ຫຼາຍກວ່າຄວາມງາມຄືວິທີຄິດ! ເຈາະເບື້ອງຫຼັງຄວາມສຳເລັດ-ເຄັດລັບຄວາມ Glow ຂອງ ‘ຫຼິງຫຼິງ ຄອງ’ ນາງເອກຄິວທອງທີ່ເລືອກສິ່ງທີ່ດີທີ່ສຸດໃຫ້ໂຕເອງສະເໝີ

ແບ່ງປັນ

ຫຼາຍກວ່າຄວາມງາມຄືວິທີຄິດ! ເຈາະເບື້ອງຫຼັງຄວາມສຳເລັດ-ເຄັດລັບຄວາມ Glow ຂອງ ‘ຫຼິງຫຼິງ ຄອງ’ ນາງເອກຄິວທອງທີ່ເລືອກສິ່ງທີ່ດີທີ່ສຸດໃຫ້ໂຕເອງສະເໝີ

17 March 2026 1

ຕອນນີ້ ໃນອຸດສາຫະກຳບັນເທີງລະດັບພາກພື້ນ, ບໍ່ມີໃຜສາມາດປະຕິເສດອິດທິພົນທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງຂອງ “ຫຼິງຫຼິງ” ສິຣິລັກ ຄອງ (Lingling Sirilak Kwong) ຫຼື ຫຼິງຫຼິງ ຄອງ ນາງເອກສາວລູກຊອດໄທ-ຮົງກົງ ຈາກຊ່ອງ 3 ທີ່ກາຍເປັນບຸກຄົນຊົງອິດທິພົນ ທັງໃນດ້ານການສະແດງ ແລະ ວົງການແຟຊັນລະດັບໂລກ. 

ຄວາມ Glow ທີ່ເຮົາເຫັນຜ່ານໜ້າຈໍ ບໍ່ໄດ້ມາຈາກໂຊກຊະຕາ ແຕ່ແມ່ນຜົນຜະລິດຈາກການວາງແຜນ ແລະ ລະບຽບວິໄນທີ່ເຂັ້ມງວດ ໂດຍມີຮາກຖານມາຈາກການເຕີບໂຕໃນຮົງກົງ ເຊິ່ງເປັນສູນກາງວັດທະນະທຳທີ່ຫຼາກຫຼາຍ ເຮັດໃຫ້ລາວມີທັກສະພາສາເຖິງ 4 ພາສາ ຄື: ໄທ, ກວາງຕຸ້ງ, ຈີນກາງ ແລະ ອັງກິດ. ຄວາມເປັນພຫຸວັດທະນະທຳນີ້ເອງ ທີ່ຫຼໍ່ຫຼອມໃຫ້ລາວມີຄວາມຄ່ອງແຄ້ວ ແລະ ສາມາດປັບໂຕເຂົ້າກັບທຸກສະຖານະການໄດ້ຢ່າງດີເລີດ. 

ເສັ້ນທາງຂອງ ຫຼິງຫຼິງ ບໍ່ໄດ້ໂຮຍດ້ວຍກີບກຸຫຼາບ ເພາະເມື່ອຍ້າຍມາຢູ່ໄທຕອນອາຍຸ 17 ປີ ລາວຕ້ອງປະເຊີນກັບອຸປະສັກດ້ານພາສາ ແລະ ຄວາມແຕກຕ່າງທາງວັດທະນະທຳຢ່າງມະຫາສານ. ແຕ່ດ້ວຍຄວາມມຸ່ງໝັ້ນ ລາວກໍສາມາດສຳເລັດການສຶກສາກຽດນິຍົມອັນດັບສອງ ຈາກມະຫາວິທະຍາໄລຂອນແກ່ນ ແລະ ຍັງໄດ້ສະແຫວງຫາຄວາມຮູ້ເພີ່ມເຕີມຈາກສະຖາບັນ SOPA ທີ່ເກົາຫຼີໃຕ້ ເພື່ອປູທາງສູ່ການເປັນນັກສະແດງທີ່ມີມິຕິ. 

