ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ເປັນຄືກັນບໍ່? ຢາກເຂົ້າສັງຄົມ ແຕ່ມັກການຢູ່ຄົນດຽວ – JUST” ກັບມາພ້ອມກັບເພງໃໝ່ LONER
Muan Listen - ມ່ວນຊວນຟັງ

ເປັນຄືກັນບໍ່? ຢາກເຂົ້າສັງຄົມ ແຕ່ມັກການຢູ່ຄົນດຽວ – JUST” ກັບມາພ້ອມກັບເພງໃໝ່ LONER

ແບ່ງປັນ

ເປັນນັກຮ້ອງທີ່ເປັນຄົນລາວ ແຕ່ເນື້ອເພງຂອງລາວມັກມີພາສາອັງກິດມານຳ ແຕ່ລາວຊໍ້າພັດຢູ່ໃນສັງກັດຢູ່ໄທ ເອະ? ລາວຄົນນີ້ບໍ່ແມ່ນໃຜ ແຕ່ເປັນໜຸຸ່ມ JUST” ທີ່ໃນເທື່ອນີ້ລາວກັບມາພ້ອມກັບເພງໃໝ່ຂອງລາວ Loner ເຊິ່ງເປັນການ feature ກັບ Fruity Lao Jazzanova.

ຜົນງານເພງຂອງລາວຍັງຄົງກິ່ນອາຍຂອງຄວາມເປັນ JUST” ທີ່ຟັງງ່າຍໆ ສະບາຍໆ ແບບ R&B ປະສົມຄວາມເປັນ Jazz ໂດຍສະເພາະໃນສ່ວນຂອງກີຕາທີ່ໄດ້ຈາກການຮ່ວມງານກັບ Fruity Lao Jazzanova.

ເນື້ອໃນຂອງເພງນີ້ຈະເວົ້າເຖິງຄວາມຮູ້ສຶກຂອງຄົນທີ່ມັກຢູ່ຄົນດຽວ, ບໍ່ຢາກເຂົ້າສັງຄົມຫຼາຍ, ແລະຮູ້ສຶກສະບາຍໃຈກັບການເປັນ “Loner” (ຜູ້ໂດດດ່ຽວ ຫຼື ຄົນມັກຢູ່ຄົນດຽວ) ເຊິ່ງສະແດງອອກໃນເນື້ອເພງວ່າໂຕເອງ ມີຄົນທີ່ສົນໃຈ ຫຼື ຢາກໄປເຮັດນັ້ນນີ້ນຳ ແຕ່ບໍ່ແຮງທີ່ຈະລຸກຈາກຕຽງ, ການທີ່ສັບສົນໃນຄວາມຮູ້ສຶກຕໍ່ຄວາມຮັກ ທີ່ໂຕເອງຮູ້ສຶກດີ ແຕ່ຢາກໜີໄປ ເພາະບໍ່ເຂົ້າໃຈວ່າອີກຝ່າຍຮູ້ສຶກຫຍັງ ຫຼື ຈະເປັນການທີ່ເຫັນວ່າໂຕເອງຍັງຢູ່ບ່ອນເກົ່າ ໃນຂະນະທີ່ຫຼາຍໆຄົນອ້ອມໂຕຕ່າງກໍມີຄວາມຮັກກັນໝົດ. ແຕ່ສຸດທ້າຍແລ້ວ ການທີ່ລາວໂດດດ່ຽວກໍບໍ່ໄດ້ເປັນບັນຫາ ເພາະນັ້ນຄືຄວາມສຸກໃຈທີ່ເລືອກເອງ.

ກໍລອງໄປຟັງ ກັນເບິ່ງໄດ້ ວ່າເພງນີ້ຈະຖືກເສັ້ນຊາວຂີ້ເຫງົາ ມັກຢູ່ຄົນດຽວຄືໝູ່ເຮົາເຈົ້າຂ້ອຍບໍ່?

ອ່ານຕື່ມ:  ລົມກັບ PT Flow ແຣັປເປີສຽງເຈົ້າສະເໜ່ຈາກຫຼວງພະບາງ ຜູ້ຮ້ອງທ່ອນຮຸກຕິດຫູໃນເພງ ”ເທບທິດາ”
ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ

ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ

ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.

ຟັງເພງຮັກສຸດເສົ້າ “ເປັນດັ່ງມື້ວານ” ຈາກ Dr.Isolate ນັກຮ້ອງໜ້າໃໝ່ສຸດເລິກລັບ

ເພງ ເປັນດັ່ງມື້ວານ ຈາກ Dr.Isolate ນັກຮ້ອງໜ້າໃໝ່ສຸດເລິກລັບ ປ່ອຍເພງຮັກສຸດເສົ້າທີ່ສູນເສຍໄປ ສຽງມີສະເໜ່ທີ່ມີເອກະລັກ ແລະ ກິ່ນອາຍເພງ Pop Indie.

MVIIZ ກັບມາແລ້ວ! ປ່ອຍເພງໃໝ່ສຸດຊຶ້ງ “ສຳຄັນຕົວເອງຜິດໄປ”

MVIIZ ກັບມາດ້ວຍເພງໃໝ່ “ສຳຄັນຕົວເອງຜິດໄປ” ທີ່ຖ່າຍທອດຄວາມຮູ້ສຶກຮັກຝ່າຍດຽວ ຜ່ານສຽງເພງ L-POP. ຟັງໄດ້ແລ້ວທຸກແພລດຟອມ!

ຟັງເພງ ກຸຫຼາບປາກຊັນ ຈາກ GEMI9PK ແຮງບັນດານໃຈຈາກອະມະຕະເພງລາວ ແລະ ຄວາມຮັກຕໍ່ສາວປາກຊັນ

ເພງ 'ກຸຫຼາບປາກຊັນ' ຈາກ GEMI9PK ຖ່າຍທອດຄວາມຮັກທີ່ເຕັມໄປດ້ວຍຄວາມເສຍສະລະ ແລະ ຄວາມຈິງໃຈ ທີ່ຍອມໃຫ້ຄົນທີ່ຮັກໄດ້ມີຄວາມສຸກ ຜ່ານເນື້ອເພງທີ່ງົດງາມ ແລະ ກິນໃຈ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.