ທຸກໂຮງຮຽນມັກມີເລື່ອງເລົ່າ ຫຼື ຕຳນານທີ່ເລົ່າກັນຮຸ່ນສູ່ຮຸ່ນຕໍ່ກັນມາ ທີ່ຈະມີລະດັບຄວາມເປັນຕາຢ້ານເຮັດໃຫ້ຂົນຄີງລຸກແຕກຕ່າງກັນໄປ ທຸກຄົນຄິດຖືກແລ້ວວ່າມື້ນີ້ ມ່ວນ ມາຈະເລົ່າກ່ຽວກັບໜັງຜີນັ້ນເອງ.
“The Bridge Curse (2020)” ແມ່ນໜັງຜີກະແສດີຈາກໃຕ້ຫວັນ ທີ່ໄດ້ເລົ່າກ່ຽວກັບຕຳນານທີ່ເກີດຂຶ້ນໃນໂຮງຮຽນທີ່ຕ້ອງບອກວ່າສະຫຍອງຂວັນສຸດໆ.
ເລື່ອງລາວເລີ່ມຕົ້ນຈາກຕຳນານໃນມະຫາວິທະຍາໄລແຫ່ງໜຶ່ງທີ່ມີຂົວຂ້າມນ້ຳ ເຊິ່ງເຊື່ອກັນວ່າ “ມີຜີສິງ” ເຊິ່ງໃນຕຳນານໄດ້ເລົ່າໄວ້ວ່າ ຖ້າໃຜໄປຍ່າງຂ້າມຂົວແລ້ວນັບຂັ້ນໄດໃນຕອນທ່ຽງຄືນ ຖ້ານັບໄດ້ຂັ້ນທີ 14 (ປົກກະຕິມີພຽງ 13 ຂັ້ນ) ຄົນນັ້ນຈະຕ້ອງໄດ້ພົບກັບສິ່ງທີ່ບໍ່ຢາກໃຫ້ເກີດຂຶ້ນນັ້ນຄືການທີ່ຕ້ອງສູນເສຍຊີວິດ.
ອີງຈາກຂໍ້ມູນໃນເລື່ອງ, ໃນປີ 2016 ໄດ້ມີກຸ່ມນັກສຶກສາ 6 ຄົນ ຈັດກິດຈະກຳ “ທ້າພິສູດ” ໂດຍການໄລຟ໌ສົດໃນຂະນະທີ່ກຳລັງເຮັດພາລະກິດທ້າພິສູດຜີຢູ່ທີ່ຂົວນັ້ນ, ແລ້ວເຫດການບໍ່ຄາດຝັນກໍເກີດຂຶ້ນ ເມື່ອທຸກຄົນທີ່ມາຮວມທ້າພິສູດຄ່ອຍໆຫາຍຕົວໄປ ແລະ ເສຍຊີວິດຢ່າງເລິກລັບ. ບໍ່ມີໃຜຮູ້ໄດ້ວ່າເກີດຫຍັງຂຶ້ນໃນເຫດການນັ້ນ ເພາະມະຫາວິທະຍາໄລປິດຂ່າວ.
ຫຼັງຈາກນັ້ນ 4 ປີຕໍ່ມາ, ກໍມີນັກຂ່າວສາວຄົນໜຶ່ງໄດ້ລົງພື້ນທີ່ ເພື່ອສືບຫາຄວາມຈິງເບື້ອງຫຼັງເຫດການນັ້ນ ແລະ ໄດ້ພົບກັບຄວາມລັບ ແລະ ປິດສະໜາທີ່ຖືກເຊື່ອງໄວ້.
ໜັງເລື່ອງນີ້ແມ່ນພາບອອກມາໃນໂທນມືດມົນເລີຍ, ແນະນຳວ່າໃຫ້ເພີ່ມແສງແບບແຈ້ງໆເດີ ແລະ ໃຜທີ່ມັກເລື່ອງເລິກລັບ, ການສຶບຄົ້ນຫາເລື່ອງລາວທີ່ເກີດຂຶ້ນຕ້ອງໄປເບິ່ງເລີຍ ມັນມີການຫັກມຸມຕອນຊ່ວງທ້າຍນຳ ຮັບຮອງວ່າມີອຶ້ງກັນແນ່ນອນ ເບິ່ງໄດ້ທີ່ Netflix.