ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ອ້າຍແຈັກ ເລື່ອງມັນເປັນແບບນີ້! ລວມ 4 ເລື່ອງຜີຢູ່ລາວ ຈາກ The Ghost Radio ທີ່ຟັງແລ້ວຕ້ອງມີຂົນລຸກ!
Muan Listen - ມ່ວນຊວນຟັງ

ອ້າຍແຈັກ ເລື່ອງມັນເປັນແບບນີ້! ລວມ 4 ເລື່ອງຜີຢູ່ລາວ ຈາກ The Ghost Radio ທີ່ຟັງແລ້ວຕ້ອງມີຂົນລຸກ!

ລວມ 4 ເລື່ອງຜີສຸດຫຼອນຈາກ The Ghost Radio ທີ່ເກີດຂຶ້ນໃນລາວ ຟັງແລ້ວຂົນຫົວລຸກ ສະທ້ອນຄວາມເຊື່ອ ແລະ ປະເພນີທ້ອງຖິ່ນ.

ແບ່ງປັນ
Getting your Trinity Audio player ready...

ໃຜທີ່ເປັນແຟນລາຍການເລົ່າເລື່ອງຜີຍອດນິຍົມຈາກປະເທດໄທ “The Ghost Radio” ທີ່ດຳເນີນລາຍການໂດຍ ພີ່ແຈັກ ຢູ່ແລ້ວ ຄືຊິຄຸ້ນເຄີຍກັບເລື່ອງເລົ່າສຸດສະຫຍອງຂວັນຈາກຜູ້ຟັງຫຼາຍໆບ່ອນໃນໄທ ຫຼື ຕ່າງປະເທດ. ແຕ່ຮູ້ບໍ່ວ່າ ບາງເລື່ອງທີ່ໂທເຂົ້າມາເລົ່ານັ້ນ ເປັນປະສົບການທີ່ເກີດຂຶ້ນຢູ່ປະເທດລາວເຮົານີ້ເອງ.

ມື້ນີ້ເຮົາຈຶ່ງໄດ້ລວບລວມ 4 ເລື່ອງຫຼອນທີ່ເກີດຂຶ້ນໃນລາວ ທີ່ຟັງແລ້ວຈະເຮັດໃຫ້ຮູ້ສຶກມີຂົນລຸກໄປພ້ອມໆກັນ.

ຖ້າໃຜທີ່ມັກເລື່ອງຜີ ແລະບໍ່ຢ້ານກໍລອງໄປຊອກຟັງເລື່ອງເຕັມໆໄດ້, ຮັບປະກັນວ່າຂົນຫົວລຸກແນ່ນອນ. ແຕ່ຖ້າໃຜຢ້ານ, ກໍຂໍໃຫ້ຟັງດ້ວຍຄວາມລະມັດລະວັງ!

ໝາຍເຫດ: ເປັນຄວາມເຊື່ອສ່ວນບຸກຄົນ ຟັງເພື່ອຄວາມບັນເທີງກໍບໍ່ເສຍຫາຍ.

ເຮືອນພັກທາງພາກໃຕ້

ເລື່ອງຂອງ ຄຸນເບັນ ທີ່ໂທມາເລົ່າ. ລາວໄດ້ໄປທ່ອງທ່ຽວລາວກັບກຸ່ມໝູ່ ແລະ ແຟນ ລວມທັງໝົດ 13 ຄົນ.

ພວກເຂົາໄດ້ເຂົ້າພັກຢູ່ເຮືອນພັກຫຼັງໜຶ່ງໃນຣີສອດເຂດຊົນນະບົດທາງພາກໃຕ້.

ຢູ່ນັ້ນ ໝູ່ຂອງລາວໄດ້ພົບກັບເຫດການແປກປະຫຼາດ ເຊັ່ນ: ຝັນເຫັນຜູ້ຍິງເຖົ້າ ແລະ ເຫັນພາບຜູ້ຍິງເຖົ້າຄົນດຽວກັນນັ້ນປາກົດຕົວຢູ່ໃນເຮືອນພັກ ແລະ ບໍລິເວນຣີສອດ ເຊິ່ງຄົນໃນທ້ອງຖິ່ນໄດ້ບອກວ່າເປັນເຈົ້າທີ່ຢູ່ບ່ອນນັ້ນ.

ໂຮງແຮມຢູ່ວັງວຽງ

ເລື່ອງນີ້ຖືກເລົ່າໂດຍ ຄຸນນົກ ທີ່ໄດ້ມາເຮັດໂຄງການຢູ່ລາວເມື່ອ 15 ປີກ່ອນ ແລະ ໄດ້ເຂົ້າພັກຢູ່ໂຮງແຮມແຫ່ງໜຶ່ງຢູ່ວັງວຽງ.

