ໜ້າຫຼັກ Muan.la - ສາລະບັນເທີງ Muan Scoop ຮູ້ຈັກ ພໍ່ຄູ ຂວັນໃຈສາວວາຍ: ເລື່ອງລາວຂອງ ເກັ່ງ – ຫະຣິດ ບົວຍ້ອຍ ກັບບົດບາດທີ່ເຮັດໃຫ້ຊີຣີສ໌ວາຍບໍ່ຄືເກົ່າ
Muan Scoop

ຮູ້ຈັກ ພໍ່ຄູ ຂວັນໃຈສາວວາຍ: ເລື່ອງລາວຂອງ ເກັ່ງ – ຫະຣິດ ບົວຍ້ອຍ ກັບບົດບາດທີ່ເຮັດໃຫ້ຊີຣີສ໌ວາຍບໍ່ຄືເກົ່າ

ພໍ່ຄູພະຣັນ ບົດບາດທີ່ເຮັດໃຫ້ ເກັ່ງ ຫະຣິດ ກາຍເປັນຂວັນໃຈສາວວາຍ ໃນຊີຣີສ໌ໄທສະໄຕລ໌ສະຫຍອງຂວັນ.

ແບ່ງປັນ

ຊ່ວງນີ້ ເລື່ອນໄປທາງໃດກໍເຫັນແຕ່ຄົນກ່າວເຖິງ “ພໍ່ຄູ” ກັນເຕັມຟີດໂຊຊຽວ. ພໍ່ຄູຄົນນີ້ບໍ່ແມ່ນໃຜ ແຕ່ເປັນ ພະຣັນ ຈາກຊີຣີສ໌ໄທ “ເຂມຈິຣາຕ້ອງລອດ” ທີ່ຮັບບົດໂດຍ ເກັ່ງ – ຫະຣິດ ບົວຍ້ອຍ ນັກສະແດງໜຸ່ມເຈົ້າບົດບາດທີ່ກຳລັງເປັນກະແສຈາກຊີຣີສ໌ດັ່ງກ່າວໃນຕອນນີ້.

ໃນຊີຣີສ໌ເລື່ອງນີ້ ເກັ່ງ – ຫະຣິດ ບົວຍ້ອຍ ຮັບບົດເປັນພໍ່ຄູພະຣັນ ຜູ້ທີ່ມີເວດມົນໄສຂາວອາຄົມແກ່ກ້າ ທີ່ຕ້ອງໄດ້ມາຊ່ວຍເຫຼືອ ເຂມຈິຣາ (ຮັບບົດໂດຍ ນໍ້າປິງ – ນະພັດສະກອນ ປິງເມືອງ) ຜູ້ຖືກຄຳສາບປະຈຳຕະກຸນ ຫາກເກີດເປັນຜູ້ຍິງຈະຕ້ອງພັດພາກຈາກຄົນຮັກ ແຕ່ຖ້າເກີດເປັນຜູ້ຊາຍຈະຕ້ອງເສຍຊີວິດກ່ອນອາຍຸ 21 ປີ ແມ່ຂອງລາວເລີຍຕ້ອງແກ້ເຄັດໂດຍການຕັ້ງຊື່ຜູ້ຍິງໃຫ້ກັບລູກຊາຍ.

ຊີຣີສ໌ເລື່ອງນີ້ຖືກກ່າວເຖິງເປັນວົງກວ້າງຕັ້ງແຕ່ຍັງບໍ່ທັນສາຍ ຈາກຄວາມສຳເລັດໃນເວີຊັນນິຍາຍທີ່ມີແຟນຄລັບຫຼາຍຢູ່ແລ້ວ ແລະ ເມື່ອມາໄດ້ທັງ ເກັ່ງ ແລະ ນໍ້າປິງ ມາເປັນນັກສະແດງນຳ ກໍຍິ່ງໄດ້ຖານແຟນຄລັບທີ່ເພີ່ມຂຶ້ນອີກ ແລະ ດ້ວຍເນື້ອຫາທີ່ແປກໃໝ່ ເປັນຊີຣີສ໌ວາຍສະໄຕລ໌ສະຫຍອງຂວັນ ພ້ອມທັງສອດແຊກຄວາມເຊື່ອແບບພື້ນບ້ານເຂົ້າໄປນຳ ຍິ່ງສ້າງມິຕິທີ່ແປກໃໝ່ຂຶ້ນໄປຕື່ມ.

