|
Getting your Trinity Audio player ready...
|
ຖືວ່າເປັນຂ່າວທີ່ໜ້າຍິນດີຫຼາຍ ເພາະຊ່າງຫັດຖະກຳຈາກລາວ ຂຸນພິທັກ ລາຕີສະຫວັດ ຈາກຫຼວງພະບາງ ໄດ້ສ້າງຊື່ສຽງໃຫ້ດັງໄປທົ່ວໂລກ, ລາວສາມາດເອົາຊະນະຜູ້ເຂົ້າແຂ່ງຂັນຈາກຫຼາກຫຼາຍປະເທດ ຈຳນວນ 600 ຄົນ ໂດຍສາມາດ ຄວ້າລາງວັນຊະນະເລີດອັນດັບ 1 ຂອງໂລກ ສາຂາ ປັກແສ່ວດິ້ງຄຳ ພ້ອມຂຶ້ນຮັບລາງວັນ Youngest Artisan ແລະ ຍັງ ຄວ້າຮອງອັນດັບ 1 ຈາກຮອບ Fashion Show ໃນການສະແດງສິລະປະຫັດຖະກຳຜ້າໄໝ ແລະ ເຄື່ອງປະດັບນານາຊາດ ທີ່ງານ III International Festival of Handicrafts in Kokand 2025.
ຂຸນພິທັກ ລາຕີສະຫວັດ ຄວ້າລາງວັນຊະນະເລີດ “ປັກແສ່ວດິ້ງຄຳ“
ວັນທີ 22 ກັນຍາ 2025, ລາວກໍໄດ້ນຳຂ່າວດີ ແລະ ຄວາມພາກພູມໃຈມາສູ່ຄົນລາວອີກຄັ້ງ ພ້ອມທັງເຮັດໃຫ້ຊື່ປະເທດລາວ ຖືກເອີ້ນປະກາດວ່າເປັນຜູ້ຊະນະໃນງານ ເທດສະການຫັດຖະກຳ ນານາຊາດ ຄັ້ງທີ 3 ຫຼື III International Festival of Handicrafts. ຄັ້ງນີ້ລາວກໍໄດ້ຄວ້າເຖິງສອງລາງວັນນຳກັນຄື ລາງວັນຊະນະເລີດອັນດັບໜຶ່ງຂອງໂລກ ສາຂາ ປັກແສ່ວດິ້ງຄຳ ຂຶ້ນຮັບລາງວັນ Youngest Artisan ແລະ ຄວ້າຮອງອັບດັບໜຶ່ງໃນຮອບ Fashion Show ໃນການສະແດງສິລະປະຫັດຖະກຳຜ້າໄໝ ແລະ ເຄື່ອງປະດັບນານາຊາດ ທີ່ຈັດຂຶ້ນໃນ ເມືອງ ໂຄກັນດ໌ (Kokand) ປະເທດ ອຸເບກິດສະຖານ (Uzbekistan) ໃນວັນທີ 19-21 ກັນຍາ 2025 ທີ່ຜ່ານມາ.

ງານ III International Festival of Handicrafts ມີຊ່າງຫັດຖະກຳ ຈາກຫຼາຍປະເທດທົ່ວໂລກສະໝັກເພື່ອເຂົ້າຮ່ວມງານຫຼາຍເຖິງ 10,000 ຄົນ ຈາກ 100 ກວ່າປະເທດ ແລະ ຖືກຄັດເລືອກເຂົ້າຮອບພຽງ 600 ຄົນເທົ່ານັ້ນ ເຊິ່ງທາງຄະນະກຳມະການໄດ້ຄັດເລືອກຜູ້ຊະນະພຽງ 3 ຄົນ ທີ່ໄດ້ນຳສະເໜີຜົນງານຄວາມໂດດເດັ່ນສິລະປະພື້ນເມືອງການນຸ່ງຖືຂອງແຕ່ລະປະເທດ ແລະ ລວມທັງສີມືເຕັກນິກຄວາມຄິດສ້າງສັນ, ເອກະລັກຂອງຜ້າໄໝ ແລະ ການປັກແສ່ວດ້ວຍເຕັກນິກພິເສດທີ່ມີຄວາມປານີດວິຈິດສິນ.

