ໜ້າຫຼັກ The Crown Exclusive Crown Talk ຈາກຄຳວ່າບໍ່ກ້າ ສູ່ 1st Runner Up Mister Teen Laos 2025 | ຢູກິ ກິດຕິພູມ ຈັນທະວົງ
Crown TalkThe Crown Exclusive

ຈາກຄຳວ່າບໍ່ກ້າ ສູ່ 1st Runner Up Mister Teen Laos 2025 | ຢູກິ ກິດຕິພູມ ຈັນທະວົງ

ແບ່ງປັນ

“ຕະຫຼອດເວລາ 3 ເດືອນນີ້ ມັນບໍ່ໄດ້ດົນເລີຍ, ແຕ່ຍັງເຮັດໃຫ້ຢູກິໄດ້ຮຽນຮູ້ສິ່ງໃໝ່ໆ ໄດ້ຫຼາຍຂະໜາດນີ້, ຮູ້ສຶກພູມໃຈ ແລະ ຢາກຂອບໃຈໃນຕົວເອງທີ່ຕັດສິນໃຈເອົາຊະນະຄວາມຢ້ານແລ້ວລົງສະໝັກ audition ໃນມື້ນັ້ນ.”

ປະໂຫຍກນີ້ຄົງສະຫຼຸບເລື່ອງລາວຂອງ ຢູກິ ກິດຕິພູມ ຈັນທະວົງ, 1st Runner Up Mister Teen Laos 2025, ໄດ້ດີທີ່ສຸດ. ໜຸ່ມນ້ອຍອາຍຸ 18 ປີ ຕົວແທນຈາກແຂວງຜົ້ງສາລີ, ຜູ້ທີ່ຫາ ກໍຮຽນຈົບ ມ.7 ຈາກໂຮງຮຽນນີຣະດາ, ໄດ້ພິສູດໃຫ້ເຫັນວ່າການກ້າທີ່ຈະລອງເຮັດສິ່ງໃໝ່ໆ ສາມາດປ່ຽນແປງຊີວິດຄົນເຮົາໄດ້.

Muan ໄດ້ມີໂອກາດສຳພາດຢູກິ ເພື່ອເວົ້າເຖິງປະສົບການການປະກວດຄັ້ງທຳອິດໃນຊີວິດ, ຄວາມຝັນຂອງໄວໜຸ່ມ, ແລະ ສິ່ງທີ່ປ່ຽນແປງໄປຫຼັງຈາກຕັດສິນໃຈກ້າວອອກຈາກ Comfort Zone.

ເປີດໂຕ ຢູກິ ກິດຕິພູມ ຈັນທະວົງ

ຢູກິ ກິດຕິພູມ ຈັນທະວົງ ອາຍຸ 18 ປີ, ຫາກໍຮຽນຈົບຊັ້ນ ມ.7 ຈາກໂຮງຮຽນນີລະດາ, ເປັນຕົວແທນໃຫ້ ແຂວງຜົ້ງສາລີ ໃນເວທີ Mister Teen Laos 2025. ເຖິງວ່າຈະເບິ່ງເປັນຄົນມ່ວນຊື່ນ ມັກຫົວ, ແຕ່ ຢູກິ ກໍເປັນຄົນທີ່ໃສ່ໃຈໃນການດູແລສຸຂະພາບ ໂດຍການເຂົ້າຟິດເນສ 4-5 ມື້ຕໍ່ອາທິດ ແລະ ມັກຫຼິ້ນກິລາຕີດອກປີກໄກ່. ສິ່ງທີ່ພິເສດອີກຢ່າງຄືລາວມີຄວາມສົນໃຈໃນ ການເຮັດອາຫານ ມາຕັ້ງແຕ່ນ້ອຍໆ.

