ມື້ນີ້ມ່ວນຈະຊວນມາຟັງເພງທີ່ມີຍອດວິວສູງເຖິງ 2 ລ້ານວິວ, ແນວລູກທົ່ງບ້ານນາທີ່ແຝງເລື່ອງລາວວິຖີຊີວິດ ແລະ ຄວາມເຊື່ອ.
ເພງ “ໝາຍຊາດ” ຂອງ May Una ເປັນເພງທີ່ໄດ້ຖ່າຍທອດໃຫ້ເຫັນອາລົມອັນເລິກເຊິ່ງ ແລະ ມີຄວາມໝາຍກ່ຽວກັບເອກະລັກມໍລະດົກວັດທະນະທຳ. ດ້ວຍການປະສົມດົນຕີພື້ນເມືອງ ແລະ ດົນຕີອິນດີ້ສະໄໝໃໝ່, ປະກອບກັບສຽງຮ້ອງຫວານຊວນຝັນຂອງ May Una ແມ່ນໄດ້ຖ່າຍທອດອອກມາທັງເສົ້າ ແລະ ເຫງົາ.
“ຍ້ອນວ່າຮັກ ຈົນບໍ່ຢາກໃຫ້ໃຜພາກໄປ
ແຕ່ຄວາມຕາຍ ບໍ່ມີທາງຝືນ
ສັນຍາ ແລະ ຂໍຢັ້ງຢືນ ສິໄປທວງຮັກຄືນ ບໍ່ວ່າດົນປານໃດ
ແມ່ນເຈົ້າໄປເກີດເປັນໃຜ ກະສິໝາຍຊາດໄວ້ ແຫ່ງຫົນໃດສິຕາມຫາ”
ເນື້ອຮ້ອງມີຄວາມປາຖະໜາ, ຮ້ອງຂໍອອນວອນ ແລະ ມີຄວາມໝັ້ນຄົງກັບຮັກນີ້, ສື່ໃຫ້ເຫັນວ່າຮັກຄັ້ງນີ້ມີອຸປະສັກໃຫຍ່ທີ່ທັງສອງຕ້ອງພົບເຈິ, ແຕ່ມັນກໍ່ບໍ່ເປັນດັ່ງໃຈຄິດເພາະພວກເຂົາຖືກແຍກອອກຈາກກັນເພາະຄວາມຕາຍ.
ມ່ວນແນະນຳເລີຍວ່າທຸກຄົນຕ້ອງໄປລອງຟັງເພາະທຸກຄຳຮ້ອງໄດ້ບອກເລົ່າເຖິງການຕໍ່ສູ້ເລື່ອງຄວາມຮັກ ແລະ ຈິດວິນຍານທີ່ມີຕໍ່ຄວາມຮັກທີ່ເຮັດໃຫ້ອາລົມຄວາມຮູ້ສຶກໄດ້ດຳດິ່ງໄປກັບເລື່ອງລາວຂອງພວກເຂົາ
ໂດຍ: ທີມບັນນາທິການ Muan