮຽນຮູ້ກັນຕໍ່ໄປ” “ຝາກເພງນີ້ໄວ້ແທນຄໍາລໍ້າລາ ເມື່ອຫັນກັບມາ…ເຮົາຄົງເຂົ້າໃຈ

ມັນຄືການຍອມຮັບວ່າຄວາມຮັກເຮັດໃຫ້ເຮົາຜູກພັນ, ແຕ່ເຮົາບໍ່ເຄີຍຮຽນຮູ້ຈາກມັນ ຈົນສຸດທ້າຍກໍຕ້ອງເຈັບປວດ. ແຕ່ຄວາມເຈັບປວດນີ້ຄືຄຳຕອບຂອງການເຕີບໃຫຍ່, ເປັນການຈາກລາທີ່ຍັງຄົງໂອບກອດທຸກຄວາມຝັນຂອງເຮົາໄວ້ ແລະ ຫວັງວ່າເມື່ອເວລາຜ່ານໄປ ເຮົາຈະພົບກັນໃໝ່ ໃນມື້ທີ່ເຂົ້າໃຈທຸກຢ່າງຫຼາຍຂຶ້ນ.

ອ່ານຕື່ມ:  ຟັງເພງ "ແອບມັກຄົນມີແຟນ" ສິລະປິນລາວຈາກແດນໃຕ້ Bao Seang ft. Ple B.D.A & Icesky

ຖ້າໃຜເຄີຍຜ່ານຊ່ວງເວລາຂອງການບອກລາ ແລະ ຈົມປັກຢູ່ກັບການຄຳຕອບຂອງຄຳຖາມໃນຄວາມສຳພັນທີ່ຜ່ານ ລອງເປີດໃຈຟັງ “ຄຳຕອບ | Naive” ເບິ່ງເດີ້ ເພາະບາງເທື່ອເຮົາອາດຈະໄດ້ຄຳຕອບທີ່ເຮົາກຳລັງຕາມຫາຢູ່ກໍໄດ້ ເພາະວ່າ ບາງຄຳຖາມໃນຄວາມສຳພັນ ມັນບໍ່ໄດ້ມີຄຳຕອບໃຫ້ເຮົາໄດ້ເຂົ້າໃຈໃນທັນທີ..

ມາຮຽນຮູ້ຈາກຄວາມໄຮ້ດຽງສາໃນຄວາມຮັກໄປນຳກັນໄດ້ທີ່ທຸກຊ່ອງທາງສະຕຣີມມິ່ງຂອງ Tanu Vannasin

ຂຽນໂດຍ
Tonmai Phoutthasack -

ຄອນເທັນຄຣີເອເຕີ ສາຍອິນດີ້ ຜູ້ມັກໃນເລື່ອງເລົ່າທີ່ຫຼາຍຄົນເບິ່ງຂ້າມ

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

ຄວາມຫວັງດີທີ່ບໍ່ມີຫວັງໄດ້ໄປຕໍ່ guncharlie ສິນລະປິນຈາກໄທກັບເພງ ເຕີບໂຕໂດຍບໍ່ມີຂ້ອຍ

“guncharlie (ກັນ ຊາລີ)” ຫຼື “ກັນ-ເສດຖະພົງ ເອວະສຸກ” ນ້ອງຮ້ອງ-ນັກສະແດງຈາກປະເທດໄທ, ຜູ້ທີ່ເຄີຍເຂົ້າແຂ່ງຂັນໃນລາຍການ The Rapper 2 ເມື່ອ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.