ເປັນຫຍັງໃຜໆກໍຫຼົງຮັກ “ຄະນະຂວັນໃຈ” ພາໄປເປີດໂລກວົງ Folk-Rock ຂວັນໃຈໄວລຸ້ນອິນດີ້

Highlights
- ຄະນະຂວັນໃຈ ວົງດົນຕີ Indie Folk-Rock ຍອດຮິດສັນຊາດໄທ ທີ່ມີຊື່ສຽງໂດ່ງດັງໃນລາວ ແລະ ໄທ, ພວກເຂົາມີເພງທີ່ເຮັດໃຫ້ເປັນທີ່ຮູ້ຈັກຄື “ໜ້າຮັກຊຸບແປ້ງທອດ, ນາງສາວຂວັນໃຈ ແລະ ແມ່ເສືອສາວ”.
- ພວກເຂົາມີເອກະລັກທີ່ໂດດເດັ່ນດ້ວຍແນວດົນຕີຟັງສະບາຍ ໃຫ້ກິ່ນອາຍແບບບ້ານໆ ແລະ ການໃຊ້ພາສາທີ່ເຂົ້າໃຈງ່າຍ ຈົນກາຍເປັນ “ພື້ນທີ່ປອດໄພ” ໃຫ້ກັບຄົນຟັງ.
- ເພງສ່ວນໃຫຍ່ເລົ່າເຖິງຄວາມຮັກ ແລະ ຊີວິດທຳມະດາທີ່ອົບອຸ່ນ ເຮັດໃຫ້ຫຼາຍຄົນຢາກໄປສຳຜັດບັນຍາກາດການຮ້ອງສົດ ເຊິ່ງ ຄະນະຂວັນໃຈ ກຳລັງຈະມີງານຄອນເສີດໃນວັນທີ 5 ມີນາ 2026 ນີ້.
ຄະນະຂວັນໃຈ (คณะขวัญใจ) ຊື່ນີ້ຫຼາຍຄົນຄົງຈະຮູ້ສຶກຄຸ້ນຫູກັນຫຼາຍ ເພາະອາດຈະເຄີຍໄດ້ຍິນຜ່ານງານຄອນເສີດຫຼາຍແຫ່ງທີ່ຈັດຢູ່ລາວ ແລະ ແຜ່ນສຽງຂອງວົງນີ້ກໍເປັນທີ່ນິຍົມຫຼາຍຢູ່ແພລັດຟອມຕິກຕອກ ທີ່ຄົນມັກນຳມາຫຼິ້ນໃນວິດີໂອສັ້ນ ແລະ ຍັງມີເພງທີ່ເຮັດໃຫ້ເປັນທີ່ຮູ້ຈັກຄື ໜ້າຮັກຊຸບແປ້ງທອດ (น่ารักชุบแป้งทอด), ນາງສາວຂວັນໃຈ (นางสาวขวัญใจ) ແລະ ແມ່ເສືອສາວ (แม่เสือสาว).
ມ່ວນຊວນຟັງ ຈຶ່ງຢາກແນະນຳໃຫ້ທຸກຄົນມາທຳຄວາມຮູ້ຈັກກັນຫຼາຍຂຶ້ນກັບ ຄະນະຂວັນໃຈ ວົງ Indie Folk-Rock ສັນຊາດໄທ ທີ່ມີເພງຮິດຫຼາຍເພງ ແລະ ພວກເຂົາກໍໄດ້ຄອງໃຈໄວຮຸ່ນສາຍຊິວທັງໃນປະເທດລາວ-ໄທ ໃນຕອນນີ້.
ສະເໜ່ທີ່ເຮັດໃຫ້ຄົນຫຼົງຮັກວົງ ຄະນະຂວັນໃຈ
ແລ້ວເປັນຫຍັງໃຜໆທີ່ໄດ້ລອງຟັງເພງຂອງພວກເຂົາ ກໍຕ້ອງຮູ້ສຶກຫຼົງຮັກຄະນະຂວັນໃຈລະ? ນີ້ແມ່ນຄຳຖາມທີ່ຄົນຟັງສາມາດຕອບໄດ້ງ່າຍໆເລີຍຄື ຍ້ອນພວກເຂົານັ້ນມີແນວເພງທີ່ມີເອກະລັກທີ່ໃຫ້ກິ່ນອາຍແບບບ້ານໆ ແຖມຍັງໂດດເດັ່ນດ້ວຍແນວດົນຕີສະບາຍໆ ແລະ ການໃຊ້ພາສາທີ່ເຂົ້າໃຈງ່າຍ-ຈິງໃຈ ໃນເພງໃຫ້ມີຄວາມລຽບງ່າຍເຮັດໃຫ້ພວກເຂົາມີສະເໜ່ຫຼາຍ. ນີ້ຈຶ່ງເຮັດໃຫ້ ຄະນະຂວັນໃຈ ໄດ້ຮັບຄວາມນິຍົມຫຼາຍເປັນພິເສດນັ້ນເອງ.
ເອກະລັກທີ່ໂດດເດັ່ນຂອງແນວດົນຕີ Indie Folk-Rock
ໃນເນື້ອຫາສ່ວນໃຫຍ່ໃນເພງ ກໍແມ່ນເລົ່າເຖິງເລື່ອງຄວາມສຳພັນ, ຄວາມຮັກ, ຄວາມຄິດຮອດ, ຊີວິດບ້ານໆທຳມະດາ ໂດຍທັງໝົດແມ່ນໄດ້ຖ່າຍທອດທຸກຄວາມຮູ້ສຶກອັນອົບອຸ່ນ ແລະ ຮຽບຮຽງເປັນບົດເພງທີ່ປຽບເໝື່ອນພື້ນທີ່ປອດໄພທາງໃຈຄືບ້ານຂອງຄົນຟັງ.
ສິ່ງເຫຼົ່ານັ້ນ, ຈຶ່ງເຮັດໃຫ້ຫຼາຍຄົນຮູ້ສຶກວ່າທຸກໆບົດເພງຂອງຄະນະຂວັນໃຈ ສາມາດເຂົ້າເຖິງອາລົມສ່ວນເລີກໃນຈິດໃຈຄົນຟັງທີ່ພວກເຂົາໄດ້ສື່ສານອອກມາ ຈົນເຮັດໃຫ້ຫຼາຍຄົງຄິດວ່າຢາກລອງຟັງ ຄະນະຂວັນໃຈ ຮ້ອງສົດໆຢູ່ຄອນເສີດຈັກເທື່ອໜຶ່ງ.
ຖ້າໃຜຢາກໄປສຳຜັດຄອນເສີດທີ່ມີບັນຍາກາດສະບາຍໆໃນເດືອນ ມີນາ ພ້ອມຟັງເພງຈາກ ຂະນະຂວັນໃຈ ແລະ ວົງອື່ນໆ ເພື່ອສ້າງຄວາມຊົງຈຳດີໆ, ກໍສາມາດໄປຟັງໄດ້ທີ່ງານ NewFriend Memory in Melody ວັນທີ 5 ມີນາ 2026 ນີ້ເລີຍເດີ.