ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ໜ້າຮັກເກີນໄປແລ້ວ Mor Big-C ແຕ່ງເພງໃຫ້ສາວ ຊວນຟັງເພງ “ຫຼົງຮັກສາວຫຼວງພະບາງ”
Muan Listen - ມ່ວນຊວນຟັງ

ໜ້າຮັກເກີນໄປແລ້ວ Mor Big-C ແຕ່ງເພງໃຫ້ສາວ ຊວນຟັງເພງ “ຫຼົງຮັກສາວຫຼວງພະບາງ”

ແບ່ງປັນ
Getting your Trinity Audio player ready...

ເມືອງຫຼວງພະບາງທີ່ໃຜໆກໍຕ້ອງຫຼົງໃຫຼໃນສະເໜ່ ແລະ ມັນໄດ້ລວມເຖິງໜຸ່ມຫຼໍ່ສຽງຫວານຄົນນີ້ Mor Bigc ຫຼື ໝໍບິກ ສິລະປິນຈາກ NewWave Music.

MOR BIG-C ເຄີຍໄດ້ປ່ອຍຜົນງານເພງທຳອິດໃຫ້ໄດ້ຟັງກັນນັ້ນກໍຄື ເພງ ໂຄວິດນາຍທີນ ໃນປີ 2021 ຫຼັງຈາກນັ້ນກໍ່ໄດ້ຫ່າງຫາຍໄປດົນເກືອບ 3 ປີ, ປັດຈຸບັນກໍໄດ້ກັບມາພ້ອມກັບຜົນງານເພງໃໝ່ “ຫຼົງຮັກສາວຫຼວງພະບາງ” ທີ່ລາວນັ້ນໄດ້ແຕ່ງໃຫ້ຜູ້ຍິງຄົນໜຶ່ງຢູ່ຫຼວງພະບາງ ແລະ ຢາກສົ່ງຕໍ່ຄວາມຮູ້ສຶກຜ່ານບົດເພງນີ້ໃຫ້ທຸກຄົນໄດ້ຟັງ, ເຊິ່ງສາວຄົນນັ້ນແມ່ນໃຜແອັດກໍ່ຍັງບໍ່ທັນຮູ້ເພາະເຈົ້າໂຕຍັງບໍ່ໄດ້ບອກເທື່ອເດີ????.

ເອັມວີກໍ່ໄດ້ເປີດມາດ້ວຍສຽງເພງລາວເດີມຄື ຂັບທຸ້ມຫຼວງພະບາງ ທີ່ຟັງແລ້ວກໍເຮັດໃຫ້ນຶກເຖິງຄວາມງາມອ່ອນຊ້ອຍຂອງເມືອງມໍລະດົກໂລກໄດ້ເປັນຢ່າງດີ, ທັງບ້ານເມືອງ ແລະ ຄວາມໜ້າຮັກມີສະເໜ່ຂອງຊາວເມືອງຫຼວງພະບາງນັ້ນ.

ເພງນີ້ໄດ້ເລົ່າເຖິງຄວາມງາມໜ້າຮັກຂອງສາວຫຼວງພະບາງທີ່ໃຜເຫັນກໍຕົກຂຸມຮັກໄດ້ງ່າຍໆ, ດົນຕີໃນເພງກໍ່ໄດ້ມີການປະສົມປະສານດົນຕີລາວເຂົ້າກັບດົນຕີສະໄໝໃໝ່ທີ່ຟັງແລ້ວທັງອົບອຸ່ນ ແລະ ສະບາຍຫູ.

“ໂອ້ ຜູ້ສາວຫຼວງພະບາງຄືເປັນຕາແພງແທ້ນໍ ນ້ອງນັ້ນທັງແກ້ມແດງ ບໍ່ແມ່ນມີແຟນແລ້ວບໍ?”

ເນື້ອເພງກໍ່ໄດ້ມີການຢອກໄຍເກາະກ້ຽວຊວນຟ້ອນລຳຟັງເພງ ຂັບທຸ້ມຫຼວງພະບາງ. ຟັງແລ້ວແມ່ນເປັນເພງທີ່ໜ້າຮັກອີຫຼີ່ ເພາະນີ້ແມ່ນເພງຈີບກັນຄັກໆ. ແອັດຢາກແນະນຳໃຫ້ຟັງເລີຍ, ພໍໄດ້ຍິນສຽງຫວານໆ ແລະ ເນື້ອຮ້ອງຊວນໃຈສັ່ນກໍເຮັດໃຫ້ແອັດອົດທີ່ຈະຮູ້ສຶກຫວັ່ນໄຫວ ແລະ ເຂີນແທນບໍ່ໄດ້ເລີຍ, ຂະໜາດບໍ່ແມ່ນສາວເມືອງຫຼວງໃດນິ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ສຸດຕຶງເດັກໆ 1X ມີເພງທີ່ເປັນກະແສທົ່ວປະເທດເພື່ອບ້ານ ແລະ ມີຄົນໃຊ້ແຜ່ນສຽງໃນ TikTok ເຖິງ 3 ໝື່ນ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.