ໜ້າຫຼັກ Muan Specialty ອ່ານເກມທຸລະກິດ ຮັບມືແນວໃດກັບໂລກ ຫຼັງຍຸກໂລກາພິວັດ ໃນມື້ທີ່ໂລກເລີ່ມໂຫດຂຶ້ນກວ່າເກົ່າ
Muan Specialty

ອ່ານເກມທຸລະກິດ ຮັບມືແນວໃດກັບໂລກ ຫຼັງຍຸກໂລກາພິວັດ ໃນມື້ທີ່ໂລກເລີ່ມໂຫດຂຶ້ນກວ່າເກົ່າ

ແບ່ງປັນ

ສະກູ໊ບພິເສດ Muan x the Standard

ບົດຄວາມນີ້ຂຽນຜ່ານການຮ່ວມມືລະຫວ່າງ Muan Specialty ແລະ The Secret Sauce

ຫຼາຍຄົນອາດຈະຄຸ້ນເຄີຍກັບຄຳເວົ້າທີ່ວ່າ: “ເຮົານິຢູ່ຍຸກໂລກາພິວັດແລ້ວ ເຮັດຫຍັງກໍງ່າຍ ສະດວກສະບາຍ ໄປມາຫາສູ່ກັນໄດ້ໝົດ ມີອິນເຕີເນັດຕິດຕໍ່ກັນໄດ້ທົ່ວໂລກ…”

ແຕ່ເຈົ້າຮູ້ບໍ່ວ່າຕອນນີ້ ໃນມິຕິຂອງທຸລະກິດ ສັງຄົມມະນຸດໂລກພວກເຮົາອາດຈະກຳລັງເຂົ້າສູ່ຍຸກທີ່ເອີ້ນວ່າ “Post-Globalization”

ຄຳວ່າ “Post-Globalization” ຫຼື ໂລກຍຸກຫຼັງໂລກາພິວັດ ເອົາແທ້ໆ ແລ້ວ ກໍບໍ່ແມ່ນຄຳສັບໃໝ່ໃນສາກົນ

ເພາະຄວາມຈິງທີ່ກຳລັງເກີດຂຶ້ນຢູ່ຕອນນີ້ ມີຜົນກະທົບກັບທຸກພາກສ່ວນ, ໃຜທີ່ບໍ່ໄດ້ຕິດຕາມຂ່າວສານສາກົນແດ່ ກໍອາດຈະນຳບໍ່ທັນວ່າ ໂລກທຸລະກິດຕອນນີ້ມັນກຳລັງເກີດ ຫຍັງຂຶ້ນຢູ່.

ບໍ່ວ່າຈະເປັນສົງຄາມການຄ້າ, ການໃຊ້ກຳແພງພາສີຕອບໂຕ້ກັນແລະກັນ, ຄວາມຂັດແຍ່ງທາງດ້ານພູມິລັດຖະສາດ (Geopolitical), ວິກິດການຕ່າງໆ ເຫຼົ່ານີ້ລ້ວນແລ້ວແຕ່ເປັນສັນຍານທີ່ຊັດເຈນວ່າ ຍຸກຮຸ່ງເຮືອງເຫຼືອງເຫຼື້ອມຂອງໂລກທຸລະກິດ ທີ່ເຄີຍເຊື່ອມໂຍງກັນຢ່າງລ່ຽນໄຫຼ ຄວາມຄ້າໄດ້ຂາຍມ່ອນ ອັນໃດກໍສະດວກໄປໝົດ ທີ່ເກີດຂຶ້ນຜ່ານມາກ່ອນໜ້ານີ້ ກຳລັງສິ້ນສຸດລົງ, ທຸລະກິດໃນປະເທດອຸດສາຫະກຳຕ່າງໆ ເລີ່ມຄິດຫາວິທີການກຸ້ມຕົນເອງໂດຍລຳພັງຫຼາຍຂຶ້ນ.

