ໜ້າຫຼັກ Muan.la - ສາລະບັນເທີງ The Interview ຈາກຜູ້ຟັງສູ່ຜູ້ຫຼິ້ນ ລົມນຳ Kino ມືເບສຜູ້ທີ່ເຊື່ອວ່າດົນຕີຄືເສັ້ນທາງທີ່ຊີວິດເລືອກ
The Interview

ຈາກຜູ້ຟັງສູ່ຜູ້ຫຼິ້ນ ລົມນຳ Kino ມືເບສຜູ້ທີ່ເຊື່ອວ່າດົນຕີຄືເສັ້ນທາງທີ່ຊີວິດເລືອກ

ຈາກຜູ້ຟັງກາຍເປັນນັກດົນຕີ! Kino ນັກເບສອິດສະລະຜູ້ໃຊ້ດົນຕີນຳເສັ້ນທາງຊີວິດ. ຕິດຕາມການເດີນທາງຂອງລາວໃນອຸດສາຫະກຳດົນຕີລາວ!

ແບ່ງປັນ

ໃນໂລກຂອງສຽງເພງທີ່ບໍ່ແມ່ນທຸກຄົນຈະເລີ່ມຕົ້ນຈາກຫ້ອງຮຽນດົນຕີ ຫຼື ຄ້າຍເພງໃຫຍ່ ບາງຄົນພຽງເລີ່ມຈາກ ການມັກຟັງເພງໃນຫ້ອງນອນ ແລ້ວຖ້າຫາກມື້ໜຶ່ງກໍເລີ່ມຄິດວ່າ “ຖ້າເຮົາໄດ້ເປັນຄົນຫຼິ້ນເອງເດະ?”

ຖ້າເຮົາເຄີຍຜ່ານກາຍຮ້ານອາຫານໃນວຽງຈັນຊ່ວງຄໍ່າໆ, ເຈົ້າອາດຈະເຄີຍເຫັນຜູ້ຊາຍຄົນໜຶ່ງພາຍກີຕ້າເບສຄູ່ໃຈຫຼິ້ນຢູ່ມຸມເວທີສຽງຕ່ຳໆໜັກໆ ແຕ່ເມື່ອຟັງດີໆ ຈະຮູ້ວ່າມັນເປັນອີ່ຫຍັງທີ່ໂຄດເທ້ ເໝືອນກັບ ສຸກປະເສີດ ເສົາວົງໄຊ ຫຼື ກິໂນ່ (Kino) ປັດຈຸບັນເປັນນັກດົນຕີອິດສະລະ ຜູ້ທີ່ໃຊ້ສຽງດົນຕີເປັນຫຼາຍກວ່າອາຊີບ ແຕ່ມັນຄືຊີວິດ.

ຈາກຜູ້ຟັງສູ່ມືເບສອາຊີບ

Kino ບໍ່ເຄີຍເຂົ້າຮຽນດົນຕີຢ່າງຈິງຈັງຊີວິດດົນຕີລາວເລີ່ມຈາກສູນຄືກັບຄົນທົ່ວໄປໂດຍເລີ່ມຈາກການມັກຟັງເພງເປັນຊີວິດຈິດໃຈ ແຕ່ສິ່ງທີ່ເຮັດໃຫ້ລາວແຕກຕ່າງຄື: ຄວາມຮູ້ສຶກທີ່ມີຕໍ່ສຽງເບສ, ສຽງຕໍ່າໆ ໜັກໆທີ່ຄອຍຊັບພອດໃຫ້ເພງມັນກົມກ່ອມ ເໝືອນຜົງຊູລົດທີ່ໃຫ້ເພງຂອງວົງມີລົດຊາດມີຊີວິດຊີວານັ້ນຄືສິ່ງທີ່ ກິໂນ່ ຫຼົງໃຫຼໃນເຄືອງດົນຕີໂທນທຸ້ມທີ່ມີຊື່ວ່າກີຕ້າເບສ.

