“ເພາະຄວາມຫຼົງໃຫຼໃນສຽງດົນຕີ ມີຄວາມຝັນຢາກເປັນສິນລະປິນໃນແບບຕົວເອງ.” ນີ້ຄືຄຳເວົ້າຂອງ ກົບ ສຸວິໄຊ ສຸນາເຄນ, Mister Tourism Lao 2025, ຜູ້ທີ່ຫຼາຍຄົນຮູ້ຈັກໃນຖານະພໍ່ຄ້າຂາຍເສື້ອຜ້າ ແລະ ນັກປະກວດທີ່ໂດດເດັ່ນ, ແຕ່ໃຜຈະຮູ້ວ່າໃນອີກມຸມໜຶ່ງຂອງຜູ້ຊາຍຄົນນີ້ ເຕັມໄປດ້ວຍຄວາມຫຼົງໄຫຼໃນສຽງດົນຕີທີ່ບໍ່ເຄີຍໄດ້ສະແດງອອກໃຫ້ໃຜຮັບຮູ້
ຄົງບໍ່ມີໃຜຄິດວ່າ ກົບ ສຸວິໄຊ ສຸນາເຄນ, ໜຸ່ມນັກທຸລະກິດຈາກແຂວງໄຊຍະບູລີ, ເຈົ້າຂອງຮ້ານຂາຍເສື້ອຜ້າຜູ້ຊາຍຕັ້ງແຕ່ອາຍຸ 17 ປີ ແລະ ເຈົ້າຂອງຕຳແໜ່ງ Mister Tourism Lao 2025, ຈະມີອີກໜຶ່ງມຸມທີ່ຫຼາຍຄົນບໍ່ເຄີຍຮູ້. ນອກຈາກຄວາມສາມາດທາງດ້ານທຸລະກິດ, ການຮຽນຈົບດ້ານກົດໝາຍອາຍາ ແລະ ການມັກຫຼິ້ນກິລາແລ້ວ, ລາວຍັງມີ Passion ໃນການຮ້ອງເພງທີ່ເກັບຊ້ອນໄວ້ເປັນເວລາດົນນານ.
ການເປີດໂຕຄວາມສາມາດດ້ານນີ້ເກີດຂຶ້ນຢ່າງບໍ່ຄາດຄິດເທິງເວທີ Final ຂອງ Miss Universe Laos 2025, ເຊິ່ງເຮັດໃຫ້ທຸກຄົນໄດ້ເຫັນອີກດ້ານໜຶ່ງຂອງຜູ້ຊາຍຄົນນີ້.
ຈາກຄົນທີ່ບໍ່ເຄີຍມີແສງ ສູ່ເສັ້ນທາງແຫ່ງຄວາມຝັນ

ກົບໄດ້ເລົ່າວ່າ ເຖິງວ່າຈະມັກຮ້ອງເພງມາຕັ້ງແຕ່ນ້ອຍໆ ແລະ ຮ້ອງເກືອບທຸກມື້ເວລາຢູ່ຄົນດຽວ, ແຕ່ກໍບໍ່ເຄີຍມີໂອກາດທີ່ຈະສະແດງຄວາມສາມາດນີ້ເທິງເວທີຢ່າງເປັນທາງການ. ຈົນກະທັ້ງຕັດສິນໃຈມາປະກວດ Mister Universe Laos 2025 ເພື່ອທ້າທາຍຄວາມສາມາດຂອງຕົວເອງ ແລະ ໄດ້ເຂົ້າຮອບ Top 5 ພ້ອມຄວ້າຕຳແໜ່ງ Mister Tourism Laos 2025. ເວລາຢູ່ກອງປະກວດ, ທີມງານໄດ້ຍິນລາວຮ້ອງເພງ ແລະ ເຫັນຄວາມສາມາດທີ່ເຊື່ອງໄວ້ ຈຶ່ງໄດ້ໃຫ້ໂອກາດອັນຍິ່ງໃຫຍ່ນີ້.
“ທາງໃຜທາງມັນ” ເພງທຳອິດໃນຊີວິດ

ຫຼາຍຄົນທີ່ໄດ້ຟັງເພງທີ່ກົບຮ້ອງເທິງເວທີ Miss Universe Laos 2025 ກໍຄິດວ່ານີ້ຄືເພງໃໝ່ ເພາະບໍ່ເຄີຍໄດ້ຍິນມາກ່ອນ. ກົບຢືນຢັນວ່າເພງນີ້ແມ່ນເພງໃໝ່ແທ້ໆ, ຊື່ເພງ “ທາງໃຜທາງມັນ”, ເປັນເພງທຳອິດໃນຊີວິດຂອງລາວ. ສິ່ງທີ່ໜ້າສົນໃຈຄືທັງເນື້ອຮ້ອງ, ທຳນອງ, ແລະ ດົນຕີ ໄດ້ຖືກສ້າງສັນຂຶ້ນໂດຍອ້າຍ Tar Apacts. ກົບເອງມີພຽງໜ້າທີ່ຮ້ອງຢ່າງດຽວ. ນອກຈາກນີ້, ກົບຍັງເປີດເຜີຍວ່າເພງນີ້ກຳລັງຈະຖືກນຳໄປອັດສຽງໃໝ່ໃນໄວໆນີ້ ເພື່ອໃຫ້ເປັນເວີຊັ່ນທີ່ດີທີ່ສຸດ.
ຄວາມຮູ້ສຶກຂອງນັກຮ້ອງມືໃໝ່ ແລະ ເຫດຜົນເບື້ອງຫຼັງກະແສດຣາມ່າ

