ໜ້າຫຼັກ Muan.la - ສາລະບັນເທີງ Muan Suan Pai (Explore) - ມ່ວນຊວນໄປ Escape ຈາກຄວາມວຸ່ນວາຍ ມາເຕີມພະລັງດ້ວຍກາເຟ ແລະ ມັດຊະ ຢູ່ Less Is More Cafe & Hostel ທີ່ທຸກຈອກເຈົ້າຂອງຮ້ານຊົງດ້ວຍໃຈຮັກ
Muan Suan Pai (Explore) - ມ່ວນຊວນໄປ

Escape ຈາກຄວາມວຸ່ນວາຍ ມາເຕີມພະລັງດ້ວຍກາເຟ ແລະ ມັດຊະ ຢູ່ Less Is More Cafe & Hostel ທີ່ທຸກຈອກເຈົ້າຂອງຮ້ານຊົງດ້ວຍໃຈຮັກ

ແບ່ງປັນ
Getting your Trinity Audio player ready...

ສຳລັບໃຜກໍຕາມທີ່ໃຊ້ຊີວິດແບບເກືອບຈະບໍ່ມີມື້ພັກ, ບາງເທື່ອສິ່ງທີ່ເຮົາຕ້ອງການແທ້ໆ ບໍ່ແມ່ນການເດີນທາງໄກ… ແຕ່ຄືການຊອກຫາ “ບ່ອນພັກໃຈ” ທີ່ເຕີມເຕັມພະລັງງານໃຫ້ກັບຊີວິດໄດ້. ມື້ນີ້ muan.space ຂໍພາທຸກຄົນມາ Escape ຈາກຄວາມວຸ່ນວາຍ ໃນໃຈກາງນະຄອນຫຼວງ ທີ່ Less Is More Cafe & Hostel ໃກ້ກັບວັດສີເມືອງ. ພຽງແຕ່ຍ່າງເຂົ້າຮ້ານມາ ກໍຮູ້ສຶກໄດ້ເຖິງຄວາມສະບາຍຕາທັນທີ ດ້ວຍສະໄຕລ໌ຮ້ານທີ່ເນັ້ນຄວາມ Minimal ແລະ ແສງທຳມະຊາດທີ່ສ່ອງເຂົ້າມາຢ່າງພໍດີ ເຮັດໃຫ້ກາຍເປັນມຸມຖ່າຍຮູບ Aesthetic ທີ່ລົງຕົວທີ່ສຸດ.

ສິ່ງທີ່ເຮັດໃຫ້ຮ້ານນີ້ມີສະເໜ່ ຢ່າງໜຶ່ງແມ່ນຄວາມຕັ້ງໃຈຂອງເຈົ້າຂອງຮ້ານຄູ່ຮັກ: ‘ເອກ’ ແລະ ‘ຕູຕູ່’. ພວກເຂົາທັງສອງໄດ້ກະກຽມຮ້ານນີ້ມາຢ່າງຍາວນານຫຼາຍປີ ສະນັ້ນ ເຄື່ອງດື່ມທຸກຈອກທີ່ອອກມາຈຶ່ງເຕັມໄປດ້ວຍ “ໃຈຮັກ” ແລະຄວາມປາຖະໜາທີ່ຈະມອບສິ່ງດີໆ ໃຫ້ກັບລູກຄ້າ.

ບໍ່ວ່າເຮົາຈະເປັນສາຍກາເຟ Specialty, ມັກມັດຊະເນັ້ນໆ ຫຼືຊອກຫາເຄື່ອງດື່ມ Non-Caffeine ເພື່ອເພີ່ມຄວາມສົດຊື່ນ… ທຸກອົງປະກອບໃນຮ້ານນີ້ຖືກຄັດສັນມາຢ່າງດີ ເພື່ອໃຫ້ທຸກຄົນໄດ້ໃຊ້ເວລາທີ່ດີທີ່ສຸດ.

​ຖ້າເປັນຄົນມັກກາເຟ, ບອກເລີຍວ່າບ່ອນນີ້ຄົບຈົບ. ເມນູກາເຟມີໃຫ້ເລືອກຫຼາກຫຼາຍຕັ້ງແຕ່ ອາເມຣິກາໂນ, ລາເຕ້ ໄປຈົນຮອດເມນູພິເສດອື່ນໆ. ເລື່ອງເມັດກາເຟກໍໄວ້ໃຈໄດ້ ເພາະເຂົາໃຊ້ ເມັດທີ່ຄັດພິເສດຈາກ Roaster ຊື່ດັງ ທີ່ຮັບປະກັນຄວາມແຊບ ແລະ ມີຄຸນນະພາບ.

