ໜ້າຫຼັກ The Crown Exclusive Crown Talk ເປີດຕົວ ມິນນີ່ ມິນລາດາ ກັບບົດບາດຕົວແທນລາວໃນເວທີ MGI All Stars
Crown TalkThe Crown Exclusive

ເປີດຕົວ ມິນນີ່ ມິນລາດາ ກັບບົດບາດຕົວແທນລາວໃນເວທີ MGI All Stars

ແບ່ງປັນ

ຖືເປັນອີກໜຶ່ງປະກົດການທີ່ໜ້າຈັບຕາມອງໃນວົງການນາງງາມລາວ ເມື່ອ “ມິນນີ່ ມິນລາດາ ເອງມະນີ” ສາວງາມຜູ້ເຕັມໄປດ້ວຍຄວາມສາມາດ ແລະ ພະລັງບວກ ໄດ້ຮັບການຢືນຢັນຢ່າງເປັນທາງການໃນຖານະຕົວແທນຈາກ ປະເທດລາວ ເຂົ້າຮ່ວມເສິກຊີງມຸງກຸດໃນເວທີ MGI All Stars (ຄັ້ງທີ1).

ມິນນີ່ ໃນໄວ 27 ປີ ບໍ່ໄດ້ມີພຽງແຕ່ຄວາມງາມພາຍນອກເທົ່ານັ້ນ ແຕ່ລາວຍັງເປັນສັນຍະລັກຂອງ “ຄວາມໝັ້ນໃຈ ແລະ ການເປັນຕົວແທນຂອງຄວາມເທົ່າທຽມ”. ຈາກປະສົບການທີ່ເຄີຍຄອງຕຳແໜ່ງ Miss International Queen Laos 2022 ແລະ ການສ້າງຊື່ສຽງໃຫ້ປະເທດດ້ວຍລາງວັນ Miss Congeniality (ນາງງາມມິດສຳພັນດີ) ຈາກເວທີລະດັບໂລກ Miss International Queen 2022 ທີ່ປະເທດໄທ, ໄດ້ພິສູດໃຫ້ເຫັນວ່າລາວຄືຕົວຈິງໃນວົງການນີ້.

“ສຳລັບ ມິນນີ່, ຄວາມງາມໝາຍເຖິງຄວາມກ້າຫານ — ກ້າທີ່ຈະສະແດງຕົວຕົນ, ກ້າທີ່ຈະສ້າງແຮງບັນດານໃຈ ແລະ ກ້າທີ່ຈະເປີດປະຕູແຫ່ງໂອກາດໃຫ້ກັບລຸ້ນນ້ອງ.”

ນອກຈາກບົດບາດໃນຖານະນາງງາມແລ້ວ, ມິນນີ່ ຍັງຜັນຕົວເອງມາເຮັດວຽກເບື້ອງຫຼັງຢ່າງເຕັມຕົວ ໃນຖານະ ຜູ້ອຳນວຍການກອງປະກວດລະດັບແຂວງ (Provincial Director) ແລະ Mentor (ຄູຝຶກສອນ) ໃຫ້ແກ່ນາງງາມລຸ້ນໃໝ່. ຄວາມມຸ່ງໝັ້ນຂອງລາວບໍ່ພຽງແຕ່ຢຸດຢູ່ທີ່ການປະກວດ ແຕ່ລາວຍັງກຳລັງສ້າງພື້ນທີ່ຂອງຕົນເອງໃນວົງການບັນເທີງ ແລະ ທຸລະກິດໃນ ສປປ ລາວ ອີກດ້ວຍ.

ເຮົາມາເບິ່ງກັນວ່າ ມິນນີ່ ມິນລາດາ ເອງມະນີ ເບື້ອງຫຼັງຜ່ານມາໄດ້ສ້າງຜົນງານຫຍັງໄວ້ແນ່

  • ປະສົບການ: ຜູ້ຄອງຕຳແໜ່ງ Miss International Queen Laos 2022.
  • ລາງວັນ: Miss Congeniality – Miss International Queen 2022.
  • ທັກສະພິເສດ: ໂດດເດັ່ນທາງດ້ານການເຕັ້ນ, ການຮ້ອງເພງ, ການຟ້ອນສິລະປະວັດທະນະທຳລາວທີ່ອ່ອນຊ້ອຍ ແລະ ມີທັກສະການສື່ສານໄດ້ຫຼາຍພາສາ (Multilingual Communication).
ອ່ານຕື່ມ:  ບັອບບີ້ ຈາກ Content Creator ສາຍຄວາມຮູ້ສູ່ຜູ້ເຂົ້າປະກວດ Mister Universe Laos 2025