ລາວໄດ້ພັກກັບອາຈານຄົນໜຶ່ງໃນທີມງານ. ໃນຄືນທຳອິດ, ລາວໄດ້ພົບກັບເຫດການຫຼອນໆຢ່າງໜັກໜ່ວງ ເຊັ່ນ: ຄວາມຮູ້ສຶກເຢັນໆ, ປະຕູຫ້ອງເປີດເອງທັງທີ່ລັອກແລ້ວ ແລະ ຖືກຜີອຳຈົນເຫັນຫົວຄົນຢູ່ເທິງໜ້າເອິກ.

ຕໍ່ມາຈຶ່ງໄດ້ຮູ້ຈາກໄກ້ວ່າຫ້ອງທີ່ພວກເຂົາພັກນັ້ນເຄີຍມີຄົນໄທຫົວໃຈວາຍເສຍຊີວິດຢູ່ເທິງຕຽງທີ່ລາວນອນນັ້ນເອງ.

ໂຮງແຮມຢູ່ວຽງຈັນ

ເລື່ອງນີ້ແມ່ນຈາກ ຄຸນຟ້າ ທີ່ໄດ້ເດີນທາງມາເຮັດວຽກຢູ່ວຽງຈັນເມື່ອຫຼາຍປີກ່ອນ.

ລາວໄດ້ເຂົ້າພັກຢູ່ໂຮງແຮມແຫ່ງໜຶ່ງ ແຕ່ກໍຕ້ອງພົບກັບເຫດການແປກໆຫຼາຍຢ່າງ ເຊັ່ນ: ນ້ຳໄຫຼເອງໃນຫ້ອງ, ມີສຽງລາກຕັ່ງຈາກຊັ້ນເທິງທັງທີ່ບໍ່ມີໃຜພັກຢູ່ ແລະ ຍັງມີເຫດການຫຼອນໆ ຢູ່ຫ້ອງການທີ່ລາວໄດ້ເຊົ່າໄວ້ອີກ.

ເລື່ອງນີ້ເຮັດໃຫ້ລາວຕ້ອງຍ້າຍອອກຈາກໂຮງແຮມແບບກະທັນຫັນ ແລະ ຕ້ອງໄດ້ເຮັດບຸນເພື່ອປັດເປົ່າສິ່ງບໍ່ດີອອກໄປ.

ເລື່ອງຈາກອາຊີບ “ຂົນສົບ”

ເລື່ອງນີ້ເປັນເລື່ອງຈາກອີເມວທີ່ຖືກສົ່ງມາຈາກ ແກ້ວ ທີ່ເຮັດທຸລະກິດໂລງສົບ ແລະ ການຂົນສົ່ງສົບຢູ່ປະເທດລາວ.

ອ່ານຕື່ມ:  ສາຍປາຕີ້ຫ້າມພາດ ເພາະສອງສາວສິລະປິນລາວ NutDao ແລະ Thinlamphone ມາພ້ອມກັບຜົນງານ ມາເດີອ້າຍ

ລາວໄດ້ເລົ່າເຖິງປະສົບການທີ່ລົດຂົນສົບຂອງລາວຖືກວິນຍານຂອງຄົນຕາຍຕິດຕາມກັບມາຮອດເຮືອນ. ຕໍ່ມາ, ຍັງມີສຽງໝາຫອນ ແລະ ສຽງແມ່ຍິງຮ້ອງໄຫ້ຢ່າງຕໍ່ເນື່ອງ.

ເລື່ອງນີ້ໄດ້ສະທ້ອນໃຫ້ເຫັນເຖິງຄວາມເຊື່ອ ແລະ ປະເພນີຕ່າງໆກ່ຽວກັບການງານສົບໃນລາວ, ໂດຍສະເພາະຄວາມເຊື່ອທີ່ວ່າຄົນຕາຍຈະເລືອກໂລງສົບຂອງຕົນເອງ.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

ຄວາມຫວັງດີທີ່ບໍ່ມີຫວັງໄດ້ໄປຕໍ່ guncharlie ສິນລະປິນຈາກໄທກັບເພງ ເຕີບໂຕໂດຍບໍ່ມີຂ້ອຍ

“guncharlie (ກັນ ຊາລີ)” ຫຼື “ກັນ-ເສດຖະພົງ ເອວະສຸກ” ນ້ອງຮ້ອງ-ນັກສະແດງຈາກປະເທດໄທ, ຜູ້ທີ່ເຄີຍເຂົ້າແຂ່ງຂັນໃນລາຍການ The Rapper 2 ເມື່ອ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.