ໜ້າຫຼັກ The Crown Exclusive ພາຮູ້ຈັກ ມັນນີ້ ມົງກຸດເພັດ ຫານຊະນະ ສາວງາມຂາລຸຍ ຕຳແໜ່ງ Miss World Laos 2026
The Crown ExclusiveThe Interview

ພາຮູ້ຈັກ ມັນນີ້ ມົງກຸດເພັດ ຫານຊະນະ ສາວງາມຂາລຸຍ ຕຳແໜ່ງ Miss World Laos 2026

ແບ່ງປັນ

ໃນໂລກຂອງການເຮັດວຽກເບື້ອງຫຼັງທີ່ເຕັມໄປດ້ວຍການຜະຈົນໄພ ໃຜຈະເຊື່ອວ່າຍັງຈະມີຜູ້ຍິງຄົນໜຶ່ງທີ່ຖືຕາກ້ອງ ແລະ ມັກທີ່ຈະລຸຍລົງພື້ນທີ່ຕ່າງໆ ຈະກາຍມາເປັນຕົວແທນສາຍສະພາຍລາວເທິງເວທີລະດັບໂລກໃນ Miss World 2026. ມື້ນີ້ ມ່ວນຈະພາທຸກຄົນໄປຮູ້ຈັກກັບ ມັນນີ້ – ມົງກຸດເພັດ ຫານຊະນະ.

ມັນນີ້ ໄດ້ເລົ່າວ່າ ປັດຈຸບັນອາຍຸ 24 ປີແລ້ວ. ຖ້າຖາມວ່າເຮັດຫຍັງຢູ່? ບອກເລີຍວ່າເປັນຈະທຸກຢ່າງ ເພາະເປັນທັງຜູ້ກຳກັບສາລະຄະດີ, ໂປຣດິວເຊີ້, ພິທີກອນ, ນັກຂຽນ, ນາງແບບ ແລະ ນັກສະແດງອີກດ້ວຍ.

ມັນນີ້ ກໍຄືຄົນເຮັດວຽກເບື້ອງຫຼັງຄົນໜຶ່ງ. ຫຼັງຈາກຮຽນຈົບດ້ານນິເທດສາດ ຈາກມະຫາວິທະຍາໄລກຸງເທບ (Bangkok University) ກໍກັບມາບ້ານເກີດເພື່ອສານຝັນການເປັນນັກສ້າງຮູບເງົາ ແລະ ສາລະຄະດີ ແລະ ມັນນີ້ຍັງມັກເຮັດວຽກກັບຊຸມຊົນ ແລະ ວັດທະນະທຳຫຼາຍ.

ເພາະມັນນີ້ຮູ້ສຶກວ່າປະເທດລາວເຮົາມີ “ເອກະລັກ” ທີ່ລົງຕົວ. ເຮົາຢາກໃຊ້ຄວາມຮູ້ທີ່ຮຽນມາ ມາເຮັດໃຫ້ເກີດປະໂຫຍດກັບປະເທດຊາດໃນຮູບແບບຂອງການເລົ່າເລື່ອງຜ່ານເລນກ້ອງ.

ຖ້າບໍ່ແມ່ນໃນມຸມຂອງນາງງາມ ຄິດວ່າຕົວເອງເປັນຄົນ

“ລຸຍໆເລີຍແຫຼະ!”. ບາງຄົນເຫັນເຮົາຕອນເຮັດວຽກເບື້ອງຫຼັງ ກໍອາດຈະນຶກພາບຕອນເປັນນາງງາມບໍ່ອອກເລີຍ ເພາະວຽກຂອງເຮົານັ້ນຕ້ອງໄດ້ອອກເດີນທາງ ໄປລຸຍ ປະຈົນໄພ ບາງມື້ກໍບໍ່ຕ່າງຈາກນັກເດີນທາງຂາລຸຍຄົນໜຶ່ງ. ແຕ່ເຮົາມັກໃດ໋! ມັກການທີ່ໄດ້ພົບເຈີເລື່ອງລາວຕ່າງໆລະຫວ່າງທາງ ແລະ ມັນເຮັດໃຫ້ເຮົາໄດ້ຮຽນຮູ້ຄວາມສຸກທີ່ຮຽບງ່າຍ ແລະ ເອົາມາເປັນແຮງບັນດານໃຈໃນການຖ່າຍທອດເປັນຜົນງານ ຫຼື ສິ່ງອື່ນໆໃຫ້ຄົນ ຫຼື ສັງຄົມໄດ້ເຫັນຜ່ານມຸມມອງຂອງເຮົາ.