ກິໂນ່ ເລີ່ມຕົ້ນຈາກການຕັ້ງວົງດົນຕີນ້ອຍໆກັບໝູ່ແລ້ວໄປປະກວດງານແຂງຂັນດົນຕີຕາມແຕ່ລະສະຖານທີ່ນອກນັ້ນຍັງໄດ້ມີວົງເປັນຂອງໂຕເອງເຊິ່ງຖືວ່າເປັນວົງທີ່ເປັນກະແສໃນຊ່ວງໜຶ່ງນັ້ນຄືວົງ: Flowerboi ກັບເພງ Blinded Love

ເສັ້ນທາງສູ່ການເປັນນັກດົນຕີ

ເອົາຕົງໆແມ່ນເຮົາເປັນຄົນເຮັດຫຍັງບໍ່ເປັນເລີຍ,” ກິໂນ່ ກ່າວ.

ລາວບອກວ່າ ມີແຕ່ທາງນີ້ທາງດຽວທີ່ມັນພໍຈະເປັນໄປໄດ້ ແລະ ເປັນສິ່ງດຽວທີ່ພໍຈະເຮັດໄດ້ດີ. ສຳລັບເປົ້າໝາຍໃນຊີວິດ ລາວບອກວ່າພຽງຢາກຫຼິ້ນດົນຕີໄປເລື້ອຍໆ  ແລະ ຫວັງວ່າມັນຈະພາລາວໄປຈົນເຖິງທີ່ສຸດເທົ່າທີ່ຈະສາມາດຊຸກຍູ້ໂຕເອງໄປໄດ້.

ເສັ້ນທາງຂອງຄົນບໍ່ຍອມຖອຍ

ຕະຫຼອດຫຼາຍປີທີ່ຜ່ານມາ ກິໂນ່ ໄດ້ລອງຜິດລອງຖືກຫຼາຍຢ່າງເພື່ອຕາມຫາປະສົບການໃຫ້ຕົວເອງພ້ອມພັດທະນາສີມືເບສເຊິ່ງ passion ທີ່ສະສົມມາບໍ່ກໍເຄີຍຫັກລັງລາວເລີຍແຖມມັນໄດ້ມອບໂອກາດທີ່ສະຫວ່າງໃຫ້ເຊິ່ງໄດ້ຮ່ວມເຮັດວຽກ ແລະ ຄໍແລັບກັບສິລະປິນລາວດັງໆຫຼາຍຄົນ ບໍ່ວ່າຈະເປັນ ຮັກແພງ JUST” , Imel , Ford Phithaksin , Gomen , HUENCREW ແລະ ອີກໜຶ່ງຈຸດສຳຄັນຂອງຊີວິດດົນຕີຂອງລາວຄື ການໄດ້ເປັນມືເບສໃຫ້ຮຸ່ນອ້າຍສຸດຮັກແພງ ເຊັ່ນ: TANU VANNASIN ສິລະປິນຊື່ດັງທີ່ຈັດຄອນເສີດດ່ຽວຄັ້ງທຳອິດຂອງຕົນເອງໃນລາວນະເວລານັ້ນ.

ນອກຈາກນີ້, ຜົນງານນອກປະເທດຂອງລາວກໍຖືວ່າຈັດພໍໂຕ ເພາະໄດ້ມີໂອກາດຂ້າມຝັ່ງໄປຮ່ວມງານກັບຄ້າຍ Smallroom ຄ້າຍເພງອິນດີ້ຂອງໄທທີ່ Just” ສັງກັດຢູ່ ແລະ ເຄີຍຜ່ານການອໍດິຊັນ ”Audition Bassist Support” ເປັນຄົນລາວຄົນທຳອິດ ແລະ 1 ໃນ 5 ມືເບສທີ່ຖືກເລືອກໃຫ້ເປັນມືເບສຊັບພອດໃຫ້ກັບ Numcha ສິລະປິນສາວໄທຈາກຄ້າຍ Newecho Record, Bangkok ອີກດ້ວຍ.

