ມື້ນີ້ມ່ວນມີເພງໃໝ່ມາໃຫ້ທຸກຄົນໄດ້ຟັງກັນອີກແລ້ວເດີ ແລະ ຢາກບອກວ່າເພງນີ້ແຣັບກັນຢ່າງດຸເດືອດສຸດໆ, ເປັນເພງຈາກກຸ່ມແຣັບເປີຈາກເມືອງມໍລະດົກໂລກຢ່າງ LITBOII.
ຊວນຟັງເພງ “ບ້ານເກີດ” ຂອງ LIL ROXZ ທີ່ໄດ້ PHOENIBOII ມາຮ່ວມ Ft. ຟັງແຕ່ຊື່ຄົນຮ້ອງກໍຮູ້ແລ້ວວ່າເພງນີ້ເປັນເພງສະໄຕລ໌ Hip-Hop ທີ່ໄດ້ບອກຕົວຕົນ ແລະ ເອກະລັກຂອງຄົນຮ້ອງຢ່າງ LIL ROXZ ແລະ PHOENIBOII ໄດ້ເປັນຢ່າງດີ.
ບີສທີ່ເປັນຈັງຫວະທີ່ເຮັດໃຫ້ໂຍກຕາມໄດ້ງ່າຍໆປະສົມກັບຄວາມອ່ອນຊ້ອຍຂອງດົນຕີລາວເຮັດໃຫ້ເຂົ້າກັນໄດ້ດີກັບເນື້ອຫາຂອງເພງທີ່ໄດ້ບອກເຖິງຄວາມບໍ່ຍອມແພ້ຕໍ່ອຸປະສັກໃດໆ, ເປັນການປະສົມປະສານກັນໄດ້ຢ່າງລົງຕົວເຮັດໃຫ້ເຂົ້າເຖິງຄົນຟັງໄດ້ຫຼາກຫຼາຍ. ໃນທ່ອນຮ້ອງຂອງ PHOENIBOII ກໍເປັນສຽງແຣັບທີ່ສູງຂຶ້ນມາແດ່, ເລີຍເຮັດໃຫ້ເພງຍິ່ງເພີ່ມຄວາມມິຕິຫຼາຍຂຶ້ນ.
ເອົາເປັນວ່າຕ້ອງລອງໄປຟັງກັນແລ້ວທຸກຄົນ, ເພງມັນດຸເດືອດຢ່າງທີ່ບອກໄປເລີຍ ແລະ ຍັງເປັນເພງທີ່ມີເອກະລັກທີ່ມີສຽງຮ້ອງຂອງສຳນຽງຫຼວງພະບາງນຳອີກ, ໃຜບໍ່ຟັງຖືວ່າພາດແຮງ.
ໂດຍ: ທີມບັນນາທິການ Muan