ສຳລັບ ເກັ່ງ ເອງ, ນີ້ບໍ່ແມ່ນຜົນງານທຳອິດທີ່ສ້າງຊື່ສຽງໃຫ້ກັບລາວ ເພາະເມື່ອປີທີ່ຜ່ານມາ ລາວກໍໄດ້ຝາກຜົນງານທີ່ຈໍໃຫຍ່ທີ່ຫຼາຍຄົນຈື່ຈຳ ແລະ ເປັນທີ່ຮັກຂອງຜູ້ເບິ່ງ ນັ້ນກໍຄືຮູບເງົາເລື່ອງ “ວິມານໜາມ” ຈາກຄ້າຍ GDH.

ເກັ່ງ ຈົບການສຶກສາສາຂາວິຊາການສຶກສາ ຂະແໜງວິຊາພາສາໄທ ຈາກວິທະຍາໄລການສຶກສາ ມະຫາວິທະຍາໄລພະເຍົາ. ລາວເລີ່ມເປັນທີ່ຮູ້ຈັກຈາກຄລິບທີ່ເປັນກະແສໃນຂະນະທີ່ກຳລັງເຮັດໜ້າທີ່ເປັນຄູຝຶກສອນ ຈົນເຮັດໃຫ້ມີຜູ້ຕິດຕາມເປັນຈຳນວນຫຼາຍ. ດ້ວຍຮູບຮ່າງໜ້າຕາ ແລະ ບຸກຄະລິກກະພາບ, ລາວມີຕຳແໜ່ງເປັນເດືອນມະຫາວິທະຍາໄລພະເຍົາ ປະຈຳປີ 2018 ແລະ ຍັງເຄີຍຮັບຕຳແໜ່ງລາງວັນຮອງຊະນະເລີດອັນດັບ 2 ຈາກການປະກວດ Chinese Chiangmai 2021 ອີກດ້ວຍ.

ອ່ານຕື່ມ:  ເຂັມຈິຣາຕ້ອງລອດ: ຊີຣີສ໌ທີ່ຫຼອນໄດ້ໃຈ ເນື້ອຫາສຸດເຂັ້ມຂຸ້ນທີ່ມາພ້ອມກັບຄວາມເລິກລັບ

ວິມານໜາມ ຮູບເງົາທີ່ ເກັ່ງ ເຮັດໃຫ້ບົດ ຈິ່ງນະ ມີຊີວິດຂຶ້ນມາ

ສຳລັບບົດບາດຫຼ້າສຸດໃນຮູບເງົາເລື່ອງ ວິມານໜາມ, ເກັ່ງຮັບບົດເປັນ ຈິ່ງນະ ເຊິ່ງນີ້ເປັນບົດບາດທີ່ທ້າທາຍຄວາມສາມາດໃນການສະແດງຫຼາຍ ເພາະເປັນຄັ້ງທຳອິດທີ່ສະແດງຮູບເງົາ ດ້ວຍການຖ່າຍທອດຕົວລະຄອນທີ່ເປັນຄົນສູ້ຊີວິດ ນັບວ່າເປັນໂຈດທີ່ຍາກທີ່ລາວຕ້ອງພິສູດສີມືໃຫ້ໄດ້. ແຕ່ເນື່ອງຈາກບົດບາດທີ່ໄດ້ຮັບໃກ້ຄຽງກັບຊີວິດຈິງ ເລີຍຊ່ວຍໃຫ້ລາວອິນຫຼາຍຍິ່ງຂຶ້ນໃນການສົ່ງບົດບາດນີ້ອອກສູ່ໜ້າຈໍ.

ເກັ່ງ ໄດ້ໃຫ້ສຳພາດກັບ mgronline ວ່າ ວິມານໜາມ ເປັນຮູບເງົາເລື່ອງທຳອິດທີ່ລາວໄດ້ຮຽນຮູ້ໃນສາດການສະແດງ ເຊິ່ງໃນເລື່ອງນີ້ລາວຮັບບົດເປັນຊາວໄທໃຫຍ່ ມີບຸກຄະລິກນິ່ງໆງຽບໆ ບໍ່ມີເປົ້າໝາຍໃນຊີວິດ. ແຕ່ພໍໄດ້ມາພົບກັບ ທອງຄຳ (ຮັບບົດໂດຍ ເຈຟ ຊາເຕີ) ກໍດັນໄປຕົກຫຼຸມຮັກແບບບໍ່ຮູ້ໂຕ ເລີຍເຮັດໃຫ້ມີຄວາມຫວັງໃນການໃຊ້ຊີວິດຫຼາຍຂຶ້ນ. ເອີ້ນວ່າເປັນຄວາມຮັກທີ່ບໍ່ມີຄຳນິຍາມ ແລະ ອະທິບາຍບໍ່ໄດ້ ແຕ່ຮູ້ສຶກວ່າຕົນເອງຕ້ອງມີຊີວິດຕໍ່ສູ້ເພື່ອຄົນໆນັ້ນ ເພາະເຫັນວ່າເຫັນໃຈ ແລະ ສົງສານ ທອງຄຳ ທີ່ຕ້ອງມາພົບກັບຄວາມອະຍຸຕິທຳຈາກການທີ່ບໍ່ມີກົດໝາຍຮອງຮັບໃນເລື່ອງຂອງການສົມລົດເທົ່າທຽມ ເຊິ່ງກວມເອົາຮອດເລື່ອງຂອງການຄອບຄອງຊັບສິນ.