ຢູກິ ເລົ່າວ່າສາເຫດຫຼັກໆທີ່ຕັດສິນໃຈເຂົ້າຮ່ວມປະກວດ Mister Teen Laos 2025 ແມ່ນເພື່ອ ເກັບກໍາເອົາປະສົບການ ແລະ ເປີດຫູເປີດຕາ ຮັບຮູ້ສິ່ງໃໝ່ໆ. ເຖິງວ່າຈະເຄີຍຄິດຢາກເຂົ້າຮ່ວມມາຫຼາຍເທື່ອແລ້ວ ແຕ່ກໍບໍ່ມີໂອກາດ ຫຼື ຄວາມກ້າພຽງພໍ. ປີນີ້, ຍ້ອນການຊຸກຍູ້ຈາກຄອບຄົວ ແລະ ຄູອາຈານ, ລາວຈຶ່ງຕັດສິນໃຈລົງສະໝັກໃຫ້ມັນຮູ້ໄປເລີຍວ່າຕົວເອງຈະເຮັດໄດ້ແທ້ຫຼືບໍ່?

ຈາກຄວາມຄິດທີ່ວ່າ “ຕ້ອງແຂ່ງຂັນ” ສູ່ “ຄວາມຜູກພັນ” ທີ່ບໍ່ອາດລືມ

ກ່ອນການປະກວດ, ຢູກິ ຍອມຮັບວ່າເຄີຍຄິດວ່າການປະກວດຊາຍງາມຈະເປັນການແຂ່ງຂັນທີ່ເຄັ່ງຄັດ, ທຸກຄົນຈະມີ “ອີໂກ້” ຂອງຕົນເອງ ແລະ ເຂັ້ມງວດໃສ່ກັນ. ແຕ່ຫຼັງຈາກໄດ້ເຂົ້າມາກອງປະກວດ ແລະ ໄດ້ສຳຜັດກັບບັນຍາກາດໃນການເກັບຕົວຈິງ, ຄວາມຄິດນັ້ນກໍປ່ຽນໄປທັນທີ.

“ພໍມາໄດ້ຮູ້ຈັກກັນ ໄດ້ຫຼິ້ນນຳກັນ ກໍໄດ້ຮູ້ວ່າມັນບໍ່ໄດ້ເປັນຄືກັບທີ່ເຮົາຄິດໄວ້ເລີຍ, ທຸກຄົນເປັນກັນເອງແຮງ ລົມຫຼິ້ນມ່ວນຫົວນຳກັນ ທຸກຄົນເປີດໃຈລົມກັນ ສະໜິດສະໜົມຮັກແພງກັນໝົດ.”

ຕະຫຼອດໄລຍະເວລາ 3 ເດືອນທີ່ຢູ່ໃນຄອບຄົວ Miss & Mister Teen Laos, ສິ່ງທີ່ຢູກິຄິດວ່າຕົນເອງໄດ້ຮຽນຮູ້ ແລະ ພັດທະນາຫຼາຍທີ່ສຸດຄື: ບຸກຄະລິກກະພາບ, ການເດີນ, ການຍ່າງ, ການເວົ້າ, ທັດສະນະຄະຕິ, ແລະ ມິດຕະພາບໃໝ່ໆ. ລາວບອກວ່າ 3 ເດືອນນີ້ບໍ່ແມ່ນເວລາດົນເລີຍ, ແຕ່ສາມາດເຮັດໃຫ້ລາວໄດ້ຮຽນຮູ້ສິ່ງໃໝ່ໆໄດ້ຫຼວງຫຼາຍຂະໜາດນີ້.

ເລືອກເຮັດອາຫານ ເພາະມັນຄື Passion

ໃນຮອບສະແດງຄວາມສາມາດພິເສດ, ຢູກິ ໄດ້ເລືອກໂຊວ ການເຮັດອາຫານ ແທນທີ່ຈະເປັນການຮ້ອງເພງ, ເຕັ້ນ ຫຼື ຫຼິ້ນດົນຕີ ເພາະລາວບໍ່ມີຄວາມສາມາດ ແລະ ບໍ່ໝັ້ນໃຈກັບເລື່ອງພວກນັ້ນ. ສາເຫດທີ່ເລືອກເຮັດອາຫານກໍຍ້ອນວ່າມັນເປັນສິ່ງທີ່ລາວ ມັກ ແລະ ມີ Passion ກັບມັນມາຕັ້ງແຕ່ນ້ອຍ.

“ເຖິງວ່າບາງຄົນກໍອາດຈະເບິ່ງວ່າຢູກິເຮັດໄດ້ບໍ່ດີ ຫຼື ບໍ່ຜ່ານ, ຢູກິກໍບໍ່ໄດ້ວ່າຫຍັງ ຍ້ອນຢູກິເຮັດໃນສິ່ງທີ່ຢູກິມັກ ແລະ ມີຄວາມສຸກທີ່ຈະເຮັດມັນ.”