ສ່ວນສາຍມັດຊະກໍບໍ່ຕ້ອງນ້ອຍໃຈ ເພາະເມນູມັດຊະກໍຫຼາກຫຼາຍສຸດໆ ບໍ່ວ່າຈະເປັນ Pure Matcha ແບບດັ່ງເດີມ, ລອງ Matcha Cloud Foam ນຸ້ມໆ ຫຼື ສາຍຟຣຸດຕີ້ກໍມີ Coconut Matcha ແລະ Strawberry Matcha ໃຫ້ສັ່ງ. ຫຼື ຖ້າໃຜຢາກໄດ້ Caffeine ແບບຈັດເຕັມ, ຕ້ອງລອງເມນູ Signature ຢ່າງ Coffcha (ກາເຟປະສົມມັດຊະ) ທີ່ເຮົາໄດ້ລອງສັ່ງມາດື່ມ.

ພິເສດອີກຢ່າງແມ່ນ ຕອນນີ້ຮ້ານຍັງເປັນຊ່ວງ Soft Opening ຢູ່, ສະນັ້ນ ເຮົາຈະໄດ້ພົບ ແລະ ລົມກັບເຈົ້າຂອງຮ້ານທັງສອງຄົນ ທີ່ມາບໍລິການດ້ວຍຕົນເອງທຸກມື້ ຕັ້ງແຕ່ ວັນຈັນຫາວັນເສົາ ເວລາ 7:00 ໂມງເຊົ້າ ຫາ 3:00 ໂມງແລງ.

ອ່ານຕື່ມ:  ຊວນໄປ Encyclopedia ງານວາງສະແດງດ່ຽວ ຄັ້ງທີ 2 ຂອງ @nnene.iie ທີ່ບາງກອກ ປະເທດໄທ

ການມາຮ້ານນີ້ຈຶ່ງບໍ່ແມ່ນພຽງແຕ່ການມາຈິບເຄື່ອງດື່ມຢ່າງດຽວ, ແຕ່ຄືການມາ “ເຕີມພະລັງ” ໃຫ້ກັບຕົວເອງ. ເຮົາສາມາດມາເລີ່ມມື້ໃໝ່ດ້ວຍແສງຍາມເຊົ້າ, ມາຖ່າຍຮູບອັບລົງ Instagram ຫຼືມາຫາພື້ນທີ່ນັ່ງຜ່ອນຄາຍຢູ່ມຸມໃດມຸມໜຶ່ງຂອງຮ້ານກໍຍັງໄດ້.

ຍັງບໍ່ໝົດເທົ່ານັ້ນ, ເພາະ Less Is More ບໍ່ໄດ້ເປັນພຽງແຕ່ຄາເຟ່ທີ່ຂາຍແຕ່ເຄື່ອງດື່ມເທົ່ານັ້ນ ໃນອະນາຄົດທາງຮ້ານຈະຂະຫຍາຍໃຫ້ຄົບວົງຈອນ. ເຮົາຈະສາມາດມາຝາກທ້ອງກັບເມນູອາຫານຢູ່ຊັ້ນສອງ ແລະ ສຳລັບສາຍທ່ອງທ່ຽວທີ່ເດີນທາງມາຈາກບ່ອນອື່ນ ແລະຢາກພັກຢູ່ກາງເມືອງກໍສາມາດຂຶ້ນໄປພັກຢູ່ Hostel ຊັ້ນສາມ ແລະ ສີ່ໄດ້ເລີຍ.

ຖ້າມີຫຍັງທີ່ເຮົາຢາກບອກກໍຄືຈະແມ່ນ ຢ່າປ່ອຍໃຫ້ຄວາມເມື່ອຍລ້າຈ່ອງດຶງເຮົາໄວ້ ແລ້ວມາລອງເຕີມພະລັງ ດ້ວຍການໜີຈາກຄວາມວຸ່ນວາຍຂອງເມືອງຫຼວງ ທີ່ Less Is More Cafe & Hostel.

Less Is More Cafe & Hostel

📍 ບ້ານສີເມືອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ

https://maps.app.goo.gl/1yQoYi5XFERPdw7U8

ເປີດວັນຈັນຫາວັນເສົາ ເວລາ 7 ໂມງເຊົ້າ – 15:00 ໂມງ

Facebook: https://www.facebook.com/lessismore.simuang

Instagram: https://www.instagram.com/lessismore.cafe.hostel/

Tiktok: https://www.tiktok.com/@lessismore.cafe.hostel

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ຊວນໄປ Encyclopedia ງານວາງສະແດງດ່ຽວ ຄັ້ງທີ 2 ຂອງ @nnene.iie ທີ່ບາງກອກ ປະເທດໄທ

ສຳລັບຜູ້ທີ່ຫຼົງໄຫຼໃນສິລະປະທີ່ເຕັມໄປດ້ວຍລາຍເສັ້ນ ແລະ ເລື່ອງລາວ, ງານວາງສະແດງ Encyclopedia ຂອງ @nnene.iie ທີ່ GalieOasis ນະຄອນບາງກອກ ປະເທດໄທ ເປັນສິ່ງທີ່ບໍ່ຄວນພາດ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.