ອ່ານຕື່ມ:  ຮູ້ຈັກກັນໃຫ້ຫຼາຍຂຶ້ນ "ຈອນນີ້ ພວງສຸວັນ" ກັບບົດ ໂນ້ ບ່າວບາຣິສຕ້າຫຼວງພະບາງໃນ ສຸກໃຈ ຊີຣີສ໌

ກິໂນ່ ໄດ້ຖິ້ມທ້າຍໄວ້ວ່າ

ຝຶກຊ້ອມຢູ່ກັບມັນໃຊ້ເວລາກັບມັນ ແລ້ວຈະພັດທະນາທັກສະນາເຮົາໄປເອງ” ບໍ່ຕ້ອງຮີບຮ້ອນພຽງຈິງໃຈກັບສຽງດົນຕີທີຕົນເອງຮັກ  ມື້ໜຶ່ງມັນຈະພາໄປທີ່ຝັນໄວ້ເອງ.

ສຽງເບສອາດຈະບໍ່ໄດ້ດັງທີ່ສຸດໃນວົງແຕ່ມັນເຮັດໃຫ້ວົງຫຼິ້ນແຊບຂຶ້ນ ແລະ ກິໂນ່ ກໍເລືອກຈະເປັນຄົນນັ້ນຄົນທີ່ເຮັດໃຫ້ເພງທຸກເພງມີລົດຊາດໃນແບບທີ່ຂາດບໍ່ໄດ້.

ໂດຍ: ທີມບັນນາທິການ Muan

ບົດຄວາມທີ່ກ່ຽວຂ້ອງ

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຕ໋ອດ ລີນ້າ ເຜີຍມຸມມອງຊີວິດ ສູ່ການເປັນແຮງບັນດານໃຈໃນວົງການແຟຊັ່ນລາວ

ນັບຕັ້ງແຕ່ບາດກ້າວທຳອິດທີ່ເລີ່ມຈາກຄວາມໃຝ່ຝັນ… ຈົນກາຍເປັນ “ຕົວແມ່” ທີ່ຄອງວົງການທັງເບື້ອງໜ້າ ແລະ ເບື້ອງຫຼັງ. ບໍ່ວ່າຈະເປັນ ນັກຮ້ອງ, ນັກສະແດງ, ນາງແບບ ຫຼື ພິທີກອນ,...

ຈາກຄຳວ່າບໍ່ກ້າ ສູ່ 1st Runner Up Mister Teen Laos 2025 | ຢູກິ ກິດຕິພູມ ຈັນທະວົງ

“ຕະຫຼອດເວລາ 3 ເດືອນນີ້ ມັນບໍ່ໄດ້ດົນເລີຍ, ແຕ່ຍັງເຮັດໃຫ້ຢູກິໄດ້ຮຽນຮູ້ສິ່ງໃໝ່ໆ ໄດ້ຫຼາຍຂະໜາດນີ້, ຮູ້ສຶກພູມໃຈ ແລະ ຢາກຂອບໃຈໃນຕົວເອງທີ່ຕັດສິນໃຈເອົາຊະນະຄວາມຢ້ານແລ້ວລົງສະໝັກ audition ໃນມື້ນັ້ນ.” ປະໂຫຍກນີ້ຄົງສະຫຼຸບເລື່ອງລາວຂອງ...

The Secret Sauce Summit 2025 ເທດສະການທຸລະກິດສຳລັບຜູ້ປະກອບການທີ່ໃຫຍ່ທີ່ສຸດໃນໄທ

ສະກູ໊ບພິເສດ Muan x the Standard ຖ້າເຈົ້າແມ່ນຜູ້ປະກອບການ ແລະ ນັກທຸລະກິດທີ່ຕ້ອງການເລັ່ງສະປີດການເຕີບໂຕຜູ້ບໍລິຫານທຸກລະດັບທີ່ມີບົດບາດໃນການຂັບເຄື່ອນອົງກອນຄົນເຮັດວຽກຍຸກໃໝ່ ແລະ ນັກສຶກສາທີ່ສົນໃຈທຸລະກິດ ແລະ ຄວາມເປັນຜູ້ນຳ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.