ຄວາມຮູ້ສຶກໃນການຢືນຢູ່ສອງຄົນສຸດທ້າຍ

ຕອນທີ່ MC ປະກາດຊື່ເຂົ້າຮອບ 2 ຄົນສຸດທ້າຍ, ຢູກິຍອມຮັບວ່າຮູ້ສຶກແໜ້ນໜ້າເອິກ, ແຕ່ເມື່ອໄດ້ຈັບມືກັບຄູ່ແຂ່ງ ແລະ ໄດ້ເວົ້າວ່າ: “ຕະຫຼອດເວລາ 3 ເດືອນທີ່ຜ່ານມານີ້ມ່ວນຫຼາຍເດີ້ ບໍ່ຢາກໃຫ້ມັນຈົບເລີຍ” ພາບມິດຕະພາບຕ່າງໆ ກໍພຸດຂຶ້ນມາໃນຫົວ. ເມື່ອຜົນປະກາດວ່າໄດ້ຕຳແໜ່ງ ຮອງອັນດັບ 1, ເຖິງຈະບໍ່ໄດ້ມົງກຸດ, ແຕ່ການໄດ້ຕຳແໜ່ງ 1st Runner Up ກໍບໍ່ໄດ້ເຮັດໃຫ້ລາວຮູ້ສຶກເສຍໃຈເລີຍ.

“ນ້ອງບໍ່ໄດ້ຮູ້ສຶກເສຍໃຈເລີຍ ແຕ່ວ່າພັດຮູ້ສຶກດີໃຈນຳລາວຊ້ຳ ເພາະວ່າພວກເຮົາເປັນໝູ່ກັນ.

ທີ່ນ້ອງບໍ່ເສຍໃຈເລີຍ ກໍເພາະວ່ານ້ອງເຮັດເຕັມທີ່ສຸດໆແລ້ວ… ໄດ້ລົງປະກວດເວທີທຳອິດໃນຊີວິດຂອງນ້ອງ ຈາກເດັກນ້ອຍທີ່ບໍ່ຮູ້ຫຍັງເລີຍກ່ຽວກັບວົງການນີ້ແມ້ແຕ່ການຍ່າງ ແລ້ວໄດ້ຕຳແໜ່ງ 1st Runner Up ໃນມື້ນັ້ນ ກໍຮູ້ສຶກດີທີ່ສຸດດີໃຈທີ່ສຸດແລ້ວ.

ຄວາມຝັນສູງສຸດ: ຕອບແທນພໍ່ແມ່

ນອກເໜືອຈາກວົງການປະກວດ, ຄວາມຝັນ ແລະ ເປົ້າໝາຍສູງສຸດຂອງ ຢູກິ ແມ່ນ ການດູແລຕອບແທນບຸນຄຸນພໍ່ແມ່ ເພາະ ສຳຫຼັບຄອບຄົວແລ້ວຄືບຸກຄົນຮັກຢູກິ ແລະ ຢູກິກໍຮັກເພິ່ນແຮງ, ຢາກຕອບແທນທຸກສິ່ງທີ່ເພິ່ນເສຍສະຫຼະໃຫ້, ບໍ່ຢາກໃຫ້ພໍ່ແມ່ຕ້ອງເປັນຫ່ວງຫຍັງຫຼາຍ ແລະ ຢາກເປັນຄົນທີ່ສາມາດດູແລພວກເພິ່ນໄດ້ຕະຫຼອດໄປ.