ການຂຶ້ນເວທີໃຫຍ່ຄັ້ງທຳອິດໃນບົດບາດນັກຮ້ອງ, ກົບຍອມຮັບວ່າຮູ້ສຶກດີໃຈ ແລະ ປະທັບໃຈຫຼາຍທີ່ໄດ້ຢືນຢູ່ຈຸດນັ້ນ ແລະ ຮ້ອງເພງໃຫ້ຄົນຟັງ. ແຕ່ໃນຖານະມືໃໝ່ ກໍຍັງມີຄວາມປະໝ່າ ແລະ ເກັງຢູ່ບໍ່ໜ້ອຍ, ລາວເຊື່ອວ່າໃນຄັ້ງຕໍ່ໄປຈະເຮັດໄດ້ດີກວ່ານີ້ແນ່ນອນ.
ກ່ຽວກັບກະແສດຣາມ່າທີ່ວ່າເພງແນວນີ້ບໍ່ເໝາະສົມກັບເວທີປະກວດ, ກົບໄດ້ຊີ້ແຈງວ່າປົກກະຕິກອງປະກວດກໍໄດ້ນຳເພງແນວນີ້ຂຶ້ນມາຮ້ອງຢູ່ແລ້ວ, ແຕ່ທີ່ຜ່ານມາຈະເປັນເພງສາກົນຫຼືເພງພາສາອັງກິດເຊິ່ງຄົນບາງກຸ່ມອາດຈະບໍ່ເຂົ້າໃຈຄວາມໝາຍດີພໍ ຈຶ່ງບໍ່ມີກະແສ. ແຕ່ເມື່ອເປັນເພງລາວທີ່ຟັງເຂົ້າໃຈງ່າຍ, ບາງກຸ່ມຄົນກໍເລີຍມີການຕັ້ງຄຳຖາມຂຶ້ນມາ.
ເດີນຕາມຄວາມຝັນສູ່ເສັ້ນທາງສິລະປິນໃນອະນາຄົດ

ກົບຍັງເປີດເຜີຍຄວາມຝັນຢ່າງເຕັມທີ່ວ່າ ໃນອະນາຄົດ ມີໂອກາດທີ່ຈະຕໍ່ຍອດກ່ຽວກັບການຮ້ອງເພງ ແລະ ຢາກເປັນສິລະປິນທີ່ມີຄາແລັກເຕີແບບຂອງຕົນເອງ. ລາວຍັງໄດ້ບອກເຖິງແນວດົນຕີທີ່ຕົນເອງມັກຄືວົງ ຫຼື ນັກຮ້ອງທີ່ຮ້ອງສຽງສູງໆ ຫຼື ສຽງລະມຸນໆ ທີ່ຄົນສ່ວນໃຫຍ່ຮ້ອງຕາມໄດ້ຍາກ.
ຮ່ວມເດີນທາງໄປກັບ ກົບ ສຸວິໄຊ ສຸນາເຄນ

ນີ້ຄືອີກມຸມໜຶ່ງຂອງ ກົບ ສຸວິໄຊ ສຸນາເຄນ, ຈາກຄົນໜຸ່ມທີ່ສ້າງຕົວເອງທາງທຸລະກິດ ສູ່ເວທີປະກວດ ແລະ ກ້າວເຂົ້າສູ່ເສັ້ນທາງສິລະປິນ. ທຸກຄົນສາມາດຕິດຕາມ ກົບ ໄດ້ຜ່ານຊ່ອງທາງບັນຊີໂຊຊຽວມີເດຍຂອງລາວ.
Instagram: kob_souvixay_sounakhen
Facebook: Kob Sounakhen
TikTok: kcool.shop.blackforg
ມາຮ່ວມເປັນສ່ວນໜຶ່ງຂອງການເດີນທາງຂອງ ກົບ ສຸວິໄຊ ສຸນາເຄນ, ດ້ວຍຄວາມມຸ່ງໝັ້ນ ແລະ Passion ທີ່ລາວມີ ຈະພາລາວໄປສູ່ຄວາມສຳເລັດໃນວົງການສິລະປິນໄດ້ຢ່າງແນ່ນອນ.