ຈາກເວທີນາງງາມທີ່ຊ່ວຍຝຶກຝົນການວາງໂຕ ສູ່ການເປັນນັກສະແດງສົມທົບທີ່ຄ່ອຍໆສະສົມປະສົບການ ຈົນມາຮອດບົດບາດ “ໝໍຟ້າລະດາ” ໃນຊີຣີສ໌ “ໃຈຊ່ອນຮັກ” ທີ່ສ້າງປາກົດການໄປທົ່ວໂລກ ສິ່ງເຫຼົ່ານີ້ລ້ວນແຕ່ເກີດຈາກທັດສະນະຄະຕິທີ່ວ່າ “ການເອົາຊະນະຕົນເອງ” (Conquering yourself) ຄືສິ່ງທີ່ຍາກ ແລະ ສຳຄັນທີ່ສຸດໃນຊີວິດ. 

ວິທີຄິດໃນການເຮັດວຽກຂອງ ຫຼິງຫຼິງ ແມ່ນມີຄວາມເປັນມືອາຊີບສູງຫຼາຍ. ລາວຮຽນຮູ້ທີ່ຈະ “ອະນຸຍາດໃຫ້ຕົນເອງຜິດພາດໄດ້” ເພື່ອໃຫ້ເກີດການເຕີບໂຕ ແລະ ກ້າທີ່ຈະຍອມຮັບວ່າຕົນເອງບໍ່ຮູ້ເພື່ອຈະໄດ້ພັດທະນາໄປສູ່ຈຸດທີ່ດີກວ່າເກົ່າ. 

ຄວາມທຸ່ມເທນີ້ເຫັນໄດ້ຊັດເຈນໃນຜົນງານແອັກຊັນທີ່ລາວຕ້ອງຝຶກຊ້ອມເຄນໂດ ແລະ ຍິງປືນຢ່າງໜັກ ເຖິງຮ່າງກາຍຈະບາດເຈັບແຕ່ລາວກໍພ້ອມສູ້ເພື່ອໃຫ້ຜົນງານອອກມາດີທີ່ສຸດ. ໃນວັນທີ່ຊື່ສຽງເພີ່ມຂຶ້ນຢ່າງໄວວາ ລາວເລືອກທີ່ຈະ “ໂຟກັດກັບສິ່ງທີ່ຢູ່ຕໍ່ໜ້າ” ແລະ ໃຫ້ຄວາມສຳຄັນກັບການຟັງຫຼາຍກວ່າການເວົ້າ ເພື່ອໃຫ້ເຂົ້າໃຈບົດບາດ ແລະ ຄົນອ້ອມຂ້າງໄດ້ຢ່າງເລິກເຊິ່ງ ນີ້ຄືສະເໜ່ທີ່ເຮັດໃຫ້ໃຜໆກໍຫຼົງຮັກ ແລະ ຢາກຮ່ວມງານນຳ. 

ພ້ອມນີ້ ຫຼິງຫຼິງ ຍັງເປັນຄົນທີ່ເຮັດວຽກໜັກຫຼາຍ ທັງຖ່າຍລະຄອນ, ອອກງານ Event ແລະ ເດີນທາງໄປ Fan Meeting ຕ່າງປະເທດຕະຫຼອດ. ແຕ່ສິ່ງທີ່ເຮັດໃຫ້ລາວຍັງຄົງມີ Energy ທີ່ດີ ແລະ ສົດໃສໄດ້ກໍຄື ຄວາມເປັນມືອາຊີບ ແລະ ການຈັດການເວລາ ທີ່ດີເລີດ. 

ລາວຍັງເຄີຍໃຫ້ສຳພາດເຖິງມຸມມອງການໃຊ້ຊີວິດອີກວ່າ “ການຈະມອບຄວາມສຸກໃຫ້ຄົນອື່ນໄດ້ ເຮົາຕ້ອງເລີ່ມຈາກການເບິ່ງແຍງໂຕເອງໃຫ້ດີກ່ອນ”. ນີ້ຄືວິທີຄິດແບບຄົນຮຸ່ນໃໝ່ ທີ່ເນັ້ນການຮັກໂຕເອງ ຫຼື Self-love ແລະ ມອບສິ່ງທີ່ດີທີ່ສຸດໃຫ້ຮ່າງກາຍ ເພາະສຸຂະພາບຄືຕົ້ນທຶນທີ່ສຳຄັນທີ່ສຸດໃນການເຮັດວຽກ. 

