ໜ້າຫຼັກ Muan.la - ສາລະບັນເທີງ Muan Scoop ພາຮູ້ຈັກ ‘ເກັ່ງ ຫະຣິດ’ ໜຸ່ມໄທຜູ້ແຈ້ງເກີດຈາກຮູບເງົາສຸດເດືອດ ວິມານໜາມ
Muan Scoop

ພາຮູ້ຈັກ ‘ເກັ່ງ ຫະຣິດ’ ໜຸ່ມໄທຜູ້ແຈ້ງເກີດຈາກຮູບເງົາສຸດເດືອດ ວິມານໜາມ

ແບ່ງປັນ

ເກັ່ງ – ຫະຣິດ ບົວຍ້ອຍ ນາຍແບບ-ນັກສະແດງໜຸ່ມໜ້າໃໝ່ຂອງໄທ ທີ່ໜ້າຈັບຕາ ແຈ້ງເກີດຈາກຜົນງານຮູບເງົາຈາກຄ້າຍ GDH ເລື່ອງ ວິມານໜາມ ກັບບົດບາດສຸດເຂັ້ມຂຸ້ນໃນບົດຂອງ ຈິ່ງນະ ຈົນກາຍມາເປັນທີ່ເວົ້າເຖິງໃນໂລກອອນລາຍ.

ນັກສະແດງຄົນນີ້ແມ່ນໃຜ, Muan ຈະພາທຸກຄົນໄປຮູ້ຈັກພ້ອມກັນ.

ເກັ່ງ ຈົບການສຶກສາສາຂາວິຊາການສຶກສາ ຂະແໜງວິຊາພາສາໄທ ຈາກວິທະຍາໄລການສຶກສາ ມະຫາວິທະຍາໄລພະເຍົາ. ລາວເລີ່ມເປັນທີ່ຮູ້ຈັກຈາກຄລິບທີ່ເປັນກະແສໃນຂະນະທີ່ກຳລັງເຮັດໜ້າທີ່ເປັນຄູຝຶກສອນ ຈົນເຮັດໃຫ້ມີຜູ້ຕິດຕາມເປັນຈຳນວນຫຼາຍ. ດ້ວຍຮູບຮ່າງໜ້າຕາ ແລະ ບຸກຄະລິກກະພາບ, ລາວມີຕຳແໜ່ງເປັນເດືອນມະຫາວິທະຍາໄລພະເຍົາ ປະຈຳປີ 2018 ແລະ ຍັງເຄີຍຮັບຕຳແໜ່ງລາງວັນຮອງຊະນະເລີດອັນດັບ 2 ຈາກການປະກວດ Chinese Chiangmai 2021 ອີກດ້ວຍ.

ສຳລັບຜົນງານໃນວົງການບັນເທີງ, ເກັ່ງເລີ່ມມີຜົນງານຈາກການຖ່າຍແບບຫຼາຍຄັ້ງ ເຊິ່ງຫຼ້າສຸດຍັງໄດ້ຮັບບົດນຳໃນຊີຣີສ໌ ເຂມຈິຣາ ຕ້ອງລອດ Khemjira the Series ຈາກສັງກັດ mandee Work ເຊິ່ງເປັນການເປີດໂຕໃນຖານະນັກສະແດງຢ່າງເຕັມຮູບແບບຂອງລາວ ທີ່ແຟນໆຫຼາຍຄົນລໍຖ້າຮັບຊົມ.

ສຳລັບບົດບາດຫຼ້າສຸດໃນຮູບເງົາເລື່ອງ ວິມານໜາມ, ເກັ່ງຮັບບົດເປັນ ຈິ່ງນະ ເຊິ່ງນີ້ເປັນບົດບາດທີ່ທ້າທາຍຄວາມສາມາດໃນການສະແດງຫຼາຍ ເພາະເປັນຄັ້ງທຳອິດທີ່ສະແດງຮູບເງົາ ດ້ວຍການຖ່າຍທອດຕົວລະຄອນທີ່ເປັນຄົນສູ້ຊີວິດ ນັບວ່າເປັນໂຈດທີ່ຍາກທີ່ຜູ້ກ່ຽວຕ້ອງພິສູດສີມືໃຫ້ໄດ້. ແຕ່ເນື່ອງຈາກບົດບາດທີ່ໄດ້ຮັບໃກ້ຄຽງກັບຊີວິດຈິງ ເລີຍຊ່ວຍໃຫ້ອິນຫຼາຍຍິ່ງຂຶ້ນ ພ້ອມຮັບປະກັນເນື້ອຫາທີ່ເຂັ້ມຂຸ້ນ, ມ່ວນ, ຄາດເດົາບໍ່ໄດ້ ແລະ ຍັງສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງກົດໝາຍສົມລົດເທົ່າທຽມອີກດ້ວຍ.