ຜູ້ຊະນະອັນດັບໜຶ່ງ Winner of the 1st place ກໍແມ່ນຕົວແທນຈາກປະເທດລາວເຮົາຄື ຂຸນພິທັກ ລາຕີສະຫວັດ ສາຂາ ການປັກແສ່ວດິ້ງຄຳ ຈາກຮ້ານ ໝື່ນນາຜ້າໄໝ ໃນລາງວັນຊະນະເລີດອັນດັບໜຶ່ງ Youngest Artisan ຫືຼ ຊ່າງສີມືໄວໜຸ່ມທີ່ເກັ່ງທີ່ສຸດ ພ້ອມທັງເງິນລາງວັນ 5,000 ໂດລາສະຫະລັດ.
ສັນຍາລັກແຫ່ງຄວາມສັກສິດ ພະຍານາກ 15 ຕະກຸນ
ຮອບ Fashion Show ໃນການສະແດງສິລະປະຫັດຖະກຳຜ້າໄໝ ແລະ ເຄື່ອງປະດັບນານາຊາດ ຂຸນພິທັກ ລາຕີສະຫວັດ ໄດ້ນຳສະເໜີຜົນງານການນຸ່ງຖືແບບລາວບູຮານ ແລະ ການອອກແບບລາຍປັກແສ່ວດິ້ງຄຳ ທີ່ໄດ້ແຮງບັນດານໃຈມາຈາກລາຍຂອງພະຍານາກ 15 ຕະກຸນ ທີ່ຢູ່ເທິງໜ້າຈົ່ວຂອງພະລາດຊະວັງ ຫຼວງພະບາງ.
ຂຸນພິທັກ ໄດ້ຈັບເອົາເລື່ອງລາວ ຄວາມເຊື່ອກ່ຽວກັບພະຍານາກ ທີ່ປະຊາຊົນລາວ ໃຫ້ຄວາມເຄົາລົບນັບຖື ແລະ ສັດທາ ມາຕັ້ງແຕ່ຄົນຮຸ່ນເກົ່າທີ່ໄດ້ສືບທອດຮີດຄອງປະເພນີກັນຕໍ່ໆມາ ນຳມາບອກເລົ່າຜ່ານສິລະປະພື້ນເມືອງທັງການອອກແບບຮູບລັກສະນະ, ການປັກແສ່ວ ແລະ ການຍ້ອມສີຜ້າ ໃຫ້ພວກເຮົາ ແລະ ຄົນທົ່ວໂລກໄດ້ເຫັນຜົນງານທີ່ສະລັກຢູ່ຜ້າໄໝແສນງາມນີ້. ເລື່ອງລາວຂອງພະຍານາກ 15 ຕະກຸນ ຍັງຖືເປັນຕຳນານອັນເກົ່າແກ່ຂອງ ເມືອງຊວາ ກ່ອນຍຸກອານາຈັກລາວລ້ານຊ້າງ ທີ່ມີປະຫວັດສາດອັນຍາວນານນັບພັນປີ, ດ້ວຍຄວາມເຄົາລົບ ແລະ ສັດທາ ພ້ອມທັງເຊື່ອວ່າພະຍານາກທັງ 15 ຕະກຸນ ຈະຊ່ວຍດູແລປົກປັກຮັກສາ ເຮັດໃຫ້ບ້ານເມືອງສະຫງົບສຸກ.

ຄົນຮຸ່ນກ່ອນໄດ້ສ້າງງານສິລະປະທີ່ປະສົມປະສານຄວາມສັດທາອອກມາໄດ້ມີຄວາມໝາຍ ແລະ ໂດດເດັ່ນງົດງາມຫຼາຍ ເຊິ່ງພວກເຮົາຈະພົບເຫັນພາບພະຍານາກ 15 ຕະກຸນ ແລະ ລວດລາຍອັນເປັນເອກະລັກຕ່າງໆເຫຼົ່ານີ້ ໄດ້ຢູ່ທີ່ໜ້າຈົ່ວຂອງພະລາດຊະວັງ, ຮູບປັ້ນຕ່າງໆ ລວມທັງວັດວາອາຮາມ, ຂັ້ນໄດ ແລະ ສະຖານທີ່ຕ່າງໃນໆເມືອງຫຼວງພະບາງ.

ພາບຜົນງານທີ່ໄດ້ຮັບລາງວັນຊະນະເລີດ ປັກແສ່ວດິ້ງຄຳ – ພະຍານາກ 15 ຕະກຸນ
ພິດເສດ, ໃນປີນີ້ລາວໄດ້ພັດທະນາຕໍ່ຍອດ ຊຸດລາວ ໂດຍການໄລ່ໂທນສີຂອງຜ້າ ແລະ ການນຳຄິດຕໍ (Swarovski) ເຂົ້າມາປະດັບໃນຜົນງານຂອງລາວ ໂດຍການໃຊ້ເຕັກນິກການປັກແບບ 3 ມິຕິ ແລະ ຍັງມີຊຸດລາວທີ່ໄດ້ພັດທະນາຕໍ່ຍອດຂຶ້ນມາ ໂດຍການຕັ້ງຊື່ວ່າ ລະຢ້າ ເຊິ່ງລາວໄດ້ຮັບແຮງບັນດານໃຈມາຈາກ ແສງສະຫວ່າງ ສະໄຫວອັນນຸ້ມນວນຂອງ ໂຄມໄຟລະຢ້າ ເປັນໂຄມໄຟທີ່ອອກແບບໂດຍນັກອອກແບບ ຊາວເຢຍລະມັນ ທີ່ໄດ້ອອກແບບໃຫ້ພະລາດຊະວັງ ຫຼວງພະບາງ ໃນອະດີດ ແລະ ມີການອອກແບບໃຫ້ເຂົ້າກັບສິລະປະລາວໄດ້ຢ່າງລົງຕົວ. ຊຸດຜົນງານການອອກແບບ (Collection) ຂອງລາວປະກອບມີ 7 ຊຸດ ແລະ ມີຊື່ວ່າ ຄວາມວິຈິດ ອັນເປັນນິລັນ.