ໃນຖານະຕົວແທນໄວໜຸ່ມ, ຢູກິ ຢາກບອກກັບຄົນລຸ້ນດຽວກັນວ່າ

If you aim for the moon, you may land among the stars

ຄຳເວົ້າທີ່ສຸດຈະມີຄວາມໝາຍທີ່ຢູກິໄດ້ບອກກັບມ່ວນ ເຊິ່ງກໍແປໄດ້ໝາຍຄວາມທີ່ວ່າ “ເວລາທີ່ເຮົາມີຄວາມຝັນ ຫຼື ເປົ້າໝາຍ, ເຮົາຄວນພະຍາຍາມເຮັດມັນໃຫ້ເຖິງທີ່ສຸດ ເພາະເຖິງແມ້ວ່າຈະໄປບໍ່ເຖິງເປົ້າໝາຍທີ່ວາງໄວ້, ເຮົາກໍຈະບໍ່ເສຍໃຈຫຼາຍຍ້ອນເຮົາເຮັດສຸດຄວາມສາມາດຂອງເຮົາແລ້ວ, ແລະ ໂອກາດດີໆກໍຈະເຂົ້າມາເອງ”

ອ່ານຕື່ມ:  ສ້າງຜົນງານ Art Toy ສິລະປະດ້ວຍແສງແຫ່ງຄວາມຫວັງ ຈາກຈິນຕະນາການຂອງ PhoudDoodle

“ສຸດທ້າຍນີ້ຢູກິຂໍຂອບໃຈທຸກຄົນທີ່ເປັນກຳລັງໃຈໃຫ້ຢູກິແຕ່ຕົ້ນຈົນຈົບ… ຝາກທຸກຄົນຖ້າຕິດຕາມຜົນງານຂອງຢູກິໃນອານາຄົດຕໍ່ໜ້ານີ້ໄປແດ່ເດີ້.”

ສາມາດຮ່ວມຕິດຕາມ ແລະ ເປັນກຳລັງໃຈໃຫ້ກັບທຸກກການເດີນທາງຂອງຢູກິໄດ້ທີ່
FACEBOOK: Yuki
INSTRAGRAM: 2k4oz
TIKTOKG: 2k4oz

ຂຽນໂດຍ
Tonmai Phoutthasack -

ຄອນເທັນຄຣີເອເຕີ ສາຍອິນດີ້ ຜູ້ມັກໃນເລື່ອງເລົ່າທີ່ຫຼາຍຄົນເບິ່ງຂ້າມ

ບົດຄວາມທີ່ກ່ຽວຂ້ອງ

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຊັນເດ້ ທິນນະກອນ ເດັກຂີ້ອາຍໃນມື້ນ້ັນ ສູ່ Mister Teen Laos 2025 ໃນມື້ນີ້

ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະເຮົາຈະບໍ່ຮູ້ເລີຍວ່າເຮົາເກັ່ງສ່ຳໃດ ຖ້າບໍ່ລອງເຮັດເບິ່ງກ່ອນ ນີ້ຄືຄຳເວົ້າຂອງ ຊັນເດ້ ທິນນະກອນ ຄຳວົງສາ, ໜຸ່ມນ້ອຍອາຍຸ 18 ປີ, ເຈົ້າຂອງມົງກຸດ...

ຕ໋ອດ ລີນ້າ ເຜີຍມຸມມອງຊີວິດ ສູ່ການເປັນແຮງບັນດານໃຈໃນວົງການແຟຊັ່ນລາວ

ນັບຕັ້ງແຕ່ບາດກ້າວທຳອິດທີ່ເລີ່ມຈາກຄວາມໃຝ່ຝັນ… ຈົນກາຍເປັນ “ຕົວແມ່” ທີ່ຄອງວົງການທັງເບື້ອງໜ້າ ແລະ ເບື້ອງຫຼັງ. ບໍ່ວ່າຈະເປັນ ນັກຮ້ອງ, ນັກສະແດງ, ນາງແບບ ຫຼື ພິທີກອນ,...

ກົບ ສຸວິໄຊ Mister Tourism Lao 2025 ກັບເສັ້ນທາງສາຍສິລະປິນທີ່ບໍ່ເຄີຍມີໃຜຮູ້

“ເພາະຄວາມຫຼົງໃຫຼໃນສຽງດົນຕີ ມີຄວາມຝັນຢາກເປັນສິນລະປິນໃນແບບຕົວເອງ.” ນີ້ຄືຄຳເວົ້າຂອງ ກົບ ສຸວິໄຊ ສຸນາເຄນ, Mister Tourism Lao 2025, ຜູ້ທີ່ຫຼາຍຄົນຮູ້ຈັກໃນຖານະພໍ່ຄ້າຂາຍເສື້ອຜ້າ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.