ເກັ່ງໄດ້ໃຫ້ສຳພາດກັບ mgronline ວ່າ ນີ້ເປັນຮູບເງົາເລື່ອງທຳອິດທີ່ລາວໄດ້ຮຽນຮູ້ໃນສາດການສະແດງ ເຊິ່ງໃນເລື່ອງນີ້ລາວຮັບບົດເປັນຊາວໄທໃຫຍ່ ມີບຸກຄະລິກນິ່ງໆງຽບໆ ບໍ່ມີເປົ້າໝາຍໃນຊີວິດ ແຕ່ພໍໄດ້ມາພົບກັບ ທອງຄຳ ກໍດັນໄປຕົກຫຼຸມຮັກແບບບໍ່ຮູ້ໂຕ ເລີຍເຮັດໃຫ້ມີຄວາມຫວັງໃນການໃຊ້ຊີວິດຫຼາຍຂຶ້ນ ເອີ້ນວ່າເປັນຄວາມຮັກທີ່ບໍ່ມີຄຳນິຍາມ ແລະ ອະທິບາຍບໍ່ໄດ້ ແຕ່ຮູ້ສຶກວ່າຕົນເອງຕ້ອງມີຊີວິດຕໍ່ສູ້ເພື່ອຄົນໆນັ້ນ ເພາະເຫັນວ່າເຫັນໃຈ ແລະ ສົງສານ ທອງຄຳ ທີ່ຕ້ອງມາພົບກັບຄວາມອະຍຸຕິທຳຈາກການທີ່ບໍ່ມີກົດໝາຍຮອງຮັບໃນເລື່ອງຂອງການສົມລົດເທົ່າທຽມ ເຊິ່ງກວມເອົາຮອດເລື່ອງຂອງການຄອບຄອງຊັບສິນ.

ບົດບາດນີ້ຖືວ່າເປັນບົດທີ່ໜັກພໍສົມຄວນ ລາວຈຶ່ງໄດ້ໄປຮຽນການສະແດງ ແລະ ຝຶກອົບຮົມເພີ່ມເຕີມຢ່າງໜັກ ເພື່ອຮຽນຮູ້ການເປັນຊາວສວນທຸລຽນ. ແຕ່ໂຊກດີທີ່ວ່າ ເກັ່ງ ເປັນຄົນພາກເໜືອຂອງໄທ ແລະ ຄອບຄົວກໍເຮັດສວນ ຈຶ່ງເຂົ້າໃຈວັດທະນະທຳ ແລະ ວິຖີຊີວິດຄວາມເປັນຢູ່ຂອງຄົນພາກເໜືອໄທ.

ອ່ານຕື່ມ:  ຈາກຊີວິດທີ່ຍາກລຳບາກ ສູ່ການສະແດງປິດ OLYMPICS VANNDA ແຣັບເປີ້ສຸດເທ້ຈາກກຳປູເຈຍ

ໃຜທີ່ຢາກສຳຜັດກັບບົດບາດການສະແດງຂອງນັກສະແດງຄົນນີ້ ກໍລໍຖ້າເບິ່ງ ວິມານໜາມ ພ້ອມກັນໃນໂຮງຮູບເງົາລາວ ໃນວັນທີ 3 ຕຸລາ 2024 ນີ້.

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
Muan Scoop

ຮູ້ຈັກ ພໍ່ຄູ ຂວັນໃຈສາວວາຍ: ເລື່ອງລາວຂອງ ເກັ່ງ – ຫະຣິດ ບົວຍ້ອຍ ກັບບົດບາດທີ່ເຮັດໃຫ້ຊີຣີສ໌ວາຍບໍ່ຄືເກົ່າ

ພໍ່ຄູພະຣັນ ບົດບາດທີ່ເຮັດໃຫ້ ເກັ່ງ ຫະຣິດ ກາຍເປັນຂວັນໃຈສາວວາຍ ໃນຊີຣີສ໌ໄທສະໄຕລ໌ສະຫຍອງຂວັນ.

Muan Watch - ມ່ວນຊວນເບິ່ງ

ເຂົາຢູ່ກັບເຮົາ = ເຂົາຮັກເຮົາ? ຣີວິວ “ວິມານໜາມ” ກັບປະເດັນການຕໍ່ສູ້ຍາດຊີງ “ຄວາມຮັກ”

ມາຮອບເດິກອີກແລ້ວກັບຣີວິວໜັງຫຼັງເບິ່ງຈົບ. ຍອມຮັບວ່າໄດ້ເບິ່ງ ວິມານໜາມ ແບບໂຄ້ງສຸດທ້າຍອີ່ຫຼີ ຫຼາຍໆຄົນຄືຊິໄດ້ໄປເບິ່ງກັນມາໝົດແລ້ວ. ແຕ່ກໍຄືເກົ່າ ຂໍມາເລົ່າສູ່ທຸກຄົນຟັງ ແລະ ສາມາດແລກປ່ຽນມຸມມອງກັນໄດ້ກ່ຽວກັບເລື່ອງລາວທີ່ເກີດຂຶ້ນໃນເລື່ອງນີ້. ວິມານໜາມ ຜົນງານການກຳກັບຂອງ ບອສ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.