ນອກຈາກວິທີຄິດທີ່ແຂງແຮງແລ້ວ ເຄັດລັບຄວາມງາມ ຫຼື Glow Secrets ຂອງຫຼິງຫຼິງກໍເປັນລະບົບຫຼາຍ. ລາວໃຫ້ຄວາມສຳຄັນກັບການປ້ອງກັນຜິວດ້ວຍຄຣີມກັນແດດເປັນອັນດັບໜຶ່ງ ແລະ ມີກິດຈະວັດການນວດໜ້າ 10 ຂັ້ນຕອນ ເພື່ອກະຕຸ້ນການໄຫຼວຽນຂອງເລືອດໃຫ້ຜິວເບິ່ງມີເລືອດຝາດ. ແຕ່ສິ່ງທີ່ສຳຄັນໄປກວ່ານັ້ນຄືການເບິ່ງແຍງຈາກພາຍໃນ ເພາະລາວເຊື່ອວ່າ “ອາຫານຄືສ່ວນໜຶ່ງຂອງຕົວຕົນ” ແລະ ການເລືອກສິ່ງທີ່ດີຄືການຮັກສາຄວາມສົມດຸນ. ນີ້ຄືເຫດຜົນທີ່ລາວໝັ້ນໃຈເລືອກ ສະກັອດ ຮັງນົກແທ້ ສີເຫຼືອງທອງ ມາເປັນໂຕຊ່ວຍຫຼັກ ເພາະຄວາມພິເສດຂອງຮັງນົກຖ້ຳທຳມະຊາດ ທີ່ມີ Sialic Acid ແລະ ກົດອາມີໂນ 18 ຊະນິດ ມັນຄືການບຳລຸງທີ່ລ້ຳຄ່າທີ່ສຸດທີ່ລາວມອບໃຫ້ກັບສຸຂະພາບຂອງໂຕເອງໃນທຸກໆມື້ ເພາະການດື່ມຮັງນົກຊ່ວຍເສີມພູມຄຸ້ມກັນ ແລະ ເຮັດໃຫ້ສຸຂະພາບແຂງແຮງ ເຮັດໃຫ້ ຫຼິງຫຼິງ ເຮັດວຽກໄດ້ຢ່າງເຕັມທີ່. 

ໃນມື້ນີ້ ຫຼິງຫຼິງ ຄອງ ບໍ່ໄດ້ເປັນພຽງແຕ່ນັກສະແດງ ແຕ່ລາວຄື Phenomenon ຫຼື ປາກົດການ ທີ່ສ້າງແຮງບັນດານໃຈຜ່ານທັງວຽກບັນເທີງ, ທຸລະກິດ ແລະ ບົດບາດ Global Ambassador ຂອງແບຣນລະດັບໂລກ. ວິໄສທັດທີ່ກວ້າງໄກ ແລະ ການເລືອກສິ່ງທີ່ດີທີ່ສຸດໃຫ້ກັບສຸຂະພາບ ແລະ ວິທີຄິດ ຄືກະແຈສຳຄັນທີ່ເຮັດໃຫ້ລາວຍັງຄົງກ້າວເດີນ ແລະ ເຕີບໂຕຢ່າງງົດງາມໃນເວທີໂລກ. 

ສຳລັບແຟນໆໃນລາວ, ວິທີຄິດຂອງ ຫຼິງຫຼິງ ທີ່ວ່າ “ການໃຫ້ສຸຂະພາບ ຄືຂອງຂວັນທີ່ດີທີ່ສຸດ” ແມ່ນສິ່ງທີ່ເຮົາສາມາດເອົາໄປປັບໃຊ້ໄດ້ທັນທີ ເພື່ອໃຫ້ເຮົາ Glow ແລະ ແຂງແຮງ ພ້ອມລຸຍທຸກບົດບາດຂອງຊີວິດແບບນາງເອກຄົນເກັ່ງຄົນນີ້!

ອ່ານຕື່ມ:  ອໍຣ່າຈັບເກີນຕ້ານ! ພາໄປຊອກຄຳຕອບວ່າ ຫຼິງຫຼິງ ຄອງ ເພີ່ມຄວາມ Glow ໃຫ້ກັບໂຕເອງດ້ວຍໄອເທັມລັບໂຕໃດ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.