❔ແລ້ວຜູ້ປະກອບການ, ນັກທຸລະກິດ, ຊາວຄ້າຂາຍບ້ານເຮົາ ຄວນກັງວົງຫຍັງແດ່? ແລະ ຈະກຽມຕົວແນວໃດເພື່ອຄວ້າໂອກາດ ແລະ ຍັງສາມາດພາທຸລະກິດ ໄປຕະຫຼອດຮອດຝັ່ງ ໃນຍຸກທີ່ບໍ່ມີຫຍັງງ່າຍແບບນີ້:

⛓️‍????ການແບ່ງຂົ້ວ ແລະ ການແຍກກັນຂອງຕ່ອງໂສ້ອຸປະທານ (Decoupling)

ເປີດຫົວຂໍ້ທຳອິດກໍສັບຍາກລະ ???? ດຽວຄ່ອຍອ່ານໄປນໍາກັນ

ຈາກແຕ່ກ່ອນ, ຫຼັງຈາກທີ່ໂລກເຂົ້າສູ່ການເຊື່ອມຈອດແບບ Globalization ທຸລະກິດໃນບັນດາປະເທດພັດທະນາ ກໍເລີ່ມໄປລົງທຶນຢູ່ນອກປະເທດຫຼາຍຂຶ້ນ, ຂ້າມນ້ຳຂ້າມມະຫາສະໝຸດ, ຂ້າມທະວີບ ເພື່ອໄປຕັ້ງໂຮງຈັກໂຮງງານໃນບ່ອນທີ່ຕົ້ນທຶນຕ່ຳກວ່າ, ເພື່ອຫຼຸດຕົ້ນທຶນໃນການແຂ່ງຂັນ ແລະ ສ້າງກຳໄລໃຫ້ຫຼາຍທີ່ສຸດຕາມທິດສະດີ. ແຕ່ຕອນນີ້ ຫຼາຍທຸລະກິດ, ຫຼາຍບໍລິສັດໃນປະເທດຕ່າງໆ ເຫຼົ່ານັ້ນ ກຳລັງທົບທວນກົນລະຍຸດໃນການຍ້າຍຖານການຜະລິດກັບຄືນເຂົ້າປະເທດ (Re-shoring) ຫຼື ຍ້າຍໄປປະເທດໃກ້ຄຽງແທນ (Near-shoring) ເຊັ່ນ: ກົນລະຍຸດ “China Plus One” ທີ່ຍ້າຍຖານການຜະລິດບາງສ່ວນຈາກຈີນໄປປະເທດອື່ນໆ ໃນອາຊີຕາເວັນອອກຊ່ຽງໃຕ້ (ແຖວບ້ານເຮົານີ້ເອງ)

ອ່ານຕື່ມ:  AI ສຸດຍອດທ່າແຮງຊ່ວຍວຽກ ຈາກບົດລາຍງານຂອງ McKinsey 2025

ສິ່ງນີ້ສ້າງໂອກາດໃຫ້ບັນດາປະເທດໃກ້ຄຽງພວກເຮົາໃນການດຶງດູດການລົງທຶນ ແຕ່ກໍໝາຍຄວາມວ່າ ທຸລະກິດກໍຕ້ອງເຈິກັບຄວາມຊັບຊ້ອນ ແລະ ຕົ້ນທຶນທີ່ອາດຈະເພີ່ມຂຶ້ນໃນການບໍລິຫານ “ຕ່ອງໂສ້ອຸປະທານ” ແບບນີ້.