ແລະຍັງອີກຢ່າງ ມັນນີ້ມັກອ່ານໜັງສືທີ່ສຸດ. ເວລາວ່າງໆມັນນີ້ກໍຈະຢູ່ກັບໜັງສື ບໍ່ວ່າຈະເປັນໜັງສືແນວພັດທະນາຕົວເອງ ຫຼື ປະຫວັດສາດ ແຕ່ຖ້າເປັນແນວທີ່ແບບອິນແທ້ໆແມ່ນມັກຈະອ່ານ ນິຍາຍແນວສືບສວນສອບສວນ! ເພາະມັນຕື່ນເຕັ້ນ ແລະ ໄດ້ເດົາວ່າໂຕລະຄອນຈະເຮັດຫຍັງ ໄດ້ຄິດຕາມ ໄດ້ເຈິການຫັກມຸມຂອງຕົວລະຄອນ ແລະ ເສັ້ນເລື່ອງ, ສ່ວນໂຕມັນນີ້ມັກເລີຍແຫຼະ ເພາະນອກຈາກຈະມ່ວນແລ້ວ ຍັງເຮັດໃຫ້ເຮົາໄດ້ຝຶກວິເຄາະສະຖານະການ ຄາດເດົາເສັ້ນເລື່ອງ ຖືວ່າເປັນການລັບຄົມສະໝອງໄປໃນຕົວ.ຄືການໄດ້ໃຊ້ສະມາທິ ແລະ ຈິນຕະນາການໄປກັບຕົວອັກສອນ.

ອ່ານຕື່ມ:  ບົວລະພາ ເພງໃໝ່ຈາກ AiiLA ແຕ່ງຂຶ້ນຍ້ອນໄດ້ຮັບແຮງບັນດານໃຈຈາກສະພາບແວດລ້ອມທີ່ເຫັນໄດ້ ຕ່າຍ ອາກາດ ມາຮ່ວມຮ້ອງ

ເຫັນມັນນີ້ເປັນຄົນລຸຍໆແບບນີ້ ມັນນີ້ຍັງເປັນຄົນທີ່ເອີ້ນໄດ້ເລີຍເປັນທາດໝາ ທາດແມວທີ່ສຸດ! ເພາະ ມັນນີ້ໂຄດຈະເອັນດູນ້ອງໝາ ນ້ອງແມວເລີຍແຫຼະ ແຕ່ໜ້າເສຍດາຍທີ່ຕອນນີ້ຍັງບໍ່ມີໂອກາດໄດ້ລ້ຽງ ເພາະມັນນີ້ເດີນທາງເກືອບທຸກອາທິດເລີຍ ຢ້ານບໍ່ມີເວລາເບິ່ງແຍງນ້ອງໄດ້ເຕັມທີ່. ແຕ່ໃນອະນາຄົດ ຖ້າທຸກຢ່າງລົງຕົວແລ້ງ ຮັບຮອງວ່າຕ້ອງມີສະມາຊິກສີ່ຂາແນ່ນອນ.

