ໜ້າຫຼັກ Muan.la - ສາລະບັນເທີງ Muan Suan Pai (Explore) - ມ່ວນຊວນໄປ ລວມ 12 ສະຖານທີ່ງານວາງສະແດງສິລະປະ Lao Art Week 2025
Muan Suan Pai (Explore) - ມ່ວນຊວນໄປ

ລວມ 12 ສະຖານທີ່ງານວາງສະແດງສິລະປະ Lao Art Week 2025

Lao Art Week 2025 ຈະປ່ຽນນະຄອນຫຼວງວຽງຈັນ ໃຫ້ເປັນເວທີສິລະປະທີ່ມີຊີວິດ ພາຍໃຕ້ແນວຄິດ "MOTION ຫຼື ການເຄື່ອນໄຫວ" ໂດຍການນຳສະເໜີສິລະປະລາວ, ປະເພນີດັ້ງເດີມ, ສິລະປະທ້ອງຖິ່ນ, ສິລະປະສາກົນ ແລະ ນະວັດຕະກຳໃໝ່ໆ.

ແບ່ງປັນ

ໃກ້ເຂົ້າມາແລ້ວກັບງານ Lao Art Week 2025 ໂດຍງານແມ່ນຈະເລີ່ມໃນວັນທີ 10-19 ເດືອນ ຕຸລາ 2025 ເຊິ່ງປີນີ້ມີຄອນເຊັບໃນການບອກເລົ່າເລື່ອງລາວສິລະປະ ພາຍໃຕ້ຫົວຂໍ້ “MOTION ຫຼື ການເຄື່ອນໄຫວ” ໂດຍພາຍໃນງານຈະນຳສະເໜີສິລະປະລາວ, ປະເພນີແບບດັ້ງເດີມ, ສິລະປະທ້ອງຖິ່ນ, ສິລະປະແບບສາກົນ ລວມເຖິງນະວັດຕະກໍາທີ່ເກີດຂຶ້ນ ລະຫວ່າງອະດີດ ແລະ ປັດຈຸບັນ.

ຈຸດປະສົງຂອງງານ Lao Art Week 2025 ນີ້, ມີເປົ້າໝາຍທີ່ຈະປ່ຽນນະຄອນຫຼວງວຽງຈັນ ໃຫ້ກາຍເປັນເວທີສິລະປະທີ່ມີຊີວິດ ໂດຍການກະຈາຍສະຖານທີ່ຈັດງານຢູ່ຕາມ 12 ສະຖານທີ່ສໍາຄັນຕ່າງໆ ແລະ ແຕ່ລະແຫ່ງກໍມີປະຫວັດສາດທີ່ມີເອກະລັກ ລວມເຖິງວິໄສທັດໃນການສ້າງສັນສິລະປະໃນແບບຂອງຕົນເອງ.

ໃນບ່ອນຈັດງານແຕ່ລະສະຖານທີ່ ຜູ້ຊົມຈະໄດ້ຄົ້ນພົບຜົນງານຈາກສິລະປິນຫຼາກຫຼາຍຮູບແບບ ຕັ້ງແຕ່ຮູບຖ່າຍ, ຮູບແຕ້ມ, ຜ້າໄໝ, ປະຕິມາກໍາ, ສິລະປະການຈັດວາງ ໄປຈົນຮອດຜົນງານຂອງສິລະປິນແຫ່ງຊາດລາວ.

ສະຖານທີ່ຈັດງານ Lao Art Week 2025 ທັງ 12 ແຫ່ງ.

📍Lao National Museum: https://maps.app.goo.gl/1krn6ArWRnprgf5X9?g_st=ipc

📍Parkson: https://maps.app.goo.gl/oH5QEw15Z2FveVyFA?g_st=ipc

📍Lao National Culture Hall: https://maps.app.goo.gl/Wec8274yDd2SQpsq7?g_st=ipc

📍LePadaek: https://maps.app.goo.gl/iBm3X3ZYfdcF4qoVA?g_st=ipc

📍Lao Textile Museum: https://maps.app.goo.gl/9BsEpNsCC9CPCVMC9

📍Mulberries Gallery: https://maps.app.goo.gl/RpwXjHtXv5pojBEN8

📍The Lao national puppet theater: https://maps.app.goo.gl/QUZGtkWk8D7szBSJ7?g_st=ipc

📍T’shop Lai gallery: https://maps.app.goo.gl/Gx3A3WNTcUJ3RJnE9?g_st=ipc

ອ່ານຕື່ມ:  ລວມອີເວັ້ນທ້າຍອາທິດ ທີ່ຢາກໃຫ້ທຸກຄົນໄປ 6-8 ທັນວາ 2024

📍Barn Saylom / SoS – Sculpture of space: https://maps.app.goo.gl/ay8jGK4hM5foMBU69?g_st=ipc