ຊຸດໃນຮອບ Fashion Show ໃນການສະແດງສິລະປະຫັດຖະກຳຜ້າໄໝ ແລະ ເຄື່ອງປະດັບນານາຊາດ
ງານນີ້ມີຈຸດປະສົງເພື່ອ ອະນຸລັກ ແລະ ພັດທະນາຮີດຄອງປະເພນີ ອັນເກົ່າແກ່ຂອງສິລະປະພື້ນເມືອງການນຸ່ງຖື, ສົ່ງເສີມການອອກແບບທີ່ເປັນເອກະລັກ ແລະ ສ້າງສັນ,ເພື່ອເສີມສ້າງມິດຕະພາບ ແລະ ການຮ່ວມມືທາງວັດທະນະທຳ, ເນັ້ນໃຫ້ເຫັນເຖິງມໍລະດົກອັນລ້ຳຄ່າ ຂອງຊ່າງສີມືທີ່ສືບທອດກັນມາຫຼາຍຮຸ່ນ. ນອກຈາກນັ້ນ, ງານນີ້ຍັງມີສ່ວນຊ່ວຍ ສົ່ງເສີມທ່າແຮງດ້ານການທ່ອງທ່ຽວ ຂອງພາກພື້ນ ດ້ວຍການສະແດງຄວາມສາມາດ, ຄວາມຄິດສ້າງສັນ ແລະ ສີໄມ້ລາຍມືຂອງຊ່າງສີມືທົ່ວທຸກມຸມໂລກ.
ນອກຈາກລາງວັນຫຼ້າສຸດນີ້ແລ້ວ, ຊ່າງສິນສີມືດີຈາກຫຼວງພະບາງ ຂຸນພິທັກ ລາຕີສະຫວັດ ຄົນນີ້, ເຄີຍສະແດງຄວາມສາມາດໃຫ້ພວກເຮົາໄດ້ເຫັນມາແລ້ວ ໂດຍການນຳຜົນງານຂອງລາວເຂົ້າໄປໂຊໃນພິພິທະພັນລະດັບໂລກໄດ້ເປັນເທື່ອທຳອິດ ເພາະລາວຄວ້າລາງວັນອັນດັບ 3 ໃນການແຂ່ງຂັນ International Gold Embroidery and Jewelry ທີ່ຈັດຂື້ນໃນເມືອງມໍລະດົກໂລກ ບູຄາລາ (Bukhara) ປະເທດ ອຸຊເບກິສຖານ (Uzbekistan) ໃນປີ 2022.

ພາບງານປັກດິ້ງນົກຫັດສະດີລິງທີ່ຄວ້າລາງວັນອັນດັບທີ 3 ໃນປີ 2022
ສຳລັບແຮງບັນດານໃຈທີ່ເຮັດໃຫ້ລາວຊະນະ, ຍ້ອນການນຳສະເໜີຄວາມເປັນລາວ ໂດຍເຜີຍແຜ່ງານປັກດິ້ງແບບດັ່ງເດີມຂອງຫຼວງພະບາງ ເຊິ່ງເປັນຜົນງານການປັກດິ້ງຄໍເສື້ອທີ່ອອກແບບເອງໂດຍທີ່ບໍ່ຊໍ້າໃຜ ແລະ ອີກຜືນໜຶ່ງແມ່ນລວດລາຍທີ່ສາມາດນໍາໄປໃຊ້ໃນຊີວິດປະຈຳວັນໄດ້ ໂດຍໄດ້ຮັບ ແຮງບັນດານໃຈຈາກນົກຫັດສະດີລິງ ເຊິ່ງເປັນລາຊານົກໃນວັນນະຄະດີ ທີ່ອາໄສຢູ່ປ່າຫິມະພານ.
ນົກຫັດສະດີລິງ ສາມາດບິນໄປເທິງສວງສະຫວັນໄດ້, ມີຄວາມແຮງກ້າທີ່ສາມາດບິນຜ່ານໂລກຜ່ານຈັກກະວານ ນີ້ຈຶ່ງເປັນເຫດຜົນທີ່ໃນຕອນນັ້ນລາວເລືອກລາຍນີ້ມາໃສ່ຜືນຜ້າໃນການປັກດິ້ງ ເພາະເປັນສັດທີ່ມັກ ແລະ ເປັນຕົວແທນຂອງລາວ ທີ່ຢາກສ້າງຜົນງານໃຫ້ບິນຂຶ້ນໄປຈຸດທີ່ສູງທີ່ສຸດ ແລະ ໄປໄດ້ໄກທີ່ສຸດດັ່ງກັບນົກຫັດສະດີລິງນີ້ ເຊິ່ງໃນລວດລາຍແມ່ນຈະໄດ້ແອບແຝງຈາກລາຍເສົາວັດຊຽງທອງ, ລາຍແຫຼ່ງທ່ອງທ່ຽວ ແລະ ວັດທະນະທຳຮີດຄອງປະເພນີທີ່ໄດ້ຮວບຮວມຢູ່ໃນງານທັງ 2 ຜືນ.