ຄວາມຮູ້ສຶກຕອນທີ່ຮູ້ວ່າ “ແມ່ນເຮົາ” ທີ່ຈະໄດ້ເປັນຕົວແທນໄປ Miss World

ບອກເລີຍວ່າມັນເປັນຫຼາຍກວ່າ “ຄວາມຝັນທີ່ກາຍເປັນຈິງ” ຄືແບບມັນເປັນໂອກາດທີ່ເຮົາຈະໄດ້ນຳສະເໜີຄວາມງົດງາມຂອງຄົນລາວ ຂອງປະເທດລາວໃຫ້ສາກົນໄດ້ເຫັນ. ເຊິ່ງມັນນີ້ຮູ້ສຶກເຖິງຄວາມຮັບຜິດຊອບທີ່ຍິ່ງໃຫຍ່ ເພາະທຸກບາດກ້າວຕໍ່ຈາກນີ້ ມັນບໍ່ແມ່ນພຽງແຕ່ເລື່ອງຂອງ ມັນນີ້ ຄົນດຽວ ແຕ່ມັນຄືຄວາມຫວັງຂອງຄົນທັງປະເທດ.

ແລະ ຍັງຮູ້ສຶກໄດ້ເຖິງຄວາມຕື່ນເຕັ້ນຂອງທຸກຄົນເລີຍ ເພາະ Miss World ເປັນເວທີທີ່ຄົນລາວລໍຄອຍມາຫຼາຍປີ. ບໍ່ສະເພາະແຕ່ຄົນລາວໃດ໋ ສື່ຕ່າງຊາດກໍໃຫ້ຄວາມສົນໃຈໃນຕົວແທນປະເທດລາວຄັ້ງນີ້ຄືກັນ ເຮັດໃຫ້ເຮົາຍິ່ງມີໄຟໃນການກຽມຕົວຫຼາຍຂຶ້ນ.

ເພື່ອໃຫ້ເໝາະສົມກັບຕຳແໜ່ງນີ້ ມັນນີ້ກໍມີການປ່ຽນແປງໃນເລື່ອງຂອງ “ວິໄສທັດ” ແລະ “ຄວາມຮັບຜິດຊອບ”, ຕ້ອງແບ່ງກັບຈັດການເວລາໃຫ້ເກັ່ງຂຶ້ນ ແລະ ພັດທະນາຕົວເອງຢ່າງສະໝໍ່າສະເໝີ ແຕ່ໃນຂະນະດຽວກັນ ກໍຍັງຄົງຄວາມເປັນຕົວເອງ ຍັງລົງພື້ນທີ່ເຮັດວຽກເພື່ອສັງຄົມ ແລະ ວຽກເບື້ອງຫຼັງຄືເກົ່າ.

ບໍ່ວ່າຜົນຈະອອກມາແນວໃດ ເສັ້ນທາງຊີວິດຂອງມັນນີ້

ກໍຈະບໍ່ຢຸດພັດທະນາຕົວເອງແນ່ນອນ. ເຊື່ອວ່າບົດຮຽນຈາກເວທີນີ້ຈະເຮັດໃຫ້ເຮົາເກັ່ງຂຶ້ນ. ເປົ້າໝາຍຫຼັກແມ່ນການສືບຕໍ່ພັດທະນາຊຸມຊົນ ແລະ ເປັນແຮງບັນດານໃຈໃຫ້ຄົນລາວ ກ້າທີ່ຈະລຸກຂຶ້ນມາເຮັດຕາມຄວາມຝັນຂອງຕົວເອງ.

“ມັນນີ້ເອງກໍບໍ່ໄດ້ມີພອນສະຫວັນໂດດເດັ່ນມາແຕ່ເກີດ ບາງຄັ້ງກໍຍ່າງຊ້າກວ່າຄົນອື່ນນຳຊ້ຳ ແຕ່ຄວາມສຳເລັດທີ່ແທ້ຈິງມັນບໍ່ໄດ້ຢູ່ທີ່ປາຍທາງ ມັນຢູ່ທີ່ການໄດ້ຫາ ‘ຄວາມໝາຍຂອງຊີວິດ’ ລະຫວ່າງທາງ. ຂໍພຽງແຕ່ເຊື່ອໝັ້ນ ແລະ ລົງມືເຮັດ… ຄວາມຝັນຂອງເຮົາ ຈົ່ງປົກປ້ອງມັນໄວ້ໃຫ້ດີ!

