ໜ້າຫຼັກ Muan.la - ສາລະບັນເທີງ Muan Watch - ມ່ວນຊວນເບິ່ງ KPOP Demon Hunters ໄອດອລນັກລ່າຜີສາດ VS ກຸ່ມຜີສາດທີ່ແຝງຕົວມາເປັນບອຍແບນ
Muan Watch - ມ່ວນຊວນເບິ່ງ

KPOP Demon Hunters ໄອດອລນັກລ່າຜີສາດ VS ກຸ່ມຜີສາດທີ່ແຝງຕົວມາເປັນບອຍແບນ

kpop-demon-hunters-watch

ແບ່ງປັນ

ເມື່ອການເປັນໄອດອລໃນວົງການ K-pop ເປັນພຽງເບື້ອງໜ້າ… ແຕ່ເບື້ອງຫຼັງຄືສະໜາມຮົບລະຫວ່າງ “ມະນຸດ” ກັບ “ຜີສາດ”

ທ່າມກາງເມືອງໃຫຍ່ທີ່ເຕັມໄປດ້ວຍແສງສີ ແລະ ສຽງດົນຕີ, ໃຜຈະຄິດວ່າໃນຍຸກນີ້ຈະມີຜີສາດທີ່ແຝງຕົວຢູ່ຮ່ວມກັບມະນຸດ. ກຸ່ມສິລະປິນສາວໃນວົງການ K-pop ທີ່ມີຊື່ສຽງຢ່າງ Rumi, Mira ແລະ Zoey ຕ້ອງໃຊ້ຊີວິດສອງແບບທີ່ເປັນທັງໄອດອລ ແລະ ນັກລ່າຜີສາດ ເຊິ່ງສາວໆມີໜ້າທີ່ປົກປ້ອງໂລກຈາກພະລັງງານແຫ່ງຄວາມມືດທີ່ຕ້ອງຜ່ານຄວາມເຈັບປວດ, ຄວາມຢ້ານ ແລະ ຈັງຫວະດົນຕີທີ່ເປັນພະລັງຂັບເຄື່ອນຈິດໃຈຂອງພວກເຂົາ.

ແຕ່ທີ່ຕ້ອງເຮັດໃຫ້ສາວໆຕົກໃຈເລີຍກໍຄືວົງບອຍແບນທີ່ກຳລັງມາແຮງຄຽງຄູ່ພວກເຂົານັ້ນແມ່ນຜີສາດທີ່ປອມຕົວມາດູດພະລັງງານຊີວິດຈາກແຟນຄລັບ, ດ້ວຍສະເໜ່ທີ່ຕ້ານບໍ່ໄດ້ ໃຊ້ຄວາມນິຍົມ, ພະລັງມືດເພື່ອຫຼອກລວງຜູ້ຄົນ, ຈຶ່ງເຮັດໃຫ້ແຟນເພງຫຼົງໃຫຼໃນຕົວສິລະປິນຊາຍກຸ່ມນີ້ໄດ້ງ່າຍ.

KPOP DEMON HUNTERS ຈາກ Netflix ແລະ Sony Pictures Animation (Spider-Man: Across the Spider-Verse) ທີ່ຮ່ວມກັນສ້າງ. ເອນິເມຊັ່ນນີ້ຈະເປັນແນວຕໍ່ສູ້-ແຟນຕາຊີ ໃຫ້ຄົນເບິ່ງຮູ້ສຶກມ່ວນຊື່ນໄດ້ຮ່ວມຜ່ານປະສົບການໃນການຜະຈົນໄພໄປກັບວົງການ K-pop ພ້ອມດ້ວຍເພງໃໝ່ທີ່ສ້າງຂຶ້ນ, ພິເສດເພງປະກອບໃນເອນິເມຊັ່ນນີ້ ໄດ້ Jeongyeon, Jihyo ແລະ Chaeyoung ຈາກ TWICE ມາຮ້ອງ.

ເບິ່ງ KPOP DEMON HUNTERS ພ້ອມກັນ ວັນທີ 20 ມິຖຸນາ 2025 ໃນ Netflix.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan Watch - ມ່ວນຊວນເບິ່ງ

Wednesday Season 2: ຄວາມມືດມົນທີ່ກັບມາພ້ອມຄະດີຄາດຕະກຳສຸດເລິກລັບ

ໃຜທີ່ມັກເບິ່ງຊີຣີສ໌ແຟນຕາຊີເລິກລັບ ຊວນໃຫ້ຫຼົງໄຫຼໄປກັບການໄຂຄະດີເລື່ອງລາວຂອງ Wednesday Addams ສາວໂກທິກ (Gothic) ສາຍມືດມົນຈາກຕະກຸນຄອບຄົວສຸດປະຫຼາດ The Addams Family ຕ້ອງລອງເບິ່ງເລີຍ, ຮັບຮອງວ່າບໍ່ຜິດຫວັງແນ່ນອນ....

Muan Watch - ມ່ວນຊວນເບິ່ງ

ເຂັມຈິຣາຕ້ອງລອດ: ຊີຣີສ໌ທີ່ຫຼອນໄດ້ໃຈ ເນື້ອຫາສຸດເຂັ້ມຂຸ້ນທີ່ມາພ້ອມກັບຄວາມເລິກລັບ

ເຂັມຈິຣາຕ້ອງລອດ (เขมจิราต้องรอด khemjira the series) ແມ່ນນິຍາຍທີ່ເຄີຍສ້າງປາກົດການທີ່ມີຍອດຜູ້ອ່ານຫຼາຍເຖິງ 10 ລ້ານຄັ້ງໃນແອັບອ່ານນິຍາຍອອນລາຍ ແລະ ຕິດອັນດັບ Best Seller...

Muan Watch - ມ່ວນຊວນເບິ່ງ

ເອົາໃຈຊ່ວຍຄົນໂສດຈີບກັນໃນລາຍການ Better Late Than Single

ໂສດມາທັງຊີວິດກໍເຖິງເວລາເປີດໃຈ ຕິດຕາມລາຍການ Better Late Than Single ຈາກ Netflix ນຳໜຸ່ມ-ສາວ 10 ຄົນທີ່ບໍ່ເຄີຍມີແຟນມາກ່ອນ ມາຮຽນຮູ້ຄວາມຮັກເປັນຄັ້ງທຳອິດ.

Muan Watch - ມ່ວນຊວນເບິ່ງ

ໝູ່ສະໜິດທີ່ຫາຍຕົວໄປໃນປ່າໜຶ່ງອາທິດກັບມາ ພ້ອມປ່ຽນໄປ ຫຼື “ນີ້ບໍ່ແມ່ນຮິຄາຣຸ”

ໝາຍເຫດ: ເນື້ອຫານີ້ອາດມີສະປອຍ ແລະ ອ້າງອີງຈາກຕົ້ນສະບັບເອນິເມຊັນ. The Summer Hikaru Died – ລະດູຮ້ອນທີ່ຮິຄາຣຸຈາກໄປ ແມ່ນເອນິເມຊັນສັນຊາດຍີ່ປຸ່ນທີ່ສ້າງມາຈາກມັງງະ. ມີເນື້ອຫາເວົ້າເຖິງຄວາມຜູກພັນຂອງໝູ່ສະໜິດ,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.