♟️ຄວາມບໍ່ແນ່ນອນ ຄືເກມໄລຍະຍາວ

ຜູ້ປະກອບການ, ນັກທຸລະກິດ, ຊາວຄ້າຂາຍ ບໍ່ສາມາດວາງແຜນທຸລະກິດແບບເດີມໆ ຄືທີ່ຜ່ານມາໃນໄລຍະ 10-20 ປີຜ່ານມາໄດ້ອີກແລ້ວ, ເພາະຕ້ອງປະເມີນຄວາມສ່ຽງທາງດ້ານພູມິລັດຖະສາດ (Geopolitical Risk) ແລະ ວາງແຜນກົນລະຍຸດແບບໄລຍະຍາວ ມັນໄດ້ກາຍເປັນສິ່ງທີ່ຈຳເປັນ. ທຸລະກິດຄວນປະເມີນຄວາມສ່ຽງໃນທຸກມິຕິ ທັງທາງກົງ ແລະ ທາງອ້ອມ, ເຊັ່ນ: ສົມມຸດວ່າທຸລະກິດເຮົາເນັ້ນການສົ່ງອອກ ກໍຈະໄດ້ຮັບຜົນກະທົບຈາກການຂຶ້ນພາສີແບບໃໝ່ຢູ່ປາຍທາງທີ່ມີການອັບເດດຖີ່ຂຶ້ນ, ຖ້າເປັນການນຳເຂົ້າ ຕົ້ນທຶນວັດຖຸດິບນຳເຂົ້າກໍມີຄວາມຜັນຜວນສູງ, ຫຼື ລາຄາພະລັງງານສູງຂຶ້ນ, ຫຼື ຊ້ຳຮ້າຍສຸດໆ ແບບປິດປະເທດຄືຕອນໂຄວິດ ເຮົາກໍບໍ່ອາດຄາດເດົາໄດ້ອີກຕໍ່ໄປແລ້ວ.

❔ແລ້ວຜູ້ປະກອບການ-ນັກທຸລະກິດຊາວຄ້າຂາຍເຮົາຄວນຮັບມືແນວໃດ ໃນຍຸກຫຼັງໂລກາພິວັດ

ຕ້ອງຄິດແບບລະດັບສາກົນ + ດຳເນີນການແບບທ້ອງຖິ່ນ

ອະທິບາຍເສີມກໍຄື ສິນຄ້າ-ການບໍລິການຂອງເຮົາຕ້ອງພັດທະນາໃຫ້ມີມາດຕະຖານທີ່ສາກົນຍອມຮັບ, ໃສ່ໃຈລາຍລະອຽດ ກົນລະຍຸດການຕະຫຼາດແບບແຜນທີ່ສາກົນເຮັດ (ດຽວນີ້ຄວາມຮູ້ນອກຫ້ອງຮຽນໃນອິນເຕີເນັດເຂົ້າເຖິງໄດ້ງ່າຍຫຼາຍແລ້ວ ສ່ວນໃຫຍ່ບໍ່ໄດ້ເສຍເງິນ) ແຕ່ຕ້ອງໃຊ້ຄວາມເປັນທ້ອງຖິ່ນ ປະສົມປະສານຄວາມຄິດສ້າງສັນພື້ນບ້ານ ໃຫ້ເປັນຄວາມໄດ້ປຽບໃນການແຂ່ງຂັນ.

ປັບຕ່ອງໂສ້ອຸປະທານ

ລອງທົບທວນ ແລະ ປັບຕ່ອງໂສ້ອຸປະທານຂອງຕົນເອງ ຫຼຸດການເພິ່ງພາແຫຼ່ງຜະລິດຈາກບ່ອນດຽວ,​ ລອງຊອກຫາວັດຖຸດິບທາງເລືອກທັງພາຍໃນ ແລະ ຕ່າງປະເທດ, ເພື່ອເສີມຄວາມຍືດຍຸ່ນ ບໍ່ລົ້ມໄປທັງໝົດຖ້າຫາກເກີດມີວິກິດ.

ພັດທະນາຕະຫຼາດໃນພາກພື້ນ

ຕິດຕາມຂ່າວສານ ແລະ ຂໍ້ຕົກລົງທາງການຄ້າຕ່າງໆ ເພື່ອເຊື່ອມໂຍງກັບຕະຫຼາດໃນພາກພື້ນ ແລະ ຫຼຸດການເພິ່ງພິງຕະຫຼາດໃດຕະຫຼາດໜຶ່ງດົນຈົນເກີນໄປ.