ຖ້າມີເດັກນ້ອຍມາບອກວ່າ “ຢາກເປັນຄືເອື້ອຍມັນນີ້” ເຮົາຈະຍິ້ມໃຫ້ແລ້ວບອກວ່າ “ນ້ອງເຮັດໄດ້ແນ່ນອນ ແລະ ຈະເຮັດໄດ້ດີກວ່າເອື້ອຍອີກ!” ຂໍພຽງນ້ອງເປັນຕົວຂອງຕົວເອງໃນເວີຊັນທີ່ດີທີ່ສຸດ. ມື້ໜຶ່ງນ້ອງຈະກາຍເປັນຄົນທີ່ເດັກນ້ອຍຄົນອື່ນແນມເບິ່ງດ້ວຍຄວາມຊື່ນຊົມ ຄືກັນກັບທີ່ນ້ອງແນມເບິ່ງເອື້ອຍໃນມື້ນີ້.


ມັນນີ້ຂໍຝາກທຸກຄົນຕິດຕາມ ແລະ ເປັນກຳລັງໃຈໃຫ້ມັນນີ້ໃນເສັ້ນທາງການປະກວດ Miss World 2026 ນີ້ດ້ວຍເດີ້. ມັນນີ້ຈະເຮັດໃຫ້ດີທີ່ສຸດ ເພື່ອນຳເອົາເລື່ອງລາວຂອງປະເທດເຮົາໄປສູ່ສາຍຕາຊາວໂລກ.

ອ່ານຕື່ມ:  The Espresso Talk EP.1 ລົມກັບ ທ່ານ ຣະວິດ ຫານອຸດສາຫະ CEO ຂອງ SRICHAND

ຕິດຕາມ ມັນນີ້ ໄດ້ທີ່:

YouTube: MonnyLife

Facebook: MonnyLife

Instagram: Mongkoutphet

TikTok: @Mongkoutphet


ຂຽນໂດຍ
Tonmai Phoutthasack -

ຄອນເທັນຄຣີເອເຕີ ສາຍອິນດີ້ ຜູ້ມັກໃນເລື່ອງເລົ່າທີ່ຫຼາຍຄົນເບິ່ງຂ້າມ

ບົດຄວາມທີ່ກ່ຽວຂ້ອງ

ພາຮູ້ຈັກ ຫວາດ ສີສະຫວາດ ບົວລະວົງ ໜຸ່ມຫຼໍ່ມາດເຂັ້ມ ເຈົ້າຂອງຕຳແໜ່ງ Mister World Laos 2026

ເບື້ອງຫຼັງໃບໜ້າທີ່ຄົມເຂັ້ມ ແລະ ບຸກຄະລິກທີ່ສະຫງ່າງາມນັ້ນ ມີເລື່ອງລາວ ແລະ ມຸມໜ້າຮັກທີ່ຫຼາຍຄົນອາດຍັງບໍ່ເຄີຍຮູ້ ກັບ ຫວາດ – ສີສະຫວາດ ບົວລະວົງ ໜຸ່ມນັກທຸລະກິດໄວ...

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

ເປ່ເລ້ ວັນປະເສີດ ຈາກຄົນທຳມະດາສູ່ Trainer ອອກກຳລັງກາຍທີ່ເປັນແຮງບັນດານໃຈໃນການປັ້ນຫຸ່ນໃຫ້ຄົນທຸກໄວ

ດ້ວຍຄວາມຮັກໃນການອອກກຳລັງກາຍ ສູ່ການສ້າງ Pele Fitness Club ເພື່ອສົ່ງຕໍ່ແຮງບັນດານໃຈໃຫ້ທຸກຄົນຫັນມາຮັກສາສຸຂະພາບ.

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.