ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ PETH PMM ກັບມາພ້ອມຜົນງານເພງໃໝ່ທີ່ມີຊື່ວ່າ Louis V ໄດ້ ft PETEZEN & GEMI9PK
Muan Listen - ມ່ວນຊວນຟັງ

PETH PMM ກັບມາພ້ອມຜົນງານເພງໃໝ່ທີ່ມີຊື່ວ່າ Louis V ໄດ້ ft PETEZEN & GEMI9PK

ແບ່ງປັນ
Getting your Trinity Audio player ready...

PETH PMM ກັບມາແລ້ວຫຼັງຈາກຫ່າງຫາຍກັນໄປດົນເຖິງ 3 ປີ ແລະ ຄັ້ງນີ້ກໍໄດ້ນຳເພງໃໝ່ມາຝາກທຸກຄົນກັນໃນເພງທີ່ມີຊື່ວ່າ Louis V ໄດ້ PETEZEN & GEMI9PK ມາຮ່ວມຮ້ອງ. ແນວເພງກໍແມ່ນເປັນສະໄຕລ໌ Hip-Hop ທີ່ຮູ້ສຶກວ່າຟັງໄດ້ງ່າຍໆ ແລະ ໂຢກຕາມໄດ້.

PETH PMM ມີເພງດັງທີ່ຫຼາຍຄົນກໍຮູ້ຈັກ ແລະ ເຄີຍໄດ້ຟັງກັນມາກ່ອນຢ່າງເພງ “ໃຫ້ອ້າຍໄປສົ່ງ (2019)” ປັດຈຸບັນຍອດວິວກໍສູງເຖິງ 9 ລ້ານວິວແລ້ວ, ເພງນີ້ກໍຖືວ່າເປັນເພງທີ່ເຮັດໃຫ້ PETH PMM ແມ່ນມີແຟນເພງເພີ່ມຂຶ້ນດ້ວຍການປະສົມປະສານການແຣັບທີ່ເມົາມັນ ແລະ ສຽງແຄນດົນຕີລາວ.

ພວກເຮົາມາຕໍ່ກັນທີ່ເພງ “Louis V” ເພງໃໝ່ຫຼ້າສຸດທີ່ຢາກບອກວ່າມ່ວນບໍ່ແພ້ກັນເລີຍ ແລະ ຍັງມີຄວາມອິນເຕີສຸດໆ, ໃຜທີ່ມັກຖືກເປ ຫຼື ເປັນສາຍເປຕ້ອງຟັງເພງນີ້ເລີຍມັນລະມຸນຖືກໃຈ.

ການຮ້ອງຂອງທັງສາມຄົນ PETH PMM ກັບແຣັບສຽງນຸ້ມນວນ, PETEZEN ແຮັບສຽງເທ້ໆ ແລະ GEMI9PK ແຣັບສຽງແຫບທຸ້ມຕໍ່າ ພໍມາຮ້ອງເພງດ້ວຍກັນແລ້ວແມ່ນລົງຕົວ ແລະ ເປັນເອກະລັກຂອງແຕ່ລະຄົນຢ່າງຊັດເຈນ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ເຈົ້າໄປບໍ່ລາຮູ້ບໍ່ຄົນຖ້າມັນເຈັບ ຟັງເພງ "ຮ້າຍ ແລະ ດີ" ຈາກ Sun Raccoon
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.