“Bad Angel” ເພງທີ່ເຈົ້າຕ້ອງມີໃນ Playlist! ເມື່ອ LISA x Anyma ພາເຮົາໄປເຕັ້ນໃນໂລກອະນາຄົດ

ວົງການດົນຕີໂລກຕ້ອງສັ່ນສະເທືອນ ເມື່ອສອງໄອຄອນລະດັບໂລກຈາກສອງຝັ່ງວັດທະນະທຳມາພົບກັນ ນັ້ນກໍຄື Anyma ສິລະປິນ, ດີເຈ ແລະ ໂປຣດິວເຊີລະດັບໂລກ ຜູ້ຂຶ້ນຊື່ເລື່ອງການເລົ່າເລື່ອງຜ່ານພາບ ແລະ ສຽງສຸດລ້ຳ ໄດ້ລວມພະລັງກັບ LISA (ລີຊ່າ) ສິລະປິນ, ແຣັບເປີ ແລະ ສະໄຕລ໌ໄອຄອນຂວັນໃຈຄົນທົ່ວໂລກ ປ່ອຍຜົນງານເພງໃໝ່ “Bad Angel” ອອກມາໃຫ້ແຟນໆ ໄດ້ລະເບີດຄວາມມ່ວນຢ່າງເປັນທາງການແລ້ວ.
Bad Angel ບໍ່ໄດ້ເປັນພຽງແຕ່ເພງ Electronic Dance ທົ່ວໄປ ແຕ່ຄືການອອກແບບຊາວດົນຕີທີ່ໜັກແໜ້ນ ແລະ ຊົງພະລັງຕາມແບບສະບັບຂອງ Anyma ທີ່ເຮັດໃຫ້ຜູ້ຟັງຢາກລຸກຂຶ້ນເຕັ້ນຕັ້ງແຕ່ທ່ອນທຳອິດ. ເມື່ອມາປະສານກັບສຽງຮ້ອງທີ່ມີເອກະລັກ, ຈັງຫວະແຣັບທີ່ຊັດເຈນ ແລະ ພະລັງອັນລົ້ນເຫຼືອຂອງ LISA ຍິ່ງເຮັດໃຫ້ເພງນີ້ກາຍເປັນເພງທີ່ບູສເອເນີຈີ້ໃຫ້ກັບທຸກປາຕີ້ ແລະ ໝັ້ນໃຈໄດ້ເລີຍວ່າມັນຈະກາຍເປັນເພງໄວຣັລສຸດຮິດປະຈຳລະດູຮ້ອນນີ້ແນ່ນອນ.
ການຮ່ວມມືໃນຄັ້ງນີ້ເກີດຂຶ້ນໃນຊ່ວງທີ່ທັງສອງສິລະປິນກຳລັງຂະຫຍາຍຂອບເຂດຄວາມຄິດສ້າງສັນຂອງຕົນເອງ. Anyma ກຳລັງສ້າງນິຍາມໃໝ່ໃຫ້ກັບດົນຕີອິເລັກໂທຣນິກດ້ວຍນະວັດຕະກຳໃໝ່ໆ ໃນຂະນະທີ່ LISA ກໍກຳລັງມຸ່ງໜ້າສູ່ການເປັນສິລະປິນດ່ຽວລະດັບໂລກຢ່າງສະຫງ່າງາມ ແລະ ໝັ້ນຄົງ.
Anyma ໄດ້ເວົ້າເຖິງເບື້ອງຫຼັງການເຮັດວຽກກັບ LISA ວ່າ: “ຜົນງານນີ້ຄືຈຸດເຄິ່ງກາງລະຫວ່າງສອງໂລກ ທັງຄວາມເປັນມະນຸດ ແລະ ດິຈິຕອນ. ຂ້ອຍກັບ LISA ລົມກັນເລືອກການຮ່ວມງານມາໄດ້ຄາວໜຶ່ງແລ້ວ ແລະ ເຕັກນິກການສະແດງຂອງລາວກໍເຮັດໃຫ້ຂ້ອຍປະຫຼາດໃຈຫຼາຍ ຈົນນຶກພາບບໍ່ອອກເລີຍວ່າຈະມີໃຜຮ້ອງເພງ ‘Bad Angel’ ນີ້ໄດ້ດີກວ່າລາວອີກ.”
ທາງດ້ານ LISA ກໍໄດ້ເປີດເຜີຍຄວາມຕື່ນເຕັ້ນໃນຄັ້ງນີ້ວ່າ: “ຂ້ອຍມັກດົນຕີ EDM ມາຕະຫຼອດ ແລະ ຢາກລອງເຮັດຫຍັງແບບນີ້ມາດົນແລ້ວ. Anyma ເປັນຄົນທີ່ມີວິໄສທັດທີ່ເປັນເອກະລັກຫຼາຍ ການໄດ້ຮ່ວມງານກັບລາວຈຶ່ງມ່ວນຫຼາຍ. ຂ້ອຍຕື່ນເຕັ້ນຫຼາຍທີ່ຈະໄດ້ແຊຣ໌ຜົນງານນີ້ໃຫ້ແຟນໆ ທຸກຄົນໄດ້ຟັງ.”

ການປ່ອຍເພງ “Bad Angel” ໃນຄັ້ງນີ້ ຖືເປັນການອຸ່ນເຄື່ອງຄັ້ງໃຫຍ່ ກ່ອນທີ່ Anyma ຈະຂຶ້ນສະແດງໃນຖານະສິລະປິນ Headliner ທີ່ເທດສະການດົນຕີລະດັບໂລກ Coachella 2026 ໃນວັນສຸກທີ 10 ແລະ 17 ເມສານີ້. ເຊິ່ງແຟນໆ ທົ່ວໂລກກຳລັງລຸ້ນວ່າ ຈະໄດ້ເຫັນ LISA ປະກົດຕົວເທິງເວທີເພື່ອສະແດງເພງນີ້ສົດໆ ຮ່ວມກັບ Anyma ຫຼື ບໍ່.