ລົງທຶນໃນເທັກໂນໂລຊີດິຈິຕອລ

ການຄ້າຂາຍ ແລະ ບໍລິການດິຈິຕອລ ຈະມີຄວາມສຳຄັນຫຼາຍຂຶ້ນໄປອີກ, ການມີຫຼັງບ້ານທີ່ແຂງແຮງດ້ວຍລະບົບດິຈິຕອລ ຊ່ວຍໃຫ້ເຂົ້າເຖິງຕະຫຼາດຕ່າງປະເທດ ແລະ ໃຊ້ລະບົບດິຈິຕອລໃນການບໍລິຫານຈັດການຕ່ອງໂສ້ອຸປະທານໃຫ້ມີປະສິທິພາບ ແລະ ກວດສອບໄດ້.

ການທີ່ທຸລະກິດຂອງເຈົ້າ ຈະຢູ່ລອດຫຼືບໍ່ໃນໂລກຫຼັງຍຸກໂລກາພິວັດນີ້ ຜູ້ປະກອບການ-ນັກທຸລະກິດຊາວຄ້າຂາຍ ຕ້ອງ “ອ່ານໂລກໃຫ້ອອກ” ແລະ “ກ້າທີ່ຈະປັບຕົວ” ຊອກຫາໂອກາດທີ່ກຳລັງເຄື່ອນຕົວໄປ ການມີຈິດວິນຍານຂອງຜູ້ປະກອບການທີ່ພ້ອມຍືດຍຸ່ນ ຄ່ອງແຄ້ວ ຈະເປັນກະແຈສຳຄັນໃນການນຳພາທຸລະກິດໃຫ້ກ້າວຜ່ານຄວາມທ້າທາຍ ແລະ ເຕີບໂຕຢ່າງໝັ້ນຄົງຍືນຍົງ.

ອ່ານຕື່ມ:  ບໍລິສັດໄຟຟ້າ ນໍ້າເທີນ 2 ເປີດໂຕໂລໂກ້ ສະຫຼອງ 15 ປີ ແຫ່ງຄວາມສຳເລັດຂອງພະລັງງານໄຟຟ້າໃນລາວ

ຮ່ວມຄົ້ນຫາ ກະແຈທີ່ຈະມາປົດລັອກຈິດວິນຍານຜູ້ປະກອບການ ທີ່ຈະພາເຈົ້າໄປຕະຫຼອດລອດຝັ່ງໃນໂລກທຸລະກິດຫຼັງໂລກາພິວັດ ກັບ “ປີສາດຜູ້ປະກອບການ” ຕົວຈິງ ໃນງານ The Secret Sauce Summit 2025 ເທດສະການທຸລະກິດສຳລັບຜູ້ປະກອບການທີ່ໃຫຍ່ທີ່ສຸດໃນໄທ

???? Early Bird ຈາກທີມ “ມ່ວນ” ລາຄາພິເສດ ຈຳກັດພຽງ 1,000 ທີ່ນັ່ງເທົ່ານັ້ນ

https://muan.space/go/MuanxTSD_The-SecretSauceSummit2025

The Secret Sauce Summit 2025

???? 16-17 September 2025 | UOB LIVE 6 Floor, EMSPHERE

ຂຽນໂດຍ
Johnny Sayasane - CEO of Muan (Laos), Co-Founder & Chief Creative Officier of Bizgital/Muan/LOCA

[Art, Creative, Game, Tech & Science] CEO of Muan (Laos), Co-Founder of Bizgital/Muan/LOCA 宇宙人1.1 ???????????????? ????????????????