ການກັບມາປະກົດຕົວໃນເວທີ MGI All Stars ຄັ້ງນີ້, ມິນນີ່ ພ້ອມແລ້ວທີ່ຈະພິສູດໃຫ້ໂລກເຫັນວ່າ “ຄວາມຈິດໃຈດີ, ຄວາມເປັນຜູ້ນຳ ແລະ ຕົວຕົນທີ່ແທ້ຈິງ” ຄືກຸນແຈສຳຄັນໃນການສ້າງຜົນກະທົບທີ່ຍືນຍົງໃຫ້ກັບສັງຄົມ.

ຮ່ວມເປັນກຳລັງໃຈ ແລະ ຕິດຕາມເສັ້ນທາງການຕໍ່ສູ້ຂອງ ມິນນີ່ ມິນລາດາ ໃນເວທີ MGI All Stars ເພື່ອສ້າງປະຫວັດສາດໜ້າໃໝ່ໃຫ້ກັບວົງການນາງງາມລາວໄປນຳກັນ!

ຂຽນໂດຍ
Tonmai Phoutthasack -

ຄອນເທັນຄຣີເອເຕີ ສາຍອິນດີ້ ຜູ້ມັກໃນເລື່ອງເລົ່າທີ່ຫຼາຍຄົນເບິ່ງຂ້າມ

ບົດຄວາມທີ່ກ່ຽວຂ້ອງ

ເພາະນີ້ຄື ມຸງກຸດ Miss Universe ປະຫວັດສາດຄວາມງາມ ແລະ ສິລະປະແຫ່ງຈັກກະວານ

ເມື່ອຈົບສຽງປະກາດຊື່ເທິງເວທີ ‘ມຸງກຸດປະຈຳຕຳແໜ່ງ’ Miss Universe ສັນຍະລັກແຫ່ງອຳນາດທີ່ຄູ່ຄວນກັບຄວາມງາມລະດັບຈັກກະວານ ກໍຈະຖືກຄອບຄອງໂດຍຜູ້ຊະນະໃນແຕ່ລະປີ. ຫຼາຍກວ່າການເປັນເຄື່ອງປະດັບ, ມຸງກຸດນີ້ຍັງເປັນສັນຍະລັກເຊິງອຳນາດ, ຄວາມສະຫງ່າງາມ ແລະ ການປ່ຽນແປງທາງວັດທະນະທຳທີ່ສະທ້ອນເຖິງຍຸກສະໄໝຕະຫຼອດໄລຍະເວລາ 7...

ຣາມິ: ນາງແບບສາວໝັ້ນຈາກລາວຜ່ານເຂົ້າ Offline Audition ໃນ The Face Thailand SS6

ຣາມິ: ນາງແບບສາວລາວຜູ້ທີ່ມາພ້ອມຄວາມໝັ້ນໃຈຜ່ານເຂົ້າຮອບ Offline Audition ຂອງ The Face Thailand Season 6

ບັອບບີ້ ຈາກ Content Creator ສາຍຄວາມຮູ້ສູ່ຜູ້ເຂົ້າປະກວດ Mister Universe Laos 2025

ຄົ້ນພົບຄວາມຕັ້ງໃຈ, ຄວາມໝັ້ນໃຈ ແລະ ແຮງບັນດານໃຈຂອງ ບັອບບີ້ ຍຸພະລັດ ຈາກ Content Creator ສູ່ຜູ້ເຂົ້າປະກວດ Mister Universe...

“ຄວາມພູມໃຈເລີ່ມຈາກໂຕເຮົາ” ມິດປະຊາ ບຸດສາວົງ TOP3 MR BEAR INTERNATIONAL 2025

ຈາກແວດວົງພິທີກອນ ທີ່ເຮົາເຫັນຕາມງານຕ່າງໆ ໄປຈົນເຖິງອິນຟລູເອນເຊີສາຍຮາໃນໂລກອອນລາຍ, ມິດປະຊາ ບຸດສາວົງ ຫຼື ມິດ ບໍ່ໄດ້ຈຳກັດໂຕເອງໄວ້ພຽງແຕ່ເທົ່ານັ້ນ ແລະ ໄດ້ພາໂຕເອງອອກໄປສູ່ແວດວົງໃໝ່ໆ ເຊິ່ງຫຼ້າສຸດກໍຄືເວທີການປະກວດ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.