ບົດບາດນີ້ຖືວ່າເປັນບົດທີ່ໜັກພໍສົມຄວນ ລາວຈຶ່ງໄດ້ໄປຮຽນການສະແດງ ແລະ ຝຶກອົບຮົມເພີ່ມເຕີມຢ່າງໜັກ ເພື່ອຮຽນຮູ້ການເປັນຊາວສວນທຸລຽນ. ແຕ່ໂຊກດີທີ່ວ່າ ເກັ່ງ ເປັນຄົນພາກເໜືອຂອງໄທ ແລະ ຄອບຄົວກໍເຮັດສວນ ຈຶ່ງເຂົ້າໃຈວັດທະນະທຳ ແລະ ວິຖີຊີວິດຄວາມເປັນຢູ່ຂອງຄົນພາກເໜືອໄທ. ພ້ອມນັ້ນ ລາວຍັງມີສ່ວນໃນການຊ່ວຍອອກແບບຕົວລະຄອນນີ້ນຳ ເຮັດໃຫ້ລາວມີຄວາມເຂົ້າໃຈ ແລະ ຖ່າຍທອດຄວາມເປັນ ຈິ່ງນະ ອອກມາໄດ້ຢ່າງເປັນທຳມະຊາດ ຄືກັບຕົວລະຄອນນີ້ມີຊີວິດຢູ່ແທ້ໆ ຈົນກາຍເປັນທີ່ຮັກຂອງຜູ້ເບິ່ງ.

“ຄອບຄົວ” ຄືຈຸດປ່ຽນໃຫ້ ເກັ່ງ ຫັນໜ້າເຂົ້າຫາການສະແດງ

ຈາກການທີ່ ເກັ່ງເປັນຄົນທີ່ມັກການສອນ ຫຼັງຈາກຈົບ ມ. 6 ຈຶ່ງເລືອກເຂົ້າສຶກສາຕໍ່ໃນສາຂາສຶກສາສາດ ມະຫາວິທະຍາໄລພະເຍົາ ແລະ ມີໂອກາດໄດ້ເປັນຄູຝຶກສອນປະມານໜຶ່ງປີ ເຊິ່ງລາວໃຫ້ສຳພາດກັບ THEMOMENTUM ໄວ້ວ່າ ເປັນຊ່ວງທີ່ລາວມີຄວາມສຸກກັບການສອນຫຼາຍ.

ອ່ານຕື່ມ:  ຮ່ວມແກ້ໄຂປິດສະໜາຜ່ານຄວາມງາມຂອງດອກໄມ້ ແລະ ຄວາມມືດມິດໃນໃຈມະນຸດ ຊີຣີສ໌ແນວສືບສວນເລິກລັບ Dalah Death and the Flowers

ແຕ່ຫຼັງຈາກນັ້ນລາວກໍໄດ້ລອງທີ່ຈະເຂົ້າສູ່ວົງການດ້ວຍການເຂົ້າປະກວດເດືອນມະຫາວິທະຍາໄລ ແລ້ວກໍໄດ້ເຂົ້າແຄສຕິງສະແດງໜັງຢູ່ຊຽງໃໝ່ ແລ້ວກໍມາເສັ້ນທາງນີ້ເລື້ອຍໆຈົນໄດ້ເຂົ້າໄປສູ່ກຸງເທບ ແຕ່ສຸດທ້າຍກໍບໍ່ໄດ້ໄປຕໍ່ແບບຈິງໆຈັງໆ. ລາວບອກວ່າ ຄວາມຄິດຕອນນັ້ນແມ່ນບໍ່ໄດ້ຄິດຈະຢຶດກັບອາຊີບນີ້ ພຽງແຕ່ຄິດວ່າມັນເປັນໂອກາດທີ່ຈະຊ່ວຍຄອບຄົວໄດ້ ບໍ່ຕ້ອງເພີ່ມພາລະໃຫ້ກັບຄອບຄົວ ເຂົ້າຮຽນໄດ້ໂດຍບໍ່ຕ້ອງຂໍເງິນທາງບ້ານ.