ບົດຄວາມທີ່ກ່ຽວຂ້ອງ
Muan Specialty

The Secret Sauce Summit 2025 ເທດສະການທຸລະກິດສຳລັບຜູ້ປະກອບການທີ່ໃຫຍ່ທີ່ສຸດໃນໄທ

ສະກູ໊ບພິເສດ Muan x the Standard ຖ້າເຈົ້າແມ່ນຜູ້ປະກອບການ ແລະ ນັກທຸລະກິດທີ່ຕ້ອງການເລັ່ງສະປີດການເຕີບໂຕຜູ້ບໍລິຫານທຸກລະດັບທີ່ມີບົດບາດໃນການຂັບເຄື່ອນອົງກອນຄົນເຮັດວຽກຍຸກໃໝ່ ແລະ ນັກສຶກສາທີ່ສົນໃຈທຸລະກິດ ແລະ ຄວາມເປັນຜູ້ນຳ...

Muan Specialty

ອ່ານເກມ “ທຸລະກິດທ່ອງທ່ຽວ” ເຂົ້າໃຈຕະຫຼາດ Niche ໂອກາດໃໝ່ໃນວົງການທ່ອງທ່ຽວ

ສະກູ໊ບພິເສດ Muan x the Standard ເມື່ອກ່ອນເວລາຄິດຫາການທ່ອງທ່ຽວ ຄົນບ້ານເຮົາມັກຈະຄິດວ່າ ການທ່ຽວ = ພັກຜ່ອນ ແມ່ນບໍ່? ແຕ່ພາບຈຳເຫຼົ່ານັ້ນກຳລັງປ່ຽນໄປ...

Muan SpecialtyWorking Tips

3 ຂັ້ນຕອນ: ກຽມໂຕແນວໃດ ກ່ອນໄປສຳພາດວຽກ

ເຈົ້າເຄີຍຮູ້ສຶກແບບນີ້ບໍ່? ຜູ້ຂຽນຍັງຈື່ໄດ້ສະໄໝຮຽນຈົບໃໝ່ໆ ບັນຍາກາດຕອນຍ່າງເຂົ້າໄປໃນຫ້ອງສຳພາດວຽກດ້ວຍຄວາມຕື່ນເຕັ້ນ ແລະ ໝັ້ນໃຈ ແຕ່ພໍເຈິຄຳຖາມທຳອິດທີ່ອາດຈະບໍ່ໄດ້ຄິດມາກ່ອນເທົ່ານັ້ນແຫຼະ, ຄວາມໝັ້ນໃຈທີ່ເຄີຍມີ ກໍກັບໄປບ້ານເກົ່າຈົນໝົດ. ຖ້າເຈົ້າຢາກກຽມພ້ອມໃຫ້ຄົບເຄື່ອງ, ລອງກຽມ 3 ຂັ້ນຕອນສຳຄັນນີ້...

Muan SpecialtyWorking Tips

“ຫົວໜ້າມັກສັ່ງແຕ່ວຽກດ່ວນ” ຂຸດສາເຫດທີ່ເຮັດໃຫ້ຫຼາຍຄົນ “ຄິດແຜນໄລຍະຍາວ” ຍາກ

ສາເຫດເລິກໆ ທີ່ຫົວໜ້າມັກສັ່ງມື້ນີ້ ຂໍມື້ແລງ ເຊື່ອວ່າຫຼາຍຄົນທີ່ໄດ້ເຂົ້າສູ່ວົງໂຄຈອນຂອງການເຮັດວຽກ ເຄີຍປະສົບບັນຫານີ້ ທັງໃນມູມຂອງພະນັກງານທີ່ໄດ້ຮັບແຕ່ວຽກດ່ວນທຸກມື້ ຫຼື ຈະເປັນໃນມູມຂອງເຈົ້າຂອງທຸລະກິດທີ່ລູກຄ້າຂໍສັ່ງວຽກແບບຈານດ່ວນປະຈຳ. ບັນຫາເຫຼົ່ານີ້ບາງເທື່ອບໍ່ແມ່ນຍ້ອນວ່າ “ຈັດການບໍລິຫານເວລາບໍ່ດີ”, ແຕ່ມັນອາດມາຈາກ ບັນຫາຂອງລະບົບຄວາມຄິດ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.