📍La Porte Rouge (ປະຕູແດງ): https://maps.app.goo.gl/W4BKLPw118xCFWbJ6

📍University of Health Sciences: https://maps.app.goo.gl/eMZPeCLAvY6AYCE26?g_st=ipc

📍I:cat gallery: https://maps.app.goo.gl/6QKUmPcWoSrvPNLw9?g_st=ipc

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຊວນໄປຍ່າງຫຼິ້ນ-ຊັອບປິ້ງ ທີ່ງານຕະຫຼາດນັດ Laos-Korea Agro Fair 2025

ອາທິດນີ້ໄປຍ່າງຫຼິ້ນ, ກິນ ແລະ ເຮັດກິດຈະກຳຕ່າງໆກັນທີ່ງານຕະຫຼາດນັດກະສິກຳທີ່ Laos-Korea Agro Fair 2025. ງານດີໆແບບນີ້ພາດບໍ່ໄດ້ເດັດຂາດ, ມ່ວນຊວນໄປມື້ນີ້ຈະພາທຸກຄົນໄປສຳຜັດບັນຍາກາດຄວາມມ່ວນຊື່ນ ແລະ ສີສັນຂອງງານ...

ຊວນໄປ Encyclopedia ງານວາງສະແດງດ່ຽວ ຄັ້ງທີ 2 ຂອງ @nnene.iie ທີ່ບາງກອກ ປະເທດໄທ

ສຳລັບຜູ້ທີ່ຫຼົງໄຫຼໃນສິລະປະທີ່ເຕັມໄປດ້ວຍລາຍເສັ້ນ ແລະ ເລື່ອງລາວ, ງານວາງສະແດງ Encyclopedia ຂອງ @nnene.iie ທີ່ GalieOasis ນະຄອນບາງກອກ ປະເທດໄທ ເປັນສິ່ງທີ່ບໍ່ຄວນພາດ....

ຖ້ຽວບິນວຽງຈັນ-ຫຼວງນໍ້າທາ ເປີດບິນຄືນແລ້ວ ພ້ອມໂປຣໂມຊັນປີ້ຍົນລາຄາພິເສດ

ເມື່ອປີກ່ອນ ຖ້ຽວບິນວຽງຈັນ–ຫຼວງນໍ້າທາໄດ້ມີການຍົກເລີກ ເຮັດໃຫ້ຫຼາຍຄົນຕ້ອງໄດ້ປັບແຜນການເດີນທາງໃໝ່ເມື່ອຕ້ອງເດີນທາງໃນເສັ້ນທາງນີ້. ແນວໃດກໍຕາມ ຕອນນີ້ມີຂ່າວດີຈາກທາງການບິນລາວ ເຊິ່ງພວກເຂົາໄດ້ປະກາດເປີດຄືນຖ້ຽວບິນນີ້ອີກຄັ້ງ. ນີ້ບໍ່ແມ່ນພຽງແຕ່ ການນຳເອົາຕົວເລືອກການເດີນທາງທີ່ດີກັບຄືນມາ ແຕ່ຍັງມາພ້ອມກັບຂໍ້ສະເໜີສຸດພິເສດທີ່ຖືກໃຈນັກເດີນທາງທຸກຄົນ ລວມທັງມ່ວນຊວນໄປເອງ.​ ​ມ່ວນຊວນໄປ ໃນຖານະທີ່ເປັນຜູ້ໜຶ່ງທີ່ມັກການເດີນທາງ...

ຊວນໄປ ນິທັດສະການ COEXISTENCE ໂດຍສິລະປິນກຸ່ມ Lost Jigsaw ທີ່ i:cat gallery

ອາທິດນີ້ເຖິງວ່າອາກາດຈະໜາວ ໃຜກໍບໍ່ຄ່ອຍຢາກຈະຕີງໂຕກັນປານໃດ ແຕ່ວົງການສິລະປະຂອງບ້ານເຮົາກຳລັງກັບມາເລີ່ມຟົດຟື້ນກັນອີກຄັ້ງ! ງານນີ້ຖືວ່າເປັນງານຕົ້ນປີທີ່ໜ້າສົນໃຈເລີຍ ເປັນການລວມເອົາຜົນງານຄັກໆຈາກສິລະປິນຫຼາກຫຼາຍຄົນມາລວມໄວ້ໃນບ່ອນດຽວ ກັບນິທັດສະການ COEXISTENCE ໂດຍກຸ່ມສິລະປິນ Lost Jigsaw ທີ່ຈັດຂຶ້ນໃນລະຫວ່າງວັນທີ 15...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.