ຈົນໃກ້ຈະຈົບປີ 4, ທາງ ດູມັນດິ DoMunDi ໄດ້ຕິດຕໍ່ມາໃຫ້ໄປລອງແຄສຕິງ ລາວຈຶ່ງຕັດສິນໃຈລອງເຂົ້າມາອີກຄັ້ງ ແລະ ປະຈວບເໝາະກັບໂປຣເຈັກວິມານໜາມ ແລະ ລາວກໍໄດ້ບົດ ຈິ່ງນະ ມາ.

ລາວເລົ່າວ່າ ບົດຂອງຈິ່ງນະ ໄດ້ເຮັດໃຫ້ລາວປ່ຽນມຸມມອງ ກາຍເປັນຄົນທີ່ຄິດບວກຫຼາຍຂຶ້ນ ພ້ອມຮັບທຸກໂອກາດທີ່ເຂົ້າມາ ພ້ອມທີ່ຈະຮຽນຮູ້ທຸກຢ່າງ ແລະ ອີກສິ່ງໜຶ່ງແມ່ນຄອບຄົວ ທີ່ເຮັດໃຫ້ລາວແນມເຫັນແສງສະຫວ່າງໃນຄວາມມືດ ຮູ້ວ່າໂຕເອງຕ້ອງພຸ່ງເຂົ້າຫາຈຸດນັ້ນຢ່າງດຽວເລີຍ ເຖິງວ່າຈະບໍ່ຮູ້ວ່າລະຫວ່າງທາງຈະເຈິກັບຫຍັງ ແຕ່ປາຍທາງລາວຮູ້ວ່າ ຖ້າເຮັດໄດ້ ຄອບຄົວກໍຈະສະບາຍ.

ຖ້າຈະເວົ້າໄປແລ້ວ, ຄອບຄົວຂອງ ເກັ່ງ ເອງ ກໍມີຄວາມຄິດຄືກັບຫຼາຍໆຄອບຄົວທີ່ຢາກໃຫ້ລູກມີອາຊີບເປັນພະນັກງານລັດ ລາວບອກວ່າ ທຳອິດຄອບຄົວກໍຄັດຄ້ານທີ່ລາວກ້າວຂາເຂົ້າສູ່ວົງການສະແດງ ເພາະຢ້ານມັນບໍ່ໝັ້ນຄົງ ແຕ່ລາວກໍບອກວ່າ ຢາກລອງອອກຈາກກອບ ຢາກລອງເຮັດສິ່ງໃໝ່ໆທີ່ທ້າທາຍເບິ່ງ ແລະ ທ້າຍທີ່ສຸດຄວາມພະຍາຍາມຂອງລາວກໍໄດ້ຕອບແທນລາວຄືກັບທຸກຄົນເຫັນ.

ເກັ່ງ ໃນມື້ນີ້ ກັບບົດໝໍທຳຂວັນໃຈຜູ້ເບິ່ງໃນ ເຂມຈິຣາຕ້ອງລອດ

ຄວາມຈິງແລ້ວ ຊີຣີສ໌ເລື່ອງ ເຂມຈິຣາຕ້ອງລອດ ເປັນໂປຣເຈັກທີ່ເກີດຂຶ້ນໄລ່ເລ່ຍກັບຮູບເງົາ ວິມານໜາມ ແຕ່ຫາກໍໄດ້ອອນແອໄປເມື່ອບໍ່ດົນມານີ້. ໃນຄັ້ງນີ້ ບົດບາດພໍ່ຄູພະຣັນ ຂອງ ເກັ່ງ ກໍຖືກກ່າວເຖິງອີກຄັ້ງ ເພາະເປັນບົດທີ່ແປກໃໝ່ ເປັນການນຳສະເໜີ ໝໍທຳ ໃນແບບທີ່ທັນສະໄໝ, ຍັງເປັນໜຸ່ມ ແລະ ມີບຸກຄະລິກທີ່ດີ.

ເກັ່ງ ສາມາດສົ່ງບົດບາດສະແດງຄາແຣັກເຕີຂອງ ພໍ່ຄູພະຣັນ ອອດມາໄດ້ດີ ເປັນຕົວລະຄອນທີ່ເລິກລັບ, ເຄັ່ງຂຶມ ແລະ ມີມິຕິທາງອາລົມສູງ, ມີການສົ່ງອາລົມຜ່ານແວວຕາ ແລະ ໃບໜ້າດ ມີພາສາກາຍທີ່ສື່ອາລົມອອກມາໄດ້ເປັນຢ່າງດີ ບວກກັບກະແສຂອງຄູ່ຈິ້ນກັບ ນໍ້າປິງ ກໍຍິ່ງເຮັດໃຫ້ຊີຣີສ໌ເລື່ອງນີ້ດັງຂຶ້ນໄປຕື່ມ.

ອ່ານຕື່ມ:  ເພງຮິດຂ້າມເວລາທີ່ບໍ່ເຄີຍເກົ່າ

ໃນຕອນນີ້ ຊີຣີສ໌ເລື່ອງ ເຂມຈິຣາຕ້ອງລອດ ກໍກຳລັງອອນແອຢູ່, ໃຜທີ່ຢາກຕິດຕາມ ກໍສາມາດຮັບຊົມໄດ້ທາງຊ່ອງ One31 ທຸກໆວັນເສົາເວລາ 21:30 ໂມງ ແລະ ເວີຊັນ Uncut ທາງ IQIYI ເວລາ 22:30 ໂມງ.

ເສັ້ນທາງການສະແດງຂອງ ເກັ່ງ ຫະຣິດ ຫາກໍເລີ່ມຕົ້ນຂຶ້ນ ກໍຕ້ອງມາຕິດຕາມນຳກັນວ່າ ໃນອະນາຄົດເຮົາຈະເຫັນຫຍັງໃໝ່ໆຈາກໜຸ່ມຄົນນີ້ອີກ.

ພາບຈາກ: Instagram @harit_keng

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
Muan Watch - ມ່ວນຊວນເບິ່ງ

ເຂັມຈິຣາຕ້ອງລອດ: ຊີຣີສ໌ທີ່ຫຼອນໄດ້ໃຈ ເນື້ອຫາສຸດເຂັ້ມຂຸ້ນທີ່ມາພ້ອມກັບຄວາມເລິກລັບ

ເຂັມຈິຣາຕ້ອງລອດ (เขมจิราต้องรอด khemjira the series) ແມ່ນນິຍາຍທີ່ເຄີຍສ້າງປາກົດການທີ່ມີຍອດຜູ້ອ່ານຫຼາຍເຖິງ 10 ລ້ານຄັ້ງໃນແອັບອ່ານນິຍາຍອອນລາຍ ແລະ ຕິດອັນດັບ Best Seller...

Muan Watch - ມ່ວນຊວນເບິ່ງ

ຮ່ວມແກ້ໄຂປິດສະໜາຜ່ານຄວາມງາມຂອງດອກໄມ້ ແລະ ຄວາມມືດມິດໃນໃຈມະນຸດ ຊີຣີສ໌ແນວສືບສວນເລິກລັບ Dalah Death and the Flowers

ມີການສະປອຍເລື່ອງລາວຂອງຊີຣີສ໌ໃນບາງສ່ວນ ແລະ ເລື່ອງນີ້ມີຄວາມໜ້າສົນໃຈຫຼາຍກາລັນຕີຜົນງານການສະແດງຂອງນັກສະແດງເຊັ່ນ: ຍາຍ່າ, ແພັດ ຊະຍານິດ, ນະ ນະພັດ, ຣິວ ວະຊິຣະວິດ, ການຖ່າຍທຳທີ່ມີ Mood...

Muan Scoop

ພາຮູ້ຈັກ ‘ເກັ່ງ ຫະຣິດ’ ໜຸ່ມໄທຜູ້ແຈ້ງເກີດຈາກຮູບເງົາສຸດເດືອດ ວິມານໜາມ

ເກັ່ງ – ຫະຣິດ ບົວຍ້ອຍ ນາຍແບບ-ນັກສະແດງໜຸ່ມໜ້າໃໝ່ຂອງໄທ ທີ່ໜ້າຈັບຕາ ແຈ້ງເກີດຈາກຜົນງານຮູບເງົາຈາກຄ້າຍ GDH ເລື່ອງ ວິມານໜາມ ກັບບົດບາດສຸດເຂັ້ມຂຸ້ນໃນບົດຂອງ ຈິ່ງນະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.